ຊາວລາວເຫັນດີ ຫາກທາງການ ຫັນໄປເກັບອາກອນ ແບບທັນສະໄໝ
2024.08.20

ຊາວລາວເຫັນດີ ຖ້າຫາກທາງການລາວ ມີແຜນການເກັບອາກອນ ແບບທັນສະໄໝ ເພື່ອປ້ອງກັນ ລາຍຮັບຈາກອາກອນ ຮົ່ວໄຫຼ. ກ່ຽວກັບເລື້ອງນີ້, ຜູ້ປະກອບການ ຂາຍໂທລະສັບມືຖື ໃນແຂວງອັດຕະປື ກ່າວວ່າ ໄລຍະທີ່ຜ່ານມາ ການເສຍອາກອນ ໃນແຕ່ລະເດືອນ ແມ່ນຈະມີເຈົ້າໜ້າທີ່ ສ່ວຍສາອາກອນ ຂັ້ນເມືອງ ລົງມາເກັບເອົາເງິນສົດ ແລະ ອອກໃບຊຳລະເງິນ ໃຫ້ກັບຜູ້ປະກອບການ, ໂດຍທີ່ຜູ້ປະກອບການ ກະບໍ່ຮູ້ວ່າ ລາຍຮັບເຫຼົ່ານັ້ນ ຈະໄປເຖິງ ຄັງເງິນແຫ່ງຊາດ ຫຼືບໍ່.
ແຕ່ເມື່ອນັບແຕ່ທາງການລາວ ຫັນມາໃຊ້ລະບົບທັນສະໄໝ ໃນການເກັບອາກອນ ກະມີຜູ້ປະກອບການ ຫຼາຍທ່ານ ເຫັນວ່າ ມີຄວາມປອດໄພສູງ ແລະ ເປັນການປ້ອງກັນ ລາຍຮັບອາກອນ ຮົ່ວໄຫຼ ໄດ້ເປັນຢ່າງດີ. ດັ່ງຜູ້ປະກອບການທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເດືອນ 8 ນີ້ວ່າ:
“ເຂົາກະຈ່າຍຕາມລະບຽບແຫຼະ ມັນຈະມີຄິວອາຣ໌ ຂອງແຕ່ລະຫົວໜ່ວຍວິສາຫະກິດເດ້. ຕ້ອງໄດ້ເສຍຫັ້ນແຫຼະ ແຕ່ລະເດືອນ. ແຕ່ເກົ່າເຂົາຍັງເກັບ, ດຽວນີ້ເຂົາເອົາເປັນທະບຽນແລ້ວ ທັນສະໄໝແລ້ວເດ້ດຽວນີ້, ຄວາມປອດໄພຫຼາຍ ເງິນກະບໍ່ຮົ່ວໄຫຼໄປໄສ.”
ຜູ້ປະກອບການ ຮ້ານອາຫານ ໃນນະຄອນຫຼວງວຽງຈັນ ກ່າວວ່າ ດຽວນີ້ ກະຍັງຈ່າຍອາກອນ ເປັນເງິນສົດ ໃຫ້ກັບເຈົ້າໜ້າທີ່ ສ່ວຍສາອາກອນ ຂັ້ນເມືອງ ແລະ ເມື່ອຈ່າຍແລ້ວ ເຈົ້າໜ້າທີ່ ຈະຂຽນໃບຊຳລະເງິນ ໃຫ້ທຸກຄັ້ງ, ແຕ່ວິທີການ ເກັບລາຍຮັບແບບນີ້ ເຮັດໃຫ້ປະຊາຊົນລາວ ແລະ ຜູ້ປະກອບການລາຍຍ່ອຍ ບໍ່ເຊື່ອໝັ້ນປານໃດ ວ່າລາຍຮັບທັງໝົດ ຈະໄປເຖິງ ຄັງເງິນແຫ່ງຊາດ ເນື່ອງຈາກໃນທຸກປີ ກໍຈະມີພະນັກງານ ຂອງກະຊວງການເງິນ ຖືກປະຕິບັດວິໄນ ເພາະສໍ້ລາດບັງຫຼວງ. ດັ່ງຜູ້ປະກອບການ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົານີ້, ເສຍເດືອນໜຶ່ງ 30 ພັນ, ຂາຍແຕ່ເຂົ້າປຽກ ຂາຍຕຳ ຂາຍຫຍັງຊື່ໆ ບ້ານເພິ່ນມາເກັບເອົາ ເພິ່ນມີໃບບິນ ໃບເສຍອາກອນບ້ານ, ຊີ້ນ່າ. ຄັນເຮົາເສຍສ່ວນບຸກຄົນ ມັນມັກເປັນໜີ້ຄ້າງຈ່າຍ, ຊີ້ນ່າ. ເຂົາເຈົ້າເອົາເງິນເຮົາໄປແລ້ວ ເຂົາເຈົ້າເປັນໜີ້, ຊີ້ນ່າ. ບາງຄົນ, ເຂົາເຈົ້າເອົາໄປຫຼາຍ ເຂົາເຈົ້າເອົາຫຼາຍໆແລ້ວ ເຂົາເຈົ້າກະອອກວຽກ.”
ຜູ້ປະກອບການ ຂາຍເຄື່ອງຍ່ອຍ ໃນແຂວງສະຫວັນນະເຂດ ກ່າວວ່າ ຫາກເປັນຮ້ານຂາຍເຄື່ອງຍ່ອຍ ຂະໜາດນ້ອຍ ບໍ່ວ່າຈະເປັນໃນເຂດເມືອງ ແລະ ເຂດບ້ານ ຫ່າງໄກສອກຫຼີກ ສ່ວນຫຼາຍແລ້ວ ລັດຈະບໍ່ເກັບອາກອນນຳ ຈະເກັບສະເພາະ ຮ້ານຄ້າຂະໜາດໃຫຍ່ ແລະ ຫົວໜ່ວຍທຸລະກິດ ທີ່ຂຶ້ນທະບຽນ ຢ່າງຖືກຕ້ອງ. ແຕ່ທ່ານກະສັງເກດເຫັນວ່າ ຮ້ານຄ້າຂະໜາດໃຫຍ່ ພາຍໃນເມືອງ ໄດ້ຈ່າຍອາກອນ ໃຫ້ກັບເຈົ້າໜ້າທີ່ຂັ້ນເມືອງ ໂດຍກົງ ແລະ ຍັງບໍ່ເຫັນວ່າ ໄດ້ຈ່າຍອາກອນ ຜ່ານລະບົບທັນສະໄໝເທື່ອ, ແຕ່ຫາກເປັນໄປໄດ້ ກະຢາກໃຫ້ຫົວໜ່ວຍທຸລະກິດ ໃນທົ່ວປະເທດ ຫັນມາຈ່າຍອາກອນ ຜ່ານລະບົບທັນສະໄໝ ພ້ອມກັນທົ່ວປະເທດ. ດັ່ງຜູ້ປະກອບການ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປີດຮ້ານນ້ອຍໆໜຶ່ງ ເງິນເຂົາບໍ່ໄດ້ເກັບ. ເອີ, ຄັນຮ້ານໃຫຍ່ລະເກັບ ຮ້ານໃຫຍ່ນ່າ. ເຂົາລົງມາເກັບເອົາເລີຍ ພວກອາກອນໂລດແຫຼະ ໄປເປັນທີມໂລດ. ແມ່ນເຂົາເກັບໂດ່ໆເລີຍແຫຼະ.”
ທາງດ້ານເຈົ້າໜ້າທີ່ ຜູ້ຮູ້ຈັກວຽກງານການເງິນ ກ່າວວ່າ ໄລຍະທີ່ຜ່ານມາ, ທາງການລາວ ໄດ້ມີການຈັດຕັ້ງປະຕິບັດ ໃຫ້ຫົວໜ່ວຍທຸລະກິດ ໃນທົ່ວປະເທດ ຈ່າຍອາກອນ ຜ່ານລະບົບທັນສະໄໝ ຜ່ານລະບົບທະນາຄານ ຂອງລັດ ແລ້ວ ແລະ ຫ້າມຊຳລະເງິນສົດ ໃຫ້ກັບເຈົ້າໜ້າທີ່ ໂດຍກົງ ເພື່ອຫຼີກເວັ້ນ ການສໍ້ລາດບັງຫຼວງ ແລະ ເງິນຮົ່ວໄຫຼ, ແຕ່ຍັງບໍ່ໄດ້ປະຕິບັດ ທົ່ວປະເທດເທື່ອ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫຼະ ເຂົ້າສູ່ລະບົບອີເລັກໂທຣນິກ. ແບບພິມທົ່ວໄປ ເພິ່ນກະໃຫ້ຍົກເລີກແລ້ວ, ແຈ້ງການຫຼ້າສຸດ. ເພິ່ນເຮັດສັນຍາຮ່ວມມື ກັບເອກະຊົນຜູ້ໃໝ່ ທີ່ເຂົາເຈົ້າພັທນາ ລະບົບໂຕນີ້, ຫັ້ນນ່າ. ເພິ່ນກະຕຽມທົດລອງຕິດຕັ້ງ ມາຫຼາຍປີແລ້ວເດ້ ເພິ່ນກະຊິເລີ້ມບັງຄັບໃຊ້ແລ້ວເດ້.”
ທ່ານກ່າວອີກວ່າ ສຳລັບບາງເຂດ ທີ່ຍັງບໍ່ທັນສາມາດ ຈ່າຍອາກອນ ຜ່ານລະບົບທັນສະໄໝໄດ້ ກໍຈະຍັງຈ່າຍ ຜ່ານໃບເກັບເງິນ ແບບເຈ້ຍ ຄືເກົ່າ, ແຕ່ຈະຕ້ອງເປັນໃບເກັບເງິນ ທີ່ອອກໂດຍ ກົມສ່ວຍສາອາກອນ, ກະຊວງການເງິນ ເທົ່ານັ້ນ.
ເມື່ອບໍ່ດົນມານີ້, ກົມສ່ວຍສາອາກອນ ກໍໄດ້ອອກແຈ້ງການ ເຖິງຫົວໜ້າສ່ວຍສາອາກອນ ປະຈຳແຂວງ, ເມືອງ ແລະ ໜ່ວຍງານສ່ວຍສາອາກອນ ໃນທົ່ວປະເທດ ໃຫ້ລົງກວດກາ ການຈັດຕັ້ງປະຕິບັດ ການນຳໃຊ້ໃບເກັບເງິນ ແລະ ຫ້າມບຸກຄົນໃດກະຕາມ ພິມຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ, ເຊິ່ງມາດຕະການດັ່ງກ່າວ ແມ່ນມີຈຸດປະສົງ ໃນການປ້ອງກັນ ບໍ່ໃຫ້ລາຍຮັບ ຈາກອາກອນ ເກີດການຮົ່ວໄຫຼ.
ປັດຈຸບັນ, ທົ່ວປະເທດລາວ ມີຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຂະແໜງການ ສ່ວຍສາອາກອນ ປະມານ 150,000 ຫົວໜ່ວຍ, ໂດຍໃນປີ 2023 ທີ່ຜ່ານມາ ລັດ ສາມາດເກັບລາຍຮັບ ຈາກສ່ວຍສາອາກອນ ໄດ້ ປະມານ 16,958 ຕື້ກີບ ຫຼືເທົ່າກັບ 98% ຂອງແຜນການປີ, ເຊິ່ງບໍ່ໄດ້ຕາມແຜນ ຍ້ອນລາຍຮັບ ສ່ວຍສາອາກອນ ບາງສ່ວນ ເກີດການຮົ່ວໄຫຼ ແລະ ຫຼາຍພາກສ່ວນ ໃນສັງຄົມ ກະເຫັນດີ ໃຫ້ທາງການລາວ ເກັບອາກອນ ຜ່ານລະບົບອີເລັກໂທຣນິກ ທັນສະໄໝ ເພື່ອບໍ່ໃຫ້ລາຍຮັບອາກອນ ຮົ່ວໄຫຼ. ດັ່ງເຈົ້າໜ້າທີ່ ຜູ້ຮູ້ຈັກວຽກງານການຄ້າ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ຢາກໃຫ້ຜ່ານມືບຸກຄົນຫັ້ນແຫຼະ, ແຕ່ກ່ອນ ລະພະນັກງານອາກອນ ລົງໄປເກັບ ຖືວ່າດຽວນີ້ ເຂົາໄປຖອກຢູ່ອາກອນເລີຍ, ໄປເສຍຢູ່ຄັງເງິນແຫ່ງຊາດເລີຍ, ຢູ່ເມືອງຫັ້ນ.”
ສຳລັບການເກັບພາສີ-ອາກອນ ຜ່ານລະບົບທັນສະໄໝ ຫຼືຜ່ານລະບົບທະນາຄານ ຂອງລັດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ພັທນາລະບົບ ໂດຍກອງທຶນການຮ່ວມມື ພັທນາເສດຖະກິດ ຈາກປະເທດເກົາຫຼີໃຕ້ ຕັ້ງແຕ່ປີ 2018 ທີ່ຜ່ານມາແລ້ວ.