ພາກປະຊາຊົນ ຕ້ອງມີສ່ວນ ໃນການພັທນາ ແມ່ນ້ຳຂອງ
2022.12.02

ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ຈະເປັນເຈົ້າພາບ ຈັດກອງປະຊຸມຜູ້ທີ່ມີສ່ວນໄດ້ ສ່ວນເສັຽ ລະດັບພາກພື້ນ ຄັ້ງທີ 13 ຂຶ້ນ ຢູ່ນະຄອນໂຮຈິມິນ ປະເທດວຽດນາມ ເພື່ອອັບເດດ ສະຖານະການກ່ຽວກັບເຂື່ອນໄຟຟ້າ ແລະ ການພັທນາອື່ນໆ ຢູ່ແມ່ນ້ຳຂອງ. ຍ້ອນວ່າ ແມ່ນ້ຳຂອງເປັນແມ່ນ້ຳ ທີ່ສຳຄັນຂອງປະເທດເອເຊັຽ ຕາເວັນອອກ ສ່ຽງໃຕ້ ໄປພ້ອມກັບການເປີດໂອກາດ ໃຫ້ບັນດາເຄື່ອຂ່າຍ ອົງການພາກປະຊາສັງຄົມ ຂອງປະເທດສະມາຊິກ ໄດ້ສະແດງຄວາມຄິດເຫັນ ກ່ຽວກັບຜົລປໂຍດ ແລະ ຜົລກະທົບ ທີ່ຈະເກີດຂຶ້ນ ຖ້າວ່າ ການໄຫຼ ແລະ ການຂຶ້ນລົງ ຂອງນ້ຳຂອງ ມີການປ່ຽນແປງ.
ທີ່ຜ່ານມາ, ອົງການຈັດຕັ້ງ ພາກປະຊາສັງຄົມ ພາຍໃນປະເທດລາວ ທີ່ເຮັດວຽກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງ ທາງດ້ານດິນຟ້າອາກາດ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມ ໃນລັກສະນະດັ່ງກ່າວ ທີ່ MRC ຈັດຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ນຳສເນີ ຕາມວາລະກອງປະຊຸມ ທົ່ວໄປ.
ຜູ້ປະສານງານ ໂຄງການທີ່ກ່ຽວຂ້ອງ ກັບແມ່ນ້ຳຂອງ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
“ເຄີຍໆ ກໍໄປເລື້ອຍຢູ່ໂຕນີ້ ຖ້າກ່ຽວກັບຂ້ອງກັບມູລນິທິ ເຂົາຈະເຊີນມາເນະ ມູລນິທິຢູ່ລາວ 7 ມູລນິທິນີ້ແຫຼະ 7 ຫຼື 8 ພຸ້ນແຫຼະ ມູລນິທິ ທີ່ຣັຖບານເພິ່ນຮັບຮູ້ແລ້ວ ກໍອະນຸຍາດໃຫ້ດຳເນີນການນີ້ ເຮັດໂດຍລວມແລ້ວ ມັນຊິເຮັດຫຼາຍຢ່າງນ່າ ກ່ຽວກັບພວກສິ່ງແວດລ້ອມ ນີ້ແຫຼະ.”
ຂະນະດຽວກັນ ທາງດ້ານຜູ້ທີ່ເຮັດວຽກ ດ້ານການອະນຸຮັກແມ່ນ້ຳຂອງ ແລະ ເຄີຍເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ອີກທ່ານນຶ່ງ ກ່າວວ່າ MRC ແລະ ປະເທດສະມາຊິກ ຄວນຜັກດັນ ເຣື່ອງແມ່ນ້ຳຂອງ ເຂົ້າສູ່ເວທີລະດັບນາໆຊາຕ ພ້ອມເປີດພື້ນທີ່ ໃຫ້ຄົນທຸກກຸ່ມ ບໍ່ວ່າຈະເປັນເຍົາວະຊົນ ຫຼື ຜູ້ໃຫຍ່ເຂົ້າມາມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ ເນື່ອງຈາກແມ່ນ້ຳຂອງ ເປັນຂອງທຸກຄົນ.
ດັ່ງ ທ່ານ ກ່າວຕໍ່ ວິທຍຸ ເອເຊັຽ ເສຣວ່າ:
“ວຽກງານ ການອະນຸຮັກແມ່ນ້ຳຂອງ ຢູ່ໃນ 5 ປະເທດນີ້ ຕ້ອງລົມຢູ່ລະດັບອາຊ້ຽນ ຕ້ອງເວົ້າເຣື່ອງການສຶກສານີ້ແຫຼະ ນຳໜ້າອັນອື່ນ ຕ້ອງເຮັດ 2-3 ລະດັບ, ລະດັບເຍົາວະຊົນ-ອະນຸຊົນ ລະດັບປະຊາຊົນ ແລ້ວກໍລະດັບ CSO ເບື້ອງຣັຖບານ ເພິ່ນກະຊິເວົ້າກັນຢູ່ແລ້ວ ຕ້ອງແກ້ອະນາຄົຕ ຕ້ອງຊອກປະເດັນໂຕນີ້ໃຫ້ມັນໄດ້.”
ການຈັດກອງປະຊຸມຄັ້ງນີ້ ເປັນຄັ້ງທຳອິດ ທີ່ MRC ໄດ້ສົ່ງໜັງສືເຊີນ ຢ່າງເປັນທາງການ ໄປຍັງເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ນ້ຳຂອງ 7 ແຂວງ ພາກອີ່ສານຂອງໄທຍ ທີ່ເຮັດວຽກກ່ຽວກັບການອະນຸຮັກແມ່ນ້ຳຂອງ.
ເຄືອຂ່າຍມີແຜນ ທີ່ຈະຕອບຮັບການເຂົ້າຮ່ວມ ພ້ອມສເນີໃຫ້ MRC ແລະ ຜູ້ທີ່ມີສ່ວນໄດ້ ສ່ວນເສັຽ ໄດ້ຮັບຟັງ ຜູ້ທີ່ໄດ້ຮັບຜົລກະທົບ.
ຍານາງ ອ້ອມບຸນ ທິບສຸນາ ປະທານເຄືອຂ່າຍ ສະພາ ອົງກອນຊຸມຊົນ ລຸ່ມນ້ຳຂອງ 7 ແຂວງ ພາກອີ່ສານຂອງໄທຍ ໄດ້ກ່າວວ່າ:
“ປະເດັນກໍຍັງເປັນການເກົ່າ ກໍຄືວ່າ ເຮັດຈັ່ງໃດ ພາກປະຊາສັງຄົມ ຈຶ່ງຈະມີສ່ວນຮ່ວມ ໃນການຕັດສິນໃຈ ເພາະວ່າ ການຕັດສິນໃຈເຣື່ອງແມ່ນ້ຳຂອງ ທຸກເທື່ອນີ້ ໃນກົລໄກ MRC ນີ້ ກໍຊິຍັງຈຳກັດ ຢູ່ກັບລະດັບຣັຖມົນຕຣີ ແລະ ລະດັບໜ່ວຍງານ ຕໍ່ໜ່ວຍງານ ປະເທດຕໍ່ປະເທດ ບາດນີ້ ພື້ນທີ່ ທີ່ຈະໃຫ້ພາກປະຊາສັງຄົມ ມີສ່ວນຮ່ວມໃນການຕັດສິນໃຈນຳນີ້ ເຮົາບໍ່ມີສ່ວນຮ່ວມທີ່ຜ່ານມາເນາະ.”
ທ່ານ ໄຊວັດ ພາລະຄຸນ ສະມາຊິກເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ນນ້ຳຂອງ 7 ແຂວງ ພາກອີ່ສານຂອງໄທຍ ກ່າວວ່າ MRC ເປັນອົງກອນ ທີ່ຈັດຕັ້ງຂຶ້ນມາເພື່ອເຮັດວຽກ ໃຫ້ແກ່ຜູ້ຄົນໃນລຸ່ມແມ່ນ້ຳຂອງ ກໍຄວນຈະເປີດພື້ນ ທີ່ໃຫ້ຜູ້ຄົນໃນລຸ່ມແມ່ນ້ຳຂອງ ເຂົ້າໄປມີສ່ວນຮ່ວມ ແຕ່ມາຮອດປັດຈຸບັນ ຜູ້ທີ່ມີສ່ວນໄດ້ສ່ວນເສັຽ ພັດແຕ່ງຕັ້ງຄະນະເຮັດວຽກ ຢູ່ແຕ່ສະເພາະເບື້ອງສູນກາງ ເຮັດໃຫ້ບັນຫາທີ່ເກີດຂຶ້ນ ກັບຜູ້ຄົນທີ່ອາໄສຢູ່ ແຄມນ້ຳຂອງ ບໍ່ໄດ້ຮັບການແກ້ໄຂ.
ດັ່ງ ທ່ານ ກ່າວວ່າ:
“ສ່ວນຫຼາຍແລ້ວ ນະໂຍບາຍຈະເປັນໂຕແທນ MRC ຂອງປະເທດໄທຍ ເຊິ່ງໃນສ່ວນນັ້ນຄືວ່າ MRC ຍັງເຂົ້າບໍ່ເຖິງ ໃນສ່ວນຂອງປະຊາຊົນ ພາກປະຊາຊົນ ຄື ຄົນລຸ່ມແມ່ນ້ຳຂອງແທ້ໆ ແລ້ວ MRC ໜ້າຈະຂຍາຍວຽກ ໃຫ້ກວ້າງຫຼາຍກວ່ານັ້ນ ແລ້ວກໍລົງພື້ນທີ່ໃຫ້ຫຼາຍກວ່ານັ້ນ ເພື່ອຈະໄດ້ຮັບຮູ້ເຖິງຜົລກະທົບ ແລະ ບັນຫາທີ່ມັນເກີດຂຶ້ນ.”
ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ໄດ້ກ່າວວ່າ: ສຳລັບກອງປະຊຸມຜູ້ທີ່ມີສ່ວນໄດ້ ສ່ວນເສັຽລະດັບພາກພື້ນ ໃນຄັ້ງນີ້ ຈະຈັດຂຶ້ນຢູ່ປະເທດວຽກນາມ ແລະ ຜ່ານລະບົບອອນລາຍນ໌ ລະຫວ່າງ ວັນທີ 12-13 ທັນວາ 2022 ເພື່ອເປີດໂອກາດ ໃຫ້ອົງການຈັດຕັ້ງພາກປະຊາສັງຄົມ ຂອງປະເທດສະມາຊິກ ໃນຖານະຕາງໜ້າປະຊາຊົນ ທີ່ໄດ້ຮັບຜົລກະທົບ ໂດຍຕຣົງ ເຂົ້າມາມີສ່ວນຮ່ວມ ສະແດງຄວາມເຫັນຫຼາຍຂຶ້ນ ບໍ່ວ່າຈະເປັນບັນຫາທີ່ເກີດຂຶ້ນ ໃນປັດຈຸບັນ ແລະ ແນວທາງແກ້ໄຂໃນອະນາຄົຕ ຈາກນັ້ນ MRC ຈະນຳຄວາມເຫັນ ທີ່ໄດ້ຮັບໄປພິຈາລະນາ ແລະ ປັບໃຊ້ໃນການກຳນົດ ແຜນການດໍາເນີນງານ ໃນໄລຍະຕໍ່ໄປ.
ສຳລັບ ຫົວຂໍ້ໃນກອງປະຊຸມຄັ້ງນີ້ ຈະປະກອບດ້ວຍ ການດຳເນີນງານຂອງ MRC ວ່າ ດ້ວຍການປົກປ້ອງ ຄວາມອຸດົມສົມບູນ ຂອງແມ່ນ້ຳຂອງ ແລະ ການນຳຂໍ້ມູນໃໝ່ ກ່ຽວກັບໂຄງການ ເຂື່ອນໄຟຟ້າພລັງງານນ້ຳ ຫຼາຍແຫ່ງ ເປັນຕົ້ນ ເຂື່ອນດອນສະໂຮງ, ເຂື່ອນຊະນະຄາມ, ເຂື່ອນເຊກອງ ເອ (A) ແລະ ເຂື່ອນພູງອຍ.