ເຕືອນພົລເມືອງໄທຍ ລະວັງຖືກຫຼອກ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ

ຈຳປາທອງ
2022.04.28
ເຕືອນພົລເມືອງໄທຍ ລະວັງຖືກຫຼອກ ໄປເຮັດວຽກ ຢູ່ສາມຫຼ່ຽມຄຳ ວິຖີ ຊີວິດຂອງຜູ້ຄົນ ຕາມແຄມນ້ຳຂອງ ທີ່ເມືອງຊຽງແສນ ແຂວງຊຽງຮາຍ (ປະເທດໄທຍ) ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ, ວັນທີ 15 ເມສາ 2022.
RFA

ກະຊວງການຕ່າງປະເທດໄທຍ ໄດ້ປະກາດແຈ້ງເຕືອນຄົນໄທຍ ໃນມື້ວັນທີ 25 ເມສາ 2022 ທີ່ຈະໄປເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຂອງລາວ ໃຫ້ລະວັງການໂຄສະນາຫລອກລວງ ຜ່ານສື່ສັງຄົມອອນລາຍນ໌ ຫລືຖືກນາຍໜ້າຊັກຊວນໄປວ່າ ຈະໄດ້ເງິນດີ, ສວັດດິການດີ, ມີທີ່ພັກ ແລະອາຫາພ້ອມ ຊຶ່ງອາຈຕົກເປັນເຫຍື່ອ ຂອງການຄ້າປະເວນີ ແລະແກ໊ງຄອນເຊັນເຕີ (Call Center) ແຕ່ເມື່ອຖ້າຫາລາຍໄດ້ໃຫ້ເຂົາ ບໍ່ເຖິງເປົ້າໝາຍ ກໍອາຈຖືກຮຽກເອົາເງິນນໍາເປັນຈໍານວນຫລວງຫລາຍ, ຖືກຂົ່ມ ຂູ່ ທໍາຮ້າຍຮ່າງກາຍ, ຖືກກັກຂັງ, ຢຶດເອກກະສານປະຈໍາຕົວ ຮວມໄປເຖິງການສົ່ງຕໍ່ໃຫ້ນາຍຈ້າງຣາຍອື່ນ.

ດັ່ງນັ້ນ ຖ້າຫາກຄົນໄທຍຢາກໄປເຮັດວຽກ ຢູ່ໃນເຂດດັ່ງກ່າວ ກໍຕ້ອງໄປຢ່າງຖືກຕ້ອງ ຕາມລະບຽບການ, ປະກອບເອກກະສານໄປເຮັດວຽກຢູ່ລາວ ຜ່ານການຂໍວີຊາ ແລະໃບອະນຸຍາດເຮັດວຽກ, ຈະມີການກວດສອບລັກສະນະງານ, ອັດຕຣາການຈ້າງງານ, ສວັດດິການ ແລະປະວັດນາຍຈ້າງຄັກແນ່, ບໍ່ແມ່ນວ່າຈະໄປເຮັດວຽກຢູ່ລາວ ໂດຍໃຊ້ວີຊາທ່ອງທ່ຽວ.  

ເຈົ້າໜ້າທີ່ກອງຄຸ້ມຄອງ ແລະດູແລຜົລປໂຍດຄົນໄທຍ ໃນຕ່າງປະເທດ, ກົມກົງສຸນ ກະຊວງການຕ່າງປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ເມ ສານີ້ວ່າ:

ການໄປເຮັດວຽກ ຈະຕ້ອງມີການຂໍວີຊາຈາກສະຖານທູດລາວ ປະຈໍາປະເທດໄທຍ ຊຶ່ງການຂໍວີຊາ ຈະຕ້ອງມີເອກສານປະກອບ ບໍ່ວ່າຈະເປັນພວກສັນຍາຈ້າງອີ່ຫຍັງຕ່າງໆ ທີ່ມັນຖືກຕ້ອງຕາມກົດໝາຍ ສະຖານທູດເພິ່ນຈຶ່ງຈະອອກວີຊາໃຫ້. ແຕ່ຄົນທີ່ໄປນີ້ ອາຈໃຊ້ວີຊາທ່ອງທ່ຽວ ເພາະບາງປະເທດເພິ່ນໃຫ້ Free Visa ສໍາລັບການທ່ອງທ່ຽວ 30 ມື້ ກໍໄປເຮັດວຽກ ຖືວ່າຜິດກົດໝາຍ ເຈົ້າເຂົ້າເມືອງລາວ ຜິດປະເພດທີ່ຈະໄປ.”

ທ່ານກ່າວຕື່ມວ່າ ຄົນໄທຍທີ່ຕ້ອງການໄປເຮັດວຽກຢູ່ລາວ ຕ້ອງກວດສອບຂໍ້ມູນທົ່ວໄປດ້ວຍຕົນເອງ ເປັນຕົ້ນ ການແຈ້ງເຕືອນຂອງສະຖານທູດໄທຍປະຈໍາລາວ ຫລືສື່ປະຊາສັມພັນຂໍ້ມູນຂ່າວສານ ທາງອອນລາຍນ໌ ທີ່ແຈ້ງເຕືອນ ແລະທັງສອບຖາມຂໍ້ມູນຕ່າງໆນໍາ ກະຊວງແຮງງານ ແລະກະຊວງການຕ່າງປະເທດນໍາດ້ວຍ.

ເມື່ອວັນທີ 16 ມິນາຜ່ານມາ ສະຖານທູດໄທຍປະຈໍາລາວ ກໍໄດ້ປະກາດເຕືອນ ຮວມທັງໄດ້ເຜີຍແພ່ຜ່ານສື່ສັງຄົມອອນລາຍນ໌ ໃຫ້ລະວັງການຖືກຫລອກລວງໄປເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌. ພາຍຫລັງມີການປະກາດນີ້  ກໍໄດ້ມີແມ່ຍິງໄທຍ ທີ່ເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ໄດ້ຕິດຕໍ່ຂໍຄວາມຊ່ອຍເຫລືອ ຈາກ ສະຖານທູດໄທຍປະຈໍາລາວ ຢ່າງຕໍ່ເນື່ອງ ແລະຄົນໄທຍ ທັງຍິງ ແລະຊາຍຈໍານວນນຶ່ງ ກໍໄດ້ຖືກຊ່ອຍອອກມາແລ້ວ ແລະຈໍານວນນຶ່ງຍັງລໍຖ້າ ການຊ່ອຍເຫລືອຢູ່ ແລະອີກຈໍານວນນຶ່ງຍັງເຮັດວຽກຢູ່ຕໍ່ ຍ້ອນວ່າໄກ່ເກັ່ຍບັນຫາ ກັບເຈົ້າຂອງບໍຣິສັດຈີນຢູ່ທີ່ນັ້ນໄດ້.

ດັ່ງເຈົ້າໜ້າທີ່ສະຖານທູດໄທຍ ປະຈໍາລາວກ່າວໃນມື້ດຽວກັນນີ້ວ່າ:

ບັນຫາຄົນໄທຍ ຖືກຕົວະໃຫ້ມາເຮັດວຽກຢູ່ກາສິໂນຄິງສ໌ໂຣມັນສ໌ ກໍຍັງມີຢູ່ ຖ້າທາງສະຖານທູດໄດ້ຮັບການຕິດຕໍ່ຈາກຄົນໄທຍ ເຮົາກໍປະສານງານ ໄປຫາທາງການລາວ ໃຫ້ເຂົ້າໄປກວດສອບ ໄດ້ຊ່ວຍເຫລືອກັບໄທຍໄປຈໍານວນນຶ່ງ ຫລືບາງຄົນກໍປ່ຽນໃຈ ຫລືບາງຄົນ ບໍ່ໄດ້ຕິດຕໍ່ເພີ່ມຕື່ມເຂົ້າມາ.”

ແລະເຈົ້າໜ້າທີ່ກົງສຸນໃຫຍ່ໄທຍ ປະຈໍາແຂວງສວັນນະເຂດກໍເວົ້າວ່າ ເຣື່ອງການຊ່ອຍເຫລືອແມ່ຍິງໄທຍ ຢູ່ ຄາສິໂນ ຄິງສ໌ໂຣມັນສ໌ນັ້ນ ແມ່ນຂຶ້ນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ປະຈໍາທ້ອງຖິ່ນ ທີ່ແຂວງບໍ່ແກ້ວ ແລະເມືອງຕົ້ນເຜິ້ງໂດຍກົງ, ສ່ວນກົງສຸນໄທຍມີໜ້າທີ່ ໃຫ້ຄໍາປຶກສາແກ່ແມ່ຍິງໄທຍ ທີ່ຕິດຕໍ່ເຂົ້າມາຫາເພື່ອຂໍຄວາມຊ່ອຍເຫລືອ ແລະສົ່ງບັນຫາຕໍ່ ໃຫ້ພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ.

ດັ່ງທີ່ທ່ານກ່າວໃນມື້ວັນທີ 28 ເມສານີ້ວ່າ:

ໃນເຣື່ອງດັ່ງກ່າວທີ່ວ່າເກີດຂຶ້ນ ກໍມີແຕ່ໜ່ວຍງານທ້ອງຖິ່ນ ສິດໍາເນີນການ ໃນການຊ່ວຍເຫລືອ ເພື່ອພິສູດຂໍ້ເທັດຈິງວ່າ ເຮົາມານີ້ມາດ້ວຍຄວາມສມັກໃຈບໍ່ ຫລືເຮົາຖືກຕົວະຍົວະ ແລະເຣື່ອງການສົ່ງໂຕກັບນັ້ນ ມັນເປັນໜ່ວຍງານຂອງລາວ. ຂອງສະຖານກົງສູນ ຫລືສະຖານທູດນີ້ ເປັນພຽງຮັບຊາບ ຫລືວ່າປະສານງານເຣື່ອງການຊ່ວຍເຫລືອ ທຸກໜ່ວຍງານມີໜ້າທີ່ຮັບຜິດຊອບ ເຣື່ອງການຊ່ວຍເຫລືອຢູ່ແລ້ວ.”
ອີງຕາມຂໍ້ມູນທີ່ບໍ່ເປັນທາງການ ໃນປີ 2022 ນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທຍ ປະຈໍາແຂວງຊຽງຮາຍ ເວົ້າວ່າ ແຕ່ເດືອນມົກກະຣາມາເຖິງປັດຈຸບັນ ຄົນໄທຍ ທັງຍິງ ແລະຊາຍ ຊຶ່ງສ່ວນຫລາຍມີອາຍຸກາຍ 18 ປີ ໄດ້ຖືກຊ່ອຍເຫລືອອອກມາຈາກ ຄາສິໂນ ຄິງສ໌ໂຣມັນສ໌ ໄດ້ທັງໝົດປະທານ 200 ຄົນ. ໃນນັ້ນຊ່ອຍອອກມາໄດ້ໃນເດືອນເມສານີ້ 13 ຄົນ. ຍັງມີຄົນໄທຍລໍຖ້າການຊ່ອຍເຫລືອອີກ 33 ຄົນ ຕາມທີ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງໄທຍຮິບໂຮມໄດ້.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຊຶ່ງເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ຜູ້ບໍ່ປະສົງອອກຊື່ ແລະສຽງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ຖ້າເວົ້າເຖິງ ພວກເຂົາເຈົ້າກັບມາຈາກຄິງສ໌ໂຣມັນສ໌ ແມ່ນ 200 ຄົນພຸ້ນ. ບາງເທື່ອເຮົາກໍບໍ່ໄດ້ສັມພາດ ແຕ່ການທີ່ເຮົາຊ່ວຍເຫລືອ ເຮົາມີກຸ່ມທີ່ຮ້ອງຂໍຄວາມຊ່ວຍເຫລືອ ຊຶ່ງປັດຈຸບັນນີ້ ກໍຍັງລໍຖ້າຄວາມຊ່ວຍເຫລືອ ຢູ່ຄິງສ໌ໂຣມັນສ໌ 33 ຄົນ.”
ເຈົ້າໜ້າທີ່ຕໍາຣວດຍິງ ຢູ່ແຂວງຊຽງຮາຍ ທີ່ໄດ້ສັມພາດແມ່ຍິງ ແລະຜູ້ຊາຍໄທຍ ພາຍຫລັງຊ່ອຍມາໄດ້ແລ້ວ ເວົ້າໃນມື້ດຽວກັນນີ້ວ່າ ນອກຈາກຄົນໄທຍຖືກຫລອກລວງ ໄປເຮັດວຽກໃນທີ່ນັ້ນແລ້ວ ກໍຍັງມີແມ່ຍິງລາວນໍາດ້ວຍ ຊຶ່ງສ່ວນຫລາຍຖືກຫລອກໄປເຮັດວຽກ ຕົ້ມຕຸນຄົນຈີນ, ຄົນຢູໂຣບ ໃຫ້ມາລົງທຶນນໍາບໍຣິສັດຈີນ, ຖ້າຜູ້ໃດເຮັດບໍ່ໄດ້ຕາມເປົ້າໝາຍ ກໍຈະເພີ່ມເວລາໃຫ້ເຮັດວຽກເປັນ 15 ຊົ່ວໂມງຕໍ່ມື້ ຫລືຖືກບັງຄັບໃຫ້ຂາຍບໍລິການທາງເພດ ຫລືຖືກໃຫ້ເຂົ້າຢູ່ຫ້ອງເຢັນ.

ດັ່ງທີ່ນາງເວົ້າວ່າ:

ເປັນ call Center, ເປັນ Scammer ແລກໆ ທໍາອິດ ກໍໃຫ້ເຈົ້າຫາ profile (ປວັດ) ໃນກຸ່ມຂອງຄົນຈີນ ຫລືວ່າກຸ່ມຂອງຢູໂຣບ ສ້າງ profile ຂອງໂຕເອງ ຄືຕີສນິດ ຫລືວ່າຈີບກັນ ກໍມີການຊັກຊວນກັນ ຈາກໃນກຸ່ມ Facebook, ກໍມາກຸ່ມ Line. ພໍເຖິງຂັ້ນຂະບວນການຫລອກເອົາເງິນ ກໍຈະມີອີກຊຸດນຶ່ງ ທີ່ເຂົາມີເຕັກນິກ ໃນການເວົ້າວ່າ ຕ້ອງລົງທຶນຈັ່ງໃດ ຖ້າເຈົ້າເຮັດບໍ່ໄດ້ ເພິ່ນກໍເພີ່ມເວລາເຮັດວຽກຈາກ 10 ຊົ່ວໂມງ ເປັນ 13 ຊົ່ວໂມງ,  ຈາກ 13 ຊົ່ວໂມງໄປເຖິງ 15 ຊົ່ວໂມງ ຕໍ່ມື້ຈັ່ງຊີ້ ກໍຈະມີການລົງໂທດ ຂົ່ມຂູ່ ເຮັດບໍ່ໄດ້ ເຈົ້າກໍຕ້ອງຖືກສົ່ງໄປຂາຍບໍຣິການທາງເພດ ຫລືຖືກເຂົ້າຫ້ອງເຢັນ ຫ້ອງຊ້ອມ ກໍເກີດຂຶ້ນແທ້.”

ນາງເວົ້າຕື່ມວ່າ ແມ່ຍິງໄທຍ ທີ່ຖືກຊ່ອຍມາໄດ້ ສ່ວນໃຫຍ່ຮຽນຈົບຊັ້ນປຣິນຍາຕຣີ ແລະສ່ວນຫລາຍເປັນຊົນເຜົ່າຢູ່ແຂວງພາກເໜືອຂອງໄທຍ ທີ່ປາກພາສາຈີນ ແລະພາສາອັງກິດໄດ້, ເຄີຍເຮັດວຽກກ່ຽວກັບໄກດ໌ (Guide), ເປັນພະນັກງານຕ້ອນ ຮັບຢູ່ໂຮງແຮມ ແລະຮ້ານອາຫານມາກ່ອນ. ພວກເຂົາເຈົ້າເປັນຄົນວ່າງງານ ຍ້ອນການຣະບາດຂອງ ໂຄວິດ-19.

ກ່ຽວກັບເຣື່ອງທີ່ວ່ານີ້ ກະຊວງແຮງງານຂອງໄທຍ ກໍໄດ້ອອກແຈ້ງເຕືອນຄົນໄທຍ ບໍ່ໃຫ້ຫລົງເຊື່ອຄໍາແອບອ້າງວ່າ ສາມາດພາໄປເຮັດວຽກ ຫລືສົ່ງໄປຝຶກງານໃນຕ່າງປະເທດໄດ້ ແລະໃຫ້ມີສະຕິລະວັງຕົວ, ບໍ່ໃຫ້ເສັຍໂອກາດໃນການທໍາງານ ແລະບໍ່ໃຫ້ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.