ຄົນລາວສ່ວນນຶ່ງ ສ່ຽງລັກເຂົ້າ ໄປເຮັດວຽກຢູ່ໄທຍ

ຄົນລາວທີ່ຖືກຈັບ ໃນລະຫວ່າງເດີນທາງ ເຂົ້າປະເທດໄທຍ ແບບຜິດກົດໝາຍ ເພື່ອໄປຊອກວຽກເຮັດ ງານທຳ, ວັນທີ 27 ເມສາ 2022.
ຄົນລາວທີ່ຖືກຈັບ ໃນລະຫວ່າງເດີນທາງ ເຂົ້າປະເທດໄທຍ ແບບຜິດກົດໝາຍ ເພື່ອໄປຊອກວຽກເຮັດ ງານທຳ, ວັນທີ 27 ເມສາ 2022. (RFA)

0:00 / 0:00

ຄົນງານລາວ ຈາກຫລາຍແຂວງທີ່ມີນາຍໜ້າ ໄປຕິດຕໍ່ວ່າຈະນຳໄປເຮັດວຽກ ຢູ່ນະຄອນຫລວງບາງກອກ ປະເທດໄທຍເມື່ອວັນທີ 21 ເມສາທີ່ຜ່ານມາ ຖືກເຈົ້າໜ້າທີ່ຕຳຣວດ ເມືອງປາກຊ່ອງ ແຂວງນະຄອນຣາຊສີມາ ປະເທດໄທຍສະກັດຈັບໄດ້. ພາຍຫລັງກວດສອບພົບວ່າ ເປັນຊາຍ 51 ຄົນ ຍິງ 59 ຄົນ ເດັກນ້ອຍຊາຍ 6 ຄົນ ແລະ ເດັກນ້ອຍຍິງ 1 ຄົນ ຮວມເປັນ 117 ຄົນໃນນີ້ມີ 7 ຄົນຕິດເຊື້ອໂຄວິດ-19. ຈາກການສອບຖາມເບື້ອງຕົ້ນ ຂອງເຈົ້າໜ້າທີ່ຕຳຣວດພົບວ່າ ມີນາຍໜ້າຕິດຕໍ່ຈະນຳໄປເຮັດວຽກ ທີ່ບາງກອກ ປະເທດໄທຍ ໂດຍເສັຍຄ່ານາຍໜ້າຄົນລະ 8,000, 8,500 ແລະ 9,000 ບາດ ຊຶ່ງຄົນງານລາວກຸ່ມນີ້ ມາຈາກນະຄອນປາກເຊ ແຂວງຈຳປາສັກ ແລະ ແຂວງສວັນນະເຂດ. ຕໍ່ເຫດການດັ່ງກ່າວທາງເຈົ້າໜ້າທີ່ ຕຳຣວດຂອງໄທຍພາຍຫລັງ ທີ່ໄດ້ສອບສວນແລ້ວ ກໍໄດ້ພັກດັນກຸ່ມຄົນງານລາວ ທີ່ຖືກຈັບໄດ້ກັບຄືນປະເທດ ໃນມື້ດຽວກັນ.

ດັ່ງຮ້ອຍຕຳຣວດເອກ ປະຣີນທອນ ໃຫຍ່ຈັນທຶກ ຮອງສາຣວັດສອບສວນ ສະຖານີຕຳຣວດພູທອນກາງດົງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສາ 2022 ນີ້ວ່າ:

“ທ່ານກ່າວວ່າ ຕມ ເຂົາຜັກດັນອອກໝົດແລ້ວ ພວກທີ່ເຂົາພົບເຊື້ອລໍກັກໂຕແລ້ວ ຜັກດັນອອກກໍຄືນນັ້ນເລີຍໃນວັນທີ 21 ເມສາ 2022 ມື້ນັ້ນລະປົກະຕິ ມັນກໍຜິດແຕ່ວ່າມັນເປັນການຜ່ອນຜັນ ຣັຖບານຜ່ອນຜັນເຂົາກໍຜັກດັນອອກກໍຜິດ ກໍລັກສະນະລັກລອບເຂົ້າມາ ແຕ່ເຂົາຜັກດັນອອກໝົດແລ້ວຄື ເຊື້ອບໍ່ຮູ້ວ່າມັນຈະສະແດງອອກເມື່ອໃດ ແມ່ນຕ້ອງຮີບຜັກດັນອອກ.”

ສ່ວນນາຍໜ້າ ແລະນາຍຈ້າງທີ່ຊ່ອຍປະສາງານ ໃຫ້ຄົນລາວກຸ່ມທີ່ລັກລອບເຂົ້າມາປະເທດໄທຍ ຜິດກົດໝາຍ ທາງໜ່ວຍງານກຳລັງຕິດຕາມ ມາດຳເນີນຄະດີຕໍ່ໄປ.

ພາຍຫລັງທີ່ເກີດເຫດການນີ້ຂຶ້ນ ໄດ້ມີການກະຈາຍຂ່າວອອກໄປ ໂດຍສະເພາະໃນສື່ສັງຄົມອອ໋ນນລາຍນ໌ ໃນລາວຕ່າງກໍວິພາກວິຈານ ກຸ່ມຄົນເລົ່ານີ້ວ່າເປັນຫຍັງຕ້ອງໄປທຸກຢູ່ບ້ານ ເພິ່ນຢູ່ປະເທດລາວກໍມີວຽກເຮັດ ແລະ ອື່ນໆ ອີກຫລາຍຄອມເມັ້ນແບບເສັຍຫາຍ ຈົນມີຄົນງານລາວທີ່ຢູ່ໃນກຸ່ມຖືກຈັບ ໃນວັນທີ 21 ເມສາ. ໂດຍໜຸ່ມຄົນນີ້ໄດ້ເປັນໂຕແທນ ຂອງຄົນງານລາວໃນກຸ່ມນັ້ນທີ່ຂໍສງວນຊື່ ແລະສຽງໃຫ້ສັມພາດຕໍ່ RFA ໃນວັນທີ 26 ເມສາວ່າ:

“ກາຫລາຍຂ່າວ ມັນມີຂ່າວຫລາຍອັນເຫັນຢູ່ວ່າ ມີພີ່ນ້ອງຄົນລາວຖືກຈັບຕາມດ່ານ ຕາມອີ່ຫຍັງຫັ້ນແຫລະເພາະວ່າ ໄປແບບບໍ່ມີບັດພໍຖືກຈັບມາລະ ກາສິເປັນຂ່າວເປັນຂ່າວລະກາຖືກດ່າ ບາດນີ້ເຫັນຫລາຍເພສບາງຄົນກາດ່າ ບາງຄົນກາສີບໍ່ດ່າແຕ່ວ່າຄົນດ່າສິຫລາຍໆ ເດດ່າແບບວ່າສົມນໍ້າໜ້າ ບໍ່ແມ່ນວ່າພ້ອມໃນການລັກໜີລັກໄປ ມັນມີຄວາມຈຳເປັນທີ່ຕ້ອງໄປແບບນັ້ນ.”

ຄົນງານລາວຄົນນີ້ກ່າວຕື່ມວ່າ ສຳລັບຄົນງານລາວທີ່ມີລາຍໄດ້ຕໍ່າມັນບໍ່ມີທາງ ເລືອກກາເລີຍຕ້ອງໄປເຮັດວຽກຢູ່ໄທຍ ແບບຜິດກົດໝາຍ ຖ້າໄດ້ໄປຮອດບ່ອນເຮັດວຽກແລ້ວ ມັນກໍພໍມີຄວາມຫວັງ ພໍຈະມີລາຍຮັບກໍຄືມັນກໍຕ້ອງສ່ຽງ ຫລາຍຄົນກໍຕັ້ງຄວາມຫວັງໄວ້ວ່າ ຖ້າໄດ້ວຽກຍັງພໍມີເງິນສົ່ງມາຫາຄອບຄົວ.

ເປັນຫຍັງຄົນງານກຸ່ມນີ້ ຈຶ່ງເລືອກໄປແບບຜິດກົດໝາຍ ທັງທີ່ເຂົາເລົ່ານີ້ບໍ່ຕ້ອງການ ແຕ່ດ້ວຍຄວາມຈຳເປັນໂດຍສະເພາະແມ່ນ ການປະກອບເອກະສານ MOU ທີ່ໄປເຮັດວຽກຖືກກົດໝາຍ ມັນແພງເກີນໄປລາຍຈ່າຍຢ່າງໜ້ອຍຕົກຢູ່ 30,000 ບາດ ຫລື 12 ລ້ານກີບຕໍ່ຄົນ. ດ້ວຍມາຕການນີ້ ແນ່ນອນວ່າກຸ່ມຄົນງານເຫຼົ່ານີ້ ຊິເອົາເງິນຈຳນວນນີ້ມາແຕ່ໃສ່ ທັງທີ່ບໍ່ມີວຽກເຮັດ ຢ່າງໜ້ອຍກໍ 2 ປີແລ້ວ.

ດັ່ງຄົນງານລາວກ່າວຕື່ມວ່າ:

" ທັງມີນາຍຈ້າງແລ້ວ ຈັ່ງໄປທັງຄ່າກວດໂຮງໝໍ ທັງຄ່າພັກໂຮງແຮມ ເພື່ອກວດຮວມທັງຄ່າກັກໂຕ ຮວມສາມໝື່ນປາຍ ຖ້າຈະໄປຖືກກົດໝາຍນັ້ນນ່າ ຍັງບໍ່ຮວມທີ່ຈະແລ່ນພາສປອດ ສາມໝື່ນບໍ່ຢູ່ດອກ ຄົນກາເລີຍເລືອກ ອັນນີ້ເວົ້າຈາກສັມພັດໂຕຈິງ ສ່ວນມາກກາເລີຍຫລອຍໄປ ມັນເປັນຄວາມຈຳເປັນ ຂອງຄົນຖ້າມີເງິນ 3-4 ສິບພັນ ບໍ່ມີໃຜຢາກໄປແບບຜິດກົດໝາຍດອກ ບໍ່ມີໃຜຢາກຖືກຈັບດອກ ບາງຄົນກາໄປລອດ ບາງຄົນກາໄປບໍ່ລອດພັດເງິນ 3-4 ໝື່ນ ສິເອົາມາແຕ່ໃສ ບ້ານເຮົາສາມໝື່ນ 12 ລ້ານກີບ. ເຮົາໄປທຳງານມື້ນຶ່ງ 300 ເດືອນນຶ່ງ 9,000 ສີ່ເດືອນຈັ່ງພໍຄ່າໄປ ຍັງບໍ່ຮວມຄ່າກິນ ຄ່າຢູ່.ໃນຍາມນີ້ໃກ້ສິຮອດຍາມລົງນາ ບາງຄົນກາໄປເພື່ອຫາເງິນ ແນວໃດກາໄດ້ປະໃຫ້ພໍ່-ແມ່ຢູ່ບ້ານ ."

ເປັນຫຍັງຄົນງານລາວ ຈຶ່ງຕ້ອງການໄປເຮັດວຽກຢູ່ໄທຍ ນັກວິຊາການທ່ານນຶ່ງບໍ່ປະສົງອອກຊື່ ແລະສຽງໃຫ້ເຫດຜົລວ່າ: " ສ່ວນໃຫຍ່ ຄົນລາວທີ່ໄປເຮັດວຽກຢູ່ໄທຍ ແມ່ນຄົນຊົນນະບົດ ນັບແຕ່ພາກກາງຫາພາກໃຕ້ ຈະຫລາຍກວ່າພາກອື່ນ. ສ່ວນປັດຈັຍຫລັກທີ່ເຮັດວຽກຢູ່ໄທຍແມ່ນ ປະເທດໄທຍມີຄວາມຈະເຣີນກວ່າ, ຄ່າເງິນບາດຂອງໄທຍມີຄ່າສູງກວ່າເງິນກີບລາວ, ຄ່າແຮງງານຂັ້ນຕໍ່າຂອງລາວ 1 .1 ລ້ານກີບຕໍ່ຄົນຕໍ່ເດືອນ ເມື່ອທຽບໃສ່ຄ່າແຮງງານຂັ້ນຕໍ່າຂອງໄທຍໄດ້ຢ່າງໜ້ອຍ 1 ໝື່ນບາດ ຫລືປະມານ 4 ລ້ານກີບຂຶ້ນໄປ. ແຖມຄ່າຄອງຊີບຂອງລາວຍັງແພງກວ່າໄທຍຫລາຍ, ເຣື່ອງຂອງວັທນາທັມປະເພນີ ພາສາກໍສຳຄັນເພາະລາວ-ໄທຍມີຄວາມຄ້າຍຄືກັນ ແລະ ການໄປມາກໍສະດວກສະບາຍ."

ອີງຕາມການຣາຍງານ ຂອງສື່ມວນຊົນລາວເມື່ອວັນທີ 28 ມີນາ 2022 ຜ່ານມາວ່າ ຄົນງານລາວທີ່ໄປເຮັດວຽກຢູ່ປະເທດໄທຍ ໃນ]ະບົບແຮງງານນຳເຂົ້າ MOU ສັນຊາດລາວຈຳນວນ 236 ຄົນໄດ້ເດີນໄປເຮັດວຽກແລ້ວ ເປັດຊຸດທຳອິດທີ່ຢູ່ໃນສະພາບໂຄວິດ-19 ຣະບາດ.

ສ່ວນສະພາບການລັກລອບ ເດີນທາງຂ້າມໄປເຮັດວຽກຢູ່ປະເທດໄທຍ ແບບຜິດກົດໝາຍ ຈຸດນຶ່ງທີ່ມີການລັກລອບຂ້າມຫລາຍກໍຄື ຢູ່ແຂວງຈຳປາສັກ ເຈົ້າໜ້າທີ່ຂັ້ນແຂວງໄດ້ຊີ້ແຈງຜ່ານເອກະສານ ຕໍ່ກັບພວກເຮົາວ່າ ແຂວງຈຳປາສັກມີຫລາຍເມືອງທີ່ຕິດກັບຊາຍແດນ ປະເທດໄທຍ ເຊັ່ນນະຄອນຈຳປາສັກ, ເມືອງໂພນທອງ, ເມືອງຊະນະສົມບູນ, ເມືອງສຸຂຸມາ ແລະ ເມືອງມູນລະປະໂມກ ດ້ວຍຊາຍແດນທີ່ຕິດກັນ ຈຶ່ງເຮັດໃຫ້ມີຄົນງານລາວ ພະຍາຍາມລັກລອບເດີນທາງ ໄປເປັນຈຳນວນຫລາຍ ສະເລັ່ຍແລ້ວເຈົ້າໜ້າທີ່ ສາມາດກວດພົບເຫັນໄດ້ເດືອນນຶ່ງ ບໍ່ຕໍ່າກວ່າ 50 ຄົນ. ໃນນີ້ສ່ວນຫລາຍແມ່ນຊາຍແດນ ທາງບົກທີ່ເປັນຊ່ອງທາງທັມມະຊາດ ຕາມພູຜາ ແລະປ່າໄມ້ ລະຫວ່າງເມືອງໂພນທອງ.

ສະຖານະການການຣະບາດຂອງ ໂຄວິດ-19 ໃນລາວ ແລະ ໄທຍຍັງມີການຣະບາດຕໍ່ເນື່ອງ ແຕ່ປະເທດໄທຍກໍໄດ້ອອກປະກາດ ຕ້ອງການຄົນງານສາມສັນຊາດ ລາວ, ພະມ້າ, ກັມພູຊາ 1.6 ແສນປາຍຄົນ. ໃນນີ້ແຮງງານລາວ ຕ້ອງການຈຳນວນ 11 ພັນຄົນ, ແຕ່ຕ້ອງເດີນທາງໄປແບບລະບົບ MOU ຕາມທີ່ທາງການລາວ-ໄທຍ ໄດ້ກຳນົດເອົາໄວ້ ກໍຄືຕ້ອງປະຕິບັດມາຕການ 8 ຂັ້ນຕອນ ແລະເສັຍຄ່າໃຊ້ຈ່າຍຮວມທັງໝົດ ປະມານ 3 ໝື່ນບາດ ຫລື 12 ລ້ານກີບ.