ຕ້ອງເສັຽຄ່າ ທຳນຽມທາງ ຫຼືຕ້ອງຖືກໃໝ
2022.04.26

ກະຊວງການເງິນໄດ້ອອກແຈ້ງການ ສະບັບເລກທີ 0915/ກງ ລົງວັນທີ 1 ເມສາ 2022 ລະບຸໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ທີ່ນໍາໃຊ້ຍານພາຫະນະ ທຸກປະເພດຢູ່ພາຍໃນປະເທດລາວ ຕ້ອງເສັຽຄ່າທຳນຽມທາງປະຈຳປີ ເຣີ່ມແຕ່ວັນທີ 1 ມົກກະຣາ ຫາ 30 ມິຖຸນາ 2022, ຖ້າຫາກຄ້າງຈ່າຍ ຫລືດຳເນີນການເກີນໄລຍະເວລາ ທີ່ກຳນົດຈະຖືກປັບໃໝ 40-60% ຂອງມູນຄ່າຣົຖ. ໃນຂະນະທີ່ຜູ້ໃຊ້ຣົຖ, ໃຊ້ຖນົນ ຈຳນວນຫລາຍພັດຢາກໃຫ້ໜ່ວຍງານ ກ່ຽວຂ້ອງຈັດສັນຣາຍໄດ້ ດັ່ງກ່າວນີ້ມາໃຊ້ໃນການກໍ່ສ້າງ ແລະປັບປຸງເສັ້ນທາງສັນຈອນ ເພື່ອເປັນປໂຍດໃຫ້ແກ່ປະຊາຊົນ ໃນຖານະຜູ້ຈ່າຍອາກອນດັ່ງກ່າວນີ້ ຍ້ອນທີ່ຜ່ານມາຖນົນຫົນທາງ ພາຍໃນປະເທດລາວ ຍັງບໍ່ທັນມີການກໍ່ສ້າງຢ່າງທົ່ວເຖິງປານໃດ ແລະສ່ວນທີ່ມີການກໍ່ສ້າງແລ້ວ ພັດເປ່ເພເປັນອັນຕຣາຍກໍ່ຜູ້ໃຊ້ຖນົນ.
ດັ່ງຊາວບ້ານ ຢູ່ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ເມສາ 2022 ນີ້ວ່າ:
“ກໍມີອັນຕຣາຍຫລາຍຢ່າງບໍ່ ໄປມາກໍບໍ່ສະດວກ (ການສ້ອມແປງຖນົນຫົນທາງທີ່ຜ່ານມາ) ບໍ່ທັນຫລາຍຢູ່ແຖວບ້ານເຮົານີ້ບໍ່ເຄີຍເຫັນມາສ້ອມ ເມືອງບໍຣິຄັນ.”
ຜ່ານມາທາງການລາວໄດ້ອະນຸຍາດ ໃຫ້ນັກລົງທຶນຕ່າງຊາດເຂົ້າມາສັມປະທານດິນ ເພື່ອເຮັດໂຄງການຕ່າງໆ ເປັນຈຳນວນຫລາຍ ແຕ່ພັນທະທີ່ໄດ້ຮັບພັດບໍ່ໄດ້ນຳໃຊ້ ໃນການສ້ອມແປງຖນົນຫົນທາງ ໃຫ້ເກີດປໂຍດແກ່ຊາວບ້ານປານໃດ ສ່ວນເຈົ້າຂອງໂຄງການທີ່ສັນຍາວ່າ ຈະຊ່ອຍພັທນາໂຄງຮ່າງພື້ນຖານຕ່າງໆ ພາຍໃນບ້ານ ພັດອ້າງວ່າງົບປະມານສ່ວນດັ່ງກ່າວນີ້ ຖືກນຳໃຊ້ໄປກັບວຽກງານດ້ານອື່ນ ເຮັດໃຫ້ຊາວບ້ານບໍ່ມີຖນົນຫົນທາງ ທີ່ປອດພັຍ ແລະໄດ້ມາຕຖານການສັນຈອນ.
ດັ່ງຊາວບ້ານ ຢູ່ເມືອງຄົງເຊໂດນ ແຂວງສາຣະວັນ ອີກທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍ່ສ້າງມາພຸ້ນແຫລະ ອັນຜູ້ສັມປະທານພຸ້ນແຫລະ ຜູ້ມາລົງທຶນພຸ້ນແຫລະບາດນີ້ ບ້ານມັນຢັ້ງຢືນແລ້ວແຕ່ວ່າ ເສັ້ນນີ້ມັນຍັງບໍ່ໄດ້ມາຕຖານ ຈະເຮັດໃຫ້ຈັ່ງຊັ້ນຈັ່ງສິແຕ່ເບິດງົບແລ້ວ ຈັ່ງຊາມັນສິຈັ່ງຊັ້ນບັນຫານີ້ນຶ່ງລະ ທາງທຽວເປັນດິນແດງ.”
ໃນຂະນະທີ່ການດຳເນີນການກໍ່ສ້າງ ແລະສ້ອມແປງຖນົນຫົນທາງ ເປັນໜ້າວຽກຫລັກຂອງກະຊວງໂຍທາທິການ ແລະຂົນສົ່ງ ສ່ວນການເກັບພາສີອາກອນ ແລະການຈັດສັນງົບປະມານ ສຳລັບໃຊ້ໃນການກໍ່ສ້າງ ແລະສ້ອມແປງຖນົນຫົນທາງນັ້ນ ມາຈາກກອງທຶນບູຣະນະທາງຫລວງ.
ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ຄ່າທຳນຽມທາງ ເຮົາເສັຽເງິນເຂົ້າງົບປະມານຣັຖບານ ແຕ່ກອງທຶນທາງຣັຖບານເພິ່ນຈ່າຍຄືນ ມາໃຫ້ກະຊວງໂຍທາ ແລ້ວບາດນີ້ບາດກອງທຶນທາງ ກໍມີເງິນກ້ອນນຶ່ງຂອງຣັຖບານ ເຂົາຈະແບ່ງໃຫ້ຕາມງົບປະມານ ແຕ່ລະປີກໍເອົາມາປົກປັກຮັກສາ ເສັ້ນທາງເຮົາສ້ອມແປງເສັ້ນທາງອັນຫຍັງໜາ ຈ້າງຄົນຖາງປ່າ ອີ່ຫຍັງຕາມແຄມທາງນີ້ເນາະ.”
ຜ່ານມາຜູ້ໃຊ້ຣົຖ ໃຊ້ຖນົນຈຳນວນຫລວງຫລາຍ ຕ່າງເຂົ້າໃຈວ່າຄ່າທຳນຽມທາງດັ່ງກ່າວນີ້ ຈະຖືກນໍາໄປໃຊ້ໃນການກໍ່ສ້າງ ແລະສ້ອມແປງຖນົນຫົນທາງ ໃນພື້ນທີ່ຕ່າງໆ ທົ່ວປະເທດ ແຕ່ໃນສະພາບໂຕຈິງແລ້ວ ຄ່າທຳນຽມທາງທີ່ທາງການລາວ ເກັບຈາກຜູ້ໃຊ້ຣົຖ ໃຊ້ຖນົນ ນັບແຕ່ປີ 2017 ເປັນຕົ້ນມານັ້ນ ພັດຖືກນຳໄປໃຊ້ໃນວຽກ ດ້ານການບໍຣິຫານເປັນຕົ້ນ ໃຊ້ໃນການຈັດການຊື້ອຸປກອນ ສຳນັກງານ ແລະເຄື່ອງໃຊ້ຕ່າງໆ ຂອງທາງການ.
ດັ່ງເຈົ້າໜ້າທີ່ ຜແນກສ່ວຍສາອາກອນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ກອງທຶນທາງຕ່າງຫາກ ກອງທຶນຕ່າງນີ້ມັນຈະຢູ່ນຳນໍ້າມັນເຊື້ອໄຟ ເອີ້ລາຍຮັບປີນີ້ບໍ່ ມັນກໍເປັນລາຍຮັບຮວມຂອງຣັຖບານຫັ້ນນ່າ ເນາະຊຶ່ງລາຍຮັບແຫ່ງຊາດ ຂອງຣັຖບານລາວນີ້ມັນກໍຈະເຂົ້າ ນຳເບິດໃຊ້ບໍຣິຫານຣັຖ ອາດຈະເປັນປະເພດເຄື່ອງໃຊ້ຫ້ອງການ ຊື້ຄອມບໍ່ ຊື້ອີ່ຫຍັງຕ່າງໆ ຊັບສົມບັດຫັ້ນເນາະ.”
ໃນຂະນະດຽວກັນຄ່າທຳນຽມທາງ ທີ່ສາມາດເກັບໄດ້ໃນແຕ່ລະປີ ຍັງຖືກນຳໄປໃຊ້ເປັນເງິນເດືອນ ຂອງພະນັກງານຣັຖກອນຫລາຍກວ່າ ແທນທີ່ຈະນຳມາໃຊ້ໃນການພັທນາໂຄງຮ່າງພື້ນຖານ ເພື່ອປັບປຸງຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນໂດຍກົງ ເປັນຕົ້ນການພັທນາ ຫລືສ້ອມແປງຖນົນຫົນທາງ ທີ່ເສັຽຫາຍເປ່ເພໃນຂອບເຂດທົ່ວປະເທດ.
ດັ່ງເຈົ້າໜ້າທີ່ ຜແນກສ່ວຍສາອາກອນ ຜູ້ບໍ່ປະສົງອອຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ຄ່າທໍານຽມທາງ ຈ່າຍເປັນປີປີນຶ່ງເສັຽເທື່ອນຶ່ງ ເສັຽຕາມຄວາມແຮງຂອງຣົຖໂຕນີ້ ຖືວ່າມອບເຂົ້າເງິນງົບປະມານໂດຍກົງເລີຍເດ້ ໂຕນີ້ອັນນີ້ກໍສິນຳໃຊ້ໃນສ່ວນທີ່ວ່າ ເບີກຈ່າຍເງິນດ້າມຄຳເດືອນພະນັກງານ ໃນທົ່ວປະເທດນີ້ແຫລະ ກໍທຸກກະຊວງເລີຍໃຫ້ຣັຖກອນ ໃນທົ່ວປະເທດເລີຍບໍ່ໄດ້ແຍກວ່າ ຂແນງໃດອົງການໃດ ໂຕນີ້ມັນກໍມາຈາກຫລາຍສ່ວນ ຢູ່ໃນນັ້ນມັນກໍມີສ່ວນຂອງຄ່າທຳນຽມທາງ ນໍາແນ່.”
ກ່ອນໜ້ານີ້ທາງການລາວ ໄດ້ອອກຣັຖບັນຍັດຂອງ ປະທານປະເທດສະບັບເລກທີ 001 ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ຣະບຸໃຫ້ຜູ້ນຳໃຊ້ຣົຖທຸກປະເພດ ພາຍໃນປະເທດລາວ ຈະຕ້ອງດຳເນີນການເສັຽຄ່າທັມນຽມທາງ ເພື່ອປະກອບໃຊ້ງົບປະມານ ຂອງຣັຖທັງນີ້ມີການແບ່ງ ຍານພາຫະນະຂົນສົ່ງອອກເປັນ 4 ປະເພດຄື:
- ຣົຖຈັກທີ່ມີ 2 ລໍ້ ຫລື 3 ລໍ້ ຕ້ອງຈ່າຍຄ່າທຳນຽມທາງ ລະຫວ່າງ 15,000-100,000 ກີບ ຕໍ່ຄັນຕໍ່ປີ. ຣົຖຂົນສົ່ງສ່ວນໂຕມີຄ່າທຳນຽມທາງ 100,000 ຫາ 500,000 ກີບຕໍ່ຄັນຕໍ່ປີ ແລະ
- ຣົຖຂົນສົ່ງໂດຍສານ 50,000 – 400,000 ກີບ ຕໍ່ຄັນຕໍ່ປີ ຂຶ້ນຢູ່ກັບຂນາດຄວາມແຮງຂອງຍານພາຫະນະນຳດ້ວຍ.
ສຳລັບຜູ້ທີ່ບໍ່ໄດ້ເສັຍຄ່າທຳນຽມທາງ ຕາມທີ່ກະຊວງການເງິນກຳນົດຈະຖືກປັບໃໝ 40% ຂອງມູນຄ່າ ຄ່າທຳນຽມທາງ ສ່ວນຜູ້ທີ່ບໍ່ເສັຍຄ່າທຳນຽມທາງໃນໄລຍະ 2 ປີ ຜ່ານມາ ຫລື 2 ປີ ຂຶ້ນໄປ ຈະຖືກປັບໃໝ 60% ຂອງມູນຄ່າ ຄ່າທຳນຽມທາງ ນອກນັ້ນຫາກເສັຍຄ່າທຳນຽມທາງ ບໍ່ຖືກຕ້ອງຕາມທີ່ກຳນົດໄວ້ ຜູ້ໃຊ້ຣົຖ ຈະຕ້ອງເສັຍຄ່າທຳນຽມທາງ ໃຫ້ຄົບຖ້ວນຕາມຈຳນວນ ທີ່ຕ້ອງເສັຍພ້ອມຖືກປັບໃໝ 60% ຂອງມູນຄ່າ ທີ່ຕ້ອງເສັຽຕື່ມ ທັງນີ້ຫາກກວດສອບພົບວ່າ ມີການປອມແປງ ການເສັຍຄ່າທຳນຽມທາງ ໃນທຸກຮູບແບບຈະຖືກປັບໃໝເປັນ 2 ເທົ່າ ຂອງຄ່າທຳນຽມທາງ ທີ່ຕ້ອງເສັຽ ແລະຈະຖືກລົງໂທດທາງອາຍາຕາມກໍຣະນີໜັກເບົາ.