ຊີວິຕການເປັນຢູ່ ຫຼັງເຂື່ອນແຕກ ຍັງມີຄວາມຫຍຸ້ງຍາກ ຫຼາຍຢ່າງ

ອາວະຣີ
2022.12.06
ຊີວິຕການເປັນຢູ່ ຫຼັງເຂື່ອນແຕກ ຍັງມີຄວາມຫຍຸ້ງຍາກ ຫຼາຍຢ່າງ ຄວາມຫາຍນະ ເກີດຂຶ້ນພຽງຂ້າມຄືນ, ຊີວິດຂອງຊາວບ້ານຕ້ອງດັບສູນ ຊັບສິນເສັຽຫາຍ, ສາມປີຜ່ານໄປ ສິ່ງທີ່ຕອບແທນບໍ່ຄຸ້ມຄ່າ.
File photo 2018: RFA

ເປັນເວລາກວ່າສີ່ປີແລ້ວ ການຟື້ນຟູຊີວິຕການເປັນຢູ່ ຂອງຜູ້ປະສົບໄພເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃນພາກໃຕ້ຂອງລາວ ຍັງມີີຄວາມຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນ ບັນຫາທາງການ ຍັງບໍ່ຈ່າຍຄ່າຊົດເຊີຍ ຣາຍການທີ່ຫົກ, ຍັງບໍ່ຈັດສັນທີ່ດິນ ປູກຝັງໃຫ້ແກ່ຜູ້ປະສົບໄພ ຫຼາຍຄົນ ແລະຍັງສ້າງເຮືອນຖາວອນບໍ່ແລ້ວ.

ບັນຫາທີ່ນຶ່ງ ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທັງໝົດ ຍັງບໍ່ໄດ້ຄ່າຊົດເຊີຍຊັພສິນ ທີ່ເອີ້ນວ່າ ຄ່າຊົດເຊີຍ ຣາຍການທີ່ຫົກນັ້ນເທື່ອ ເພາະເຈົ້າໜ້າທີ່ກ່າວວ່າ ຜູ້ປະສົບໄພຈຳນວນນຶ່ງ ແຈ້ງຜົນເສັຍຫາຍຫຼາຍເກີນໄປ ບໍ່ຖືກກັບຄວາມເປັນຈິງ; ບັນຫາທີ່ສອງ ປະຊາຊົນຜູ້ປະສົບໄພຫຼາຍຄົນ ຍັງບໍ່ໄດ້ທີ່ດິນທຳກິນ ເພາະທີ່ດິນທີ່ຈັດສັນໃຫ້ເມື່ອກ່ອນ ເປັນທີ່ດິນທັບຊ້ອນ ຫຼືເປັນດິນຂອງຄົນອື່ນ ຄືເປັນດິນທີ່ມີເຈົ້າຂອງຢູ່ແລ້ວ, ແຕ່ທາງການຈັດສັນໃຫ້ ຜູ້ປະສົບໄພ, ບາດເວລາຜູ້ປະສົບ ໄປບຸກເບີກ ກໍມີຂໍ້ຂັດແຍ້ງ ກັບເຈົ້າຂອງທີ່ດິນເກົ່າ ມີຂໍ້ຂັດແຍ້ງແຮງ ຈົນຈະມີການຂ້າຟັນລັນແທງກັນ; ແລະບັນຫາທີ່ສາມ ການສ້າງເຮືອນຖາວອນ ກໍຊັກຊ້າມາໂດຍຕລອດ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ແລະຜູ້ປະສົບໄພ ເຂື່ອນແຕກ.

ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງ ທີ່ບໍ່ປະສົບບອກຊື່ ແລະຕຳແໜ່ງ ກ່າວກັບວິທະຍຸ ເອເຊັຽ ເສຣີ ເມື່ອວັນທີ່ 24 ພຶສຈິກາ 2022 ນີ້ວ່າ ທາງການແຂວງອັດຕະປື ຈະຟ້າວສ້າງເຮືອນ ຖາວອນ ໃຫ້ແລ້ວຕາມກໍານົດ, ຈະພະຍາຍາມຈ່າຍຄ່າຊົດເຊີຍ ຣາຍການທີ່ຫົກ ແລະຊອກຫາທີ່ດິນ ບ່ອນໃໝ່ໃຫ້ແກ່ ຜູ້ປະສົບໄພເຂື່ອນແຕກ ໃຫ້ໄວເທົ່າທີ່ຈະໄວໄດ້.

ດັ່ງທ່ານໄດ້ກ່າວ ກ່ຽວກັບເຣື່ອງນີ້ ຕອນນຶ່ງວ່າ:

ເອີ້, ອັນທີ່ 1 ລະແມ່ນເລັ່ງກໍ່ສ້າງ, 2 ລະແມ່ນເງິນຊົດເຊີຍໃນຣາຍງານທີ່ຫົກ; ໃນຣາຍການທີ່ຫົກ ລະມັນຄາໂຕນີ້. ທາງພາກຣັດນີ້ ຊິໄປຕໍ່ຮອງກັນຕື່ມ ສະເພາະບາງບ້ານຜູ້ໃດທີ່ມີຫັ້ນແຫຼະ, ດິນລະແມ່ນຈັດສັນໃຫ້ໂຕເກົ່າມັນບໍ່ແລ້ວ ເພາະວ່າ ດິນມີເຈົ້າຂອງແລ້ວຫັ້ນນ່າ ມັນລະມາເຕັງກັບຈຸທີ່່ມີບທະບຽນແລ້ວ ເຂົາຢາກໃຫ້ທາງຣັຖເຮົານີ້ ຊ່່ວຍໄປບຸກເບີກທົດແທນ ເພື່ອບໍ່ໃຫ້ມັນເຕັງກັບຂອງໝູ່ຫັ້ນແຫຼະ.

ເຈົ້າໜ້າທີ່ ແຂວງອັດຕະປືທ່ານນີ້ ອະບາຍຕື່ມວ່າ ສຳຣັບການສ້າງເຮືອນຖາວັນ 700 ຫຼັງນັ້ນ ປັດຈຸບັນກຳລັງຄືບໄປຫຼາຍກວ່າ 90 ສ່ວນຮ້ອຍແລ້ວ; ເຮືອນຫຼາຍຫຼັງ ເກືອບສຳເຣັດຮ້ອຍສ່ວນຮ້ອຍ ຍັງເຫຼືອແຕ່ຂັ້ນໃດ ຫ້ອງນ້ຳ ແລະເຮືອນຄົວເທົ່ານັ້ນ ຊຶ່ງສິ່ງເຫຼົ່ານີ້ ເຈົ້າໜ້າທີ່ແຂວງ ກໍຈະຊຸກຍູ້ສ້າງໃຫ້ສຳເຣັດ ແລະຈະມອບໃຫ້ຜູ້ປະສົບໄພ ເຂື່ອນແຕກໃນທ້າຍປີ 2022 ນີ້.

ສ່ວນເຣື່ອງການຈ່າຍຄ່າຊົດເຊີຍ ຊັພສິນທີ່ມີຄ່າ ທີ່ເອິ້ນວ່າ ຄ່າຊົດເຊີຍຣາຍການທີ່ຫົກນັ້ນ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈຳເປັນຕ້ອງປະເມີນຜົນເສັຍຫາຍ ໃໝ່ໃນໄວໆນີ້ ເພາະການປະເມີນຜົນ ທີ່ຜູ້ປະສົບໄພເຮັດໄປແລ້ວນັ້ນ ເປັນການປະເມີນສູງເກີນໄປ ທາງບໍຣິສັດເຊປ່ຽນ-ເຊນ້ຳນ້ອຍ ບໍ່ເຫັນດີນຳແລະກໍບໍ່ຍອມຈ່າຍ.

ຕໍ່ບັນຫາທີ່ດິນປູກຝັງ ທາງການແຂວງອັດຕະປື ຍັງຈະຕ້ອງຊອກຫາທີ່ດິນ ເພື່ອການກະເສດບ່ອນໃໝ່ໃຫ້ແກ່ຜູ້ປະສົບໄພ ເຂື່ອນແຕກບາງຄອບຄົວ ເພາະທີ່ດິນທີ່ທາງການຈັດສັນໃຫ້ ກ່ອນນີ້ ມັນທັບຊ້ອນກັບທີ່ດິນຂອງຄົນອື່ນ ຫຼືເວົ້າງ່າຍໆ ເປັນດິນຂອງຄົນອື່ນ; ກ່ຽວກັບບັນນານີ້ ເຈົ້າໜ້າທີ່ທ່ານນີ້ ກໍຄິດຍາກວ່າ ຈະຊອກຫາທີ່ໃໝ່ຢູ່ໃສ ເພາະປັດຈຸບັນ ທີ່ດິນທີ່ເໝາະສົມ ສຳລັບການກະເສຕ ເກືອບບໍ່ມີແລ້ວ ດິນທີ່ມີຢູ່ ກໍເປັນດິນ ຂອງປ່າສງວນແຫ່ງຊາຕ.

ຜູ້ປະສົບໄພ ເຂື່ອນແຕກຄົນນຶ່ງ ກໍຂໍຮຽກຮ້ອງໃຫ້ທາງການລາວ ຟ້າວສ້າງເຮືອນຖາວ ໃຫ້ສຳເຣັດຕາມກຳນົດເວລາ ແລະຟ້າວຈ່າຍຄ່າຊົດເຊີຍ ຣາຍການທີ່ຫົກໃຫ້ໄວ ເທົ່າທີ່ຈະໄວໄດ້ ເພາະຜູ້ປະສົບໄພ ຕ້ອງການເງິນດັ່ງກ່າວ ເພື່ອຊື້ເຄື່ອງຂອງທີ່ຈຳເປັນ ເປັນຕົ້ນເຄື່ອງອຸບປະກອນ ການກະເສຕ ແລະເພື່ອຕໍ່ເຕີມເຮືອນໃຫ້ເປັນຕາຢູ່ ຂຶ້ນກວ່າເກົ່າ.

ຜູ້ປະສົບໄພຄົນນີ້ ກ່າວກັບວິທະຍຸ ເອເຊັຽ ເສຣີຕື່ມວ່າ:

ເງິນທີ່ວ່າເພິ່ນມາຊົດເຊີຍຣາຍການທີ່ຫົກນີ້ ກະລໍຖ້າຍາມໃດ ເພິ່ນກະບໍ່ທັນໄດ້ມາຊົດເຊີຍໃຫ້ ທຳອິດວ່າເດືອນເກົ້າ, ຈາກເດືອນເກົ້າ ເປັນເດືອນສິບ, ຈາກເດືອນສິບ ເປັນເດືອນສິບເອດ; ເດືອນນີ້ 11 ນີ້ຖ້າເບິ່ງ ຍັງບໍ່ໄດ້ເດືອນນີ້ 11 ນີ້ ຍັງບໍ່ຮູ້ຊິໄດ້ ບໍ່ຈັກຊິກ້າຫວັງແຫຼະ.

ຕໍ່ບັນຫາທັງໝົດ ທີ່ກ່າວມານັ້ນ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ໄດ້ລົງໄປປະຊຸມກັບຄະນະປົກຄອງ ເມືອງສນາມໄຊ ເມື່ອວັນທີ່ 22 ເດືອນພຶສຈິກາ ປີ 2022 ນີ້; ຈຸດປະສົງນຶ່ງຂອງການໄປຢ້ຽມຢາມ ກໍແມ່ນ ເພື່ອຕິດຕາມ ແລະຊຸກຍູ້ໃຫ້ມີການຟື້ນຟູຊີວິຕ ການເປັນຢູ່ຂອງຜູ້ປະສົບໄພ ເຂື່ອນແຕກໃຫ້ດີຂື້ນ. ແຕ່ຜູ້ປະສົບໄພຫຼາຍຄົນເຫັນວ່າ ໃນການລົງໄປຄັ້ງນີ້ ທ່ານເຈົ້າແຂວງ ບໍ່ໄປລົງໄປພົບປະຫາລືກັບຜູ້ປະສົບໄພ ເຂື່ອນແຕກເລີຍ ໂດຍສະເພາະບໍ່ໄດ້ແຈ້ງໃຫ້ ຜູ້ປະສົບໄພ ຮູ້ເລີຍວ່າ ການສ້າງເຮືອນຖາວອນ ການຈັດສັນທີ່ດິນ ແລະການຈ່າຍຄ່າຊົດເຊີຍ ໄດ້ມີຄວາມຄືບໜ້າໄປຮອດໃສແລ້ວ.

ດັ່ງຜູ້ປະສົບໄພ ເຂື່ອນແຕກຄົນນຶ່ງ ໄດ້ກ່າວກັບວິທະຍຸ ເອເຊັຽ ເສຣີ ເມື່ອວັນທີ່ 24 ເດືອນພຶສຈິກາ ປີ 2022 ນີ້ວ່າ:

ໂຕນີ້ ບໍ່ທັນໄດ້ຮູ້ຂ່າວຄາວລູກເອີຍ ເພິ່ນບໍ່ໄດ້ເຊີນນາຍບ້ານ ນາຍເມືອງມາເຂົ້າຮ່ວມນຳ ມີແຕ່ເຈົ້າເມືອງເຈົ້າແຂວງທໍ່ນັ້ນ ຈັ່ງວ່າພໍ່ແມ່ປະຊາຊົນວຸ້ນວາຍດຽວນີ້; ເຂົາວ່າມີແຕ່ສອງບ້ານນ່າ ເຂົາຈະປະເມີນຄືນໃໝ່ ມີແຕ່ບ້ານຫິນລາດກັບບ້ານທ່າຫິນ ມັນຫຼາຍໂພດ ຜູ້ມັນມີເປັນຕື້ ສອງຕື້ກະມີ ເຂົາຣາຍງານນ່າ ຈັ່ງວ່າທາງບໍຣິສັດເຂົາບໍ່ຮັບຮອງ.

ກ່ຽວກັບບັນຫາຄ່າຊົດເຊີຍ ຣາຍການທີ່ຫົກນັ້ນ ຜູ້ປະສົບໄພຄົນນີ້ ກ່າວວ່າ ບັນຫາມີຢູ່ກັບຜູ້ປະສົບໄພເຂື່ອນແຕກ ໃນບ້ານຫິນລາດ ແລະບ້ານທ່າຫິນ ທີ່ເຈົ້າໜ້າທີ່ເຫັນວ່າ ພວກເຂົາປະເມີນຜົນ ເສັຍຫາຍຫຼາຍເກີນໄປ.

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ບໍຣິສັດເຂື່ອນເຊປຽນ-ເຊນ້ຳນ້ອຍທ່ານນຶ່ງ ກໍຢືນຢັນວ່າ ທາງບໍຣິສັດ ຍັງບໍ່ຕົກລົງຈ່າຍ ເພາະການປະເມີນຜົນ ເສັຍຫາຍສູງເກີນໄປ ໃຫ້ມີການປະເມີນໃໝ່.

ເຣື່ອງໂຕເລກຂະເຈົ້າບໍ່ລົງຕົວກັນ ກະເລີຍບໍ່ທັນຕົກລົງຈ່າຍ ຕົ້ນຕໍກະແມ່ນເບື້ອງຣັຖບານນັ້ນແຫຼະ ເບື້ອງບໍຣິສັດ ມີແຕ່ເຊັນເອກກະສານ ມີຂໍ້ມູນຖືກຕ້ອງ ຄົບຖ້ວນ ເຂົາກະມີແຕ່ຈ່າຍຢ່າງດຽວ; ເຂົາ (ບໍຣິສັດ) ກະຢ້ານເບື້ອງປະຊາຊົນ ເບື້ອງເມືອງ ເກັບຂໍ້ມູນບໍ່ຈິງແມ່ນຫຍັງຕ່າງໆ ເຂົາກະເບິ່ງນຳຢູ່ ແຕ່ວ່າເຂົາບໍ່ເຫັນຕົວຫຼັກ.

ສ່ວນເຣື່ອງເຮືອນຖາວອນ, ເຈົ້າໜ້າທີ່ບໍຣິສັດທ່ານນີ້ ກ່າວວ່າ ທາງບໍຣິສັດເຊປຽນ-ເຊນ້ຳນ້ອຍ ໄດ້ຈ່າຍເງິນໃຫ້ຣັຖບານລາວໝົດແລ້ວ ແລະກໍເປັນໜ້າທີ່ ຂອງຣັຖບານລາວ ທີ່ຈະຕ້ອງຕິດຕາມ ແລະຟ້າວສ້າງເຮືອນຖາວອນໃຫ້ສຳເຣັດ ຕາມກຳນົດເວລາທີ່ວາງໄວ້. ສຳຣັບຄ່າຊົດເຊີຍຣາຍການທີ່ຫົກ ທາງບໍຣິສັດເຊປຽນ-ເຊນ້ຳນ້ອຍ ໄດ້ຈັດງົບປະມານໄວ້ແລ້ວ 284 ຕື້ກີ, ແຕ່ກ່ອນຈະຈ່າຍຄ່າຊົດເຊີຍ ການປະເມີນມູນຄ່າຜົນເສັຍຫາຍ ຕ້ອງຖືກຕ້ອງ ຄົບຖ້ວນແລະສົມເຫດສົມຜົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.