ຍັງມີການເສຍຄ່າທຳນຽມ ຈ້ຳກາໜັງສືເຂົ້າ-ອອກ ທີ່ດ່ານຊາຍແດນລາວ-ໄທ

ຈຳປາທອງ
2024.08.16
ຍັງມີການເສຍຄ່າທຳນຽມ ຈ້ຳກາໜັງສືເຂົ້າ-ອອກ ທີ່ດ່ານຊາຍແດນລາວ-ໄທ ຂົວມິດຕະພາບ ແຫ່ງທີ່ໜຶ່ງ ນະຄອນຫຼວງວຽງຈັນ-ໜອງຄາຍ, ວັນທີ 20 ກໍລະກົດ 2024.
ຮູບພາບຈາກພົນລະເມືອງ

ຍັງພົບເຫັນ ເຈົ້າໜ້າທີ່ລາວຈໍານວນນຶ່ງ ທີ່ປະຈໍາຢູ່ດ່ານຂົວມິດຕະພາບລາວ-ໄທແລະດ່ານສາກົນບາງແຫ່ງ ເກັບເງິນຄ່າຈໍ້າກາເຂົ້າ-ອອກເມືອງ ນໍາຜູ້ທີ່ຖືໜັງສືຜ່ານແດນລາວ ຫລືພາສະພັອດ ຜູ້ລະແຕ່ 40 ພັນກີບ ເຖິງ 100,000 ກີບຫລືຫລາຍກວ່ານັ້ນ ທັງໆທີ່ ລັດຖະບັນຍັດ ຂອງປະທານປະເທດ ລົງວັນທີ 17 ມິຖຸນາ 2021, ມາດຕາ 49 ຂໍ້ ຂ.1 ແລະມາດຕາ 50 ຂໍ້ ຂ. 1 ແລະ 2 ບົ່ງໄວ້ວ່າ ການຈໍ້າກາໜັງສືຜ່ານແດນ (Passport) ເຂົ້າ-ອອກເມືອງ ບໍ່ໄດ້ເສຍຄ່າ, ສ່ວນປຶ້ມຜ່ານແດນ (Border Pass) ໄດ້ເສຍຄ່າຈໍ້າກາອອກ 8,000 ກີບຕໍ່ຄັ້ງ.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນລາວຜູ້ນຶ່ງ ທີ່ເຂົ້າ-ອອກ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ ທຸກອາທິດ ໃນໄລຍະນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ສິງຫານີ້ວ່າ:

“ເຮົາໄປທຸກໆອາທິດ ເຈົ້າ ຕົວນີ້ຕ້ອງໄດເສຽບໍເກີນແສນ ແລ້ວແຕ່ເຂົາເຈົ້ານ່າ ມີແຕ່ວ່າສະເພາະໄປຊທ່ໆ ແລ້ວກໍກັບມາອີກຫັ້ນ ເຂົາເຈົ້າຈະວ່າໄດ້ເສັຽຕ່າເອກກະສານ ຈັ່ງຫາກໍ່ຮູ້ ບໍ່ຕ້ອງເສຽຄ່າ ເຈົ້າ ເຂົ້າອອກເມືອງ ສະລຸບຄື ຄັນເຮົາຂ້າມໄປອີກ ເຮົາຈະຕ້ອງໄດ້ແຈ້ງເຂົາເຈົ້າ ຈັ່ງໃດຫລະ ສໍາລັບເຮົາຫວາ ເຂົາເຈົ້າກະເຮັດວຽກຕາມນັ້ນເນາະ ແຕ່ວ່າຄັນເຮົາໄປດຸຈັ່ງຊີ້ ໄດ້ເສຽຕະຫລອດຫັ້ນນ່າ ມັນກໍຈັ່ງໃດຈັ່ງນຶ່ງ.”

ແລະປະຊາຊົນລາວອີກຜູ້ນຶ່ງ ທີ່ເຂົ້າ-ອອກ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ ເມື່ອອາທິດທີ່ແລ້ວນີ້ ກໍເວົ້າຄືກັນວ່າ ຕົນກໍໄດ້ເສຽຄ່າບໍລິການ ຈໍ້າກາພາສະພັອດ ເຂົ້າ-ອອກເມືອງ, ແຕ່ກໍບໍ່ໄດ້ເສຍຫຼາຍ 50-60 ພັນກີບ, ຖ້າບໍ່ຢາກເສຍຄ່າບໍລິການນີ້ ເຂົາກໍບໍ່ໃຫ້ຜ່ານ.

“ມັນກໍເສຽຄ່າທໍານຽມ ມັນກໍມີບ່ອນພາສີເດ້ ຈຸເອື້ອຍເຂົ້າແຕ່ລະເທື່ອ ມັນກໍມີຫລາຍຄົນ ເຂົາຈະເກັບລວມ ບໍ່ແນ່ໃຈວ່າຫົວນຶ່ງເຂົາຈະເກັບພາສີເທົ່າໃດ ແຕ່ວ່າເວລາໄປຈ່າຍ ມັນກໍບໍ່ແພງດອກ 50-60 ພັນ ເສັຽຫລາຍກວ່ານັ້ນກໍມີ ຄົນເຂົ້າອອກຕ່າງປະເທດເນາ ຄັນບໍ່ເສັຽພາສີ ເຂົາສິໃຫ້ຜ່ານດານ ນ້ອງເອີນ.”

ກ່ຽວກັບເລື້ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມ ໄປຍັງເຈົ້າໜ້າທີ່ດ່ານສາກົນ ຂົວມິດຕະພາບລາວ-ໄທແຫ່ງນຶ່ງ, ໄດ້ຮັບຄໍາຕອບວ່າ ແນວທາງຂອງລັດຖະບານ ຄືບໍ່ເກັບຄ່າທໍານຽມຈໍ້າກາເຂົ້າ-ອອກ ໜັງສືຜ່ານແດນນໍາປະຊາຊົນ. ແຕ່ຖ້າດ່ານໃດ ມີການເກັບຄ່າທໍານຽມນັ້ນ ກໍເປັນຍ້ອນ ເຈົ້າແຂງແຂວງນັ້ນ ອະນຸຍາດໃຫ້ເກັບ ເພື່ອເອົາເງິນ ໃຫ້ພະນັກງານ ທີ່ເຮັດວຽກລ່ວງເວລາ ແລະກໍອາດຈະມີພະນັກງານບາງຄົນ ທີ່ເກັບຄ່າທໍານຽມຈໍ້າກາເຂົ້າ-ອອກ ໜັງສືຜ່ານແດນນໍາປະຊາຊົນ ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກເຈົ້າແຂວງກ່ອນ, ແຕ່ທາງການແລ້ວ ກະຊວງການເງິນ ເພີ່ນບໍ່ໃຫ້ເກັບຄ່າທໍານຽມ ຄ່າລ່ວງເວລານັ້ນ.

“ເລື້ອງດໍາລັດ 02 ຂອງກະຊວງການເງິນຫັ້ນນ່າ ເພິ່ນບໍ່ໃຫ້ເກັບຄ່າທໍານຽມ ຄ່າລ່ວງເວລາເນາະ ແຕ່ຢູ່ໃນຫັ້ນມີບາງແຂວງຫັ້ນນ່າ ເພິ່ນໄດ້ໝູນໃຊ້ຍ້ອນວ່າ ພະຮັກງານນີ້ເຂົາບໍ່ມີເງິນລ່ວງເວລາ ເງິນຫຍັງ ບາງເຈົ້າແຂວງເພິ່ນກໍເຊັນ ແບບວ່າເຫັນດີຫັ້ນນ່າ ບາງຄົນເນາະ ອາດຈະມີເກັບຄ່າຈໍ້າເຂົ້າອອກເມືອງນໍາປະຊາຊົນ ກໍບໍ່ເຊື່ອອ້າຍນ້ອງ ອັນນຶ່ງ ອັນສອງມາ ຕ້ອງເບິ່ງປະຊາຊົນຫັ້ນນ່າ ຢາກເວົ້າໃຫ້ກັນບໍ່.”

ຜູ້ປະກອບການຂົນສົ່ງລາຍນ້ອຍ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ຕົນບໍ່ເຄີຍເຫັນເຈົ້າໜ້າທີ່ ຢູ່ດ່ານສາກົນ ເກັບເງິນຄ່າຈໍ້າກາໜັງສືຜ່ານແດນ, ເຄີຍເຫັນແຕ່ເພີ່ນເກັບນໍາຜູ້ທີ່ຖືປື້ມຜ່ານແດນ.

“ເພິ່ນ ສ່ວນໃຫຍ່ຢູ່ນະຄອນຫລວງ ສົມມຸດສິຂ້າມໄປຝັ່ງນັ້ນກໍ ກໍຂ້າມແຕ່ຂົວມິດຕະພາບ 1 ຢູ່ແລ້ວ ບໍ່ມີຄ່າໃຊ້ຈ່າຍ ຄັນປຶ້ມຜ່ານແດນນະ ມັນກໍບໍ່ໄດ້ແບບເຈັ້ຽຫັ້ນນ່າ ເປັນປຶ້ມຫົວສີຟ້າທີ່ເຮົາເຮດ ແມ່ນພາສະພັອດຫັ້ນນ່າ ເຂົາເຈົ້າເກັບ.”

ສໍາລັບຢູ່ແຂວງສະຫວັນນະເຂດ ໃນເດືອນມັງກອນທີ່ຜ່ານມາ ເຈົ້າໜ້າທີ່ຈໍານວນນຶ່ງ ທີ່ປະຈໍາການຢູ່ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ລະຫວ່າງແຂວງສະຫວັນນະເຂດ ແລະແຂວງມຸກດາຫານຂອງໄທ ຍັງສວຍໂອກາດ ເກັບເງິນຄ່າຈໍ້າກາ ໜັງສືຜ່ານແດນ ທັງຈາກຄົນລາວແລະນັກທ່ອງທ່ຽວຕ່າງປະເທດ ແຕ່ສ່ວນຫຼາຍ ບໍ່ໄດ້ເກັບເຖິງ 100 ຫຼື 200 ບາດ ຄືກັນກັບໄລຍະທີ່ຜ່ານມາ, ເກັບນໍາເລັກໆໜ້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.