ເຊກອງ ຂຶ້ນທະບຽນ ຣົຖຜິດກົດໝາຍ ໃຫ້ເສັຍພາສີ ຖືກຕ້ອງ
2022.04.21

ທ່ານ ແກ້ວອຳພອນ ແສງນວນຈັນ ຫວົໜ້າພາສີ ປະຈຳແຂວງເຊກອງ ກ່າວວ່າ ແຕ່ກາງເດືອນ ພຶສຈິກາ 2021 ມາຮອດວັນທີ 31 ມີນາ 2022 ໄດ້ມີການຂຶ້ນບັນຊີ ຍານພາຫະນະ ປະເພດຣົຖທີ່ມີເຄື່ອງຈັກ 367 ຄັນ. ໃນນີ້ ມີຣົຖໃຫຍ່ 176 ຄັນ ແລະ ຣົຖຈັກ 191 ຄັນ ເຊິ່ງສາມາດສະສາງຣົຖເຖື່ອນ ທີ່ມີໃບອະນຸຍາດ ໃນການນຳເຂົ້າ ແລະນຳໃຊ້ຈຳນວນ 215 ຄັນ ທີ່ເປັນຣົຖໃຫຍ່ 143 ຄັນ ແລະ ຣົຖຈັກ 72 ຄັນ ອີກທັງຍັງສາມາດເກັບພາສີອາກອນ ໄດ້ 3 ຕື້ 500 ປາຍ ລ້ານກີບ ນຳດ້ວຍ. ໂດຍສ່ວນຫລາຍ ແມ່ນເປັນຣົຖເຖື່ອນ ທີ່ມີການນຳເຂົ້າ ມາຈາກປະເທດໄທຍ.
ດັ່ງເຈົ້າໜ້າທີ່ຕຳຣວດ ແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ເມື່ອວັນທີ 12 ເມສາ 2020 ນີ້ວ່າ:
“ຄັນວ່າຣົຖນຳເຂົ້າບໍ່ຖືກຕ້ອງ ກໍປະຕິບັດຕາມລະບຽບ ກົດໝາຍ ຂອງພາສີອິຫຍັງຫັ້ນນ່າ. ມັນນຳເຂົ້າບໍ່ຖືກ ຕາມກົດໝາຍ ແບບຣົຖລັກລອບເຂົ້າມາ ຫັ້ນແຫລະ. ເປັນລັກສະນະ ມີການ ມີການລັກລອບຊື້-ຂາຍ ທີ່ບໍ່ຖືກຕ້ອງ ລັກກັນຂ້າມມານີ້ ແລ້ວມານຳໃຊ້ ຢູ່ຝັ່ງລາວນີ້. ເຂົາເອີ້ນວ່າ ຣົຖນຳເຂົ້າບໍ່ຖືກຕ້ອງ ແລ້ວກໍຫລັງຈາກນັ້ນ ກໍຈະມີການຍືດ ການຫຍັງ ແລ້ວກໍໃຫ້ເສັຽພາສີ.”
ໃນຂະນະດຽວກັນ ອົງການປົກຄອງ ແຂວງເຊກອງ ຈະເລັ່ງສັ່ງການ ໃຫ້ຄະນະກັມມະການ ຮັບຜິດຊອບ ດຳເນີນການແກ້ໄຂ ບັນຫາການນຳເຂົ້າ ຍານພາຫະນະ ທີ່ບໍ່ຖືກຕ້ອງຢ່າງຈິງຈັງ ເຊັ່ນຣົຖໃຫຍ່ 33 ຄັນ ຣົຖຈັກໃຫຍ່ 33 ຄັນ ແລະ ຣົຖຈັກ 119 ຄັນ ທີ່ກວດພົບໃນໄລຍະທີ່ຜ່ານມາ ໃຫ້ສຳເຣັດ ພາຍໃນ 3ເດືອນ ຈາກເດືອນເມສາ ຫາ ເດືອນ ມິຖຸນານີ້.
ສຳລັບຜູ້ທີ່ນຳຣົຖເຖື່ອນ ມາຂຶ້ນທະບຽນ ຕາມທີ່ກົດໝາຍກຳນົດນັ້ນ ຈະຕ້ອງໄດ້ເສັຽພາສີ ຕາມອັຕຣາ ທີ່ກະຊວງການເງິນກຳໜົດ ໂດຍບໍ່ຕ້ອງເສັຍຄ່າປັບໃໝ່. ໃນຂະນະທີ່ຜູ້ທີ່ບໍ່ໄດ້ນຳຣົຖ ມາຂຶ້ນທະບຽນ ແບບຖືກກົດໝາຍນັ້ນ ຕ້ອງໄດ້ລໍຖ້າ ໃຫ້ທາງການເປີດຮັບຂຶ້ນທະບຽນ ໃນຮອບຕໍ່ໄປ.
ດັ່ງເຈົ້າໜ້າທີ່ ຜແນກເກັບພາສີ ຢູ່ແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍ່າແໜ່ງ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຈະເປັນຮອບໆ ເພາະວ່າຮອບທຳອິດຫັ້ນ ເພິ່ນແຈ້ງແກ້ໄຂ ບໍ່ມີປັບໃໝ ໄລຍະ 3 ເດືອນ. ເອີ! ເດືອນ 10 ຫາເດືອນ 1. ແລ້ວພໍດີ ມັນຍັງແກ້ໄຂບໍ່ໝົດ ແລ້ວເພິ່ນຕໍ່ຮອດເດືອນ 3 ໃຫ້. ເພີ່ນປີດແລ້ວ ບຸກຄົນທີ່ຄອບຄອງ ຣົຖນຳເຂົ້າບໍ່ຖືກຕ້ອງ ໃຫ້ເຂົ້າມາຄິດໄລ່ ຢູ່ນຳເຮົາ ຈະບໍ່ໄດ້ແຈ້ງແບບລາຄາໃຫ້ຮູ້ເລີຍ ເພາະວ່າ ຣົຖແຕ່ລະຄັນ ມັນກໍບໍ່ຄືກັນເດ້ ມັນເປັນຣົຖຮຸ່ນຫຍັງ, ປະເພດຫຍັງ, ປີໃດ ເຮົາຈຶ່ງຈະໄລ່ໄດ້.”
ປະຊາຊົນ ຈຳນວນນຶ່ງ ພັດຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ດຳເນີນການປ້ອງກັນ ບໍ່ໃຫ້ມີການລັກລອບ ນຳເຂົ້າຣົຖຈັກ, ຣົຖໃຫຍ່ ແລະ ຣົຖປະເພດອື່ນໆ ຈາກປະເທດເພື່ອນບ້ານເປັນຕົ້ນ ໄທຍ, ຈີນ ແລະ ວຽດນາມ ແບບບໍ່ຖືກຕາມກົດໝາຍຕື່ມ ແລະ ເຫັນວ່າການເປີດໃຫ້ປະຊາຊົນ ມາຂຶ້ນທະບຽນຣົຖແບບຖືກກົດໝາຍ ຕາມພາຍຫລັງ ເປັນການແກ້ໄຂບັນຫາແບບບໍ່ຖືກຈຸດ.
ດັ່ງຊາວລາວຜູ້ນຶ່ງ ສະແດງ ຄວາມເຫັນ ຜ່ານຊື່ສັງຄົມອອນລ່າຍ ເມື່ອໄລຍະບໍ່ດົນມານີ້ວ່າ:
“ເຂົາໃຊ້ເງິນເປັນໃບເບີກທາງ ວ່າງ່າຍໆ ຕົ້ນເຫດຂອງຣົຖເຖື່ອນ ພາຍໃນປະເທດລາວ ເປັນຍ້ອນ ເຈົ້າໜ້າທີ່ຣົຖ ຮັບເງິນສິນບົນ ຈາກກຸ່ມຜູ້ລັກລອບນຳເຂົ້າ. ຖ້າຢາກແກ້ໄຂບັນຫາ ທີ່ຕົ້ນເຫດ ກໍຄວນແກ້ຜູ້ເບີກທາງຫັ້ນ ເພາະຖ້າເຈົ້າໜ້າທີ່ ເຄັ່ງຄັດແລ້ວ ອາດຊ່ອຍຈັດການ ກັບບັນຫານີ້ງ່າຍຂຶ້ນ ແທນທີ່ຈະມາແກ້ບັນຫາທີ່ປາຍເຫດ”
ປັຈຸບັນ ທາງການລາວ ພະຍາຍາມ ສນັບສນູນ ໃຫ້ຊາວລາວ ນຳຣົຖມາຂຶ້ນທະບຽນ ຕາມກົດໝາຍ ເພື່ອເສັຍພາສີ ການນຳໃຊ້ໃຫ້ແກ່ທາງການ. ສ່ວນເອກກະສານອື່ນໆ ເປັນຕົ້ນການອອກນຳໃຊ້ຣົຖເຖື່ອນ ສະເພາະຂອບເຂດ ທີ່ຈຳກັດນັ້ນ ທາງການລາວໄດ້ລືບລ້າງມາຕຣາດັ່ງກ່າວໄປແລ້ວ.
ດັ່ງເຈົ້າໜ້າທີ່ຕຳຣວດ ຢູ່ເມືອງດາກຈື້ງ ອິກທ່ານນຶ່ງກ່າວວ່າ:
“ທີ່ມີໃບນຳໃຊ້ ເພິ່ນລືບລ້າງໝົດແລ້ວ. ຢູ່ລາວກໍບໍ່ໄດ້ໃຫ້ພາກສ່ວນໃດ ເຮັດໃຫ້ ມີໃບນຳໃຊ້ເນາະ ມີແຕ່ອັນນ່າ ເສັຽພາສາໃຫ້ມັນຖືກຕ້ອງຕາມລະບຽບກົດໝາຍ.”
ເຖິງແມ່ນວ່າ ທາງການລາວບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ຣັຖ ອອກໃບນຳໃຊ້ຣົຖເຖື່ອນ ໃຫ້ແກ່ປະຊາຊົນທົ່ວໄປ ແຕ່ພັດຍັງມີການນຳໃຊ້ເອກກະສານດັ່ງກ່າວນີ້ ຢູ່ພາຍໃນເມືອງແລະ ແຂວງຕ່າງໆ ໃນປະເທດລາວຢ່າງແຜ່ຫລາຍ ໂດຍສະເພາະພື້ນທີ່ເຂດນອກ ເນື່ອງຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ມີຄວາມເຂັມງວດ ໃນການກວດກາ ພໍເທົ່າໃດ.
ດັ່ງຊາວບ້ານ ຢູ່ເມືອງທ່າແຕງ ແຂວງເຊກອງ ທ່ານນຶ່ງກ່າວວ່າ:
“ຢູ່ບ້ານນອກຄອກນາ ບ່ອນບ້ານທີ່ບໍ່ມີຕຳຣວດ ເປັນບ້ານຕໍ່ບ້ານ ຈັ່ງຊັ້ນນ່າ ເອີ ເຂົານຳໃຊ້ຣົຖເຖື່ອນ ເຂົາບໍ່ມີໜັງສືບໍ່ເປັນຫຍັງ ນອກຈາກ ຄັນວ່າ ເຮົາບໍ່ໄດ້ເຂົ້າໄປໃນເມືອງ. ໂດຍສະເພາະທາງຝັ່ງລາວເຮົາ ບ້ານມັນຍັງບໍ່ທັນໃຫຍ່ ມັນບ້ານນອກ ຈັ່ງຊັ້ນ ເຂົາສາມາດໃຊ້ຣົຖເຖື່ອນໄດ້. ຄັນເຮົາເຂົ້າໄປໃນໝອກ ໃນເມືອງຫັ້ນ ເຮົາຈຶ່ງນຳໃຊ້ຣົຖ ມີເອກກະສານ. ຊິອອກໄປທັມມະດານີ້ ເຮົາໃຊ້ຣົຖທັມມະດາ ເຮົານີ້ກໍໄດ້.”
ທີ່ຜ່ານມາ ການເຮັດເອກກະສານ ເປັນຣົຖແບບຖືກຕ້ອງ ຕາມກົດໝາຍນັ້ນ ຜູ້ມີຣົຖ ຕ້ອງໄດ້ໃຊ້ຈ່າຍຫລາຍ ເປັນຕົ້ນຣົຖຈັກ ຈະເສັຍຄ່າ ແລ່ນເອກກະສານປະມານ 3,500,000 ກີບຕໍ່ຄັນ. ສ່ວນຣົຖໃຫຍ່ ຈະເສັຽຄ່າແລ່ນເອກກະສານ ປະມານ 10,000,000 ກີບ ຂຶ້ນໄປ. ທັ້ງນີ້ ຂຶ້ນຢູ່ກັບສະພາບ ແລະ ປະເພດຂອງຣົຖ. ສະນັ້ນຈຶ່ງເຮັດໃຫ້ປະຊາຊົນ ຈຳນວນຫລາຍ ບໍ່ນິຍົມນຳໃຊ້ຣົຖທີ່ມີເອກກະສານ ຖືກຕ້ອງຕາມກົດໝາຍ.
ດັ່ງພະນັກງານແລ່ນເອກກະສານ ກ່ຽວກັບຣົຖເຖື່ອນຜູ້ນຶ່ງ ກ່າວວ່າ:
“ຢູ່ເບື້ອງລາວນີ້ ມັນກໍຂຶ້ນກັບ ຄວາມແຮງຂອງຣົຖ ປະມານ 10,000 ປາຍບາທ. ມັນກໍມີບາງຄັນ ມັນກໍລຸດກວ່ານັ້ນ ມັນຂຶ້ນຕາມສະພາບຣົຖ ຫັ້ນນ່າ. ຣົຖໃຫຍ່ເຮົາກໍເອົາ ແລ່ນເອກກະສານ ເຮົາກໍແລ່ນ ມັນກໍຂຶ້ນຕາມຣົຖ ສ່ວນຫລາຍມາຈ້າງເຮົາຈັ່ງຊີ້ ເຂົາເຈົ້າຈະໄລ່ເປັນເງິນກີບເດ່ເນາະ ມັນກະປະມານ 10 ລ້ານກີບຂຶ້ນໄປ ຫາ 100 ປາຍລ້ານກໍມີ ຣົຖໃຫຍ່ຫັ້ນນ່າ. ຂະເຈົ້າກໍໄລ່ຕາມລາຄາ ຂອງຣົຖຫັ້ນນ່າ.”
ກ່ອນໜ້ານີ້ ທ່ານນາຍຍົກຣັຖມົນຕຣີລາວ ໄດ້ອອກຄຳສັ່ງສບັບເລກທີ່ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາຕການ ຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ ຍານພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ເພື່ອແກ້ໄຂບັນຫາ ຍານພາຫະນະ ບໍ່ມີໜັງສືນຳເຂົ້າ, ບໍ່ໄດ້ປະຕິບັດຕາມພັນທະ ເສັຍພາສີ-ອາກອນ ໃຫ້ຣັຖ ແລ້ວນຳໄປແລກປ່ຽນຊື້-ຂາຍ, ນຳໃຊ້ເອກກະສານປອມ ແລະ ຕິດປ້າຍທະບຽນປອມ ໃຫ້ຖືກຕ້ອງຕາມກົດໝາຍ ໃນຂອບເຂດທົ່ວປະເທດ ນັບແຕ່ວັນທີ່ 20 ຕຸລາ 2021 ຫາວັນທີ່ 20 ມົກກະຣາ 2022. ຖ້າຫາກມາແຈ້ງ ໃນໄລຍະດັ່ງກ່າວນີ້ ແມ່ນຈະພິຈາຣະນາ ໃຫ້ເສັຍພາສີ-ອາກອນ ຕາມລະບຽບທົ່ວໄປ ໂດຍບໍ່ຖືກປັບໃໝ ແລະ ບໍ່ຖືກຢຶດຣົຖ ເປັນຊັບສິນຂອງຣັຖ. ສະບາຍດີ.