ທາງການລາວ ໄດ້ຢື່ນເອກກະສານ ຄໍາຮ້ອງ ສະເໜີໃຫ້ອຸທິຍານແຫ່ງຊາດ ຫີນໜາມໝໍ່ ຂຶ້ນເປັນ ມໍລະດົກໂລກ ທາງທໍາມະຊາດ ຂະນະທີ່ ພໍ່ແມ່ປະຊາຊົນ ກວ່າ 20 ບ້ານ ທີ່ອາໄສຢູ່ພາຍໃນເຂດອ້ອມຂ້າງ ອຸທິຍານແຫ່ງຊາດ ດັ່ງກ່າວນີ້, ອາດຈະບໍ່ສາມາດ ຫາຢູ່ຫາກິນ ດ້ວຍການລ່າສັດປ່າ ແລະ ເກັບເຄື່ອງປ່າຂອງດົງ ໄດ້ຄືເກົ່າ.
ເຊິ່ງໃນຂະນະນີ້ ພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການໂຄສະນາ ແລະປະຊາສັມພັນ ໃຫ້ຊາວບ້ານໄດ້ຮັບຮູ້.
ດັ່ງເຈົ້າາໜ້າທີ່ ທີ່ກ່ຽວຂ້ອງທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ເມສາ 2024 ນີ້ວ່າ:
"ເຂົາເຄີຍຫາຢູ່ຫາກິນໄປທົ່ວທິດ , ທົ່ວແດນ . ບາດນີ້ແລ້ວ ເພິ່ນກໍບໍ່ຢາກໃຫ້ເຂົ້າໄປ ໃນເຂດອຸທິຍານ ທີ່ເພິ່ນຫວງຫ້າມ . ປັດຈຸບັນນີ້ ເຮົາກໍຖືວ່າຍັງ ກໍານົດຂອບເຂດ ໃຫ້ຂະເຈົ້າຢູ່ . ເຈົ້າເຄີຍໄປຈຸດຫມ່ອງໃດ ກໍໄປຈຸດນັ້ນ ຫມ່ອງນັ້ນຄືເກົ່າ . ບໍຢາກໃຫ້ໄປຢູ່ນອກແລ້ວ ແມ່ນຫຍັງຫັ້ນນ່າ . ມັນມີລະບຽບຂອງມັນ ໝົດ. ສັດຕົວນີ້ຫວງຫ້າມ , ສັດໂຕນີ້ໃຫ້ກິນ ບໍ່ໃຫ້ກິນ ເປັນຍາມ . ພືດໂຕນີ້ຫວງຫ້າມເດັດຂາດ . ພືດໂຕນີ້ສາມາດ ໃຊ້ເປັນ ຍຸ ກເປັນຢາໄດ້ . "
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ການຂໍຂຶ້ນທະບຽນ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ຂຶ້ນເປັນມໍລະດົກໂລກ ໃນຄັ້ງນີ້, ຈໍາເປັນຕ້ອງປະຕິບັດ ຕາມຂໍ້ກໍານົດ ຂອງສູນມໍລະດົກໂລກ ເປັນຕົ້ນ ຫ້າມຊອກຫາສັດປ່າ ແລະ ພືດພັນບາງຊະນິດ ມາໃຊ້ເພື່ອການຄ້າຂາຍ ໂດຍສະເພາະ ລິງ ແລະ ຄ່າງ ທຸກປະເພດ, ສ່ວນໝູປ່າ ແລະ ພືດພັນບາງຊະນິດນັ້ນ ປະຊາຊົນ ຍັງສາມາດ ນໍາມາກິນ ຫລື ໃຊ້ປະໂຫຍດໄດ້ບາງສ່ວນ ແຕ່ກໍຈະຕ້ອງ ໃຊ້ວິທີການລ່າ ຫລື ຊອກຫາ ທີ່ບໍ່ໃຫ້ເກີດການດັບສູນ.
ທີ່ຜ່ານມາ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ອານຸຍາດໃຫ້ປະຊາຊົນ ຜູ້ທຸກຍາກ ທີ່ອາໄສຢູ່ບໍລິເວນເຂດອ້ອມຂ້າງ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ສາມາດເຂົ້າໄປຊອກຫາສັດປ່າ ແລະ ພືດພັນ ເປັນອາຫານ ແລະ ຢາໄດ້, ແຕ່ ຂະນະດຽວກັນ ກໍມີປະຊາຊົນບາງກຸ່ມ ເຮັດທຸລະກິດ ດ້ວຍການລ່າສັດປ່າໄປຂາຍ ໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດກວດກາ ໄດ້ຢ່າງທົ່ວເຖິງ.
ດັ່ງ ຊາວບ້ານ ຢູ່ບ້ານປາກພະນັງ ເມືອງບົວລະພາ ແຂວງຄໍາມ່ວນ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ແຕ່ວ່າ ຫ້າມຫັ້ນຫ້າມ ແຕ່ເຂົາເຈົ້າກໍລັກເຮັດ ຂອງຂະເຈົ້າຫັ້ນນ່າ ກໍຄືຮູ້ຫັ້ນແຫລະ ພວກທີ່ລັກເຮັດ ເຈົ້າໜ້າທີ່ ກໍບໍ່ສາມາດກວດກາໄດ້ໝົດດອກ ແມ່ນໆ ທີ່ຈິງແລ້ວ ທາງການເພິ່ນຫ້າມແລ້ວ ແລ້ວປະມານ 5 ປີກ່ອນ ໂຄວິດ-19 ມີຄົນໄປລັກລອບຍິງເສືອໂຄ່ງ ສົ່ງຂາຍໃຫ້ຈີນ ເຂົາຈັບໄດ້ແລ້ວ ແລ້ວເຂົາສືບຖາມ ຍັງມີຢູ່ເສືອໂຄ່ງຫັ້ນນ່າ ເພາະວ່າ ມັນເປັນອຸທິຍານແຫ່ງຊາດ ແລ້ວບໍ່ໃຫ້ເຂົາລ່າຫຍັງແລ້ວ ແມ່ນແຫລະ ມັນຈະຮວມຢູ່ຫັ້ນເດ້ ເ ລື່ ອງສັດປ່າ ເ ລື່ ອງອ າ ນຸ ຮັ ກ ອັນນ່າ ປ່າໄມ້ແມ່ນຫຍັງ ບໍ່ໃຫ້ຕັດ ບໍ່ໃຫ້ລ່າເນື້ອ ອິ ຫຍັງຕ່າງໆແລ້ວ . "
ຂະນະດຽວກັນ ເນື່ອງຈາກ ການສະເໜີໃຫ້ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ເຂົ້າເປັນພື້ນທີ່ຂະຫຍາຍ ຂອງມໍລະດົກໂລກ 2 ປີ ຜ່ານມາ ແມ່ນກ່ຽວຂ້ອງກັບ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ໃນແຂວງ ກວາງບິງ ຂອງປະເທດວຽດນາມ ສະນັ້ນ ການປະສານງານ ຮ່ວມກັນລະຫວ່າງ ເຈົ້າໜ້າທີ່ລັດ ຂອງທັງສອງປະເທດ ແມ່ນມີຄວາມຈໍາເປັນຫລາຍ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອີກທ່ານໜຶ່ງ ກ່າວວ່າ:
"ກໍຖືວ່າເອກສານ ຄໍາຮ້ອງ ລາຍລະອຽດ ທຸກຢ່າງຫັ້ນ ແມ່ານອົງການ ຍູເນສໂກ ຫັ້ນ ແມ່ນໄດ້ຮັບແລ້ວ ແຕ່ຍັງບໍ່ທັນ ບໍ່ທັນໄດ້ວ່າ ເຫັນດີໃຫ້ເປັນໄດ໋ ເພິ່ນຍັງບໍ່ທັນຄອມເມັ້ນມາ ໂຕນີ້ກໍ ແນ່ນອນ ມີໆ ມີຫລາຍຢ່າງ ເພາະວ່າມັນມີຫລາຍຢ່າງ ຫລາຍໜ່ວຍງານ ທີ່ເຮົາຮ່ວມມືກັນ ບໍ່ວ່າຈະເປັນ ຫ ວຽດນາມ ບໍ່ວ່າຈະເປັນລາວເນາະ ລາວເຮົາກໍມີຫລາຍໜ່ວຍງານ ໂດຍສະເພາະຕັ້ງແຕ່ ກະຊວງ ຖ ະ ແຫລ່ງຂ່າວເດ້ , ປ່າໄມ້ ເນາະ , ສິ່ງແວດລ້ອມຫັ້ນນ່າ . "
ກ່ຽວກັບເລື່ອງນີ້, ທ່ານ ວັນສີ ກົວມົວ ຮອງ ລັດຖະມົນຕີ ກະຊວງຖະແຫລ່ງຂ່າວ ແລະ ທ່ອງທ່ຽວ ໄດ້ລາຍງານວ່າ ປັດຈຸບັນ ສູນມໍລະດົກໂລກ ຂອງອົງການ ຍູເນສໂກ້ ຢູ່ລະຫວ່າງການຄົ້ນຄົ້ວາ ເພື່ອສົ່ງຂະນະຊ່ຽວຊານກ່ຽວຂ້ອງ ໃຫ້ເດີນທາງມາເຮັດວຽກຢູ່ປະເທດລາວ ເພື່ອກວດສອບອົງປະກອບ ມໍລະດົກໂລກ ຢູ່ແຫລ່ງ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ລະຫວ່າງເດືອນ ສິງຫາ ຫາ ເດືອນຕຸລາ 2024.
ທັງນີ້, ຖ້າຫາກຜ່ານການກວດ ຂອງຄະນະກໍາມະການ ທີ່ປືກສາ ແລະ ບັນດາຄະນະກໍາມະການ ມໍລະດົກໂລກ ໃນກອງປະຊຸມຄະນະກໍາມະການ ມໍລະດົກໂລກ ຄັ້ງທີ 47 ທີ່ກໍາລັງຈະຈັດຂຶ້ນ ໃນເດືອນ ມີຖຸນາ ຫາເດືອນ ກໍລະກົດ 2025 ນີ້, ອຸທິຍານແຫ່ງຊາດ ຫີນໜາມໝໍ່ ກໍຈະກາຍເປັນແຫລ່ງ ມໍລະດົກໂລກທາງ ທໍາມະຊາດ ຮ່ວມກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງປະເທດວຽດນາມ ເຊິ່ງຈະກາຍເປັນພື້ນທີ່ ມໍລະດົກໂລກ ຮ່ວມຊາຍແດນ ແຫ່ງທໍາອິດ ໃນພາກພື້ນເອເຊຍ ຕະເວນອອກສ່ຽງໃຕ້.
ເຖິງແມ່ນວ່າ ອຸທິຍານແຫ່ງຊາດ ດັ່ງກ່າວນີ້ ຈະຍັງບໍ່ທັນໄດ້ຮັບຮອງໃຫ້ເປັນ ມໍລະດົກໂລກທາງທໍາມະຊາດ ດັ່ງທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ສະເໜີໄປຍັງອົງການ ຍູເນສໂກ້ ແຕ່ພື້ນທີ່ ໃນເຂດອ້ອມຂ້າງ ພັດມີນັກລົງທຶນ ທັງຊາວລາວ ແລະ ຊາວຕ່າງປະເທດ ເລີ່ມເຂົ້າໄປພັດທະນາເປັນ ແຫລ່ງທ່ອງທ່ຽວແລ້ວບາງສ່ວນ.
ດັ່ງ ເຈົ້າຂອງເຮືອນພັກ, ຣີສອດ ຢູ່ເຂດອ້ອມຂ້າງ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ນາງໜຶ່ງກ່າວວ່າ:
"ຕ່າງຊາດ ຝຣັ່ງ ແລ້ວກໍໄທ ໄທນີ້ຈະມາເປັນ ມາກັບ ບໍລິ ສັດ ມາທົວຣ໌ ຖ້າເປັນຝຣັ່ງ ຂະເຈົ້າຈະມາເອງ ແຕ່ວ່າທາງມັນດີແລ້ວ ຂະເຈົ້າລາດຢາງມາແລ້ວ ບົວລະພາ ຫາທ່າແຂກນີ້ ໂອ້ ຊ່ວງນີ້ຝົນຕົກ ຂຽວງາມ ທໍາມະຊາດ ມີຖ້ໍາ ຖ້ໍານ້ໍາລອດ ເຊບັ້ງໄຟ ທີ່ໃຫຍ່ທີ່ສຸດ ອັນດັບໂລກຫັ້ນແຫລະ . "
ນາງກ່າວຕື່ມວ່າ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ຫ່າງຈາກຂົວມິດຕະພາບ ແຫ່ງທີ່ 3 ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ປະມານ 140 ກິໂລແມັດ ທີ່ຜ່ານມາ ມີນັກທ່ອງທ່ຽວໄທ ເດີນທາງໄປຫລາຍ ໃນຮູບແບບກຸ່ມທົວຣ໌ຂະນະທີ່ ນັກທ່ອງທ່ຽວຊາວຍຸໂລບ ແມ່ນຈະໃຊ້ວິທີເດີນທາງ ດ້ວຍໂຕເອງ ແບບບໍ່ໃຊ້ບໍລິການ ພນັກງານນຳທ່ຽວ ສ່ວນນັກທ່ອງທ່ຽວຊາວຈີນ ແລະ ວຽດນາມ ຍັງບໍ່ທັນມີຫລາຍພໍເທົ່າໃດ.
ລັດຖະບານລາວ ໄດ້ຮັບການສຫນັບສຫນູນ ຈາກ ໂຄງການ ຈີໄອຊີ ໂພຣແຟ້ບ (GIZ-ProFEB) ໃຫ້ສົ່ງເອກະສານເຖິງ ອົງການ UNESCO ເພື່ອສະເໜີໃຫ້ອຸທິຍານແຫ່ງຊາດ ຫີນໜາມໝໍ່ ເຂົ້າເປັນພື້ນທີ່ຂະຫຍາຍ ຂອງມໍລະດົກໂລກ ຮ່ວມຊາຍແດນ ຮ່ວມກັບ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ໃນແຂວງ ກວາງບິງ ຂອງປະເທດວຽດນາມ ແລະໃນຕົ້ນເດືອນ ມີນາ 2024 ທີ່ຜ່ານມາ, ທາງອົງການ UNESCO ກໍໄດ້ຢັ້ງຢືນວ່າ ການສະເໜີຊື່ ໃນຄັ້ງນີ້ ແມ່ນໄດ້ຜ່ານ ເກນມາດຕະຖານ ດ້ານວິຊາການທັງໝົດ ເຊິ່ງນໍາໄປສູ່ການປະເມີນ ໃນຂັ້ນຕໍ່ໄປ.
ປັດຈຸບັນ ປະທດລາວ ມີແຫລ່ງມໍລະດົກ ພາຍໃຕ້ ສົນທິສັນຍາ ປົກປັກຮັກສາ ມໍລະດົກໂລກ ຂອງທາງວັດທະນະທໍາ ແລະ ທໍາມະຊາດ ຫລື ສົນທິສັນຍາ 1972 ຂອງອົງການ ຍູເນສໂກ (UNESCO) 3 ແຫ່ງ ຄື ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ໃນປີ 1995, ປະສາດວັດພູ ແຂວງຈໍາປາສັກ ໃນປີ 2001 ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ໃນປີ 2019.