ລາວ ເປີດທ່ອງທ່ຽວສີຂຽວ ເພື່ອດຶງດູດ ນັກທ່ອງທ່ຽວ
2022.04.30
ຣັຖບານລາວ ທົດລອງ ເປີດປະເທດ ຮັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ໃນເຂດສີຂຽວ ເມື່ອຕົ້ນປີຜ່ານມາ ແຕ່ບໍ່ໄດ້ຮັບ ການຕອບຮັບ ປານໃດ. ມີນັກທ່ອງທ່ຽວເຂົ້າມາ ບໍ່ເຖິງ ນຶ່ງພັນຄົນ ເນື່ອງຈາກການຂໍ ເອກສານ ເຂົ້າສປປລາວ ຍັງຫຍຸ້ງຍາກຫລາຍ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນຳກັນ”. ທຸກສັປດາ ມາຕິດເຫດການເດັ່ນ. ສຳລັບສັບປານີ້ ຫົວຂໍ້ໃນຣາຍການ ແມ່ນ “ລາວ ເປີດການທ່ອງທ່ຽວ ເຂດສີຂຽວ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາ ບໍ່ເຖິງ ນຶ່ງພັນຄົນ”. ທ່ານຜູ້ຟັງ ທີ່ກຳລັງ ຕິດຕາມຟັງ ພວກເຮົາຢູ່ ມີຄວາມຄິດເຫັນ ແນວໃດ ຊ່ອຍອອກຄຳເຫັນ ລົງໃສ່ຄອມເມັ້ນ ທີ່ກຳລັງ ອອກຣາຍການ ໃນປັດຈຸບັນນີ້ ຫຼືວ່າ ທ່ານໃດ ຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ໃນຮູບແບບ ສັມພາດ ກະຣຸນາ ສົ່ງເບີ ໂທຣະສັບ ຂອງທ່ານ ລົງໃສ່ ຊ່ອງຄອມເມັ້ນ ເພຈ ວິທຍຸເອເຊັຽເສຣີ, ແລ້ວພວກເຮົາ ຈະຕິດຕໍ່ຫາ ສັມພາດ ທ່ານມາອອກ ໃນຣາຍການ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ກັບມາພົບກັບ ພວກເຮົາ ສອງຄົນ ທີ່ໄດ້ນຳເອົາ ເຫດການເດັ່ນໃນຮອບສັປດາ ມານຳສເນີ. ມື້ນີ້ ແມ່ນມາເວົ້າເຖິງ ການຟື້ນຟູ ການທ່ອງທ່ຽວ ໃນໄລະຍທີ່ ໂຄວິດ-19 ຣະບາດ ໃນລາວ. ໂດຍຣັຖບານລາວ ໄດ້ທົດລອງເປີດ ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາ ແຕ່ກໍມີຫລາຍປັດຈັຍ ທີ່ເຮັດໃຫ້ ການເປີດເທື່ອນີ້ ບໍ່ໄດ້ຮັບ ການສນອງ ຈາກນັກທ່ອງທ່ຽວ ຕ່າງປະເທດພໍປານໃດ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)