ເຣື້ອງທີ່ເກັບບັນທຶກໄວ້
2022-04-30
ນັກທ່ອງທ່ຽວ ຕ່າງປະເທດ ຍັງບໍ່ທັນເຂົ້າມາທ່ຽວ ເຂດສີຂຽວ ທີ່ສປປລາວ ສົ່ງເສີມ ເນື່ອງຈາກວ່າ ຂັ້ນຕອນ ການຕຣຽມເອກສານ ຍັງຫຍຸ້ງຍາກ.
2022-04-29
ການທີ່ເຫັນຄົນລາວ ໄປຫາວຽກເຮັດຢູ່ຕ່າງປະເທດ ຍ້ອນວ່າ ສປປລາວ ຍັງບໍ່ມີສວັດດິການສັງຄົມພຽງພໍ, ເງິນເດືອນຍັງຕ່ຳຫຼາຍ ແລະຄ່າຄອງຊີບທີ່ນັບມື້ຍິ່ງສູງຂຶ້ນ, ຈຶ່ງເຮັດໃຫ້ຄົນລາວ ຜູ້ທຸກຍາກ ຫາຫົນທາງ ເອົາໂຕລອດ, ຫຼາຍຄົນ ສ່ຽງລັກເຂົ້າໄປ ປະເທດເພື່ອນບ້ານ, ເຖິງແມ່ນວ່າຫຼາຍຄັ້ງ ບຸກຄົນເຫຼົ່ານັ້ນ ຈະຖືກຈັບກໍຕາມ.
2022-04-28
ກະຊວງການຕ່າງປະເທດໄທຍ ແຈ້ງເຕືອນພົລເມືອງຂອງຕົນ ໃຫ້ລະມັດລະວັງ ກ່ອນຈະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະເທດລາວ, ຍ້ອນວ່າ ບໍ່ຢາກໃຫ້ພົລເມືອງຂອງຕົນ ຖືກຫຼອກໄປເຮັດວຽກ ແບບຜິດກົດໝາຍ, ສິ່ງທີ່ຮ້າຍແຮງໄປກວ່ານັນ ອາດເຖິງຂັ້ນ ຖືກຂາຍບໍຣິການທາງເພດ, ຂໍ້ສຳຄັນແມ່ນ ໃຫ້ແລ່ນເອກສານ ຢ່າງຖືກຕ້ອງ ຖ້າຕ້ອງການ ໄປເຮັດວຽກໃນປະເທດລາວແທ້, ກວດສອບບໍຣິສັດ ທີ່ຈະໄປເຮັດວຽກນຳ, ຢ່າຫຼົງເຊື່ອຄຳໂຄສະນາ ຜ່ານສື່ສັງຄົມອອນລາຍນ໌ ທີ່ບອກວ່າ ມີສວັດດິການດີ, ເງິນເດືອນດີ ເພາະສິ່ງເຫຼົ່ານັ້ນ ເປັນພຽງຮູບແບບ ການຫຼອກໃຫ້ຄົນຫຼົງເຊື່ອ ແລະຕົກເປັນເຫຍື່ອເທົ່ານັ້ນ.
2022-04-28
ທາງການລາວກ່າວຫາວ່າ ຮ້ານແລກເງິນທີ່ບໍ່ໄດ້ຮັບອະນຸຍາ ເຮັດໃຫ້ເງິນກີບອ່ອນຄ່າ ເພາະມີການຮັບຊື້ເງິນ ເພື່ອຂາຍກິນກຳໄລ ໃນລາຄາສູງເກີນກວ່າ ທີ່ທາງທະນາຄານ ແຫ່ງ ສປປ ລາວ ກຳນົດ, ເຮັດໃຫ້ ທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ພຽງພໍໃນການຂາຍ ໃຫ້ຜູ້ປະກອບການ ທຸຣະກິຈເພື່ອໃຊ້ຊື້ສິນຄ້າ ຈາກຕ່າງປະເທດ ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ກຳນົດໄວ້ ຢູ່ໃນກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕຣາຕ່າງປະເທດ ຂອງລາວ ແລະຂໍ້ຕົກລົງວ່າດ້ວຍທຸຣະກິຈ ແລກປ່ຽນເງິນຕຣາ ຂອງທະນາຄານແຫ່ງ ສປປ ລາວ ສ່ວນຮ້ານແລກເງິນ ທີ່ຢູ່ນອກລະບົບ ຈະຖືກອົບຮົມ ແລະລົງໂທດ ຕາມກົດໝາຍ ຫາກມີການກວດພົບ.
2022-04-27
ໂຄວິດ-19 ຍັງຣະບາດ ຮຸນແຮງໃນລາວ ແລະໄທຍ ແຕ່ຄົນງານລາວ ບໍ່ມີທາງເລືອກ ຍ້ອນໃນລາວຂາດວຽກເຮັດ ຈຶ່ງຈຳເປັນຕ້ອງເລືອກ ໄປຫາວຽກເຮັດຢູ່ໄທຍ ແຕ່ວ່າໄປແບບຖືກກົດໝາຍ ຄ່າເອກະສານແພງເກີນໄປ ດ້ວຍເຫດນີ້ ຄົນລາວ ຈຳນວນບໍ່ໜ້ອຍ ຕ້ອງຫາທາງລັກເຂົ້າ ໄປເຮັດວຽກຢູ່ໄທຍ ເຖິງແມ່ນວ່າ ສ່ຽງ ອາດຖືກຈັບກໍຕາມ.
2022-04-27
ການຂົນສົ່ງສິນຄ້າ ຈາກລາວໄປຈີນ ໂດຍເສັ້ນທາງຣົຖໄຟ ລາວ-ຈີນ ນັ້ນ ຖືວ່າ ຍັງສົ່ງບໍ່ຮອດຈຸດໝາຍປາຍ ຄືປະເທດຈີນ, ຮອດພຽງແຕ່ ສຖານີນາເຕີຍ ຕໍ່ຈາກນັ້ນ ຣົຖບັນທຸກ ຂົນສົ່ງຕໍ່ເຂົ້າໄປຈີນ ຊຶ່ງກໍສ້າງຄວາມຫຍຸ້ງຍາກ ໃຫ້ຜູ້ປະກອບການ ພໍສົມຄວນ, ໃນທາງຕຣົງກັນຂ້າມ ສິນຄ້າຈາກຈີນ ສາມາດເຂົ້າມາເຖິງລາວໄດ້ຢ່າງສະດວກ ແລະໃນປະຣິມານຫຼາຍ.
2022-04-26
ຄົນລາວ 117 ຄົນ ຖືກຕຳຣວດໄທຍຈັບໄດ້ ໃນຂະນະທີ່ຖືກນາຍຈ້າງຖິ້ມໄວ້ ເຂດເມືອງປາກຊ່ອງ ແຂວງນະຄອນຣາຊສີມາ, ໃນຈຳນວນ 117 ຄົນນີ້ເປັນເດັກນ້ອຍ 7 ຄົນ ແລະທັງໝົດຖືກສົ່ງກັບປະເທດ ໂດຍບໍ່ມີການລົງໂທດ ເພາະເປັນການຜ່ອນພັນ ຈາກທາງການໄທຍ ເຖິງແມ່ນວ່າ ຄົນລາວທັງໝົດ ຈະມີຄວາມຜິດ ຕາມກົດໝາຍ ຄົນເຂົ້າເມືອງກໍຕາມ.
2022-04-26
ແຂວງຈຳປາສັກ ຈະຂຍາຍເຂດພື້ນທີ່ ການທ່ອງທ່ຽວ ຫວັງນຳຣາຍໄດ້ ຈາກນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາກະຕຸ້ນເສຖກິຈ ໂດຍສະເພາະໂຄງການ ທ່ອງທ່ຽວສີຂຽວ ທີ່ໄດ້ເປີດ ໄລຍະທີ່ 1 ມາແລ້ວ, ແລະປະກົດວ່າ ມີນັກທ່ອງທ່ຽວ ຈາກຕ່າງປະເທດ ຈຳນວນໜ້ອຍ ທີ່ເຂົ້າມາທ່ຽວລາວ ເພາະຄວາມຫຍຸ້ງຍາກ ໃນຂັ້ນຕອນ ການປະກອບເອກະສານ ແລະອື່ນໆ ທີ່ເປັນອຸປະສັກ ຕໍ່ການມາທ່ຽວລາວ.
2022-04-26
ທາງການລາວ ປະກາດໃຫ້ຜູ້ໃຊ້ຣົຖ ທຸກປະເພດໄປເສັຽຄ່າທຳນຽມທາງ ຕາມກຳນົດໄລຍະເວລາ ທີ່ລະບຸໄວ້ ຖ້າບໍ່ດັ່ງນັ້ນ ກໍຈະຖືກປັບໃໝ, ໃນຂະນະທີ່ປະຊາຊົນ ຢາກໃຫ້ທາງການລາວ ເລັ່ງປັບປຸງເສັ້ນທາງ ທີ່ເປ່ເພໃຫ້ຢູ່ສະພາບ ທີ່ສາມາດໃຊ້ງານໄດ້ ຢ່າງປອດພັຍ ເນື່ອງຈາກວ່າ ມີການເກັບເງິນຄ່າທຳນຽມທາງ ໃນແຕ່ລະປີ, ແຕ່ໃນທາງກົງກັນຂ້າມ ຖນົນຫົນທາງ ບໍ່ມີການສ້ອມແປງ ຫຼືຖືກປ່ອຍປະລະເລີຍ ໂດຍສະເພາະແມ່ນ ໂຄງຮ່າງພື້ນຖານ ໃນການສັນຈອນ.
2022-04-25
ຊາວບ້ານພໍໃຈ ກັບຄ່າຊົດເຊີຍດິນ ທີ່ນັກລົງທຶນລາວ ເອົາດິນສວນໝາກໄມ້ ໄປເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພຣະບາງ.
2022-04-25
ຈີນກຳລັງເປີດ ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ອີກຂະບວນນຶ່ງ ຈາກເມືອງເສີນຢາງ ແຂວງຫຼຽວໜີງ ທາງພາກ ຕາເວັນອອກສຽງເໜືອ ຂອງຈີນ, ໃນຂະນະທີ່ສິນຄ້າລາວ ທີ່ຈະສົ່ງໄປປະເທດຈີນ ຍັງເປັນບັນຫາ ເນື່ອງຈາກ ທາງການຈີນ ມີມາຕການຫຼາຍຢ່າງ ທີ່ເປັນອຸປະສັກ ຕໍ່ການຂົນສົ່ງສິນຄ້າ ຂອງລາວ ຜ່ານທາງຣົຖໄຟ ລາວ-ຈີນ.
2022-04-22
ຜູ້ປະກອບການ ຣົຖເມໂດຍສານ ກຳລັງຕົກຢູ່ໃນ ສະຖານະຫຍຸ້ງຍາກ ເນື່ອງຈາກວ່າ ຜູ້ໃຊ້ບໍຣິການຣົຖເມໜ້ອຍລົງ, ໃນຂະນະທີ່ຄ່າໂດຍສານແພງຂຶ້ນ ຍ້ອນຄາລານ້ຳມັນທີ່ປັບສູງຂຶ້ນ ຢ່າງຕໍ່ເນື່ອງ, ສ່ວນຜູ້ໂດຍສານຣົຖເມ ກໍ່ມີທາງເລືອກອື່ນເຊັ່ນ ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແທນ, ເຖິງແມ່ນວ່າ ປີ້ຣົຖໄຟແພງກວ່າ ກໍຕາມ ແຕ່ກໍໃຊ້ເວລາ ເດີນທາງໄວກວ່າຣົຖເມ ແລະຣົຖໂດຍສານ ປະເພດອື່ນ.
2022-04-22
ນັກລົງທຶນຈີນ ກຳລັງປະກາດຫາ ຄົນງານທີ່ຈະມາເຮັດວຽກ ໃຫ້ບໍຣິສັດຂອງຕົນ ຢູ່ເຂດພັທນາກວມລວມ ໄຊເສດຖາ, ບັນດາໂຮງຈັກ, ໂຮງງານ ແລະຫົວໜ່ວຍທຸຣກິຈຕ່າງໆ ເຣີ່ມເລັ່ງເຄື່ອງ ເຂົ້າມາເປີດກິຈການ ຢູ່ພາຍໃນ ເຂດເສຖກິຈແຫ່ງນີ້ ແລະ ນັກລົງທຶນສ່ວນໃຫຍ່ ແມ່ນມາຈາກຈີນ ໃນຈຳນວນ 52 ບໍຣິສັດ, ດ້ວຍເຫດນີ້ ບັນດາຄົນງານລາວ ທີ່ຈະສມັກເຂົ້າເຮັດວຽກ ກັບບໍຣິສັດຕ່າງໆ ຕ້ອງສາມາດເວົ້າ ແລະເຂົ້າໃຈພາສາຈີນ ເປັນພື້ນຖານ.
2022-04-21
ແຂວງເຊກອງ ກຳນົດໃຫ້ເຈົ້າຂອງຣົຖ ທີ່ນຳເຂົ້າບໍ່ຖືກຕ້ອງ ຕາມກົດໝາຍ ໄປຈົດທະບຽນ ເພື່ອເສັຍພາສີ, ສຳລັບຜູ້ທີ່ນຳຣົຖເຖື່ອນ ມາຂຶ້ນທະບຽນ ຕາມທີ່ກົດໝາຍກຳນົດນັ້ນ ຈະຕ້ອງໄດ້ເສັຽພາສີ ຕາມອັຕຣາ ທີ່ກະຊວງການເງິນກຳໜົດ ໂດຍບໍ່ຕ້ອງເສັຍຄ່າປັບໃໝ່, ໃນຂະນະທີ່ຜູ້ທີ່ບໍ່ໄດ້ນຳຣົຖ ມາຂຶ້ນທະບຽນ ໃນເທື່ອນີ້ນັ້ນ ຕ້ອງໄດ້ລໍຖ້າ ໃຫ້ທາງການເປີດຮັບຂຶ້ນທະບຽນ ໃນຮອບຕໍ່ໄປ.
2022-04-21
ການຂົນສົ່ງສິນຄ້າ ຈາກລາວໄປໄທຍ ຜ່ານໂຄງການ ທ່າບົກວັງເຕົ່າ ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ ແກ່ຜູ້ປະກອບການຊາວລາວ ເປັນຕົ້ນວ່າ ການສົ່ງສິນຄ້າບາງປະເພດ ມີລາຄາແພງເກີນໄປ, ບັນຫາດັ່ງກ່າວ ໄດ້ເຮັດໃຫ້ ຜູ້ປະກອບການຫຼາຍຄົນ ຫັນໄປໃຊ້ການບໍຣິການ ໃນຊ່ອງທາງອື່ນແທນ ໃນຂະນະທີ່ທາງພາກຣັຖໄດ້ຊຸກຍູ້ ໃນການພັທນາ ທ່າບົກວັງເຕົ່າ ເພື່ອຕຣຽມຄວາມພ້ອມ ໃຫ້ແກ່ການເປີດບໍຣິການ ແບບເປັນທາງການ ແລະ ຮັບປະກັນ ດ້ານນຳເຂົ້າ-ສົ່ງອອກສິນຄ້າ.