ຕຳຣວດໄທຍ ຈັບຄົນລາວ 117 ຄົນ ທີ່ຖືກນາຍຈ້າງຖິ້ມ
2022.04.26
ເມື່ອວັນທີ 21 ເມສາທີ່ຜ່ານມາ ເຈົ້າໜ້າທີ່ຕຳຣວດໄທຍ ຢູ່ສະຖານີຕຳຣວດກາງດົງ ເມືອງປາກຊ່ອງ ກວດພົບວ່າມີຄົນງານລາວ 110 ຄົນໃນນີ້ເປັນເພດຊາຍ 51 ຄົນ ແລະ ເພດຍິງ 59 ຄົນຮວມເຖິງເດັກນ້ອຍອີກ 7 ຄົນລັກລອບເດີນທາງ ໄປເຮັດວຽກພາຍໃນປະເທດໄທຍ ແຕ່ພັດຖືກນາຍຈ້າງປະຖິ້ມຢູ່ພາຍໃນປ່າ ເມືອງປາກຊ່ອງແຂວງນະຄອນຣາຊສີມາ.
ໃນຈຳນວນດັ່ງກ່າວນີ້ ມີຄົນງານລາວ 7 ຄົນ ຕິດເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ນຳໂຕກຸ່ມຜູ້ຕິດເຊື້ອ ແຍກໄປກັກໂຕ ສ່ວນຄົນງານທີ່ເຫລືອປະມານ 100 ປາຍຄົນ ແລະເດັກນ້ອຍຖືກຜັກດັນ ກັບປະເທດໝົດແລ້ວ ໂດຍບໍ່ໄດ້ລົງໂທດຕາມກົດໝາຍ ຄົນເຂົ້າເມືອງເທື່ອ.
ດັ່ງຮ້ອຍຕຳຣວດເອກ ປະຣີນທອນ ໃຫຍ່ຈັນທຶກ ຮອງສາຣວັດສອບສວນ ສະຖານີຕຳຣວດ ພູທອນກາງດົງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສາ 2022 ນີ້ວ່າ:
“ທ່ານກ່າວວ່າ ຕມ ເຂົາຜັກດັນອອກໝົດແລ້ວ ພວກທີ່ເຂົາພົບເຊື້ອລໍກັກໂຕ ແລ້ວຜັກດັນອອກ ກໍຄືນນັ້ນເລີຍໃນວັນທີ 21 ເມສາ 2022 ມື້ນັ້ນລະປົກະຕິມັນກໍຜິດ ແຕ່ວ່າມັນເປັນການຜ່ອນຜັນ ຣັຖບານຜ່ອນຜັນເຂົາກໍຜັກດັນອອກ ກໍຜິດກໍລັກສະນະລັກລອບເຂົ້າມາ ແຕ່ເຂົາຜັກດັນອອກໝົດແລ້ວ ຄືເຊື້ອບໍ່ຮູ້ວ່າມັນຈະສະແດງອອກ ເມື່ອໃດແມ່ນຕ້ອງຮີບຜັກດັນອອກ.”
ທ່ານກ່າວຕື່ມວ່າສຳລັບນາຍໜ້າ ແລະນາຍຈ້າງທີ່ຊ່ອຍປະສານງານ ໃຫ້ຄົນລາວກຸ່ມນີ້ທີ່ລັກລອບເດີນທາງ ເຂົ້າມາພາຍໃນປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍນັ້ນ ທາງໜ່ວຍງານ ຂອງຕຳຣວດໃນເຂດພື້ນທີ່ດັ່ງກ່າວ ກຳລັງຕິດຕາມໂຕຜູ້ກະທັມຜິດ ມາດຳເນີນຄະດີຕາມກົດໝາຍ ໃນໂທດຖານຊ່ອຍເຫລືອ ຫລືອຳນວຍຄວາມສະດວກ ໃຫ້ແກ່ຄົນຕ່າງດ້າວ ໃຫ້ເຂົ້າມາພາຍໃນປະເທດໄທຍ ແບບບໍ່ຖືກກົດໝາຍ ຈະຕ້ອງຖືກລົງໂທດຈຳຄຸກບໍ່ເກີນ 10 ປີ ແລະ ຖືກປັບໃໝເງິນບໍ່ເກີນ 100,000 ບາດ ແລະໃນໂທດຖານໃຫ້ທີ່ພັກເຊົາ, ລີ້ຊ້ອນ ຫລືໃຫ້ການຊ່ອຍເຫລືອແນວໃດແນວນຶ່ງ ເພື່ອໃຫ້ຄົນງານຕ່າງດ້າວ ພົ້ນຈາກການຖືກຈັບໂຕ ຈະຕ້ອງຖືກລົງໂທດຈຳຄຸກ ບໍ່ເກີນ 5 ປີ ແລະ ຖືກປັບໃໝເງິນບໍ່ເກີນ 50,000 ບາດ. ສຳລັບຄົນງານລາວທັງ 110 ຄົນ ແລະເດັກນ້ອຍອີກ 7 ຄົນດັ່ງກ່າວນີ້ເດີນທາງມາຈາກປາກເຊ ແຂວງຈຳປາສັກ ແລະ ແຂວງສວັນນະເຂດ ລັກລອບເຂົ້າປະເທດໄທຍຢູ່ບໍຣິເວນເມືອງເຂມຣາຊ ແຂວງອຸບົນຣາຊທານີ ແລະ ແຂວງມຸກດາຫານ ໂດຍມີເປົ້າໝາຍເພື່ອເດີນທາງ ໄປເຮັດວຽກຍັງແຂວງປະທຸມທານີ, ນົນທະບູຣີ, ນະຄອນຫລວງບາງກອກ ແລະ ຊົນບຸຣີ ຊຶ່ງຕ້ອງເສຍຄ່າໃຊ້ຈ່າຍໃຫ້ແກ່ນາຍໜ້າ 8,000-9,000 ບາດຕໍ່ຄົນ ຫລື ປະມານ 2.8 ລ້ານ ຫາ 3.2 ລ້ານກີບຕໍ່ຄົນ.
ນັບແຕ່ທາງການໄທຍ ອະນຸຍາດໃຫ້ຄົນງານ 3 ສັນຊາດຄື ລາວ, ກັມພູຊາ ແລະ ພະມ້າ ເດີນທາງເຂົ້າມາເຮັດວຽກ ພາຍໃນປະເທດໄທຍຕາມລະບົບ MOU ພາຍໃຕ້ ສະຖານະການການແຜ່ຣະບາດ ຂອງພະຍາດໂຄວິດ-19 ໃນໄລຍະທ້າຍປີ 2021 ເພື່ອຫລຸດຜ່ອນບັນຫາ ການຂາດເຂີນແຮງງານ ແລະປ້ອງກັນບໍ່ໃຫ້ເກີດບັນຫາແຮງງານລັກລອບເຂົ້າເມືອງ ແຕ່ບັນຫາດັ່ງກ່າວນີ້ພັດບໍ່ສາມາດແກ້ໄຂ ໄດ້ຍ້ອນຂະບວນການໃນການແລ່ນເອກະສານ ຢູ່ເບື້ອງໄທຍມີຄວາມຊັກຊ້າ.
ດັ່ງຄົນງານລາວ ທີ່ຕ້ອງການເດີນທາງມາເຮັດວຽກຢູ່ ປະເທດໄທຍທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 25 ເມສາ 2022 ນີ້ວ່າ:
“ມັນສ່ວນຫລາຍ ເຂົາມີເຖົ້າແກ່ແລ້ວຢູ່ທາງນັ້ນຄື ເຂົາຢາກກັບໄປຫານາຍຈ້າງເກົ່າ ເຂົາຫັ້ນເນາະໂດຍທີນຶ່ງນີ້ບໍ່ຢາກຖ້າເອກະສານ ດົນຫັ້ນນ່າຄືຕ້ອງໃຊ້ເວລາຢູ່ ປະມານເຄີ່ງເດືອນນຶ່ງ ຫລືສັກ 45 ວັນແບບວ່າເພິ່ນສິໄດ້ເອົາຫັ້ນນ່າ ແມ່ນແລ້ວກໍອີກຢ່າງກໍນາຍຈ້າງ ເພິ່ນບໍ່ມີເວລານຶ່ງການເຮັດເອກະສານເນາະ ນາຍຈ້າງເພິ່ນກໍບໍ່ຢາກເຮັດໃຫ້.”
ທີ່ຜ່ານມາການນຳ ເຂົ້າແຮງງານຕ່າງຊາດໃນໄລຍະນີ້ ຕ້ອງປະຕິບັດຕາມຂັ້ນຕອນການນຳເຂົ້າ ແຮງງານຂອງໄທຍ 8 ຂັ້ນຕອນ ແຕ່ໜ່ວຍງານທີ່ກ່ຽວຂ້ອງ ພັດມີທ່າອ່ຽງວ່າຈະສເນີໃຫ້ມີການຫລຸດ ຂັ້ນຕອນ ແລະໄລຍະເວລາລົງ ເພື່ອປັບປຸງການແລ່ນເອກະສານ ໃຫ້ສະດວກຂຶ້ນ.
ດັ່ງເຈົ້າໜ້າທີ່ ຜແນກປະຊາສັມພັນກົມແຮງງານ ຢູ່ແຂວງໜອງຄາຍກ່າວວ່າ:
“ທ່ານກ່າວວ່າກໍຝັ່ງໄທຍ ມີຄວາມຕ້ອງການຝັ່ງລາວກໍຈະເປັນເຣື່ອງ ຂອງການຈັດຫາຄົນແລ້ວກໍສົ່ງບັນຊີ ຣາຍຊື່ກັບມາໃຫ້ນາຍຈ້າງ ກ່ອນທີ່ຈະເຮັດວຽກໃຫ້ເພື່ອວ່າຈະເຂົ້າ ທາງໜອງຄາຍ ຫລືທາງມຸກດາຫານແນວນີ້ ກໍມີຈະມີໄລຍະເວລາກຳນົດໄວ້ຢູ່ ໃນເຣື່ອງຂອງການເຂົ້າປະເທດດຽວ ວັນພຸດຈະມີປະຊຸມເຣື່ອງນີ້ຄວາມຊັດເຈນ ແນວໃດເຮົາຕ້ອງລໍຖ້າກອງປະຊຸມກ່ອນ.”
ໃນຂະນະດຽວກັນ ການເດີນທາງມາເຮັດວຽກ ຢູ່ປະເທດໄທຍຕາມຣະບົບ MOU ໃນໄລຍະການແຜ່ຣະບາດ ຂອງພະຍາດໂຄວິດ-19 ມີ່ຄ່າໃຊ້ຈ່າຍເພີ່ມຂຶ້ນຈາກ ສະຖານະການປົກກະຕິ ປະມານ 6,900-7,500 ບາດ ຕໍ່ຄົນສະນັ້ນຄັນເປັນໄປໄດ້ ຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຫລຸດໄລຍະເວລາໃນການກັກໂຕລົງ ແລະຫລຸດຄ່າເຮັດວິຊ້າລົງເຫລືອ 500 ຄືເກົ່າ.
ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມຢູ່ແຂວງທາງພາກໃຕ້ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຄ່າວິຊ້ານີ້ມັນແພງເກີນໄປ 2,000 ມັນຄວນຈະເປັນ 500. ສອງມາບາດນີ້ການຜ່ອນຜັນ ໂຄວິດ-19 ກໍຖືວ່າຜ່ອນຜັນແລ້ວເນາະ ປະມານເດືອນ 5 ກໍສິເປີດຜ່ອນຜັນແລ້ວກໍໂຕນີ້ ມັນສິໄດ້ຫລຸດລົງສາມາເຣື່ອງການກັກໂຕ 7 ມື້ ນີ້ມັນດົນເກີນໄປ ຄ່າໃຊ້ຈ່າຍຢູ່ໃນການກັກໂຕ 7,500 ຫາ 7,900 ນີ້ ສູງເກີນໄປໃຊ້ເວລາດົນໂພດ.”
ສຳລັບການເດີນທາງ ມາເຮັດວຽກຢູ່ປະເທດໄທຍ ຕາມຣະບົບ MOU ນັ້ນມີຄ່າໃຊ້ຈ່າຍປະມານ 11,490-22,000 ບາດ ຕໍ່ຄົນໃນນັ້ນກວມເອົາຄ່າ ກວດເຊື້ອໂຄວິດ-19, 2 ຄັ້ງເປັນເງິນ 2,600 ບາດ, ຄ່າວິຊ້າ 2 ປີ ເປັນເງິນ 2,000 ບາດ, ໃບອະນຸຍາດເຮັດວຽກ 2 ປີ ເປັນເງິນ 1,900 ບາດ, ຄ່າກວດສຸຂພາບ 6 ໂຣກ ເປັນເງິນ 500 ບາດ, ຄ່າປະກັນສຸຂພາບຮວມໂຣກໂຄວິດ-19 ເປັນເງິນ 990 ບາດ, ຄ່າບໍຣິການທາງການແພດ ກໍຣະນີສັກວັດຊິນເປັນເງິນ 50 ບາດ ແລະຄ່າສະຖານທີ່ກັກໂຕ ມື້ລະ 500-1,000 ບາດ ກໍຣະນີກັກໂຕ 7 ວັນຕ້ອງຈ່າຍເງິນ 3,500-7,000 ບາດ ສ່ວນກໍຣະນີກັກໂຕ 14 ວັນຕ້ອງຈ່າຍເງິນ 7,000 – 14,000 ບາດ.
ກ່ຽວກັບເຣື່ອງທາງການໄທຍ ແລະໜ່ວຍງານທີ່ກ່ຽວຂ້ອງ ໄດ້ຮັບຊາບເຖິງບັນຫາ ເຣື່ອງຄ່າໃຊ້ຈ່າຍໃນກັກໂຕ ທີ່ຂ້ອງຂ້າງສູງ ແລະຄາດວ່າຈະຫລຸດຜ່ອນ ຈຳນວນມື້ ແລະຄ່າໃຊ້ຈ່າຍໃນການກັກໂຕ ໃນສ່ວນຂອງແຮງງານ ນຳເຂົ້າ 3 ສັນຊາດ.
ດັ່ງເຈົ້າໜ້າທີ່ຜແນກ ປະຊາສັມພັນກົມ ຈັດຫາງານຂັ້ນສູງກາງກ່າວວ່າ:
“ຍານາງກ່າວວ່າ ເຣື່ອງລັກລອບເຂົ້າ ແມ່ນບໍ່ຈຸດນີ້ເຂົາອ້າງວ່າ ມັນມີຄ່າກັກໂຕທີ່ເວລາຕ້ອງເຂົ້າມາ MOU ຕອນນີ້ທີ່ມັນແພງ ກໍເພາະວ່າມັນມີຄ່າພັກໃນການກັກໂຕ ຈັກວັນພໍວັນທີ 1 ພຶສພາ ເຂົາກໍຈະເຣີ້ມເດີນທາງເຂົ້າປະເທດໄທຍໂດຍບໍ່ຕ້ອງກັກໂຕ ຈັກວັນໆ ແນວນີ້ແຮງງານ ຕ່າງດ້າວເຮົາກໍປັບມາຕການ ກົງກັນນຳດ້ວຍ ທາງກະຊວງທາງກົມນີ້ ຍັງລໍຖ້າຄຳສັ່ງຈາກນາຍົກ ຢ່າງໃດກໍສິຫລຸດຜ່ອນລົງ.”
ອີງຕາມບົດຣາຍງານ ຂອງກະຊວງແຮງງານໄທຍເມື່ອວັນທີ 6 ເມສາທີ່ຜ່ານມານີ້ຣະບຸວ່າປັດຈຸບັນນີ້ ມີນາຍຈ້າງຈາຫົວໜ່ວຍແຮງງານຕ່າງໆ ຂອງໄທຍຍື່ນຈຳນວນຄວາມຕ້ອງການ ໃຊ້ແຮງງານ 3 ສັນຊາດມາຍັງທາງການໄທຍແລ້ວເປັນຈຳນວນ 167,961 ຄົນ ໃນນີ້ຕ້ອງການຄົນງານ ສັນຊາດພະມ້າ 117,029 ຄົນ, ກັມພູຊາ 38,933 ຄົນ ແລະ ລາວ 11,999 ຄົນ ທັງນີ້ໄດ້ດຳເນີນການສົ່ງຈຳນວນ ຄວາມຕ້ອງການແຮງງານ ຂອງນາຍຈ້າງດັ່ງກ່າວນີ້ ໄປຍັງປະເທດຕົ້ນທາງ ສຳເຣັດແລ້ວເປັນຈຳນວນ 144,709 ຄົນ ແລະ ມີຄົນງານລາວ ແລະກັມພູຊາເຂົ້າມາເຮັດວຽກ ພາຍໃນປະເທດໄທຍແລ້ວປະມານ 6,000 ຄົນ.
ສ່ວນເຣື່ອງການອະນຸຍາດ ໃຫ້ແຮງງານຂ້າມຊາດທັງ 3 ສັນຊາດທີ່ຢູ່ພາຍໃນປະເທດໄທຍ ຊຶ່ງມີຈຳນວນ 2,132,469 ຄົນສາມາດເຮັດວຽກ ແລະຂໍຢູ່ພາຍໃນປະເທດໄທຍ ຕໍ່ອີກເປັນໄລຍະ 2 ປີ ໂດຍບໍ່ຕ້ອງເດີນທາງ ກັບປະເທດຕົ້ນທາງ ເພື່ອແກ້ໄຂບັນຫາການຂາດເຂີນແຮງງານ ຕາມນະໂຍບາຍຂອງທາງການໄທຍ ເຖິງແມ່ນວ່າທາງນາຍຈ້າງ ແລະຄົນງານເອງຈະເຫັນດີ ແຕ່ຂໍ້ສເນີດັ່ງກ່າວນີ້ຍັງບໍ່ສາມາດ ຈັດຕັ້ງປະຕິບັດໄດ້ຍ້ອນເປັນປະເດັນ ທີ່ລະອຽດອ່ອນ ແລະກ່ຽວກັບການບໍຣິຫານ ຈັດການຂອງຣັຖບານທັງ 3 ປະເທດນຳດ້ວຍ.