ສົ່ງສິນຄ້າ ລາວໄປໄທຍ ຜ່ານທ່າບົກວັງເຕົ່າ ຍັງຫຍຸ້ງຍາກ

ພູວົງສ໌
2022.04.21
ສົ່ງສິນຄ້າ ລາວໄປໄທຍ ຜ່ານທ່າບົກວັງເຕົ່າ ຍັງຫຍຸ້ງຍາກ ຣົຖຂົນສົ່ງສິນຄ້າ ລະຫວ່າງ ແຂວງມຸກດາຫານ-ສວັນນະເຂດ ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19.
RFA

ປັດຈຸບັນ, ການຂົນສົ່ງສິນຄ້າ ຈາກລາວໄປໄທຍ ໂດຍຜ່ານໂຄງການ ທ່າບົກວັງເຕົ່າ ຢູ່ພາຍໃນເຂດເສຖກິຈ ວັງເຕົ່າ-ໂພນທອງ, ເມືອງໂພນທອງ ແຂວງຈຳປາສັກ ທີ່ຢູ່ໃນໄລຍະທົດລອງ ເປີດໃຫ້ບໍຣິການ ມາຕັ້ງແຕ່ເດືອນກັນຍາ ປີ 2021 ນັ້ນ, ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ ແກ່ຜູ້ປະກອບການລາວ ເປັນຕົ້ນ ຄ່າບໍຣິການ ຂົນສົ່ງສິນຄ້າຜ່ານແດນ ບາງປະເພດ ຈາກລາວໄປໄທຍ ຂ້ອນຂ້າງມີລາຄາສູງຢູ່ ຄັນທຽບໃສ່ ສະພາບເສຖກິຈ ປັດຈຸບັນໃນລາວ ເຮັດໃຫ້ຜູ້ປະກອບການຊາວລາວ ສ່ວນນຶ່ງ ບໍ່ຢາກດີໃຈປານໃດ ແລະ ເຫັນວ່າ ຄວນມີການປັບປຸງ.

ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າ ຢູ່ແຂວງຈຳປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ ນີ້ວ່າ:

“ຕ້ອງເບິ່ງຕາມເຄື່ອງ, ມັນຕອບບໍ່ໄດ້ວ່າ ມັນຫຼາຍ ຫຼືໜ້ອຍ ມັນກະຂຶ້ນກັບເຄື່ອງຄືກັນ. ລາວໄປໄທຍນີ້, ຕ້ອງເບິ່ງສິນຄ້າຈິງ ເພາະວ່າ ເຮົາຕ້ອງໄປລົມກັບພາສີເພິ່ນ ວ່າເພິ່ນຄິດພາສີບໍ່ ເພິ່ນຕ້ອງໄດ້ເຄລັຽບໍ່ ຫຼືວ່າບໍ່ໄດ້ເຄລັຽ, ຫັ້ນນ່າ ຂຶ້ນກັບຄວາມໃຫຍ່-ນ້ອຍ ຂອງສິນຄ້າ.”

ໃນຂະນະດຽວກັນ, ບາງບໍຣິສັດ ທີ່ຮັບແລ່ນຣົຖສິນຄ້າ ລະຫວ່າງແຂວງຈຳປາສັກ ກັບດ່ານສາກົລວັງເຕົ່າ ກໍຍັງບໍ່ທັນເປີດ ແລ່ນຮັບສົ່ງສິນຄ້າ ຕາມປົກກະຕິເທື່ອ, ເຊິ່ງສາເຫດນຶ່ງ ເປັນຍ້ອນກຳລັງມີການປັບປຸງ ການໃຫ້ບໍຣິການ ຮັບສົ່ງສິນຄ້າ ຜ່ານທ່າບົກວັງເຕົ່າ ແລະ ໃນລະຫວ່າງ ການທົດລອງເປີດ ຈຶ່ງເຮັດໃຫ້ຜູ້ປະກອບການ ຂົນສົ່ງຣາຍຍ່ອຍ ທີ່ຢາກສົ່ງສິນຄ້າ ຈາກລາວໄປໄທຍ ຍັງພົບຄວາມຫຍຸ້ງຍາກ ໃນການສົ່ງສິນຄ້າໄປໄທຍ.

ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າ ຢູ່ແຂວງຈຳປາສັກ ອີກນາງນຶ່ງ ກ່າວວ່າ:

“ບໍຣິສັດ ເພິ່ນບໍ່ແລ່ນ ບໍ່ເຫັນຣົຖແລ່ນ ເພິ່ນຍັງປັບປຸງເບາະ, ມັນຂຶ້ນກັບລູກຄ້າ ສົ່ງໄປສົ່ງມາໄດ໋. ຢູ່ນີ້ສົ່ງໄປຫາໄທຍ ຢູ່ອຸບົລ ຢູ່ໄທຍອີ່ຫຍັງ.”

ໃນຂະນະທີ່ ບໍຣິສັດ ຂົນສົ່ງສິນຄ້າລາວ-ໄທຍ ຈຳນວນນຶ່ງ ກໍເປີດບໍຣິການ, ແຕ່ພັດເປີດ ການຂົນສົ່ງສິນຄ້າ ເປັນພຽງບາງສາຂາ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ກັບແຂວງໜອງຄາຍ ແລະ ແຂວງສວັນນະເຂດ ກັບແຂວງມຸກດາຫານ. ສ່ວນສາຂາ ຢູ່ແຂວງຈຳປາສັກ ກັບແຂວງອຸບົລຣາຊທານີ ຍັງບໍ່ທັນເປີດ ໃຫ້ບໍຣິການ ຕາມປົກກະຕິເທື່ອ ຍ້ອນຢູ່ທ່າບົກວັງເຕົ່າ ຍັງບໍ່ທັນສະດວກ ເທົ່າທີ່ຄວນ ເນື່ອງຈາກກຳລັງຢູ່ ໃນໄລຍະ ທົດລອງເປີດນຳໃຊ້.

ດັ່ງພະນັກງານ ບໍຣິສັດ ຂົນສົ່ງສິນຄ້າ ນາງນຶ່ງ ກ່າວວ່າ:

“ຕອນນີ້, ເຮົາຮັບແຕ່ຢູ່ໜອງຄາຍ ກັບມຸກດາຫານ. ວັງເຕົ່ານີ້ ຍັງບໍ່ທັນຮັບເອົາ ຈາກອຸບົລນ່າ ໝາຍຄວາມວ່າ ລໍຖ້າເພິ່ນຂົນສົ່ງ ເຮົາກະຈັ່ງຊິເປີດໄດ້, ຫັ້ນນ່າ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ບໍຣິສັດ ທ່າບົກວັງເຕົ່າ ຈຳກັດ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບໂຄງການ ທ່າບົກວັງເຕົ່າ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ສັມພາດ.

ແຕ່ເຖິງຢ່າງໃດກໍຕາມ, ທາງດ້ານເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານກວດກາສິນຄ້າ ຢູ່ທ່າບົກວັງເຕົ່າ ກ່າວວ່າ ພາກສ່ວນຂັ້ນຣັຖບານເອງ ກໍໄດ້ມີການຕິດຕາມ ແລະ ຊຸກຍູ້ ໃນການພັທນາ ທ່າບົກວັງເຕົ່າ ເພື່ອຕຣຽມຄວາມພ້ອມ ໃຫ້ແກ່ການເປີດບໍຣິການ ແບບເປັນທາງການ ແລະ ຮັບປະກັນ ດ້ານນຳເຂົ້າ-ສົ່ງອອກສິນຄ້າ.

ດັ່ງທ່ານກ່າວວ່າ:

“ຊຸກຍູ້ໂຄງການ ໃຫ້ມັນເຂົ້າກັບຂໍ້ກຳນົດ ລະບຽບກົດໝາຍ ທີ່ເຮົາກຳນົດໄວ້ ບໍ່ໃຫ້ມັນນອກຂອບ. ຕ້ອງປະຕິບັດ ຕາມລະບຽບຫຼັກການ ແລະ ລະບຽບກົດໝາຍ ຂອງຂັ້ນເທິງກຳນົດ. ເພິ່ນກະມີແຜນໄວ້ແລ້ວ ມີແຕ່ວ່າ ປະມານເດືອນ 5.”

ທ່ານກ່າວຕື່ມວ່າ ໃນໄລຍະນີ້ ກໍອາຈເຮັດໃຫ້ຜູ້ປະກອບການ ຂົນສົ່ງສິນຄ້າລາວ-ໄທຍ ຈຳນວນນຶ່ງ ຮູ້ສຶກບໍ່ພໍໃຈ ກ່ຽວກັບລາຄາ ຄ່າບໍຣິການ ຢູ່ທ່າບົກວັງເຕົ່າ ຈຶ່ງໄດ້ປ່ຽນໄປສົ່ງສິນຄ້າ ຜ່ານທາງດ່ານ ຊາຍແດນລາວ-ໄທຍ ບ່ອນອື່ນໆ. ທາງພາກສ່ວນທີ່ກ່ຽວຂ້ອງ ກໍກຳລັງມີການຫາລື ໃນດ້ານນີ້ຢູ່ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ຂົນສົ່ງສິນຄ້າ ໃນລາວເປັນຫຼັກ.

ສ່ວນເຈົ້າໜ້າທີ່ ແຂວງຈຳປາສັກ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ກໍມີການຂົນສົ່ງສິນຄ້າ ລະຫວ່າງລາວ-ໄທຍ ຢູ່ທ່າບົກວັງເຕົ່າ ຢູ່ເລື້ອຍໆ, ໂດຍສະເພາະ ສິນຄ້າປະເພດມັນຕົ້ນ ທີ່ສົ່ງອອກ ຈາກແຂວງຈຳປາສັກ ໄປໄທຍ.

ດັ່ງທ່ານກ່າວວ່າ:

“ແຕ່ວ່າສ່ວນຫຼາຍ ມັນກະອອກຢູ່ນີ້ ມັນຕົ້ນ ມັນຫຍັງ ເຮົາກະສົ່ງອອກນີ້ໝົດ. ຊ່ອງເມັກເຮົານີ້, ມີແຕ່ວ່າ ການຊື້-ຂາຍ ກັນ ຄືມັນເປັນມັນຕົ້ນ ເປັນຫຍັງຈັ່ງຊີ້ນ່າ, ເຮົາກະສົ່ງອອກຢູ່ເດ້. ສິນຄ້າຕ້ອງໄດ້ເສັຽເພີ່ມແຫຼະ ຄ່າຂົນສົ່ງ.”

ກ່ອນໜ້ານີ້, ໃນວັນທີ 18 ເມສາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ໄດ້ລົງພື້ນທີ່ ເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານ ຢູ່ເຂດພັທນາເສຖກິຈ ວັງເຕົ່າ-ໂພນທອງ, ເມືອງໂພນທອງ ແຂວງຈຳປາສັກ, ໂດຍທ່ານກໍໄດ້ຢ້ຽມຢາມ ໂຄງການທ່າບົກວັງເຕົ່າ ແລະ ຊຸກຍູ້ໃຫ້ໂຄງການດັ່ງກ່າວ ກະຕຣຽມຄວາມພ້ອມ ສຳລັບໃຫ້ບໍຣິການ ແບບເປັນທາງການ ແລະ ໃຫ້ມີຜົລສຳເຣັດ ຕາມລະດັບ ທີ່ຄາດໝາຍໄວ້ ບໍ່ໃຫ້ເກີດຫາງສຽງ ຈາກສັງຄົມ ລວມທັງມີທິດຊີ້ນຳ ພັທນາພື້ນຖານໂຄງຮ່າງ ທີ່ທັນສມັຍ, ໄດ້ມາຕຖານ ເປັນຈຸດໃຈກາງ ທາງດ້ານໂລຈິສຕິກ ໃຫ້ກາຍເປັນສ່ວນສຳຄັນ ໃນການຈັດຕັ້ງວະຣະແຫ່ງຊາຕ ກ່ຽວກັບການແກ້ໄຂ ຄວາມທຸກຍາກ ທາງດ້ານເສຖກິຈ, ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ.

ສຳລັບໂຄງການ ທ່າບົກວັງເຕົ່າ ຂອງບໍຣິສັດ ທ່າບົກວັງເຕົ່າ ຈຳກັດ ມີເນື້ອທີ່ທັງໝົດ 50 ເຮັກຕ້າຣ. ປັດຈຸບັນ, ໄດ້ສຳເຣັດການກໍ່ສ້າງ ໃນໄລຍະທີ 1 ຈຳນວນ 25 ເຮັກຕ້າຣ ແລະ ໄດ້ເປີດທົດລອງນຳໃຊ້ ຕັ້ງແຕ່ເດືອນກັນຍາ ປີ 2021 ເປັນຕົ້ນມາ, ໂດຍບໍຣິສັດ ດວງດີ ກໍ່ສ້າງຂົວທາງ ເປັນຜູ້ຖືຫຸ້ນ 80% ແລະ ຣັຖວິສາຫະກິຈລາວ ບໍຣິການສິນຄ້າຜ່ານແດນ ຖືຫຸ້ນ 20%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.