ຄ່າປຶ້ມສໍາມະໂນຄົວ ແພງ ເກີນເຫດ: ຊາວບ້ານ

ຈໍາປາທອງ
2019.09.04
F-Record ຕົວຢ່າງ ປຶ້ມສໍາມະໂນຄົວ, ໜັງສືຜ່ານແດນ, ບັດປະຈໍາຕົວ ທີ່ ໃຊ້ຢູ່ ສປປລາວ
RFA/SY

ການເກັບຄ່າເຮັດປຶ້ມສຳມະໂນຄົວ ຢູ່ ສປປລາວ ຫລາຍເກີນໄປ ທຽບໃສ່ຣາຍໄດ້ຕົວຈິງ ຂອງປະຊາຊົນລາວ ທົ່ວໄປ ທີ່ຫາໄດ້ແຕ່ພໍກຸ້ມປາກ ກຸ້ມທ້ອງ ໃນຂນະທີ່ ຈຳນວນບໍ່ໜ້ອຍ ຫາເຊົ້າກິນຄ່ຳ ແບບອົດໆຢາກໆ ແລະ ທຸກຍາກຂາດເຂີນ. ແລະ ການເກັບຄ່າ ເຮັດປຶ້ມທີ່ວ່ານັ້ນ ໃນເຂດຕ່າງໆຂອງລາວ ກໍບໍ່ເປັນເອກກະພາບກັນ, ເກັບບໍ່ຄືກັນ ດັ່ງປະຊາຊົນລາວ ຜູ້ຂໍສະຫງວນຊື່ທ່ານນຶ່ງ ຊຶ່ງໄດ້ຈ່າຍຄ່າປ່ຽນປື້ມ ສຳມະໂນຄົວ ໃໝ່ 2 ແສນກີບ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອໄວໆມານີ້ວ່າ:

"ເຮັດສຳມະໂນຄົວປ່ຽນມາເປັນ ນະຄອນປາກເຊ 2 ແສນ ເຮົາໄປຖ່າຍຮູບຕ່າງຫາກ ບ່ອນອື່ນບໍ່ຮອດ ບ້ານຂ້ອຍແສນນຶ່ງ ບ້ານອື່ນຫັ້ນໜາ ເອົາແຕ່ເຂົາຢາກເອົາວ່າຊັ້ນສະ ບໍ່ແມ່ນມັນຂຶ້ນນຳ ຄອບຄົວຄົນຫລາຍຄົນໜ້ອຍຫວະ ຄົນຫລາຍຄົນໜ້ອຍກະຢ່າ ປື້ມຫົວນຶ່ງໂລດ ເຮົາໄປ ເຮັດເອົາເອງນໍ ພວກຕຳຣວດ ເຂົາມາເຮັດຢູ່ບ້ານ ຄັນແມ່ນເຮົາບໍ່ຢາກເຮັດ ບໍ່ຢາກຫຍຸ້ງຍາກຫັ້ນ ເຮົາໃຫ້ເຂົາແລ່ນໃຫ້ ມັນສິໄດ້ເສັຽຂນາດ ໃດ, ປະມານ ບໍ່ຈັກ."

ແຕ່ ປະຊາຊົນລາວ ທີ່ຢູ່ແຂວງອື່ນທ່ານນຶ່ງ ຜູ້ຂໍສະຫງວນຊື່ ກໍກ່າວຕໍ່ວິທຍຸອເຊັຽວ່າ ຄ່າເຮັດສຳມະໂນຄົວ ເປັນຫຼັກແສນ ແລະມີຄົນຈົ່ມວ່າ:

"ກະຫລັກແສນໃດ໋ ບໍ່ແມ່ນເບິດໜ້ອຍໆໃດ໋ ກະມີຄົນຈົ່ມບໍ ມີ ມີ."

ແລະ ປະຊາຊົນລາວ ຜູ້ຂໍສະຫງວນຊື່ ທີ່ຢູ່ອີກແຂວງນຶ່ງ ກໍກ່າວວ່າ ຄ່າເຮັດສຳມະໂນຄົວແມ່ນ 2 ແສນ ປາຍຖ້າຈ້າງເຂົາ:

"ກະ 2 ແສນປາຍຄັນຈ້າງເຂົາ ຄ່າທຳນຽມແທ້ໆກະສິ ປະມານແສນກີບຄັນບໍ່ຈ້າງ."

ໃນຂນະດຽວກັນ ຊາວລາວຜູ້ຂໍສະຫງວນຊື່ ແລະສຽງທ່ານນຶ່ງ ຊຶ່ງຢູ່ພາກກາງຂອງລາວ ທີ່ໄດ້ເຮັດປື້ມສຳມະໂນຄົວ ແບບທີ່ຕົນບໍ່ໄດ້ແລ່ນເຮັດ ເອງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ມີແຕ່ເອົາຮູບຄົນ ໃນຄອບຄົວ ໃຫ້ເຈົ້າໜ້າທີ່ຕຳຣວດ ແລ່ນເຮັດໃຫ້ ໄດ້ເສັຍ 1,000 ບາດ ຫລື ປະມານ 3 ແສນກີບກໍໄດ້ ບໍ່ກຳນົດຈຳນວນຄົນ ໃນຄອບຄົວ ວ່າມີຈັກຄົນ ແລະ ວ່າຕົນເອງບໍ່ມີຫຍັງຍາກ.

ແຕ່ເມື່ອຖາມວ່າ ສຳລັບຄົນອື່ນໆ ທີ່ບໍ່ຢາກຍາກໃນການເຮັດປຶ້ມສຳມະໂນຄົວ ຄືກັນກັບທ່ານ ກໍໄດ້ເສັຍເງິນ 1,000 ບາດ ໃຫ້ເຈົ້າໜ້າທີ່ຄືກັນ ບໍ່; ທ່ານຕອບວ່າ ໄດ້ຍິນວ່າເທົ່າໆກັນນີ້ແຫລະ, ມີຫລາຍຄົນເຮັດຢູ່. ແລະເມື່ອຖາມວ່າ ທ່ານພໍຮູ້ບໍນໍ ໃນແຕ່ລະ ເມືອງ ຫຼືວ່າໃນແຂວງ ທີ່ ທ່ານຢູ່ນີ້ ການເກັບຄ່າເຮັດປື້ມສຳມະໂນຄົວ ເທົ່າກັນໝົດບໍ ນັ້ນ ທ່ານຕອບວ່າ ກໍບໍ່ຮູ້ຄືກັນ.

ເມື່ອຖາມເຖິງການຈ່າຍຄ່າ ເຮັດປື້ມສຳມະໂນຄົວ ນຳຊາວລາວອີກທ່ານນຶ່ງວ່າເທົ່າໃດນັ້ນ ທ່ານຕອບວ່າ ບໍ່ຈື່ວ່າໄດ້ເສັຍໃຫ້ເພິ່ນເທົ່າໃດ ຍ້ອນ ໄດ້ເຮັດມາດົນເກືອບເຖິງ 20 ປີແລ້ວ. ແຕ່ຕາມທີ່ຮູ້ ຖ້າຄົນແລ່ນໃຫ້ ກໍຈະໄດ້ຈ່າຍປະມານ 2 ແສນປາຍກີບ ນີ້ແຫລະ.

ແຕ່ຕາມຄຳເວົ້າຂອງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ ທີ່ຜ່ານມາວ່າ ແຕ່ລະເມືອງ ການເກັບຄ່າທຳນຽມ ບໍ່ຄືກັນ. ຢູ່ເມືອງໄຊທານີ ເກັບ 20,000 ກີບ ແລະ ຈະມີຄ່າເອກກະສານ 15,000 ກີບ. ຈາກນັ້ນຈະເປັນຂັ້ນຕອນ ຂອງຕຳຣວດປ້ອງກັນຄວາມສະຫງົບ ທີ່ເປັນຜູ້ດຳເນີນການ ໃນຂັ້ນຕອນຕໍ່ໄປ ຊຶ່ງທ່ານກໍບໍ່ຮູ້ວ່າ ເພິ່ນເກັບນຳແນວໃດ.

ເວົ້າເຖິງຄ່າທຳນຽມເຮັດສຳມະໂນຄົວ ໂດຍສະເພາະໃນການໂຍກຍ້າຍ ໃນປັດຈຸບັນແມ່ນແພງ ດັ່ງປະຊາຊົນ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ ທີ່ຜ່ານມາວ່າ:

"ສົມມຸດວ່າບ້ານນີ້ເອົາ ຫ້າສິບພັນ ໄປຫາເຈົ້າໜ້າທີ່ ອີກແສນປາຍຈັ່ງຊີ້ ມັນຫລາຍຂັ້ນຕອນເດ ແພງໂພດ ຂັ້ນວ່າປານນັ້ນ ກະຂັ້ນຕຳຣວດ ເພິ່ນກໍເອົາອີກຕ່າງຫາກອີກເດ ຄ່າທຳນຽມເພິ່ນ ພວກເຈົ້າໜ້າທີ່ ແມ່ນແຫລະ ກະສິບວກເຂົ້າກັນຫລາຍອັນ ກໍຈະຮອດສອງແສນ."

ແຕ່ຕາມຂ່າວຫລ້າສຸດ ຂອງທາງການລາວ ຄ່າເຮັດປື້ມສຳມະໂນຄົວໃໝ່ ໃນປັດຈຸບັນ ແມ່ນ 69,000 ກີບ ຊຶ່ງແຕ່ກ່ອນ ແມ່ນ 127,000 ກີບ.

ໃນຂນະທີ່ ເຈົ້າໜ້າທີ່ ໂຄງການແກ້ໄຂບັນຫາຄົນເຖື່ອນ ຢູ່ແຂວງບໍລິຄຳໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ສິງຫາ ທີ່ຫາກໍ ຜ່ານມານີ້ວ່າ ຄ່າເຮັດສຳມະໂນຄົວ ບໍ່ໄດ້ແພງ. ທາງຕຳຣວດປ້ອງກັນຄວາມສະຫງົບ ເກັບຄ່າທຳນຽມປະມານ 10,000 ກີບ ແລະ ຄ່າຊື້ ປຶ້ມ 2 ຫົວປະມານ 20,000 ກີບ ຊຶ່ງ ປະຊາຊົນສາມາດມາເຮັດໄດ້.

ທ່ານເວົ້າວ່າ ສ່ວນໃຫຍ່ ທີ່ບໍ່ມີຊື່ໃນປຶ້ມສຳມະໂນຄົວ ແມ່ນຜູ້ເປັນໄພ້ ເປັນເຂີຍ ທີ່ໂຍກຍ້າຍມາຈາກຕ່າງເມືອງ ຕ່າງແຂວງ, ເປັນເດັກນ້ອຍ ເກີດໃໝ່. ແລະຖືວ່າ ຜູ້ບໍ່ມີສຳມະໂນຄົວ ເປັນຄົນເຖື່ອນ ດັ່ງທີ່ທ່ານກ່າວວ່າ:

"ມັນກະມີຜົນກະທົບ ເນຶ່ອງຈາກວ່າກະເປັນຄົນເຖື່ອນ ຫັ້ນແຫລະ ຄັນຕາຍກະເງິນສະມາຄົມ ຂະເຈົ້າກໍບໍ່ເກັບໃຫ້ ອອກໜັງສືຢັ້ງຢືນຕ່າງໆ ກະບໍ່ອອກໃຫ້ ກະແມ່ນບັນຫາຄົນເກີດ ບໍ່ເຮັດໃບຢັ້ງຢືນການເກີດ ມາເປັນໄພ້ເປັນເຂີຍບໍ່ໄດ້ ໂຍກຍ້າຍມາ, ລາງຄົນກະມາຕ່າງເມືອງ ຕ່າງແຂວງ ບໍ່ໄດເອົາໃບໂຍກຍ້າຍ ຜ່ານເມືອງ ຜ່ານແຂວງ."

ຢູ່ເຂດໂພນໄຊ ເມືອງປາກຊັນ ແຂວງບໍລີຄຳໄຊ ປະຊາຊົນ 20 ບ້ານ ບໍ່ມີສຳມະໂນຄົວ ແລະບໍ່ຍອມໄປເຮັດ ຊຶ່ງຈຳນວນນຶ່ງ ກໍໄປເຮັດວຽກ ຫາເງິນ ຢູ່ບ່ອນອື່ນ ແລະ ຈຳນວນນຶ່ງຍັງບໍ່ເຂົ້າໃຈ ຣະບຽບກົດໝາຍ, ດັ່ງທີ່ທ່ານກ່າວວ່າ:

"ລາງຄົນເຂົາເຈົ້າກະບໍ່ມາເຮັດ ຍ້ອນວ່າຂະເຈົ້າໄປຫາເງິນ ຂະເຈົ້າບໍ່ຢູ່ບ້ານເຮັດວຽກງານທຳ ນີ້ແຫລະ ທາງດ້ານວຽກງານ ຄຸ້ມຄອງພົລເມືອງ ນີ້ເຂົາເຈົ້າເອົາໃຈໃສ່ ຕໍ່ວຽກອັນນີ້ ລະແມ່ນເຂົາເຈົ້າມີວຽກຕ້ອງການ ສົມມຸດວ່າ ໂອຍຢາກເຮັດ ພາສປອດ ເຂົາເຈົ້າເຮັດຊີ້ນະ."

ທ່ານເວົ້າວ່າຢູ່ເຂດໂພນໄຊນີ້ ມີຜູ້ເປັນໄພ້ ທີ່ໂຍກຍ້າຍມາ 56 ຄົນ,ຜູ້ໂຍກຍ້າຍມາ ຢູ່ນຳຍາດພີ່ນ້ອງ 20 ຄົນ ແລະ ຄົນຕົກລົ່ນ 36 ຄົນ ທີ່ຍັງບໍ່ທັນມີ ສຳມະໂນຄົວ.

ຢ່າງໃດກໍຕາມ ພົນຈັດຕະວາ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດ ນັກຂ່າວປ້ອງກັນ ຄວາມສະຫງົບ ໂດຍຢືນຢັນວ່າ ຈະເລັ່ງແກ້ໄຂບັນຫາ ທີ່ມີປະຊາຊົນ ວິພາກວິຈານ ໃນການເກັບຄ່າທຳນຽມ ສຳມະໂນຄົວ ແພງນັ້ນໃຫ້ໄດ້ໃນໄວໆນີ້.

ແລະເມື່ອເວົ້າເຖິງເດັກນ້ອຍເກີດໃໝ່ ເຈົ້າໜ້າທີ່ສຳມະໂນຄົວ ບ້ານດົງບັງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ມິຖຸນາ ທີ່ຜ່ານມານີ້ວ່າ ຕາມຄຳແນະນຳ ຂອງກົມກົງສຸນ ກະຊວງການຕ່າງປະເທດ, ສຳມະໂນຄົວ ສຳລັບ ເດັກນ້ອຍ ບໍ່ໄດ້ບັງຄັບໃຫ້ຖ່າຍຮູບ,ຢາກຖ່າຍກໍຖ່າຍ, ຜູ້ໃດບໍ່ຢາກຖ່າຍ ກໍເອົາແຕ່ຊື່ ເຂົ້າທະບຽນບ້ານໄດ້ ເພາະເດັກນ້ອຍເຕີບໂຕໄວ, ໜ້າຕາກໍປ່ຽນແປງໄປໄວ.

ກ່ຽວກັບຂ່າວທີ່ວ່າ ການເຮັດໃບແຈ້ງເກີດເດັກນ້ອຍເກີດໃໝ່ ໄດ້ເສັຍຄ່າທຳນຽມຫຼາຍເກີນໄປ ຄື 50,000 ກີບຕໍ່ຄົນນັ້ນ ທ່ານເວົ້າວ່າ ເປັນເຣຶ່ອງເຂົ້າໃຈຜິດ ຍ້ອນວ່າ ຕາມຣະບຽບການ ແມ່ນໄດ້ເສັຍພຽງ 30,000 ກີບ.

ກ່ຽວກັບການວິພາກວິຈານ ຂອງປະຊາຊົນ ເຣຶ່ອງການເກັບຄ່າເຮັດ ສຳມະໂນຄົວຫລາຍຄືທີ່ວ່ານັ້ນ ຫລາຍຄົນເວົ້າວ່າ ເຖິງຜູ້ນຳພັກ ປະຊາຊົນ ປະຕິວັດລາວ ທີ່ຜູກຂາດອຳນາດ ມີນະໂຍບາຍ ແລະໃຫ້ຣັຖບານ ສປປລາວ ໃຊ້ມາດຕະການແກ້ໄຂ ແນວໃດກໍຕາມ ແຕ່ກໍຍັງເປັນເຣຶ່ອງຍາກ ທີ່ຈະເຮັດໃຫ້ບັນຫາ ທີ່ວ່ານັ້ນຕົກໄປໄດ້ ຫລືບໍ່ ກໍຈະບໍ່ສາມາດແກ້ໄຂໄດ້ ໃນເມື່ອໃນກົງຈັກ ການຈັດຕັ້ງຂອງ ພັກແລະຣັຖ ມີການສໍ້ຣາດບັງຫລວງ ຢ່າງແພ່ຫຼາຍ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.