ຜູ້ທີ່ບໍ່ເສັຍຄ່າ ທຳນຽມທາງ ຈະຖືກປັບໃໝ 0.1% ຕໍ່ມື້
2023.09.21

ກະຊວງການເງິນ ແຈ້ງໃຫ້ເຈົ້າຂອງພາຫະນະ ທຸກປະເພດ ຈະຕ້ອງໄດ້ເສັຍຄ່າທໍານຽມທາງ ຫລື ຄ່າທາງ ປະຈໍາປີ 2023 ພາຍໃນວັນທີ 30 ກັນຍາ 2023 ເຊິ່ງປີນີ້ໄດ້ຂຍາຍຈາກປີກ່ອນໆ ເຖິງ 3 ເດືອນ ຫາກເຈົ້າຂອງຣົຖ ບໍ່ເສັຍຄ່າທໍານຽມ ໃນໄລຍະດັ່ງກ່າວ ຈະຖືກປັບໃໝໃນອັດຕຣາ 0.1% ຕໍ່ມື້ ຂຶ້ນຢູ່ກັບປະເພດຣົຖ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຢູ່ແຂວງຫົວພັນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ການເກັບຄ່າທາງ ປະຈໍາປີ ຍັງເກັບບໍ່ໄດ້ຮອດ 100% ແຕ່ກໍບໍ່ຮູ້ຄັກແນ່ ເປັນຈໍານວນເທົ່າໃດ ຍ້ອນຍັງບໍ່ໄດ້ສັ່ງລວມຂໍ້ມູນເທື່ອ ແຕ່ປັດຈຸບັນ ກໍາລັງເລັ່ງໃຫ້ສໍາເຣັດພາຍໃນວັນທີ 30 ກັນຍາ ທີ່ຈະເຖິງນີ້.
ດັ່ງ ທ່ານ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ກັນຍາ 2023 ນີ້ວ່າ:
“ກໍບໍ່ທັນຮອດ ຄາດຊິບໍ່ທັນຮອດ ແຕ່ຫາກວ່າເວລາຂອງ ແຕ່ລະເດືອນເນາະ ວ່າເດືອນນີ້ມາຈັກຄັນໆ ກໍວ່າຍັງ ບໍ່ເຫັນຕົວເລຂເນາະ ແຕ່ດຽວນີ້ຂ້າເຈົ້າກໍກໍາລັງເລັ່ງຢູ່.”
ທີ່ຜ່ານມາຫລາຍເມືອງ ຫລາຍແຂວງຍັງບໍ່ສາມາດເກັບຄ່າທາງ ປະຈໍາປີ ໄດ້ຄົບຖ້ວນ ຍ້ອນປະຊາຊົນຫລາຍເຕີບ ທີ່ອາໄສ ໃນຫ່າງໄກຊອກຫລີກ ບໍ່ສາມາດເຂົ້າມາຈ່າຍຄ່າຜ່ານທາງປະຈໍາປີ ໃນຕົວເມືອງໄດ້ ນອກຈາກນີ້ ຍັງມີອີກຫລາຍສ່ວນ ທີ່ບໍ່ໄດ້ນໍາຣົຖ ມາຈົດທະບຽນຕັ້ງແຕ່ແລກ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫລວງນ້ໍາທາ ທ່ານນຶ່ງ ກ່າວວ່າ:
“ບໍ່ ຈ່າຍຢູ່ ແມ່ນ ນຶ່ງມັນໄກເນາະ ເຮົາມັນໄກ ທາງມັນໄກ ເຂົາຢູ່ນອກ ບ້ານຂ້າເຈົ້າຢູ່ນອກຫັ້ນນ່າ ບໍ່ສາມາດເຂົ້າມາໃນເມືອງ ນັ້ນເປັນບັນຫານຶ່ງ ສອງແມ່ນ ຍັງເປັນຣົຖເຖື່ອນ ແມ່ນຣົຖບໍ່ມີເອກະສານເທື່ອ ເພາະຂ້າເຈົ້າບໍ່ໄດ້ເຂົ້າມາໃນເມືອງ ຫັ້ນນ່າ ທະບຽນຣົຖນີ້ຍັງຫລາຍ ຣົຖຈັກນີ່.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ມີການລົງໄປຕິດຕາມ ແລະ ກວດກາກັບເຈົ້າຂອງພາຫະນະ ໃນເຂດຫ່າງໄກ ໃຫ້ມາຈ່າຍຄ່າທໍານຽມທາງ ໃຫ້ຫລາຍຂຶ້ນ ແຕ່ກໍຍັງມີຂໍ້ຈໍາກັດດ້ານງົບປະມານ ທີ່ຈະລົງວຽກ ແລະ ໄລຍະທາງທີ່ຫ່າງໄກ, ສ່ວນທີ່ປະຊາຊົນບາງສ່ວນ ຍັງບໍ່ໄດ້ຈ່າຍຄ່າທໍານຽມດັ່ງກ່າວ ເພາະຍັງບໍ່ໄດ້ຈົດທະບຽນຣົຖນັ້ນ ຍ້ອນຄ່າຈົດທະບຽນຣົຖ ມີຣາຄາແພງ ອີກທັງເມື່ອຈົດທະບຽນ ກໍຕ້ອງໄດ້ເສັຍຄ່າທາງທຸກປີ ເຊິ່ງຫລາຍຄົນ ກໍບໍ່ມີງົບປະມານສນອງ ຄ່າທໍານຽມທາງ ໃນທຸກໆປີ. ປັດຈຸບັນ ການຊໍາລະ ຄ່າທໍານຽມທາງ ສາມາດເຮັດໄດ້ 2 ຊ່ອງທາງ ຄື ຊໍາລະດ້ວຍເງິນສົດ ຜ່ານຫ້ອງການ ສ່ວຍສາອາກອນ ຂອງຂັ້ນເມືອງ/ແຂວງ ຫລື ທະນາຄານທີ່ເຂົ້າຮ່ວມໂຄງການ ເຊິ່ງໄດ້ຮັບເສັຍຄ່າທາງແບບແຜ່ນເຈັ້ຽຕິດ (Sticker) ແລະ ຊໍາລະຜ່ານ ແອປພລິເຄຊັ່ນ ຂອງທະນາຄານ ທີ່ເຂົ້າຮ່ວມໂຄງການ ເປັນຕົ້ນ ທະນາຄານ ພັທນາລາວ (LDB Bank) ທະນາຄານຮ່ວມພັທນາ (JDB Bank) ແລະ ທະນາຄານການຄ້າ ຕ່າງປະເທດ ເຊິ່ງ ຈະໄດ້ຮັບໃບເສັຍຄ່າຜ່ານທາງແບບ ເອເລັກໂຕຣນິກ (E-Sticker) ຫາກຕ້ອງການໃບເສັຍແບບແຜ່ນເຈັ້ຽ ກໍໃຫ້ໄປພົວພັນທະນາຄານ ທີ່ເຂົ້າຮ່ວມ ຫລື ຫ້ອງການສ່ວຍສາອາກອນ.
ດັ່ງເຈົ້າໜ້າທີ່ພະແນກ ໂຍທາທິການ ແລະ ຂົນສົ່ງ ນາງນຶ່ງ ກ່າວວ່າ:
“ໂອ! ໄດ້ຢູ່ ທະນາຄານກັບອາກອນເມືອງເດີ້ ທະນາຄານພັທນາລາວເນາະ ກັບ JDB ທໍາຜ່ານ ແອປ ນີ່ໄດ້ໝົດ ແຕ່ Sticker ຫັ້ນນ່າຈະບໍ່ໄດ້ຊື່ໆ ແຕ່ມັນກໍໃຊ້ໄດ້ຕາມທາງການຫັ້ນນ່າ.”
ນອກຈາກຊ່ອງທາງ ດັ່ງກ່າວແລ້ວ ນວຍງານສ່ວຍອາກອນ ຂອງຫ້ອງການ ການເງິນ ແລະ ເຈົ້າໜ້າທີ່ຕໍາຣວດຂອງເມືອງ ໃນແຂວງຕ່າງໆ ເປັນຕົ້ນ ເມືອງຮ້ຽມ ແຂວງຫົວພັນ ແລະ ເມືອງຫີນເຫີບ ແຂວງວຽງຈັນ ກໍໄດ້ຈັດຕັ້ງຈຸດ ບໍຣິການຊໍາລະ ຄ່າທໍານຽມຕາມທາງ ເສັ້ນທາງຕ່າງໆ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ມີພາຫະນະ ທັງຣົຖຈັກ, ຣົຖໃຫຍ່ ທີ່ສັນຈອນໄປມາ ຊໍາລະຄ່າທໍານຽມງ່າຍຂຶ້ນ ພ້ອມທັງ ກະຊວງການເງິນກໍໄດ້ເຜີຍແຜ່ ຄລິບວິດີໂອ ໃນສື່ສັງຄົມອອນລາຍນ໌ ເພື່ອກະຕຸ້ນ ໃຫ້ຜູ້ນໍາໃຊ້ພາຫະນະ ໄປຊໍາລະຄ່າທໍານຽມ ທາງຣາຍປີດ້ວຍ. ເຖິງຢ່າງໃດກໍຕາມ ປະຊາຊົນບາງສ່ວນ ໃນສັງຄົມອອນລາຍນ໌ ກໍເຫັນວ່າ ການເສັຍຄ່າທໍານຽມທາງ ທຸກໆປີນັ້ນ ບໍ່ໄດ້ເຫັນຜົລງານ ທີ່ເປັນຮູບປະທັມເທື່ອ ໃນການສ້ອມແປງ ແລະ ສ້າງຖນົນຫົນທາງເລີຍ ເສັ້ນທາງຍັງຄົງເປ່ເພຢູ່ຫລາຍບ່ອນ ເປັນຕົ້ນ ເສັ້ນທາງສີໄຄ-ສີເກີດ ໃນນະຄອນຫລວງວຽງຈັນ ທີ່ຍັງເປ່ເພດົນແລ້ວ.
ດັ່ງຊາວບ້ານຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ຕົວນີ້ມັນຍັງມີເສັ້ນທາງຫຍຸ້ງຍາກຢູ່ ຢູ່ໃນຕົວເມືອງນະຄອນຫລວງວຽງຈັນແດ່ ແຕ່ຂົງເຂດ ແຕ່ລະບ່ອນ ຍັງຫຍຸ້ງຍາກຢູ່ເສັ້ນທາງຫັ້ນນ່າ ຍັງເປັນບວກເປັນຂຸມຢູ່ ກໍວ່າຖ້າວ່າຈ່າຍຄ່າທາງ ແລ້ວກໍຢາກໄດ້ວຽກທາງທີ່ມັນງາມບໍ່ ຈັງຊີ້ ອັນນີ້ກໍແມ່ນຢູ່.”
ນອກຈາກເສັ້ນທາງສີໄຄ-ສີເກີດແລ້ວ ເສັ້ນທາງຫລາຍບ່ອນຢູ່ເມືອງ ໄຊທານີ ນະຄອນຫລວງວຽງຈັນ ກໍຍັງເປັນຂຸມເປັນບວກ ແລະ ທີ່ຜ່ານມາ ກໍບໍ່ມີການສ້ອມແປງໃດໆ ເຊິ່ງສ້າງຄວາມເດືອດຮ້ອນ ໃນຊາວບ້ານທີ່ສັນຈອນໄປມາຫລາຍ.
ດັ່ງ ຊາວບ້ານ ຢູ່ເມືອງ ໄຊທານີ ທ່ານນຶ່ງ ກ່າວວ່າ:
“ຫລັກ 21, 23, 26 ແລ້ວກໍທາງຫລັກ 29 ຫລັກ 40 ນີ້ ໝຸ່ນໝົດແລ້ວ ທາງນີ່ ທາງນັ້ນ ເຮັດໜອງກໍໄດ້ແລ້ວ ທາງຫັ້ນນ່າ ບວກຄວາຍ ດຽວນີ້ ຂ້ອຍລົງປາກຊັນນີ້ ທາງກໍຮ້າຍແຮງ ເຈັບທ້ອງນ້ອຍໝົດແລ້ວ ຣົຖເກ໋ງ ຣົຖ ອັນນີ້ນີ່ບໍ່ໄດ້ ຄາພື້ນໝົດ ຖືງພື້ນໝົດ ຍັງໆ ຍັງເທື່ອ ຍັງບໍ່ເຫັນຜູ້ໃດ (ສ້ອມແປງ) ເລີຍ.”
ສຳລັບ ອັດຕຣາຄ່າທຳນຽມທາງ ຂອງ ສປປ ລາວ ມີດັ່ງນີ້:
- ຣົຖຈັກ 2 ລໍ້ ຫລື 3 ລໍ້ ຕ້ອງຈ່າຍຄ່າທຳນຽມທາງ ລະຫວ່າງ 15,000-100,000 ກີບ ຕໍ່ຄັນຕໍ່ປີ
- ຣົຖ ຂົນສົ່ງສ່ວນຕົວ 100,000-500,000 ກີບ ຕໍ່ຄັນຕໍ່ປີ
- ຣົຖຂົນສົ່ງໂດຍສານ 50,000-400,000 ຕໍ່ຄັນຕໍ່ປີ ຂຶ້ນຢູ່ກັບຂນາດຄວາມແຮງ ຂອງຍານພາຫະນະ ດັ່ງກ່າວ.