ທະນາຄານອິນໂດຈີນ ເຊັນ MOU ສະໜອງເງິນກູ້-ຮັບໂອນເງິນ ໃຫ້ຄົນງານລາວ

ໄຊຍາ
2024.03.21
ທະນາຄານອິນໂດຈີນ ເຊັນ MOU ສະໜອງເງິນກູ້-ຮັບໂອນເງິນ ໃຫ້ຄົນງານລາວ ນີ້ເປັນພຽງຮູບປະກອບ ເຊິ່ງກະຊວງແຮງງານ ແລະສວັດດີການສັງຄົມ ຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ທີ່ເມືອງເມັ໋ຽຢ໋າງ ແລະເມືອງຊັງຈອງ ປະເທດເກົາຫລີໃຕ້ ຈຳນວນ 80 ຄົນ. ສນາມບິນວັດໄຕ, ນະຄອນຫຼວງວຽງຈັນ ວັນທີ 8 ກຸມພາ ປີ 2023.
Credit Photo ຂ່າວສານແຮງງານ ແລະສະຫວັດດີການສັງຄົມ-ຮສສ

ໃນວັນທີ 04 ມີນາ 2024 ຜ່ານມາ. ຍານາງ ອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ຍານາງ ຈັນເພັງ ວົງສົມບັດ, ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ ຈຳກັດໄດ້ຮ່ວມເຊັນ MOU ວ່າດ້ວຍການສະໜອງເງິນກູ້ແລະການໂອນເງິນກັບຄືນປະເທດ ຂອງຜູ້ອອກແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ.

ປັດຈຸບັນການສະໜອງເງິນທຶນ ມີຄວາມຈໍາເປັນຫຼາຍຍ້ອນຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດສ່ວນໃຫຍ່ອາໄສ ຢູ່ໃນເຂດຊົນນະບົດ ແລະເປັນຜູ້ທຸກຍາກ. ສະນັ້ນການເຂົ້າເຖິງແຫຼ່ງທຶນເພື່ອດຳເນີນການເອກະສານໃນການເຮັດວຽກຢູ່ຕ່າງປະຕ່າງປະເທດຂອງພວກເຂົາເຈົ້າແມ່ນມີຄວາມຫຍຸ້ງຍາກ ແລະມີດອກເບັ້ຍສູງ ເຮັດໃຫ້ຜູ້ອອກແຮງງານ ຕົກຢູ່ໃນຄວາມສ່ຽງຂອງການຖືກເອົາລັດເອົາປຽບ.

ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ວັນທີ 08 ມີນາ 2024 ວ່າ:

“ໂຕນີ້ຫັ້ນຄືຂະເຈົ້າເວົ້າຫັ້ນໂຕນີ້ຫັ້ນໂຕເບື້ອງຂອງບໍລິສັດ ຂະເຈົ້າຈະເປັນຜູ້ແນະນໍາ ແລ້ວກໍດຳເນີນເອກະສານ ໃຫ້ແມ່ນບໍ່ອອກໃຫ້ກໍມີເງິນລະນໍ້ຄົນລາວເຮົາ ກໍບໍ່ທັນໄດ້ມີເງິນບໍ່ມີເງິນຄືໄທຍ ຊິເຂົາບໍ່ຫານກູ້ດອກເນາະ. ນອກລະບົບມັນອັດຕາດອກເບັ້ຍ ມັນສູງອັດຕາດອກ ເບັ້ຍມັນສູງອໍອັດຕາດອກເບັ້ຍ ມັນ 5% 10 ເຂົາບໍ່ຫານເອົາດອກ.”

ສຳລັບແນວທາງ ໃນການສະໜອງເງິນກູ້ ໃຫ້ແກ່ຄົນງານລາວຄາດວ່າ ທະນາຄານອິນໂດຈີນ ຈຳກັດຈະດຳເນີນການຊ່ອຍເຫຼືອ ຄົນງານລາວທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ເກົາຫຼີໃຕ້ ເນື່ອງຈາກມີຄ່າໃຊ້ຈ່າຍສູງກ່ວາເດີນທາງ ໄປເຮັດວຽກປະເທດໄທຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານໄດ້ກ່າວຕື່ມວ່າ:

“ມັນມີສະຖາບັນການເງິນແລ້ວເພິ່ນໃຫ້ກູ້ ລະແມ່ນມີແຕ່ເຫັນໄປເກົາຫຼີ ເພາະວ່າຄືວ່າໄປໄທຍນີ້ ມັນຈະໃຊ້ຈ່າຍບໍ່ຫຼາຍຕິ ເພາະວ່າໄປເກົາຫຼີມັນໃຊ້ຈຳນວນເງິນຫຼາຍເດ້ 2,200 ໂດລ້າຣ໌ 40 ກ່ວາລ້ານຕາມຣະດູການ ມັນມີໄລຍະຍາວ ໄລຍະສັ້ນກໍມີໄລຍະຍາວກໍ 4 ປີ ໄລຍະສັ້ນກໍ 5 ເດືອນລະແມ່ນໂຕນີ້ເບື້ອງຕົ້ນບໍລິສັດ ເພິ່ນເປັນຜູ້ອັນເປັນຜູ້ປະສານໄປບໍລິສັດຈັດຫາງານເນາະ ເພາະວ່າເງິນເດືອນມັນສູງເດ້. ເງິນເດືອນມັນຕົກຫັ້ນ ຖ້າເປັນເງິນໄທຍ ກໍ 40,000-50,000 ບາທຕໍ່ເດືອນພຸ້ນ.”

ການສະໜອງເງິນກູ້ ດັ່ງກ່າວຈະເປັນການກູ້ຢືມ ໃນຄວາມຮັບຜິດຊອບຂອງໜ່ວຍງານ ທີ່ດຳເນີນການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ຈະບໍ່ແມ່ນເປັນການອະນຸຍາດ ໃຫ້ບຸກຄົນທົ່ວໄປຂໍກູ້ຢືມ.

ດັ່ງພະນັກງານ ບໍລິສັດຈັດຫາງານທ່ານກ່າວ ຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ພວກເກົາຫຼີ ພວກນີ້ເຂົາບໍລິສັດໃຫຍ່ໄປເຊັນສັນຍາເດ້ ແຕ່ກໍ ບໍ່ແຕ່ກໍໜ້າຈະປ່ອຍໃຫ້ຢູ່ກໍບໍລິສັດ ກູ້ຫັ້ນແຫຼະ ຖ້າບຸກຄົນກູ້ ເຂົາກໍບໍ່ໃຫ້ດອກສົມມຸດວ່າ ບໍລິສັດນ້ອງຈະເອົາຄົນໄປ 20 ຄົນ ໃຫ້ບຸກຄົນມາກູ້ຍົກໂຕຢ່າງວ່າບໍລິສັດ ນ້ອງຕ້ອງມາຄໍ້າປະກັນອັນນີ້ເຂົາໜ້າ ຈະເປັນໄປໄດ້ຢູ່ຈະໃຫ້ບຸກຄົນ ໄປກູ້ເປັນໄປເລີຍອັນນີ້ໜ້າ ຈະເປັນໄປບໍ່ໄດ້ພວກຜູ້ຄໍ້າປະກັນພຸ້ນແຫຼະ ແລ້ວກໍບໍລິສັດຜູ້ຄໍ້າປະກັນບໍລິສັດ ເອົາໄປຫັ້ນແຫຼະຜູ້ຄໍ້າປະກັນ.”

ທ່ານກ່າວຕື່ມວ່າ ປັດຈຸບັນເຖິງແມ່ນວ່າຄົນງານລາວ ຈໍານວນຫຼາຍຈະສົນໃຈ ເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ເພີ່ມຂຶ້ນແຕ່ຄົນງານລາວສ່ວນໃຫຍ່ ກໍຍັງສົນໃຈເດີນທາງໄປເຮັດວຽກ ຢູ່ປະເທດໄທຍຫຼາຍກ່ອນສ່ວນໜຶ່ງເປັນຍ້ອນຄ່າໃຊ້ຈ່າຍໃນການເດີນທາງຖືກກ່ວາແລະມີຊ່ອງທາງ ໃນການເດີນທາງໄປໄດ້ຫຼາຍວິທີ ໂດຍສະເພາະການເດີນທາງ ໄປເຮັດວຽກຢູ່ປະເທດໄທຍ ແບບບໍ່ຖືກກົດໝາຍ.

ປັດຈຸບັນການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫຼີໃຕ້ ແມ່ນດໍາເນີນການໃນລະບົບຄືການເຮັດວຽກແບບໄລຍະຍາວ 3-5 ປີ (Employment Permission System EPS) ແມ່ນເປັນການຈັດສົ່ງແຮງານໄປເຮັດວຽກ ໃນໂຮງງານອຸດສາຫະກັມ ຂະໜາດນ້ອຍ ແລະກາງ. ການເຮັດວຽກໃນໄລຍະສັ້ນ ຕາມລະດູການ 3-5 ເດືອນ (Seasonal Worker SW) ແມ່ນເປັນການຈັດສົ່ງແຮງງານ ໄປເຮັດວຽກໃນຂົງເຂດກະສິກັມ.

ສ່ວນຄົນງານລາວ ຈໍານວນໜຶ່ງທີ່ຕ້ອງການເດີນທາງໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ແບບໄລຍະຍາວເຊິ່ງຈຳເປັນຕ້ອງໄດ້ໃຊ້ຄ່າໃຊ້ຈ່າຍ ໃນການປະກອບເອກະສານຫຼາຍ ແຕ່ບໍ່ຕ້ອງການກູ້ຢືມເງິນຈາກສະຖາບັນການເງິນ.

ດັ່ງຄົນງານລາວ ທີ່ຢູ່ລະຫວ່າງການຮຽນພາສາ ເພື່ອເດີນທາງໄປເຮັດວຽກ ນາງກ່າວວ່າ:

“ແມ່ນຕອນນີ້ເຮັດວຽກ ຢູ່ຮ້ານແຕ່ກໍຢາກໄປຢູ່ເກົາຫຼີ. ອ່າ ຢູ່ພຸ້ນເງິນເດືອນຫຼາຍອັນນີ້ເງິນເດືອນ ຕໍ່າບໍ່ພໍກິນແມ່ນເພາະວ່າ ເຮົາກໍຕ້ອງໄດ້ກຽມພາສາ ກາຫຼາຍເຕີບຢູ່. ເອື້ອຍອັນຫຍັງນີ້ກໍຫຼາຍເຕີບຢູ່ເອື້ອຍ 50-60 ລ້ານກີບພຸ້ນແຫຼະ. ບໍ່ຫຼາຍແນວຕ້ອງໄດ້ເກັບເອງ.

ກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ລາຍງານກ່ອນໜ້ານີ້ວ່າ ການເດີນທາງໄປເຮັດວຽກໄລຍະສັ້ນຢູ່ປະເທດເກົາຫຼີໃຕ້ ຕະຫຼອດໄລຍະການເຮັດວຽກ 5 ເດືອນຈະໄດ້ຮັບຄ່າຈ້າງແຮງງານ ລວມເປັນເງິນ 7,850 ໂດລ້າຣ໌ສະຫະຣັຖ ຫຼື 141 ລ້ານກີບເຊິ່ງສະເລັ່ຍເດືອນລະ 28.2 ລ້ານກີບໂດຍບໍ່ລວມຄ່າເຮັດວຽກລ່ວງເວລາ. ສຳລັບຄ່າໃຊ້ຈ່າຍອື່ນໆ ເປັນເງິນປະມານ 2,780 ໂດລ້າຣ໌ສະຫະຣັຖ ຫຼືປະມານ 50 ລ້ານກີບ ແມ່ນຜູ້ອອກແຮງງານຈະຕ້ອງເປັນຜູ້ຮັບຜິດຊອບ ທັງໝົດ. ອີກທັງຜູ້ອອກແຮງງານ ຈຳເປັນຕ້ອງໄດ້ວາງເງິນມັດຈຳອີກ 3,000 ໂດລ້າຣ໌ສະຫະຣັຖ ຫຼືໃບຕາດິນ ເພື່ອປ້ອງກັນການລົບໜີ ຈາກນາຍຈ້າງ.

ທີ່ຜ່ານມາຄົນງານລາວ ທີ່ເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ໃນແຕ່ລະເດືອນຂະເຈົ້າ ໄດ້ຮັບເງິນພຽງບາງສ່ວນເທົ່ານັ້ນ ເພື່ອນຳມາໃຊ້ຈ່າຍໃນຊີວິດປະຈຳວັນ ສ່ວນລາຍໄດ້ທີ່ເຫຼືອ ທາງໜ່ວຍງານທີ່ດຳເນີນການຈັດຫາງານ ຈະມອບເງິນໃຫ້ແກ່ຄົນງານລາວ ພາຍຫຼັງຈາກທີ່ເຂົາເຈົ້າເຮັດວຽກ ສຳເລັດໄລຍະທີ່ກຳນົດ ແລະເດີນທາງກັບປະເທດລາວແລ້ວ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫຼີໃຕ້ ນາງກ່າວວ່າ:

“ເພິ່ນອັນໃຊ້ທາງທະນາຄານ ເກາະຂະເຈົ້າອັນຂະເຈົ້າໄປເຮັດວຽກນີ້ ພວກເຮົາກໍຮັກສາເງິນໄວ້ ໃຫ້ເຂົາເລີຍເດ້. ບາດມາແລ້ວມາເຮັດວຽກຕາມລະດູການຫັ້ນນ່າ. ເງິນຫັ້ນຫັກໄວ້ໄປໃຫ້ຂະເຈົ້າຈ່າຍກິນຫັ້ນແລ້ວ. ເງິນຫ້ນເອົາເຂົ້າບັນຊີເບິດແມ່ນແຫຼະ ອອກໃຫ້ເພິ່ນກ່ອນແມ່ນແຫຼະ ເກັບເງິນໃຫ້ເພິ່ນເລີຍບໍ່ໆ ບໍ່ໄດ້ຄືຄົນໄທຍໃດບໍ່ຄືເຮົາອັນເຮັດເປັນລະບົບເລີຍ. ອັນນີ້ນ່າມັນມີຫຼາຍທະນາຄານ ບໍ່ໂອ້ຄືລະບົບໄທຍນີ້ ຄືໄປເຮັດວຽກນີ້ຄືວ່າໄດ້ເງິນເລີຍ ຂ້ອຍກໍບໍ່ຮູ້ວ່າຊິຕອບເຈົ້າເກົາຫຼີ ກໍແນວໜຶ່ງໄທຍ ກໍແນວໜຶ່ງລາວ ກໍແນວໜຶ່ງ.”

ຍານາງ ອານຸສອນ ຄຳສິງສະຫວັດ, ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ກ່າວໃນວັນທີ 04 ມີນາ 2024 ວ່າ ການເປີດບັນຊີ ກ່ອນການເດີນທາງໄປເຮັດວຽກ, ການໂອນເງິນກັບບ້ານຜ່ານລະບົບ ທະນາຄານ ແລະອື່ນໆ ແມ່ນສ້າງຄວາມຫຍຸ້ງຍາກ ແກ່ຄົນງານລາວທີ່ຕ້ອງການໂອນເງິນ ຄ່າແຮງງານຂອງໂຕເອງມາແກ້ໄຂ ບັນຫາຄອບຄົວທີ່ປະເທດລາວ ອີກທັງທາງການລາວ ກໍບໍ່ສາມາດເກັບກຳຂໍ້ມູນ ການໂອນເງິນກັບບ້ານຂອງຄົນງານລາວ ໄດ້ເຮັດໃຫ້ການວາງນະໂຍບາຍ ພັດທະນາເສຖກິຈ-ສັງຄົມແຕ່ລະໄລຍະຍັງຂາດຂໍ້ມູນ ເປັນບ່ອນອີງໄດ້. ປັດຈຸັບັນ ກະຊວງແຮງງານ ແລະສວັດດີການສັງຄົມໄດ້ເຊັນ MOU ຄວາມຮ່ວມດ້ານແຮງງານ ຮ່ວມກັບ 3 ປະເທດ ຄືໄທຍ, ຢີ່ປຸ່ນ ແລະ ເກົາຫຼີໃຕ້ໃນປີ 2023 ຜ່ານມາສາມາດຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດໃນລະບົບ MOU ໄດ້ທັງໝົດ 108,403 ຄົນ ໃນນີ້ເປັນເພດຍິງ 58,583 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.