ຊາວບ້ານ ໃນແຂວງສະຫວັນນະເຂດ ຮັບມືກັບໄພແລ້ງ
2024.05.10
ເມື່ອວັນທີ 5 ເດືອນພຶດສະພາ ທີີ່ຜ່ານມາ ປະຊາຊົນ 3 ບ້ານ ຄືບ້ານ ບ້ານຊະຄຶນເໜືອ, ບ້ານຊະຄຶນໃຕ້ ແລະ ບ້ານດົງເມືອງ ຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຮ່ວມກັນ ຂຸດຄອງ 2 ຄອງ ລະບາຍນ້ຳເຂົ້າອ່າງ ເພື່ອການຊົນລະປະທານ ເຮັດນາຍາມແລ້ງ ແລະຜະລິດນ້ຳປະປາໃຊ້ ໃນຄົວເຮືອນໃນ 4 ໝູ່ບ້ານ ຊຶ່ງໃນປີນີ້ ແຫ້ງແລ້ງກວ່າທຸກປີ ເຮັດໃຫ້ນໍ້າຊົນລະປະທານບົກແຫ້ງຫຼາຍ ມີຝຸ່ນຕົມ ແລະຜັກຕົມທັບຖົມ ເຮັດໃຫ້ຊາວບ້ານ ບໍ່ມີນໍ້າໃຊ້ ຈົນຕ້ອງໄດ້ປະຊາສໍາພັນ ແລະລະດົມແຮງງານມາເພື່ອຂຸດຄອງ ເພື່ອໃຫ້ນໍ້າໄຫຼເຂົ້າສູ່ລະບົບ ຊົນລະປະທານໄດ້ສະດວກຍິ່ງຂຶ້ນ ໂດຍມີຊາວບ້ານຫຼາຍກວ່າ 424 ຄົນ ເປັນເພດຍິງ 229 ຄົນ ທີ່ໄດ້ລະດົມແຮງງານຮ່ວມຂຸດຄອງ.
ດັ່ງຊາວບ້ານ ຢູ່ບ້ານຊະຄຶນເໜືອ ເມືອງຈໍາພອນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ພຶດສະພາ ນີ້ວ່າ:
“ໃນໝູ່ບ້ານ ຈະມີຊົນລະປະທານເນາະ ເພາະວ່າ ນໍ້າປະປາຈະດູດຈາກນໍ້າຊົນລະປະທານ ຂຶ້ນມາໃສ່ອ່າງ ແລ້ວທີ່ນີ້ ປີນີ້ ມັນເກີດຄວາມແຫ້ງແລ້ງຫຼາຍກວ່າແຕ່ລະປີ. ນໍາພາໃຫ້ນໍ້າ ທີ່ຊົນລະປະທານບົກລົງຫຼາຍ ຕ້ອງໄດ້ຂຸດຄອງເພື່ອໃຫ້ມີນໍ້າໃຊ້ ໄຫຼເຂົ້າມາບ່ອນເທິງ ທີ່ຈະໂຮມນໍ້າຂຶ້ນມາໃຊ້ ກະບໍ່ມີພາກສ່ວນໃດ ມາຊ່ວຍເຫຼືອໃດ໋ ກໍ່ມີແຕ່ທາງການນໍາເມືອງ ເພິ່ນກໍ່ລົງງມາເບິ່ງຊື່ໆ ຊາວບ້ານລົງມາຂຸດທໍ່. ລະກະນໍ້າໃນ 3-4 ໝູ່ບ້ານບໍ່ໄດ້ ກໍ່ຊາວບ້ານກໍ່ຮວມໃຈກັນ ປະຊາສໍາພັນກັນ ວ່າໄປຂຸດຄອງເດີ້. ເພື່ອໃຫ້ນໍ້າສາມາດໃຊ້ໄດ້ ເພາະວ່າມັນ ນໍ້າບໍ່ມີໃຊ້ 3-4 ມື້ ນໍ້າມັນຂາດໄປ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ນໍ້າປະປາ ສາມາດໃຊ້ໄດ້ແລ້ວ ມີພຽງພໍສໍາລັບການນໍາໃຊ້ ໃນທຸກບ້ານ ແຕ່ຄຸນນະພາບຂອງນໍ້າ ຍັງບໍ່ດີປານໃດ ຍ້ອນນໍ້າປະປາ ຍັງມີຝຸ່ນຕົມຢູ່.
ຂະນະທີ່ ຊາວບ້ານ ຢູ່ບ້ານຊະຄຶນໃຕ້ ເມືອງຈໍາພອນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ ລາວ ກໍ່ເປັນຄົນໜຶ່ງ ທີ່ໄດ້ໄປຊ່ອຍຂຸດຄອງເທື່ອນີ້ ຍ້ອນວ່າ ນໍ້າປະປາບໍ່ໄຫຼມາຫຼາຍມື້ ໂດຍທາງຫ້ອງການເມືອງ ບໍ່ໄດ້ຊ່ອຍເຫຼືອອຸປະກອນຫຍັງ ຊາວບ້ານຕ້ອງນໍາເຄື່ອງມືຂຸດ ຂອງແຕ່ລະຄົນໄປເອງ ດັ່ງທ່ານກ່າວວ່າ:
“ເອີ່ ນໍ້າມັນໄຫຼເຂົ້າບໍ່ທັນ ບໍ່ມີນໍ້າໃຊ້ ນໍ້າມັນບົກຫຼາຍ ປີນີ້ບໍ່ມີນໍ້າປະປາໃຊ້ ເອີ່ ກໍ່ພວກຫ້ອງການເຂົາຫັ້ນແຫຼະ ຮ້ອງຂໍຊົນລະປະຊາຊົນ ໄປຂຸດເອົານໍ້າມາໃຫ້ກິນ ເອີ່ ເອົານໍ້າມາໃຫ້ຄົນອອກແຮງງານຫັ້ນແຫຼະກິນ ບໍ່ ມີແຕ່ຈົກສຽມ ບ້ານໂຕເອງນີ້ແຫຼະຂຸດ ປະຊາຊົນນີ້ແຫຼະ.”
ປີນີ້ ຖືວ່າເປັນຄັ້ງທໍາອິດ ທີ່ຊາວບ້ານໃນທັງ 4 ບ້ານ ໃນເມືອງຈໍາພອນ ປະສົບບັນຫາ ນໍ້າປະປາບໍ່ພໍໃຊ້ ຍ້ອນສະພາບອາກາດປີນີ້ ແຫ້ງແລ້ງຫຼາຍ ເຮັດໃຫ້ອ່າງສຸຍ ເຊິ່ງເປັນອ່າງເກັບນໍ້າ ໃນເມືອງຈໍາພອນ ບົກແຫ້ງກວ່າທຸກປີ ຫາກທຽບໃສ່ປີກາຍ ຖືວ່າ ການໃຊ້ນໍ້າຈະສະດວກກວ່າປີນີ້, ດັ່ງຊາວບ້ານ ຢູ່ບ້ານຊະຄຶນໃຕ້ ເມືອງຈໍາພອນ ແຂວງສະຫວັນນະເຂດ ອີກນາງໜຶ່ງ ກ່າວວ່າ:
“ໄປຂຸດຄອງ ເພາະວ່າ ນໍ້າປະປາເບິດໃຊ້ ນໍ້າປະປາບໍ່ພໍໃຊ້ ນໍ້າມັນແຫ້ງ ນໍ້າມັນບໍ່ພໍ ຕ້ອງໄດ້ລະດົມກັນໄປ ໄປຂຸດ ໜ້າຈະປີນີ້ ເປັນຄັ້ງທໍາອິດນະເຈົ້າ ແມ່ນ ມັນຂາດແຄນນໍ້າ ນໍ້າມັນແຫ້ງ ມັນແລ້ງແຮງປີນີ້ ໂຕນີ້ມັນເປັນບໍ່ນໍ້າສຸຍນະເຈົ້າ ມັນເປັນແບບ ເອີ່ມັນກະໃຫຍ່ ແຕ່ວ່າ ມັນກໍ່ເລິກຢູ່ກາງໆສິນ່າ.”
ດ້ານເຈົ້າໜ້າທີ່ ລັດວິສາຫະກິດນໍ້າປະປາ ຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ທ່ານໜຶ່ງກ່າວວ່າ ໃນການຂຸດຄອງເທື່ອນີ້ ກໍ່ມີພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຫ້ອງວ່າການປົກຄອງເມືອງ, ຫ້ອງການນໍ້າປະປາ ແລະຫ້ອງການ ກະສິກໍາແລະປ່າໄມ້ເມືອງ ໄດ້ລົງວຽກ ຊ່ອຍເຫຼືອຊາວບ້ານຄືກັນ ໂດຍນໍາທຶນມາລ້ຽງເຂົ້າ ແລະນໍ້າ ໃຫ້ປະຊາຊົນ, ດັ່ງທ່ານກ່າວວ່າ:
“ອັນນີ້ມີສ່ວນໜຶ່ງ ມັນເປັນສ່ວນໜຶ່ງຊື່ໆເນາະ ກ່ຽວກັບນໍ້າປະປາເນາະ ອັນນັ້ນ ມັນເປັນຄອງ ມັນເປັນຄອງຊົນລະປະທານເນາະ ບາດນີ້ ຄອງມັນຕື້ນເຂີນເນາະ ເຮັດໃຫ້ນໍ້າມັນແຫ້ງ ລະກະບໍ່ສາມາດເຮັດການກະເສດ ແລ້ວກໍ່ຜະລິດນໍ້າປະປາ ກະບໍ່ໄດ້ຫັ້ນແຫຼະເນາະ ມັນບໍ່ແມ່ນຂຸດຄອງເນາະ ອະນາໄມຄອງ ແບບມີຜັກຕົບຫັ້ນນ່າ ເຮັດໃຫ້ນໍ້າໄຫຼບໍ່ສະດວກຫັ້ນນ່າ ກໍ່ຊ່ວຍຫັ້ນແຫຼະ ທັງພະນັກງານ ຫ້ອງການ ແລ້ວກໍ່ແຫຼ່ງທຶນ ຊື້ນໍ້າຊື້ຫຍັງເນາະ ລ້ຽງເຂົ້າລ້ຽງນໍ້າ.”
ກ່ຽວກັບເລື່ອງ ຄຸນນະພາບນໍ້າປະປານັ້ນ ທ່ານກ່າວຕື່ມວ່າ ໂຮງງານຜະລິດນໍ້າປະປາ ໃນເຂດນີ້ ເປັນໂຮງງານຜະລິດຂະໜາດນ້ອຍ ອຸປະກອນໃນການຜະລິດ ອາດບໍ່ໄດ້ມາດຕະຖານປານໃດ ເຊິ່ງເລື່ອງນີ້ ກໍ່ຍັງເປັນເລື່ອງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂຕື່ມ.
ສະພາບອາກາດຮ້ອນຫຼາຍ ໃນຊ່ວງເດືອນທີ່ຜ່ານມາ ເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບຫຼາຍດ້ານ ກໍລະນີ ທີ່ຄ້າຍກັນເກີດຂຶ້ນ ຢູ່ທີ່ນະຄອນຫຼວງວຽງຈັນ ທີ່ນໍ້າປະປາ ໄຫຼບໍ່ປົກກະຕິ, ໄຫຼຄ່ອຍ ຫຼືຮອດບໍ່ໄຫຼ ສ່ວນໜຶ່ງຍ້ອນວ່າ ນໍ້າຂອງ ແລະນໍ້າງື່ມ ເຊິ່ງເປັນແຫຼ່ງນໍ້າ ທີ່ໃຊ້ໃນການຜະລິດນໍ້າປະປານັ້ນ ບົກແຫ້ງຫຼາຍ ນອກຈາກນີ້ ໃນດ້ານການກະເສດ ຊາວກະສິກອນໃນຫຼາຍແຂວງ ກໍ່ຂາດເຂີນນໍ້າໃຊ້ ໃນການປູກຝັງ ເຊິ່ງອາດເຮັດໃຫ້ພືດຜົນ ການຜະລິດເສຍຫາຍ.