ນັກລົງທຶນ ເລັ່ງເຄື່ອງ ເປີດກິຈການ ໃນເຂດພັທນາ ໄຊເສດຖາ

ໄຊຍາ
2022.04.22
ນັກລົງທຶນ ເລັ່ງເຄື່ອງ ເປີດກິຈການ ໃນເຂດພັທນາ ໄຊເສດຖາ ຕໍ່ໜ້າທາງເຂົ້າເຂດພັທນາ ເສຖກິຈ ໄຊເສດຖາ ທີ່ກຳລັງເຣີ່ມເປີດໃຫ້ ນັກທຸຣກິຈເຂົ້າມາເປີດກິຈການ.
RFA

ປັດຈຸບັນ 52 ບໍຣິສັດໄດ້ເຣີ່ມເຮັດການຜລິດ ຢູ່ພາຍໃນເຂດພທັນາກວມລວມ ໄຊເສດຖານະຄອນຫລວງວຽງຈັນ ໂດຍສ່ວນໃຫຍ່ແມ່ນບໍຣິສັດ ຂອງນັກລົງທຶນຈີນເປັນຕົ້ນ ໂຮງງານກັ່ນນໍ້າມັນ, ໂຮງງານເຄື່ອງນຸ່ງຫົ່ມ-ເສື້ອຜ້າ ແລະ ອື່ນໆ, ສ່ວນທີ່ເຫລືອມາຈາກປະເທດໄທຍ, ຢີ່ປຸ່ນ ແລະ ປະເທດອື່ນໆ ແຕ່ຍັງບໍ່ມີບໍຣິສັດຂອງຄົນລາວ ຫລືວຽດນາມເທື່ອ ແລະບໍ່ສາມາດເປີດເຜີຍໄດ້ວ່າ ມີບໍຣິສັດຈີນຈັກບໍຣິສັດ.

ດັ່ງເຈົ້າໜ້າທີ່ ປະຈຳເຂດພັທນາກວມລວມ ໄຊເສດຖາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສານີ້ວ່າ:

52 ນີ້ຖືວ່າລົງທຶນແລ້ວ ປັດຈຸບັນນີ້ ສ່ວນຫລາຍແມ່ນບໍຣິສັດຂອງຈີນເຈົ້າ, ຂອງໄທຍມີຢູ່ເຈົ້າ, ຂອງລາວ, ຂອງວຽດ ຍັງບໍ່ມີເທື່ອປັດຈຸບັນນີີ້ເຈົ້າ.

ທ່ານກ່າວຕື່ມວ່າ ໃນຂະນະດຽວກັນ ກໍມີອີກຈຳນວນ 55 ບໍຣິສັດ ທີ່ກຳລັງກະຕຣຽມເບື້ອງຕົ້ນ ແລະດຳເນີນການກໍ່ສ້າງບໍຣິສັດຢູ່ ຊຶ່ງເປັນນັກລົງທຶນທີ່ມາຈາກຈີນ, ໄທຍ, ຢີ່ປຸ່ນ, ສະຫະຣັຖອາເມຣິກາ, ມາເລເຊັຽ, ສິງກະໂປຣ໌ ແລະ ລາວ, ແຕ່ຍັງບໍ່ສາມາດ ໃຫ້ຣາຍລະອຽດເພີ່ມຕື່ມໄດ້ວ່າ ແມ່ນບໍຣິສັດລົງທຶນດ້ານໃດ. ທາງດ້ານບໍຣິສັດຫລາຍແຫ່ງ ໃນຈຳນວນ 52 ບໍຣິສັດດັ່ງກ່າວ ທີ່ດຳເນີນການຜລິດແລ້ວນັ້ນ ກໍກຳລັງເປີດຮັບສະມັກ ພະນັກງານ ແລະຄົນງານດ້ານຕ່າງໆ ຊຶ່ງສຳລັບບໍຣິສັດຈີນແລ້ວ ສ່ວນໃຫຍ່ກໍຈະຮັບແຕ່ຄົນລາວ ທີ່ສາມາດເວົ້າພາສາຈີນໄດ້ເທົ່ານັ້ນ.

ດັ່ງພະນັກງານ ບໍຣິສັດກ່ຽວກັບຜລິດເຄື່ອງນຸ່ງ-ຫົ່ມ ຂອງຈີນແຫ່ງນຶ່ງກ່າວວ່າ:

ຮັບຕາມທີ່ວ່າ ເຮົາໂພສໄປໃນເຟສຫັ້ນແຫລະເຈົ້າ ຮັບຄົນລາວທີ່ວ່າໄດ້ພາສາຈີນ ບໍ່ແມ່ນຮັບຄົນຈີນ ຄົນໄທຍບໍ່ໄດ້ຮັບເຈົ້າ.

ໃນຂະນະດຽວກັນ ທີ່ບໍຣິສັດຂອງຈີນກ່ຽວກັບຕັດຫຍິບ ອີກແຫ່ງນຶ່ງຢູ່ໃນເຂດດັ່ງກ່າວ ກໍກຳລັງເປີດຮັບສະມັກ ຄົນງານລາວທີມີຄວາມສາມາດ ໃນດ້ານຕັດຫຍິບ ຊຶ່ງບໍຈຳເປັນທີ່ຈະຕ້ອງເວົ້າພາສາຈີນໄດ້ ຍ້ອນມີນາຍແປພາສາຢູ່ແລ້ວ ແຕ່ກໍຍັງບໍ່ສາມາດຊອກຄົນງານໄດ້ຫລາຍເທື່ອ.

ດັ່ງພະນັກງານ ຂອງບໍຣິສັດແຫ່ງນຶ່ງກ່າວວ່າ:

ປັດຈຸບັນນີ້ ແມ່ນຮັບແຕ່ຄົນລາວ ເພາະເຮົາມີພະນັກງານແປ ທີ່ເຮົາຕ້ອງການກາມີພະນັກງານຫຍິບ ເຮົາຄາດໝາຍແມ່ນເດືອນ 6 ນີ້ຕ້ອງໄດ້ເຕັມແລ້ວຫັ້ນນ່າ ແຕ່ວ່າຕອນນີ້ກາຍັງຊອກບໍ່ໄດ້ເທື່ອ.

ສ່ວນບໍຣິສັດຜລິດນໍ້າມັນ ຂອງຈີນອີກແຫ່ງນຶ່ງ ກໍເປີດຮັບທັງພະນັກງານຄົນລາວ ທີ່ຮູ້ພາສາຈີນ ແລະພະນັກງານຄົນຈີນ ເພື່ອເຮັດວຽກຮ່ວມກັນ ແຕ່ຈະຕ້ອງເປັນຜູ້ທີ່ມີຄວາມຮູ້ ທາງດ້ານເຄມີເປັນຫລັກ.

ດັ່ງພະນັກງານ ບໍຣິສັດນ້ຳມັນແຫ່ງນີ້ກ່າວວ່າ:

ພະນັກງານປະມານ 300 ກວ່າຄົນ, ເຄີ່ງນຶ່ງເປັນຄົນຈີນ, ເຄີ່ງນຶ່ງເປັນຄົນລາວ ຄັນໄດ້ພາສາຈີນກາໂອເຄ ຄັນບໍ່ໄດ້ພາສາຈີນ ເຮົາກາບໍ່ເອົາ. ວຽກແມ່ນຜລິດນໍ້າມັນ ມີແຕ່ເຮົາຄັດເລືອກເອົາ ຜູ້ໃດມີຄວາມຮູ້ກ່ຽວກັບເຄມີ ແລ້ວກາໄດ້ພາສາຈີນ.

ທາງດ້ານຄົນງານລາວຫລາຍຄົນ ທີ່ມີຄວາມຮູ້ທາງດ້ານພາສາຈີນ ກໍເຣີ່ມໃຫ້ຄວາມສົນໃຈ ທີ່ຈະໄປສະມັກເຮັດວຽກກັບບໍຣິສັດຈີນ ຢູ່ໃນເຂດພັທນາກວມລວມ ໄຊເສດຖາ ແຕ່ຍັງຕ້ອງໄດ້ສຶກສາຣາຍລະອຽດ ແລະປະເພດຂອງງານອີກເພີ່ມຕື່ມ ເພື່ອເລືອກວຽກທີ່ເຂົ້າກັບຄວາມສາມາດ ຂອງແຕ່ລະຄົນ.

ດັ່ງຄົນງານລາວ ນາງນຶ່ງກ່າວວ່າ:

ກໍຢາກໄປຢູ່ ເຂົາເຈົ້າເວົ້າມາເຮົາຟັງອອກຢູ່ ສື່ສານໄດ້ປະມານ 50% ນີ້ແຫລະ ກໍຊອກຫາວຽກຢູ່ ແຕ່ວ່າຊ່ວງນີ້ມັນບໍ່ມີວຽກມີງານ ກາເລີຍຢູ່ບ້ານນີ້ແຫລະ ບໍ່ໄດ້ໄປໃສ.

ແຕ່ກໍມີຄົນງານລາວ ອີກຈຳນວນບໍ່ໜ້ອຍ ທີ່ບໍ່ສົນໃຈໄປເຮັດວຽກກັບບໍຣິສັດ ພາຍໃນເຂດດັ່ງກ່າວ ເປັນຕົ້ນກຸ່ມຄົນງານຕັດຫຍິບ ຍ້ອນຫລາຍຄົນໄດ້ຫັນໂຕເອງ ມາເປີດຮ້ານຕັດຫຍິບຢູ່ເຮືອນໃຜ ເຮືອນລາວ ນັບແຕເກີດບັນຫາໂຮງງານຕັດຫຍິບ ຫລາຍແຫ່ງຖືກປິດໃນກ່ອນໜ້ານີ້ ຈຶ່ງເຮັດໃຫ້ຊ່າງຕັດຫຍິບຫລາຍຄົນ ບໍ່ຢາກໄປເປັນຄົນງານ ຢູ່ໂຮງງານຕັດຫຍິບ ຫລືຜລິດເສື້ອຜ້າອີກ ຍ້ອນບໍ່ຢາກໄປເຮັດວຽກໄກບ້ານ.

ດັ່ງຊ່າງຕັດຫຍິບ ຢູ່ແຂວງພາກໃຕ້ນາງນຶ່ງກ່າວວ່າ:

ສ່ວນຫລາຍຫັ້ນ ເຂົາກາຢູ່ໄປ ເຂົາກາເຮັດຕາມບ້ານ ຕາມເຮືອນ ເຂົາກາບໍ່ຄ່ອຍໄປ ຄັນວ່າເຂົາໄປກາເຮັດງານ ມັນກາສິມີຜແນກນີ້ເນາະ ເຂົາກາໄກບ້ານ ໄກເຮືອນ ເຂົາເຈົ້າກາກັບຢູ່ດົນ ບາງຄົນກາກັບເມືອບ້ານ ເມືອເຮືອນຄືເກົ່າ.

ຢ່າງໃດຕາມຊາວລາວຫລາຍຄົນ ໄດ້ໃຫ້ຄວາມເຫັນໃນສື່ສັງຄົມອ໋ອນລາຍນ໌ວ່າ ເຂດດັ່ງກ່າວກຳລັງກາຍເປັນເຂດ ເມືອງຈີນຂຶ້ນເລື້ອຍໆ ແລະກໍເຊື່ອວ່າໃນອີກບໍ່ພໍເທົ່າໃດປີ ກໍຈະມີຊາວຈີນຫລັ່ງໄຫລເຂົ້າມາ ເຮັດທຸຣະກິຈໃນເຂດດັ່ງກ່າວ ແບບມະຫາສານໂດຍຣົຖໄຟລາວ-ຈີນ ຈະຊ່ອຍອຳນວຍຄວາມສະດວກ ໃຫ້ແກ່ການເດີນທາງເຂົ້າມາລາວ ຂອງບັນດານັກທຸຣະກິຈຈີນ ແລະຄົນງານຈີນ.

ສຳລັບເຂດພັທນາ ກວມລວມໄຊເສດຖາ ແມ່ນໂຄງການຮ່ວມລົງທຶນ ລະຫວ່າງອົງການປົກຄອງ ນະຄອນຫລວງວຽງຈັນ ແລະກຸ່ມບໍຣິສັດ ກໍ່ສ້າງ ແລະ ລົງທຶນແຂວງຢູນານ ຫຸ້ນສ່ວນຈຳກັດ ຂອງ ຣັຖບານຈີນ ຊຶ່ງເປັນເຂດຮ່ວມມືເສຖກິຈ ການຄ້າຂອງຈີນແຫ່ງດຽວ ໃນປະເທດລາວ ແລະຍັງເປັນເຂດເສຖກິຈ ຂອງລາວຢູ່ພາຍໃຕ້ແນວຄິດ “ນຶ່ງແລວ ນຶ່ງເສັ້ນທາງ”, ອີງຕາມການຣາຍງານ ຂອງທ່ານ ຂຽງຄຳ ພຸທຈັນທະວົງສາ ຮອງຜູ້ອຳນວຍການໃຫຍ່ ບໍຣິສັດຮ່ວມທຶນລາວ-ຈີນ.

ມາຮອດປັດຈຸບັນເຂດພັທນາ ກວມລວມໄຊເສດຖາ ທີມີເນື້ອທີ່ທັງໝົດ 1,149 ເຮັກຕ້າຣ໌ ກຳລັງສຸມໃສ່ກໍ່ສ້າງເຂດການຄ້າ, ການທ່ອງທ່ຽວ ແລະ ເຂດໂຕເມືອງໃໝ່ ນະຄອນຫລວງວຽງຈັນ ໄລຍະ 2, ຊຶ່ງໄດ້ລົງທຶນໄປແລ້ວທັງໝົດ 1.3 ຕື້ໂດລາຣ໌ສະຫະຣັຖ ໂດຍມີຫົວໜ່ວຍ ວິສາຫະກິຈທີ່ເຂົ້າມາເຊັນສັນຍາລົງທຶນແລ້ວ 107 ບໍຣິສັດ ຊຶ່ງພາຍໃນເຂດພັທນາແຫ່ງນີ້ ປະກອບດ້ວຍຫລາຍເຂດ ເປັນຕົ້ນ ເຂດອຸດສາຫະກັມ, ເຂດໂຮງງານ, ເຂດປະກອບກົນຈັກ, ເຂດທ່ອງທ່ຽວ, ທີ່ພັກອາສັຍ ແລະ ອື່ນໆ. ເຂດພັທນາກວມລວມໄຊເສດຖາ ແມ່ນນຶ່ງໃນເຂດເສຖກິຈ 5 ເຂດ ຢູ່ນະຄອນຫລວງວຽງຈັນ ສ່ວນທີ່ເຫລືອແມ່ນເຂດເສຖກິຈພິເສດ ບຶງທາດຫລວງ, ເຂດເສຖກິຈພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສຖກິຈພິເສດ ດົງໂພສີ ແລະ ເຂດວຽງຈັນໂລຈີສຕິກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.