ລາວ ກໍານົດຄ່າທໍານຽມ ໃນການໂອນເງິນ

ຈຳປາທອງ
2025.02.27
ລາວ ກໍານົດຄ່າທໍານຽມ ໃນການໂອນເງິນ ຮູບພາບປະກອບ: ປ້າຍໂຄສະນາ ໃຫ້ໃຊ້ແຕ່ເງິນກີບຢູ່ລາວ ຕິດໜ້າຕຶກ ແຫ່ງໜຶ່ງ ຢູ່ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024.
RFA

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ບັນຊີເງິນຝາກ ເງິນຕາຕ່າງປະເທດ ຢູ່ລາວ ໃນມື້ວັນທີ 19 ກຸມພາ 2025, ກໍານົດເງື່ອນໄຂ ໃນການໂອນເງິນຕາຕ່າງປະເທດ ທີ່ບໍ່ຈໍາກັດຈໍານວນ. ແຕ່ໃນກໍລະນີການໂອນ ລະຫວ່າງບັນຊີເງິນຝາກ ທີ່ອອກຊື່ບັນຊີຕ່າງກັນ ຈະມີຄ່າທໍານຽມ ການໂອນເງິນ ຈາກທະນາຄານທຸລະກິດຕົ້ນທາງ 0.5% ຂອງມູນຄ່າທຸລະກໍາ ໂດຍກໍານົດຄ່າທໍານຽມ ຕໍ່າສຸດ ບໍ່ຫຼຸດ 1 ໂດລ້າ ສະຫະລັດ ຫຼືທຽບເທົ່າ ແລະ ສູງສຸດ ບໍ່ເກີນ 50 ໂດລ້າ ສະຫະລັດ ຫຼືທຽບເທົ່າ ຕໍ່ໜຶ່ງທຸລະກໍາ.

ຂໍ້ຈໍາກັດ ໃນການໃຊ້ເງິນຕາຕ່າງປະເທດ

ມາດຕາການທີ່ອອກມານີ້ ເປັນການສ້າງຂໍ້ຈໍາກັດ ໃນການໃຊ້ເງິນຕາຕ່າງປະເທດ ຢູ່ປະເທດລາວ ເພື່ອແກ້ໄຂບັນຫາເງິນກີບອ່ອນຄ່າ ແລະ ບັນຫາເງິນກີບເຟີ້ ທີ່ສະສົມມາຢ່າງຕໍ່ເນື່ອງ ໂດຍຫວັງທີ່ຈະດຶງດູດ ໃຫ້ນັກທຸລະກິດ ພໍ່ຄ້າຊາວຂາຍ ແລະ ປະຊາຊົນ ຫັນມາໃຊ້ເງິນກີບຫຼາຍຂຶ້ນ. ມາດຕາການທີ່ວ່ານີ້ ຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 5 ເມສາ 2025 ເປັນຕົ້ນໄປ, ອີງຕາມຄໍາເວົ້າຂອງທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ທີ່ກ່າວໃນລະຫວ່າງການຖະແຫຼງຂ່າວ ວັນທີ 26 ກຸມພານີ້:

“ອັນນີ້ ແມ່ນເປັນການສ້າງຂໍ້ຈໍາກັດ ຈໍານວນໜຶ່ງ ກ່ຽວກັບການນໍາໃຊ້ເງິນຕາຕ່າງປະເທດ. ອັນນີ້ ເປັນຈຸດປະສົງ ໃນການອອກຂໍ້ຕົກລົງ ສະບັບນີ້. ເຮັດແນວໃດ ຊິໃຫ້ເງິນກີບ ຂອງພວກເຮົານີ້ ມັນມີຄຸນຄ່າ ມັນມີຄວາມຕ້ອງການ ທີ່ຈະນໍາໃຊ້. ໃຫ້ມັນສອດຄ່ອງ ກັບແນວທາງນະໂຍບາຍ ຂອງຂັ້ນເທິງຫັ້ນແຫຼະ ທີ່ຈະເຮັດໃຫ້ປະກອບສ້າງ ເສດຖະກິດເອກກະລາດ ເປັນເຈົ້າຕົນເອງ. ພວກເຮົາ ຈະຕ້ອງສ້າງ ໃຫ້ເງິນຂອງພວກເຮົານີ້ ເປັນເງິນກີບທີ່ມີຄ່າ ແລ້ວກໍມີສະຖຽນລະພາບ.”

ມາດຕາການດັ່ງກ່າວ ກໍານົດເອົາໄວ້ວ່າ ບັນຊີເງິນຝາກ ຂອງບຸກຄົນ ຖ້າໂອນບໍ່ເກີນ 1,000 ໂດລ້າ ສະຫະລັດ ຫຼືທຽບເທົ່າ ຕໍ່ວັນ ໃຫ້ໃສ່ຈຸດປະສົງຂອງການໂອນ, ຖ້າເກີນຈໍານວນນັ້ນໄປ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນ ແລະ ຄັດຕິດເອກກະສານທີ່ກ່ຽວຂ້ອງ. ບັນຊີເງິນຝາກ ຂອງວິສາຫະກິດ ຖ້າໂອນບໍ່ເກີນ 10,000 ໂດລ້າ ສະຫະລັດ ຫຼືທຽບເທົ່າ ຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນ. ຖ້າເກີນນັ້ນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນ ແລະ ຄັດຕິດເອກກະສານທີ່ກ່ຽວຂ້ອງ, ແລະບັນຊີເງິນຝາກຂອງການຈັດຕັ້ງ ຖ້າໂອນບໍ່ເກີນ 20,000 ໂດລ້າ ສະຫະລັດ ຫຼືທຽບເທົ່າ ຕໍ່ວັນ ໃຫ້ໃສ່ຈຸດປະສົງຂອງການໂອນ. ແຕ່ຖ້າໂອນເກີນນັ້ນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນ ແລະ ຄັດຕິດເອກກະສານທີ່ກ່ຽວຂ້ອງນໍາ.


ຂ່າວ ກ່ຽວກັນ

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເຕືອນປະຊາຊົນ ໃຫ້ລະວັງ 5 ຮູບການ ຂອງມິດສາຊີບ ທີ່ໃຊ້ຫຼອກລວງ ຜ່ານອອນລາຍ

ທະນາຄານກາງ ແຈ້ງເຕືອນ ລະວັງເງິນຢວນ ປອມ

ADB ຄາດຄະເນ ເສດຖະກິດລາວ ເຕີບໂຕ 4% ໃນປີ 2024


ແລະຜູ້ໂອນ ສາມາດໂອນເງິນ ຜ່ານແອັບທະນາຄານໄດ້ ດັ່ງພະນັກງານທະນາຄານ ຢູ່ແຂວງຈໍາປາສັກ ທ່ານໜຶ່ງ ກ່າວວ່າ:

“ເປີດແອັບຫັ້ນ ໂອນຜ່ານມືຖືຫັ້ນ ຍັງໂອນໄດ້ຊໍ່າເກົ່ານໍ ສ່ວນໂອນຜ່ານເຄົາເຕີ ກໍຕ້ອງໄດ້ມີເອກກະສານ ຈັ່ງຊັ້ນ ເປັນມູນຄ່າສູງ ເພິ່ນກໍຢາກໃຫ້ມີເອກກະສານ ວ່າໂອນໄປ ຊໍາລະຄ່າຫຍັງ ເພື່ອຄວາມລະອຽດ ຂອງການໂອນເງິນ.”

ຕ້ອງການໂອນເງິນ ຜ່ານຮ້ານບໍລິການ ຮັບໂອນເງິນ 

ຫາກຕ້ອງການໂອນເງິນ ຜ່ານຮ້ານບໍລິການ ຮັບໂອນເງິນ ກໍຕ້ອງໄດ້ປະຕິບັດຕາມຂໍ້ກໍານົດ ຂອງທະນາຄານແຫ່ງ ສປປ ລາວ ເຊັ່ນດຽວກັນ ດັ່ງພະນັກງານ ຮ້ານຮັບໂອນເງິນ ຢູ່ແຂວງສາລະວັນ ທ່ານໜຶ່ງ ເວົ້າວ່າ:

“ເຮັດ MoneyGram ກັບ Western Union ແຈ້ງການມາແລ້ວ ຂອງຕົວແທນນີ້ ແມ່ນຕາມທະນາຄານ ຂອງປະເທດລາວ ໃຫ້ເກັບຄ່າທໍານຽມ ຜູ້ໃດທີ່ມາເປັນເງິນໂດລ້າ ເງິນຕາຕ່າງປະເທດ ເປັນ 0.5% ແຕ່ບໍ່ເກີນ 50 ໂດລ້າ.”

ກ່ຽວກັບມາດຕາການ ຄຸ້ມຄອງບັນຊີເງິນຝາກ ເງິນຕາຕ່າງປະເທດ ທີ່ທາງທະນາຄານແຫ່ງ ສປປ ລາວ ວາງອອກນີ້ ປະຊາຊົນ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເວົ້າວ່າ ເຫັນດີນໍານະໂຍບາຍນັ້ນ ຍ້ອນມັນຈະເປັນການເພີ່ມຄວາມຫຍຸ້ງຍາກ ໃຫ້ການໂອນ, ການຖອນເງິນຕາຕ່າງປະເທດ ແລະ ເປັນການບັງຄັບ ໃຫ້ຄົນລາວ ຫັນມາໃຊ້ຈ່າຍເງິນກີບຫຼາຍຂຶ້ນ ອັນຈະຊ່ວຍເພີ່ມມູນຄ່າ ໃຫ້ເງິນກີບຂອງລາວ ແລະວ່າ ປັດຈຸບັນ ເຖິງອັດຕາເງິນເຟີ້ຈະຫຼຸດລົງ ແຕ່ລາຄາ ເຄື່ອງຂອງ ກໍຍັງແພງຄືເກົ່າ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກຸມ ພານີ້ວ່າ:

“ນະໂຍບາຍນັ້ນ ເຂົ້າມາກໍດີ ເພາະວ່າ ເພື່ອໃຫ້ຄົນລາວ ຫັນມາໃຊ້ເງິນກີບ ເພື່ອວ່າບໍ່ໃຫ້ຄ່າເງິນຕາຫຼາຍນໍ ກໍຍັງເຟີ້ເດ ເພາະວ່າສິນຄ້າຕະຫຼາດ ມັນແພງເດ ແຕ່ວ່າສິນຄ້າ ທີ່ປະຊາຊົນເຮົາ ຜະລິດໄດ້ ຫັ້ນ ມັນພັດຖືກຫັ້ນນະ ດີແທ້ ຄັນວ່າເຮົາບັງຄັບໄດ້ ໃຊ້ເງິນກີບກໍດີ ເພື່ອບໍ່ໃຫ້ມີເງິນຕ່າງປະເທດ ມາຫຼາຍ ຫັ້ນນ່າ ມັນຈຶ່ງຊິຄຸ້ມຄອງລາຄາສິນຄ້າໄດ້ ຫັ້ນນ່າ.”

ກ່ອນຈະມີຂໍ້ຕົກລົງ ທີ່ວ່ານີ້ອອກມາ ກໍເນື່ອງຈາກວ່າ ເມື່ອເດືອນກັນຍາ ປີກາຍ ປີ 2024 ທະນາຄານແຫ່ງ ສປປ ລາວ ແລະພາກທຸລະກິດ ໄດ້ສະເໜີ ຮ່າງຂໍ້ຕົກລົງ 2 ຮ່າງ ເພື່ອໃຊ້ຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ຄື ຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດ ຢູ່ລາວ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ບັນຊີເງິນຝາກ ເປັນເງິນຕາຕ່າງປະເທດ ຢູ່ລາວ ໂດຍຄາດວ່າ ຈະຊ່ວຍໃຫ້ການຄ້າ, ການບໍລິການ, ແລະການລົງທຶນ ລະຫວ່າງປະເທດ ຢູ່ລາວ ຫຼາຍຂຶ້ນ ແລະ ສ້າງລາຍຮັບ ເປັນເງິນຕາຕ່າງປະເທດ ເຂົ້າທະນາຄານໄດ້ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.