ເຣື້ອງທີ່ເກັບບັນທຶກໄວ້
2022-12-08
ປະຊາຊົນ ຮຽກຮ້ອງໃຫ້ທາງການ ທີ່ກ່ຽວຂ້ອງ ກໍາຈັດຂີ້ເຫຍື້ອ ຢູ່ຕາມເສັ້ນທາງ ຕັດໃໝ່ ໜອງບົວທອງເໜືອ ຫາ ດົງນາໂຊກໃຕ້ ແລະ ໜອງບຶກໃຕ້, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຍ້ອນເປິະເປື້ອນ ແລະມີກິ່ນເໝັນ.
2022-12-08
ໃນວັນທີ 7 ທັນວາ ທີ່ຜ່ານມານີ້ ທາງການແຂວງອັດຕະປີ ໄດ້ຈັດພິທີ ມອບ-ຮັບເຮືອນຢູ່ຖາວອນ ໃຫ້ແກ່ຊາວບ້ານ ຢູ່ເມືອງສນາມໄຊ ທີ່ເປັນຜູ້ປະສັບພັຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຄົບທັງໝົດ 700 ຫຼັງ ແລ້ວ.
2022-12-08
ຊາວລາວ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນໃນແມ່ນໍ້າຂອງ ຢາກໃຫ້ທາງການລາວ ເປີດເວທີ ຮັບຟັງຄວາມຄິດ ຄວາມເຫັນ ເພື່ອໃຫ້ໄດ້ສະທ້ອນບັນຫາ, ຂໍ້ກັງວົນ ແລະຂໍ້ສເນີຕ່າງໆ ກ່ຽວກັບຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ເຂື່ອນໄຟຟ້າ ຄືກັບປະເທດໄທຍ, ວຽດນາມ ແລະກັມພູຊາ.
2022-12-07
ແຂວງຫຼວງພຣະບາງ ຍັງມີການລັກປູກຝິ່ນ ໃນເຂດຫ່າງໄກ ຊຶ່ງຍາກຕໍ່ການເຂົ້າເຖິງ ຂອງເຈົ້າໜ້າທີ່ ແລະການປູກຝິ່ນ ມັກມີ 2 ແບບ ເຊັ່ນ ປູກເພື່ອເປັນສິນຄ້າ ຂາຍຕາມການສັ່ງຊື້ ຂອງນາຍທຶນ ແລະ ປູກເພື່ອເກັບໄວ້ ເປັນຢາ ຕາມຄວາມເຂົ້າໃຈ ຂອງຊາວບ້ານ.
2022-12-06
ການຟື້ນຟູຊີວິຕ ການເປັນຢູ່ ຂອງຜູ້ປະສົບໄພ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງມີີຄວາມຍຸ້ງຍາກ ຫຼາຍຢ່າງ ເປັນຕົ້ນບັນຫາ ຄ່າຊົດເຊີຍ ຣາຍການທີ່ຫົກ, ການຈັດສັນທີ່ດິນ ແລະການກໍ່ສ້າງເຮືອນຖາວອນ.
2022-12-05
ປະເທດລາວ ຍັງມີການລັກລອບ ຄ້າຂາຍສັດປ່າ ຜ່ານສື່ ສັງຄົມອອນລາຍນ໌ ເປັນຈໍານວນຫລາຍ ຂະນະທີ່ ຊາວລາວ ກໍຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂ ບັນຫາດັ່ງກ່າວນີ້.
2022-12-02
ຈັດກອງປະຊຸມ ຜູ້ທີ່ມີສ່ວນໄດ້ ສ່ວນເສັຽ ລະດັບພາກພື້ນ ໃນຂະນະທີ່ ພາກປະຊາສັງຄົມ ຂອງປະເທດສະມາຊິກ ຢາກໃຫ້ຜູ້ທີ່ມີສ່ວນໄດ້ ສ່ວນເສັຽ ຮັບຟັງຄວາມຄິດເຫັນ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃຫ້ຫຼາຍຂຶ້ນ.
2022-11-30
ທາງການລາວ ແລະໄທຍ ຮ່ວມກັນຂຍາຍຜົນ ຫາຂບວນການ ຄ້າເສືອໂຄ່ງຂ້າມຊາຕ ຫຼັງຈາກທີ່ ທ້າວທະນັດ ວົງສານ ອາຍຸ 63 ປີ ສັນຊາຕໄທຍ ຖືກເຈົ້າໜ້າທີ່ໄທຍຈັບ ແລ້ວສາຣະພາບວ່າ ໄດ້ຕິດຕໍ່ຊື້ລູກເສືອໂຄ່ງ ໃນແຂວງສວັນນະເຂດ.
2022-11-29
ທາງການລາວ ໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ ສົ່ງຜົລກະທົບຕໍ່ ຜູ້ຕັ້ງຮ້ານ ຂາຍເຄື່ອງ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຈ່າຍຄ່າເຊົ່າແພງຂຶ້ນ.
2022-11-28
ວາງສີລາຣຶກ ເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ຢູ່ບ້ານດົງໂພສີ ນະຄອນຫຼວງວຽງຈັນ; ຂະນະທີ່ ປະຊາຊົນ ຜູ້ທີ່ຖືກຜົລກະທົບ ດ້ານທີ່ດິນ ກັງວົນໃຈ ຢ້ານບໍ່ໄດ້ ຄ່າຊົດເຊີຍ ຫຼື ໄດ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.
2022-11-23
ວຽກງານ ຄຸ້ມຄອງປ່າໄມ້ ໃຫ້ມີເນື້ອທີ່ປົກຫຸ້ມ 70% ທົ່ວປະເທດ ຂອງຣັຖບານ ເປັນການຍາກ ແລະທ້າທາຍ ຍ້ອນປ່າໄມ້ ຈຳນວນຫລາຍ ຍັງຖືກທຳລາຍ ຈາກໂຄງການ ສັມປະທານຕ່າງໆ ເພື່ອພັທນາປະເທດ ປາສຈາກ ການຄວບຄຸມ ແລະກວດກາ.
2022-11-22
ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ໄດ້ທວງຖາມ ທາງການລາວ ກ່ຽວກັບ ການຟື້ນຟູຊີວິຕ ການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນວ່າ ການຟື້ນຟູ ບໍ່ເປັນໄປຕາມ ທີ່ທາງການລາວ ແລະ ບໍຣິສັດ ໃຫ້ຄຳໝັ້ນສັນຍາ ເອົາໄວ້.
2022-11-22
ຊາວບ້ານ ບ້ານວັງແຊງ ປະມານ 7-10 ຄອບຄົວຈາກທັງໝົດ 30 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຮາວ ບໍ່ພໍໃຈ ທີ່ໄດ້ຄ່າຊົດເຊີຍໜ້ອຍກວ່າ ທີ່ສົມຄວນຈະໄດ້ຮັບ.
2022-11-17
ເກົາຫລີໃຕ້ ໄດ້ສັມປະທານ ເຮັດຣີສອດ ຄົບວົງຈອນ ໂດຍການນຳໃຊ້ທີ່ດິນ ຂອງກະຊວງ ປ້ອງກັນຄວາມສງົບ ຄຸ້ມຄອງ ຢູ່ແຂວງວຽງຈັນ ຂະນະທີ່ ຊາວລາວ ກໍເຫັນວ່າ ເປັນເຣື່ອງທີ່ດີ.
2022-11-17
ຣັຖບານລາວ ວາງແຜນການ ຟື້ນຟູປ່າໄມ້ ສະບັບໃໝ່, ມີເປົ້າໝາຍ ເຮັດໃຫ້ປ່າໄມ້ ປົກຫຸ້ມພື້ນທີ່ ຂອງປະເທດ ໃຫ້ໄດ້ 70% ໃນປີ 2035 ຍ້ອນວ່າ ແຜນການເກົ່າ ທີ່ວ່າຈະເຮັດໃຫ້ໄດ້ 70% ໃນປີ 2020 ນັ້ນລົ້ມແຫລວ ຂະນະທີ່ ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ທີ່ຈະປະຕິບັດໄດ້ ເນື່ອງຈາກ ປ່າໄມ່ຖືກຕ່າງປະເທດ ສັມປະທານ ເຮັດໂຄງການຈຳນວນຫຼາຍ.