ເງິນກີບ ອ່ອນຄ່າທີ່ສຸດ, ຜູ້ປະກອບການລາວ ເດືອດຮ້ອນ

ພູວົງສ໌
2022.03.24
ເງິນກີບ ອ່ອນຄ່າທີ່ສຸດ, ຜູ້ປະກອບການລາວ ເດືອດຮ້ອນ ເງີນກີບລາວ ແລະ ການຊື້ຂາຍຂອງຊາວຄ້າຂາຍ ທີ່ພົບກັບຄ່າເງີນກີບອ່ອນ, ເດືອນມີນາ ປີ 2022.
ນັກຂ່າວ ພົລເມືອງ

ເປັນທີ່ເຂົ້າໃຈກັນທົ່ວໄປວ່າ ການຄ້າຂາຍ ໃນປະເທດລາວ ມັກຈະນຳໃຊ້ເງິນບາທ ແລະ ເງິນໂດ່ລ້າຣສະຫະຣັຖ ໃນການຊື້ຂາຍສິນຄ້າ ລະຫວ່າງປະເທດ, ໂດຍສະເພາະແມ່ນການຄ້າຂາຍ ກັບປະເທດໄທຍ ແລະ ວຽດນາມ.

ຕົກມາຮອດກາງເດືອນມີນາ 2022 ນີ້, ສະພາບເງິນກີບອ່ອນຄ່າ ເມື່ອທຽບໃສ່ເງິນບາທ ແລະ ເງິນໂດ່ລ້າຣ ໄດ້ເພີ່ມຄວາມຮຸນແຮງຂຶ້ນ ຈາກພາວະທີ່ຫຼາຍຄົນ ຕ່າງກໍມີຄວາມຈຳເປັນ ໃນການໃຊ້ເງິນຕຣາຕ່າງປະເທດ ເພື່ອທຳການຄ້າຂາຍ ກັບປະເທດອ້ອມຂ້າງ, ໂດຍສະເພາະແມ່ນໄທຍ ແລະ ວຽດນາມ ທີ່ຕ້ອງໃຊ້ເງິນບາທ ແລະ ເງິນໂດ່ລ້າຣສະຫະຣັຖ ເປັນຫຼັກ.

ມາເຖິງວັນທີ 24 ມີນາ 2022 ນີ້, ເງິນກີບລາວ ມີສະພາບອ່ອນຄ່າຮຸນແຮງທີ່ສຸດ ເທົ່າທີ່ມີການບັນທຶກມາ, ເຊິ່ງອັດຕຣາແລກປ່ຽນ ເງິນກີບ ແລກເອົາ ເງິນບາທ ແມ່ນຢູ່ທີ່ 410,000 ກີບຕໍ່ 1,000 ບາທ ເປັນຢ່າງຕ່ຳ ຈາກເມື່ອ 2 ສັປດາທີ່ຜ່ານມາ ຢູ່ທີ່ ປະມານ 370,000 ກີບຕໍ່ 1,000 ບາທ, ອີງຕາມການບອກເລົ່າ ຂອງພໍ່ຄ້າ-ແມ່ຄ້າ ໃນຫຼາຍແຂວງ.

ເຖິງວ່າທາງການລາວ ຈະກຳນົດໃຫ້ມີອັດຕຣາແລກປ່ຽນ ຕາມທນາຄານທຸຣະກິຈ ທີ່ຣັຖຄຸ້ມຄອງ ທີ່ໄດ້ກຳນົດໃຫ້ ເງິນກີບ ແລກເອົາ ເງິນບາທ ແລະ ເງິນໂດ່ລ້າຣ ຕ່ຳກວ່າອັດຕຣາ ຂອງທ້ອງຕລາດທົ່ວໄປ, ແຕ່ໃນໂຕຈິງ ແມ່ນບໍ່ສາມາດເອົາເງິນກີບ ໄປແລກເອົາເງິນບາທ ແລະ ເງິນໂດ່ລ້າຣໄດ້, ໂດຍທນາຄານ ຈະບອກວ່າ ເງິນບາທ ແລະ ເງິນໂດ່ລ້າໝົດ ຫຼືບໍ່ມີ.

ຕໍ່ສະພາບດັ່ງກ່າວ, ພໍ່ຄ້າຂາຍເຄື່ອງແຫ້ງ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ທ່ານນຶ່ງ ກໍໄດ້ເລົ່າເຖິງສະພາບ ທີ່ເງິນກີບອ່ອນຄ່າ ຫຼືເງິນກີບເຟີ້ ໃນຮອບ 2 ສັປດາມານີ້ ສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນຕອນບ່າຍ ຂອງວັນທີ 24 ມີນາ 2022 ນີ້ວ່າ ເງິນກີບອ່ອນຄ່າ ຢ່າງກ້າວກະໂດດນີ້ ເຮັດໃຫ້ມີຜົລກະທົບ ຕໍ່ຜູ້ຄ້າຂາຍໂດຍຕຣົງ ຈົນເຮັດໃຫ້ເກີດຄວາມບໍ່ເຂົ້າໃຈກັນ ກັບລູກຄ້າ ແລະ ພໍ່ຄ້າ ກໍບໍ່ສາມາດຂາຍສິນຄ້າ ໃນລາຄາເດີມໄດ້ອີກຕໍ່ໄປ ເພາະມີຕົ້ນທຶນທີ່ສູງຂຶ້ນ ຕ້ອງປັບໄປຕາມສະພາບ ອັດຕຣາແລກປ່ຽນ ໃນແຕ່ລະມື້ ຈົນຍອດຂາຍຕົກຕ່ຳລົງ.

“ກະຖືວ່າກົງເລີຍແຫຼະ ເພາະວ່າເຮົາກະຊື້ເປັນເງິນບາທນ່າ ເວລາເຮົາຄ້າຂາຍ ເຮົາໃຊ້ເງິນກີບ ໃນການຄ້າ, ແຕ່ວ່າ ພໍເຮົາໄປຊື້ ເຮົາບໍ່ມີເງິນບາທໄປຊື້ຄືນ ມັນກະເລີຍວ່າ ສົ່ງຜົລກະທົບໂດຍຕຣົງເລີຍ ເຮັດໃຫ້ເຮົາແລກເງິນຕຣາຈາກນອກເນາະ. ທນາຄານອາຈບໍ່ສູງ, ແຕ່ວ່າມັນບໍ່ມີໃຫ້ເດ ເຮົາຈຳເປັນຕ້ອງໄດ້ຊື້ເງິນບາທ ຈາກນອກໄປ ເປັນເຣທສູງ. ກໍຣະນີ ທີ່ເຮົາບໍ່ມີເງິນບາທຊື້ ຈາກຄົນທີ່ນຳເຂົ້າສິນຄ້າ ເຮົາກະຕ້ອງໄດ້ເອົາເງິນກີບ, ແຕ່ວ່າເພິ່ນຈະຕີສູງອີກ, ຫັ້ນນ່າ. ສູງກ່ອນເຣທ ທີ່ວ່າແລກປ່ຽນທັມມະດາ ເພາະວ່າເຂົາເຈົ້າເອີ້ນເຣທຊື້-ຂາຍ ຂອງເຄື່ອງແຫ້ງຕ່າງຫາກເລີຍ ກະພຸ່ງສູງຂຶ້ນກ່ອນອີກ. ເງິນບາທ ມື້ວານນີ້ຫຼ້າສຸດ (23 ມີນາ 2022) 430,000. ເພາະວ່າຂາຍລາຄາເກົ່າໄປ ຊື້ໃໝ່ກະຕ້ອງຂຶ້ນ ເຮົາຕ້ອງໄດ້ປັບໂຕ ຂຶ້ນໄປຕາມເຣທເງິນ ໃນແຕ່ລະມື້. ໂດຍ, ແມ່ນ, ລັງເລແຫຼະ ແບບເຮົາຊື້ຕໍ່ຈາກແມ່ຄ້າ ເພິ່ນສາມາດຂຶ້ນລາຄາໄດ້, ໂດຍທີ່ວ່າເຮົາບໍ່ສາມາດຕໍ່ໄດ້. ສ່ວນຫຼາຍລູກຄ້າມາຊື້ນຳເຮົາ ຍັງຕໍ່ ຢາກໄດ້ລາຄາເກົ່າຢູ່, ເຊິ່ງວ່າເປັນໄປບໍ່ໄດ້. ບາງລູກຄ້າ ທີ່ເຂົາເຈົ້າມາຊື້ ເຂົາເຈົ້າບໍ່ໄດ້ຮູ້ເຣທເງິນ ມັນຢູ່ໃນລະດັບໃດແລ້ວ, ຫັ້ນນ່າ ເຂົາເຈົ້າກະວ່າ ຄືຂຶ້ນໄວແທ້, ຫັ້ນນ່າ ທີ່ວ່າບໍ່ໄດ້ຕິດຕາມຂ່າວບໍ່ໄດ້ຕິດຕາມຄ່າເງິນ, ແບບວ່າຮອບນີ້, ຜົລກະທົບຈາກອັດຕຣາແລກປ່ຽນໂດຍກົງເລີຍ. ຄືປີທີ່ຜ່ານມາ, ໂຄວິດ-19 ຣະບາດເຂົ້າ ເພິ່ນຈະແມ່ນ ກັກຕຸ໋ນສິນຄ້າເນາະ ເຮັດໃຫ້ສິນຄ້າບໍ່ພໍຂາຍ,​ ແຕ່ວ່າ ປັດຈຸບັນປີນີ້ ສິນຄ້າບໍ່ຂາດ, ແຕ່ວ່າອັດຕຣາແລກປ່ຽນ ມັນມີຜົລກະທົບຕໍ່ສິນຄ້າ. ສ່ວນຫຼາຍ ເຄື່ອງຈະມີແຕ່ເຄື່ອງໄທຍ, ແຕ່ວ່າ ຖ້າເປັນປະເພດເຄື່ອງ ທີ່ເປັນວຽດນາມ ຊີ້ນ່າ ມັນກະຂຶ້ນຄືກັນ ເພາະວ່າ ອັດຕຣາເງິນກີບ ຂອງເຮົາມັນອ່ອນຄ່າລົງ ລະເວລາເພິ່ນເອົາກີບ ໄປຊື້ເງິນດົ້ງເບາະ, ເງິນຈີນຕ່າງໆ ຊີ້ນ່າ ມັນອັດຕຣາມັນສູງ, ຈັ່ງຊີ້ນ່າ. ກະຂຶ້ນຕາມໆກັນ ບໍ່ສະເພາະແຕ່ເງິນບາທ.”

ແມ່ຄ້າຂາຍອາຫານທະເລສົດ ແລະ ອາຫານທະເລແຊ່ແຂງ ທີ່ຕລາດສົດແຫ່ງນຶ່ງ ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍກ່າວຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະພາບເງິນກີບອ່ອນຄ່າ ໄດ້ເຮັດໃຫ້ຊາວຄ້າຂາຍຫຼາຍຄົນ ທີ່ຂາຍອາຫານທະເລສົດ, ອາຫານທະເລແຊ່ແຂງ ແລະ ອາຫານສົດປະເພດອື່ນໆ ຕ້ອງໂຈະການສັ່ງສິນຄ້າໄປກ່ອນ ເພາະເມື່ອສັ່ງສິນຄ້າເຂົ້າມາຂາຍ ກໍຈະຫຼຸບທຶນໄປ ໃນແຕ່ລະມື້ ເພາະການຂາຍສິນຄ້າ ຕາມທ້ອງຕລາດ ຕ້ອງໄດ້ຂາຍເປັນເງິນກີບ, ແຕ່ເມື່ອໄປຊື້ສິນຄ້າ ກັບເຖົ້າແກ່ ຜູ້ທີ່ນຳສິນຄ້າ ມາຈາກປະເທດໄທຍ ເຂົາເຈົ້າກໍຮຽກຮ້ອງວ່າ ຕ້ອງໃຫ້ຈ່າຍເປັນເງິນບາທເທົ່ານັ້ນ ຫຼືຖ້າຈະຈ່າຍເງິນກີບ ເຂົາເຈົ້າກໍຈະກຳນົດອັດຕຣາແລກປ່ຽນ ທີ່ສູງຈົນຊາວຄ້າຂາຍ ຮັບບໍ່ໄຫວ.

“ໂອ້ຍດຽວນີ້ ກະມີຜົລກະທົບແທ້ ໄລຍະນີ້ຈົນວ່າບໍ່ກ້າສັ່ງເຄື່ອງ ໄດ້ໂຈະກ່ອນ ໄດ້ຂາຍແຕ່ ອັນໃດທີ່ມັນມີອັນເກົ່າ ເພາະວ່າ ເຮົາຈະສັ່ງເຄື່ອງມາແຕ່ໄທຍ ເຄື່ອງເຮົາເອົາມາແຕ່ໄທຍ ລະມັນໃຊ້ຈ່າຍເປັນເງິນບາທເນາະ ລະເຮົາມາຂາຍເປັນເງິນກີບ, ຊີ້ນ່າ. ຖືວ່າລັງເລແຫຼະ ບາງຄັ້ງກະງຽບຫັ້ນແຫຼະ ລູກຄ້າມາສ່ອງເບິ່ງ ເຂົາບໍ່ເວົ້າ, ແຕ່ວ່າເຂົາບໍ່ເອົາ. ບາງອັນກະ ນ້ອງຈົນບໍ່ກ້າ ເອົາມາ ບາງອັນກະບໍ່ມີນ່າ, ດຽວນີ້ນ່າ ມີແຕ່ຂາຍແຕ່ໂຕເກົ່າ ທີ່ວ່າເຄີຍຊື້ ໄປເປັນເຄື່ອງຟຣີສ (ແຊ່ແຂງ) ເນາະ ຄືເປັນໜວດມຶກບໍ່ ຫຼືວ່າເປັນພວກປີກມຶກ ອີ່ຫຍັງຈັ່ງຊີ້ ມັນເປັນຂອງທີ່ວ່າ ເຮົາເອົາໄວ້ຊ່ອງຟຣີສໄດ້, ຫັ້ນນ່າ ບາດເຮົາຕ້ອງການໃຊ້ ເຮົາເອົາມາແຊ່ນ້ຳ ໃຫ້ມັນລະລາຍ, ຫັ້ນນ່າ ແບບນີ້ ຈະຂາຍແບບນີ້ກ່ອນ. ໂຕໃໝ່ບໍ່ໄດ້ສັ່ງຫຼາຍເລີຍ, ຈະເປັນກຸ້ງສົດບໍ່ ຫຼືວ່າປາມຶກສົດ ຈັ່ງຊີ້, 2 ມື້ແລ້ວງົດ. ກະຫຼຸບທຶນ ໄລຍະນີ້ກະຂາຍໄປ, ຂາຍໄປ ລະກະຊື້ຄືນບໍ່ໄດ້, ຂາຍໄດ້ ຂາຍແບບມື້ນີ້ ມື້ອື່ນຊິໄປຊື້ໂຕໃໝ່ບໍ່ໄດ້ເນາະ ເພາະວ່າຊື້ ເຮົາຕ້ອງເອົາກີບ ໄປແລກບາທອີກ. ຊັ້ນເຮົາຕ້ອງເອົາກີບ ໄປແລກບາທ ລະເອົາບາທ ໄປຈ່າຍຄ່າເຄື່ອງ ຄັນເຮົາຈ່າຍກີບ ກະອັດຕຣາທີ່ເຂົາ ເຄື່ອງທີ່ເພິ່ນໄລ່ໃຫ້ ເພິ່ນແຮ່ງຊິເອົາສູງກວ່າ ທີ່ແລກປ່ຽນທົ່ວໄປອີກເນາະ. ສົມມຸດວ່າ ຮ້ານແລກປ່ຽນ ເຂົາເຈົ້າໄລ່ໃຫ້ແບບ 410,000 ຊີ້ເນາະ, ທາງຮ້ານເຄື່ອງທະເລ, ເຂົາເຈົ້າເອົາມາສົ່ງເຮົາ ພັດໃຫ້ ພັດໄລ່ເກີນໄວ້ຢູ່ແລ້ວ ປະມານໝ້ອງ 460,000 ໄປຊີ້ໄດ໋. ແມ່ນ, ບາງຮ້ານກະຂຶ້ນໄວ້ກ່ອນເລີຍ 20, 30, 40 ໄປເລີຍ. ລະເຮົາຕ້ອງໄດ້ເອົາກີບ ຈຳເປັນຕ້ອງໄດ້ເອົາກີບ ໄປແລກບາທ ນຳບ່ອນແລກປ່ຽນ ລະຈັ່ງເອົາບາທໄປຈ່າຍ. ອັນນີ້ແບບເຂົາເຈົ້າ ແບບບັງຄັບໃຫ້ເຮົາຕ້ອງຈ່າຍບາທເລີຍ, ຈະຖືກ ຫຼືແພງ ເຮົາກະບໍ່ມີສິດ ເວົ້າເດເນາະ. ຖ້າວ່າເຮົາບໍ່ມີແທ້ໆ ເຮົາກະເອົາກີບຈ່າຍ ເຮົາກະຫຼຸບທຶນຫຼາຍ, ຊີ້ນ່າ.”

ແມ່ຄ້າຂາຍເຄື່ອງສຳອາງ ທີ່ນຳເຂົ້າມາຈາກປະເທດໄທຍ ນາງນຶ່ງ ທີ່ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ກໍໄດ້ຈົ່ມ ເຖິງສະພາບເງິນກີບອ່ອນຄ່າ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນນີ້ວ່າ ສະພາບດັ່ງກ່າວ ເຮັດໃຫ້ແມ່ຄ້າ ໄດ້ຮັບຜົລກະທົບໂດຍຕຣົງ ເພາະຕ້ອງໄດ້ຕັ້ງລາຄາສິນຄ້າ ເປັນເງິນບາທ ຫຼືຖ້າຈະຕັ້ງເປັນເງິນກີບ ກໍຈະຕ້ອງຕັ້ງ ໃນລາຄາທີ່ສູງຂຶ້ນ, ເຮັດໃຫ້ມີຜົລກະທົບທັນທີ ຕໍ່ຍອດຂາຍ ເນື່ອງຈາກລູກຄ້າຫຼາຍຄົນ ຕ່າງກໍເຫັນວ່າ ສິນຄ້າມີລາຄາສູງ ກວ່າປົກກະຕິ ຈາກທີ່ເຄີຍຊື້ມາກ່ອນໜ້ານີ້ ແລະ ເຮັດໃຫ້ເກີດຄວາມລັງເລໃຈ ຈົນບໍ່ກ້າຊື້ສິນຄ້ານັ້ນ.

“ກະທົບແນ່ນອນ, 1,000,000% ເພາະວ່າ ເວລາທີ່ເຄື່ອງ ມັນແພງຂຶ້ນຈັ່ງຊີ້, ຫັ້ນນ່າ ຂໍ້ທຳອິດກະຄືວ່າ ເຮົາຈະຕ້ອງໄດ້ໃຊ້ເງິນຂອງເຮົາ ທຶນຂອງເຮົາຫຼາຍຂຶ້ນ. ຢ່າລື່ມວ່າ ເຮົາເປັນຄົນລາວ ເຮົາຖືເງິນກີບໄວ້ຢູ່ແລ້ວ ເປັນປົກກະຕິ, ເຖິງແມ່ນວ່າເຮົາຈະຖືເງິນບາທ ຫຼືເງິນໂດ່ລ້າຣໄວ້, ແຕ່ເຮົາກະຈະມີເງິນກີບ ໄວ້ຢູ່ແລ້ວ. ຂາດທຶນແນ່ນອນ ເພາະວ່າ ເຮົາຈະຕ້ອງໄດ້ໃຊ້ເງິນກີບ ໄປຊື້ສິນຄ້າ ຈຳນວນສ່ຳເກົ່າ ດ້ວຍເງິນທີ່ຫຼາຍຂຶ້ນ ຫຼືບາງຄັ້ງ ໄດ້ຈຳນວນສິນຄ້າ ທີ່ໜ້ອຍລົງດ້ວຍຊ້ຳໄປ ທັງທີ່ເງິນເຮົາໃຊ້ຫຼາຍຂຶ້ນ. ແລ້ວບາດນີ້, ເວລາທີ່ລູກຄ້າຈະຊື້, ຫັ້ນນ່າ ຂະເຈົ້າແບບລັງເລ ໃນການທີ່ແບບວ່າຈະເຮົາສິນຄ້າເຮົາ ເພາະວ່າ ບາງຄັ້ງນ່າ ຄົນລາວເນາະ ບາງຄົນກະຖືເງິນກີບ ແລ້ວຊິມາຊື້ເງິນ, ຫັ້ນນ່າ ລະບາງຄັ້ງ ເຮົາຈະເອີ້ນສິນຄ້າ ເອີ້ນເປັນເງິນບາທ ຈັ່ງຊີ້, ຫັ້ນນ່າ. ລະເຂົາກະຊິຖາມວ່າ ເງິນບາທ ຄັນໄລ່ເປັນເງິນກີບທໍ່ໃດ? ເຮົາກະຕ້ອງໄລ່ໃສ່ອັດຕຣາແລກປ່ຽນ ນະມື້ນັ້ນ. ແລ້ວແນ່ນອນແຫຼະ ມັນກະຕ້ອງຟັງຄືຫຼາຍຂຶ້ນ, ສູງຂຶ້ນ ແລະ ເຂົາກະບໍ່ຢາກຈະຊິເຮົາ. ນຶ່ງກະຄືຂາຍຍາກຂຶ້ນນ່າ, ເອົາງ່າຍໆ ຂາຍຍາກຂຶ້ນ.”

ຜູ້ປະກອບການ ຮ້ານແລກປ່ຽນເງິນຕຣາ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະພາບເງິນບາທ ແລະ ເງິນໂດ່ລ້າຣ ແຂງຄ່າຂຶ້ນ ຢ່າງກ້າວກະໂດດ ໃນຮອບ 2 ສັປດາມານີ້, ກໍເນື່ອງຈາກວ່າ ພໍ່ຄ້າ-ແມ່ຄ້າ ແລະ ປະຊາຊົນທົ່ວໄປ ມີຄວາມຈຳເປັນ ໃນການໃຊ້ເງິນຕຣາຕ່າງປະເທດ ເພື່ອຊື້ສິນຄ້າຕ່າງໆ ຈຶ່ງເຮັດໃຫ້ມີປະກົດການ ໃຜໆກໍຢາກໄດ້ເງິນບາທ ຈົນຍາດກັນເອົາເງິນກີບ ໄປແລກປ່ຽນເອົາເງິນບາທໃຫ້ໄດ້.

“ມັນຄົນໃຊ້ເງິນບາທ ມັນມີຄວາມຈຳເປັນໃຊ້ຫຼາຍ ມັນກະຍາດກັນຊື້, ປະມານນີ້ນ່າ ລະມັນກະພາໃຫ້ເງິນຂຶ້ນ. ກະຄືມັນມີພວກຄົນຮັບຊື້ເນາະ ໃຊ້ເງິນບາທຫັ້ນແຫຼະ ເຂົາກະມາແຫ່ກັນຊື້ ມັນກະຈຶ່ງຂຶ້ນ, ຫັ້ນນ່າ. ມັນຂຶ້ນມາເລີຍ, ມັນຂຶ້ນມາທິດແລ້ວນີ້ ກະທິດກ່ອນ ກະຢູ່ 370 ປາຍຕໍ່ 1 ບາທ, ມາຂຶ້ນອາທິດລະ 5 ແຕ້ມ, 10 ແຕ້ມ, ຈັ່ງຊີ້ນ່າ.”

ຊາວລາວນາງນຶ່ງ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ກໍໄດ້ເລົ່າຄວາມອຸກໃຈ ຂອງຍານາງ ສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນນີ້ວ່າ ຈາກສະພາບທີ່ເງິນກີບອ່ອນຄ່າ ຕັ້ງແຕ່ຕົ້ນປີນີ້ມາ ກໍເຮັດໃຫ້ ລາຄາສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງໜ້າຕົກໃຈ ຈົນກະທົບ ຕໍ່ການໃຊ້ຊີວິດປະຈຳວັນ, ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ ເປັນຕົ້ນແມ່ນ ພະນັກງານບໍຣິສັດ, ທະຫານ, ຕຳຣວດ ແລະ ຄົນງານໃນໂຮງງານ ທີ່ອາສັຍແຕ່ເງິນເດືອນ ທີ່ມີຈຳນວນໜ້ອຍຢູ່ແລ້ວ. ເມື່ອມາພົບພໍ້ກັບສະພາບ ລາຄາສິນຄ້າແພງ, ແຕ່ລາຍຮັບ ພັດຍັງສ່ຳເກົ່າ ກໍເຮັດໃຫ້ເຂົາເຈົ້າ ເດືອດຮ້ອນທີ່ສຸດ ແລະ ຕ້ອງໄດ້ປະຢັດ ແລະ ລະມັດລະວັງ ໃນການໃຊ້ຈ່າຍ.

“ປົກກະຕິ ເຄີຍຊື້ 8-9 ພັນ ກະຂຶ້ນເປັນ 10-11 ພັນ ຄືແປ້ງນົວເນາະ, ຄືເປັນນ້ຳຫູນ້ຳຕານ ກະປົກກະຕິ ກະຊື້ 8 ພັນ, ກະຂຶ້ນເປັນ 10 ພັນ 11 ພັນ. ກະເປັນສິ່ງຂອງອັນອື່ນ ເປັນເຄື່ອງໃຊ້ ສະບູ ອີ່ຫຍັງບໍ່ ເປັນຢາສີຟົມສີຟັນ ອີ່ຫຍັງກະຂຶ້ນໝົດ, ໂອ້! ມີ່ (ມີສຳເຄິ່ງເຣັດຮູບ, ມີໄວໄວ) ແຮ່ງຂຶ້ນ. ລະກະທົບກັບຫຼາຍຄົນໄດ໋ ກັບຫຼາຍໆເລີຍແຫຼະ, ບໍ່ເວົ້າຫຼາຍຄົນດອກ. ປະມານ 1 ເດີ້, ຢ່າງທີ່ເຮົາກິນຢູ່, ຊີ້ນ່າ ກິນຢູ່ປົກກະຕິ ກະເອີ່, ຫຼັງຈາກມັນເງິນເຟີ້ຈັ່ງຊີ້ເນາະ, ນ້ຳມັນກະຂຶ້ນ ອັນນັ້ນກະຂຶ້ນ ອັນນີ້ກະຂຶ້ນ ມັນກະໄດ້ຫຼຸດຄ່າໃຊ້ຈ່າຍລົງ ຢາກກິນຫຍັງກະຕ້ອງປະຢັດ ເພື່ອຫຍັງ? ເພື່ອວ່າ ອັນໃດມັນກະແພງເດ, ບາດເງິນເດືອນ ເງິນພະນັກງານ, ເງິນປະຊາຊົນ ເງິນຄ່າແຮງງານ ອີ່ຫຍັງມັນກະຍັງຄືເກົ່າ, ແບບນີ້ຫັ້ນນ່າ. ສ່ວນຫຼາຍມັນກະທົບ ກະທົບຜູ້ບໍ່ມີເງິນນີ້ແຫຼະ ເປັນປະຊາຊົນ ຄົນທັມມະດາ ເປັນຄົນງານ ເປັນແບບສາວໂຮງງົງ-ໂຮງງານ, ພະນັກງານ ນູ້ນ-ນີ້-ນັ້ນ, ຫັ້ນນ່າ. ຄິດວ່າ, ຫັ້ນນ່າ ຄິດວ່າເຂົາເຈົ້າໜ້າຈະຫຼຸດ ການໃຊ້ຈ່າຍລົງ ເພາະວ່າ ສ່ວນຫຼາຍຜູ້ທີ່ເຂົາເຈົ້າ ແບບວ່າເຮັດວຽກໂຮງງານ ລາຍຮັບເຂົາເຈົ້າມັນໜ້ອຍ, ສິ່ງດຽວທີ່ເຂົາເຈົ້າເຮັດໄດ້ ກະຄືຕ້ອງປະຢັດເງິນ.”

ຕໍ່ສະພາບບັນຫາດັ່ງກ່າວນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດ ສັມພາດນັກສັງເກດການ ດ້ານເສຖກິຈໃນລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ, ເຊິ່ງທ່ານກໍໄດ້ແບ່ງປັນທັສນະວ່າ: “ບັນຫາເງິນກີບອ່ອນຄ່າ ຢ່າງຮຸນແຮງນີ້ ກໍຖືເປັນສິ່ງທີ່ທ້າທາຍ ຕໍ່ເສຖກິຈລາວ ໃນລະດັບມະຫາພາກພໍສົມຄວນ, ແຕ່ບັນດັ່ງກ່າວນີ້ ຈະກະທົບໜັກທີ່ສຸດ ກໍແມ່ນພໍ່ແມ່ປະຊາຊົນທົ່ວໄປ ແລະ ຜູ້ທີ່ອາສັຍເງິນເດືອນ ເປັນຕົ້ນແມ່ນພະນັກງານບໍຣິສັດ ແລະ ຣັຖກອນ ທີ່ເງິນເດືອນ ຫຼືລາຍຮັບ ຍັງສ່ຳເກົ່າ ແລະ ບໍ່ສາມາດປັບຂຶ້ນ ໄດ້ທັນກັບສະພາບສິນຄ້າ ທີ່ລາຄາແພງຂຶ້ນ ແລະ ນ້ຳມັນເຊື້ອເພີງ ທີ່ລາຄາກໍແພງຢ່າງຕໍ່ເນື່ອງນີ້. ເວົ້າແບບເຂົ້າໃຈງ່າຍໆ ກໍຄືລາຍຮັບຄົງທີ່, ແຕ່ສາມາດຊື້ສິນຄ້າ ແລະ ບໍຣິການໄດ້ໜ້ອຍລົງ.”

ເມື່ອຖາມວ່າ ພາກຣັຖ ຄວນມີວິທີແກ້ໄຂ ບັນຫາດັ່ງກ່າວແນວໃດແດ່? ນັກສັງເກດການ ດ້ານເສຖກິຈ ກໍຕອບວ່າ: “ຣັຖບານລາວ ມີທາງເລືອກໜ້ອຍ ທີ່ຈະແກ້ໄຂບັນຫາດັ່ງກ່າວ ເພາະຕາມທິສດີແລ້ວ ຖ້າຢາກໃຫ້ຄ່າເງິນພາຍໃນປະເທດ ຫຼືເງິນກີບ ແຂງຄ່າຂຶ້ນ ຫຼືຢ່າງໜ້ອຍ ກໍໃຫ້ກັບມາສູ່ສະພາບ ທີ່ມີຄວາມເໜັງຕີງໜ້ອຍ, ພາກຣັຖຈະຕ້ອງມີງົບປະມານ ຫຼືເງິນຕຣາຕ່າງປະເທດ ເຂົ້າມາຊື້ເງິນກີບ ເພື່ອໃຫ້ສັງຄົມ ມີເງິນຕຣາຕ່າງປະເທດພຽງພໍ ໃນກົລໄກຕລາດ ທີ່ຕ້ອງໄດ້ໃຊ້ເງິນບາທ ແລະ ເງິນໂດ່ລ້າຣ ໃນການຄ້າຂາຍ ກັບປະເທດອ້ອມຂ້າງ ດັ່ງທີ່ປະເທດໄທຍ ແລະ ປະເທດຈີນ ໄດ້ປະຕິບັດແບບນັ້ນ ໃນບາງເວລາ.”

ເພື່ອສອບຖາມວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີວິທີການແກ້ໄຂ ບັນຫາດັ່ງກ່າວແນວໃດແດ່ນັ້ນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ໄປຍັງກົມນະໂຍບາຍເງິນຕຣາ, ທນາຄານແຫ່ງປະເທດລາວ ໃນຖານະທີ່ເປັນໜ່ວຍງານ ທີ່ຄຸ້ມຄອງ ແລະ ກຳນົດ ສະພາບການແລກປ່ຽນເງິນຕຣາ ລະຫວ່າງເງິນກີບ ກັບສະກຸນເງິນຕ່າງປະເທດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນໃດໆໄດ້, ແຕ່ກໍຢືນຢັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນຣັຖບານ ກໍພວມປຶກສາຫາລືກັນ ໃນການແກ້ໄຂບັນຫານີ້ຢູ່.

ຫຼ້າສຸດນີ້, ໃນກອງປະຊຸມຄະນະຣັຖບານ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ກໍໄດ້ເນັ້ນຢ້ຳ ແລະ ຍອມຮັບ ໃນກອງປະຊຸມຄະນະຣັຖບານ ໃນວັນທີ 21 ມີນາ ທີ່ຜ່ານມາວ່າ ພັຍເງິນເຟີ້ ໄດ້ກາຍເປັນຫາທ້າທາຍ ຕໍ່ການພັທນາເສຖກິຈ-ສັງຄົມ ຂອງລາວຢ່າງໜັກ ແລະ ຣັຖບານ ກໍຈະຫາວິທີ ແກ້ບັນຫາດັ່ງກ່າວ, ແຕ່ກໍຍັງບໍ່ທັນໄດ້ລະບຸເທື່ອວ່າ ຈະມີວິທີແກ້ໄຂບັນຫາດັ່ງກ່າວ ດ້ວຍວິທີໃດແດ່ ແລະ ຈະໃຊ້ເວລາອີກດົນປານໃດ ຈຶ່ງຈະໃຫ້ສະພາບທຸກຢ່າງ ກັບມາໃກ້ຄຽງ ກັບສະພາບປົກກະຕິໄດ້.

ຂະນະທີ່ ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດລາວ, ກະຊວງແຜນການ ແລະ ການລົງທຶນ ກໍໄດ້ຣາຍງານ ໃນເດືອນກຸມພາ ທີ່ຜ່ານມາວ່າ ອັດຕຣາເງິນເຟີ້ ໃນປະເທດລາວ ຂອງເດືອນກຸມພາ ຢູ່ທີ່ 7.31% ທີ່ຖືວ່າເປັນອັດຕຣາເງິນເຟີ້ ປະຈຳເດືອນ ທີ່ສູງທີ່ສຸດ ໃນຮອບຫຼາຍປີມານີ້ ແລະ ຖືເປັນອັດຕຣາເງິນເຟີ້ ອັນດັບທີ 2 ໃນປະເທດອ່າຊ້ຽນ ຮອງຈາກປະເທດພະມ້າ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.