ເຣື້ອງທີ່ເກັບບັນທຶກໄວ້
2022-03-31
ຄົນງານລາວ ກຸ່ມທຳອິດ ເຣີ່ມເດີນທາງ ໄປເຮັດວຽກ ໃນປະເທດໄທຍ ພາຍໃຕ້ ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ທາງການໄທຍ ແລະ ທາງການລາວ ຊຶ່ງກໍຕ້ອງຜ່ານ ຂັ້ນຕອນຕ່າງໆ ຫຼາຍຂັ້ນຕອນເຊັ່ນກັກໂຕ ເພື່ອກວດຫາ ເຊື້ອໂຄວິດ-19 ເປັນຕົ້ນ ລວມທັງມີຄ່າໃຊ້ຈ່າຍສູງ.
2022-03-30
ໃນຂະນະທີ່ ເງິນບາດແຂງໂຕ, ສະພາບເງິນກີບເຟີ້ ຢູ່ລາວ ຍ້ອນວ່າ ມີກຸ່ມຄົນທີ່ສວຍໂອກາດ ປັ່ນຄ່າເງິນ ເຮັດໃຫ້ ສະຖານະ ການເງິນໃນລາວ ຜັນຜວນ ແລະກະທົບ ອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ.
2022-03-30
ການສົ່ງອອກ ສິນຄ້າຂອງລາວ ໄປຈີນຍັງພົບບັນຫາຫຼາຍຢ່າງ ແລະ ທີ່ຜ່ານມາສິນຄ້າກະສິກັມ ພາຍໃນປະເທດລາວ ທີ່ຖືກສົ່ງອອກ ໄປຍັງປະເທດຈີນ ສ່ວນຫລາຍເປັນກິຈການ ຂນາດໃຫຍ່ ຂອງນັກລົງທຶນຊາວຈີນ ທີ່ເຂົ້າມາ ສັມປະທານໃນລາວ.
2022-03-29
ປະຊາຊົນ ຂໍໃຫ້ພາກຣັຖແກ້ໄຂ ບັນຫາເຣື່ອງການ ຂາດແຄນນ້ຳມັນ ໂດຍສະເພາະ ແມ່ນຢູ່ແຂວງຫຼວງນ້ຳທາ ຊຶ່ງປະຊາຊົນ ຕ່າງກໍ່ໄດ້ຮັບ ຄວາມເດືອດຮ້ອນ ໃນຂະນະທີ່ທາງການ ກໍ່ຄາດວ່າ ການຂົນສົ່ງນ້ຳມັນ ຈະມາເຖິງ ແຂວງຫຼວງນ້ຳທາ ພາຍໃນວັນທີ 30 ມີນານີ້.
2022-03-29
ອັດຕຣາແລກປ່ຽນເງິນ ຖີບຂຶ້ນສູງຫຼາຍ ເປັນປວັດການ, ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈົນເຮັດໃຫ້ ຣັຖບານລາວ ເລັ່ງຄວບຄຸມ ສະພາບເງິນເຟີ້ ແລະ ສິນຄ້າລາຄາແພງ.
2022-03-28
ເງີນກີບອ່ອນຄ່າ ເຮັດໃຫ້ ຜູ້ຄ້າຂາຍ ຈຳເປັນຕ້ອງໄດ້ປັບ ລາຄາຂາຍຂຶ້ນ ຕາມອັດຕຣາ ແລກປ່ຽນໂດຍສະເພາະເງິນກີບ ເປັນເງິນບາດ ສົ່ງຜົລກະທົບ ຕໍ່ຜູ້ປະກອບການ ຮ້ານອາຫານ ທີ່ສ່ວນໃຫຍ່ ນໍາເຂົ້າວັດຖຸດິບ ແລະສິນຄ້າມາຈາກ ປະເທດໄທຍ.
2022-03-28
ຣົຖໄຟລາວ-ຈີນໂຈະຖ້ຽວ C84/3 ຕອນແລງ 4 ມື້ ແຕ່ 28-31 ມິນານີ້ ລະຫວ່າງນະຄອນຫລວງວຽງຈັນ-ຫລວງພຣະບາງ ຍ້ອນບໍ່ມີຄົນງານພຽງພໍ, ຕ້ອງໄດ້ຜັດປ່ຽນກັນເຮັດວຽກ, ຍ້ອນໂຄວິດ-19 ຣະບາດແຮງ ຄົນງານທີ່ກັບຄືນມາຈາກບ້ານ ຈຶ່ງຕ້ອງໄດ້ຖືກກັກໂຕ ຕາມລະບຽບການ.
2022-03-24
ພາວະເງິນກີບ ອ່ອນຄ່າລົງຢ່າງຮຸນແຮງ ໃນຮອບ 2 ສັປດາ ທີ່ຜ່ານມາ ກະທົບຕໍ່ຜູ້ຄ້າຂາຍ ແລະ ຜູ້ປະກອບການຢ່າງໜັກ ເພາະຕ້ອງອາສັຍເງິນຕຣາຕ່າງປະເທດ ໃນການດຳເນີນທຸຣະກິຈ ຈົນຕ້ອງປັບລາຄາສິນຄ້າຫຼາຍຢ່າງຂຶ້ນ ເປັນເງົາຕາມໂຕ.
2022-03-24
ເຄື່ອງອຸປໂພກ ແລ ບໍຣິໂພກ ໃນຊີວິດປະຈຳວັນ ມີລາຄາແພງຂຶ້ນ ຢ່າງຕໍ່ເນື່ອງ ໃນຂະນະທີ່ ເງິນເດືອນ ຍັງບໍ່ມີການປັບຂຶ້ນ ເພາະສະນັ້ນ ພະນັກງານ ກໍຕ້ອງໄດ້ໃຊ້ຈ່າຍ ຢ່າງປະຢັດ ເພື່ອໃຫ້ມີຊີວິດລອດ ຄື ບໍ່ຊື້ກິນຕາມ ຮ້ານອາຫານ ທີ່ມີລາຄາແພງ.
2022-03-23
ຣົຖຂົນສົ່ງສິນຄ້າ ທີ່ຈະເຂົ້າໄປຈີນ ຕິດຄ້າງຢູ່ໜ້າດ່ານ ບໍ່ເຕັນ ນັບແຕ່ຕົ້ນເດືອນຕຸລາ 2021 ຈົນຮອດປັດຈຸບັນ ຜ່ານມາເກືອບເຄິ່ງປີແລ້ວ ແຕ່ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂ ບັນຫານີ້ໄດ້ ຍ້ອນວ່າ ທາງການຈີນ ເປັນຜູ້ຄວບຄຸມ ການໃຫ້ຣົຖເຂົ້າ ຫຼືບໍ່ໃຫ້ເຂົ້າໄປຈີນ.
2022-03-22
ການຂົນສົ່ງສິນຄ້າກະເສດ ຂອງລາວໂດຍຜ່ານທາງ ຣົຖໄຟລາວ-ຈີນ ຍັງມີຂໍ້ຈຳກັດ ຢ່າງຫຼາຍ ທີ່ເຮັດໃຫ້ ລາວບໍ່ສາມາດສົ່ງ ສິນຄ້າ ພືຶດຜັກ, ໝາກໄມ້ ແລະອື່ນໆ ອອກໄປຈີນໄດ້, ສິນຄ້າທີ່ ສາມາດຂົນສົ່ງ ໂດຍຜ່ານທາງຣົຖໄຟໄດ້ ສ່ວນຫຼາຍແມ່ນແຮ່ທາດ.
2022-03-20
ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບຜົລກະທົບ ຈາກການປັບຂຶ້ນ ລາຄານ້ຳມັນ, ເຖິງແມ່ນວ່າ ທາງການ ຈະຊອກຫາຊ່ອງທາງ ແກ້ໄຂ ແຕ່ທາງການ ຍອມຮັບວ່າ ຄັງແຮ ທີ່ຈະຊ່ອຍປະຄອງ ລາຄານໍ້າມັນບໍ່ມີ.
2022-03-18
ລາຄານໍ້າມັນ ໃນປະເທດລາວ ຍາກທີ່ຈະຫລຸດລົງ ເພາະວ່າປະເທດລາວ ນໍາເຂົ້ານໍ້າມັນ ມາຈາກຕ່າງປະເທດ ແລະທາງການລາວ ກໍຕ້ອງອີງໃສ່ ລາຄາຕາມຕລາດໂລກ ທີ່ມີການປັບຂຶ້ນ ຢ່າງຕໍ່ເນື່ອງ ຍ້ອນສະຖານະການໂລກ ໃນປັດຈຸບັນນີ້.
2022-03-17
ເປີດບໍຣິການ ບ່ອນຂາຍປີ້ ຣົຖໄຟ ລາວ-ຈີນ ຕື່ມອີກແຫ່ງນຶ່ງ ຢູ່ໃຈກາງ ນະຄອນຫລວງພຣະບາງ ແຕ່ ປະຊາຊົນ ບໍ່ພໍໃຈຕໍ່ການ ເກັບຄ່າທຳນຽມເພີ່ມ 20,000 ກີບ ຕໍ່ປີ້, ໃນຂະນະທີ່ ເຈົ້າໜ້າທີ ກ່າວວ່າ ສາເຫດທີ່ມີການເກັບ ຄ່າທຳນຽມເພີ່ມ ຍ້ອນວ່າ ມີຄ່າໃຊ້ຈ່າຍເຊົ່າສະຖານທີ່.
2022-03-16
ຜູ້ປະກອບການ ທຸຣະກິຈໃນຫຼາຍຂແນງ ຍັງບໍ່ມີຄວາມພ້ອມ ຖ້າຫາກຈະມີການປັບ ເງິນເດືອນຂັ້ນຕ່ຳ ຂຶ້ນເປັນ 1,500,000 ກີບຕໍ່ເດືອນ ໃນປີ 2022 ນີ້, ເນື່ອງຈາກຕ້ອງແບກຫາບ ຄ່າໃຊ້ຈ່າຍຫຼາຍຢ່າງ ຂະນະທີ່ຄົນງານລາວ ໃນທົ່ວປະເທດ ຢັ້ງຢືນວ່າ ເງິນເດືອນຂັ້ນຕ່ຳ ໃນປັດຈຸບັນ ບໍ່ຕອບໂຈດ ກັບຄ່າຄອງຊີບແລ້ວ.