ເງິນກີບຍັງອ່ອນຄ່າ ເຖີງວ່າຄຳສັ່ງປະທານປະເທດ ຜ່ານໄປໜຶ່ງເດືອນ

ໄຊຍາ
2024.08.15
ເງິນກີບຍັງອ່ອນຄ່າ ເຖີງວ່າຄຳສັ່ງປະທານປະເທດ ຜ່ານໄປໜຶ່ງເດືອນ ການຊື້-ຂາຍ ສິນຄ້າ ປະເພດຕ່າງໆ ທີ່ຕະຫລາດສົດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ (TS), ເດືອນກໍລະກົດ 2024.
RFA

ເມື່ອວັນທີ 15 ກໍລະກົດ 2024 ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ສະເໜີໃຫ້ລັດຖະບານແກ້ໄຂບັນຫາເງິນກີບອ່ອນຄ່າໃຫ້ໄດ້ພາຍໃນໜຶ່ງເດືອນຄຽງຄູ່ກັບບັນຫາອື່ນ ໆ. ມາຮອດປັດຈຸບັນຄົບຮອບໜຶ່ງເດືອນພໍດີພາຍຫຼັງທີ່ປະທານປະເທດອອກມາຊີ້ນໍາລັດຖະບານແຕ່ປະຊາຊົນສ່ວນຫຼາຍກໍ່ຍັງຮູ້ສຶກວ່າມາດຕະການທີ່ນໍາໃຊ້ຍັງບໍ່ໄດ້ຜົນເທົ່າທີ່ຄວນຍ້ອນເງິນກີບຍັງອ່ອນຄ່າແລະຄ່າຄອງຊີບກໍ່ຍັງສູງຄືເກົ່າ. ດັ່ງຊາວບ້ານ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 15 ສິງຫາ 2024 ນີ້ວ່າ.

“ ບໍ່ໄດ້ຜົນເນາະແຂວງເຮົາບໍ່ມີຜົນຫຍັງເກີດຂື້ນທາງແຂວງເຮົາກໍ່ຍັງບໍ່ບໍ່ມີເດີ້ທາງແຂວງເຮົາບໍ່ມີປະກາດຫຍັງຂື້ນມາເລີຍມີແຕ່ວ່າສີປັບລົງມັນກໍ່ເປັນຄືເກົ່າຢູ່ມັນກໍ່ບໍ່ລົງໄດ້ໃຫ້ຫັ້ນນ່າຖະແຫຼງຂ່າວກໍ່ຖະແຫຼງໄປສື່ ໆ ອັນນີ້ມັນຕ້ອງແຕ່ນໍາລັດຖະບານເຂົາເດີ້ ເຮົາກໍ່ມັນປະຊາຊົນທຳມະດາເນາະເອົາແຕ່ເພິ່ນວ່າເນາະລາຄາຊໍ່າໃດເທົ່າໃດເທົ່ານັ້ນຊື້ແພງເທົ່າໃດເຮົາກໍ່ຕ້ອງໄດ້ຊື້ຫັ້ນນ່າປັບລົງນີ້ເຮົາກໍ່ບໍ່ໄດ້ດອກມັນຕ້ອງຂື້ນກັບລັດຖະບານ”

 ທາງດ້ານຜູ້ປະກອບການຂາຍເຄື່ອງຫຍ່ອຍທົ່ວໄປຢູ່ເມືອງທ່າແຂກ ແຂວງຄໍາມ່ວນກ່າວວ່າ ປັດຈຸບັນຄ່າຄອງຊີບກໍ່ຍັງສູງຢູ່ຄືເກົ່າບໍ່ໄດ້ຫຼຸດລົງປານໃດສາເຫດທີ່ຄ່າຄອງຊີບຍັງສູງກໍ່ຍ້ອນວ່າເງິນກີບຍັງຄົງອ່ອນຄ່າເມືອງທ່ຽບໃສ່ເງິນຕາຕ່າງປະເທດເປັນຕົ້ນແມ່ນເງິນບາດເຊີ່ງເຄື່ອງອຸປະໂພ-ບໍລີໂພກຢູ່ໃນລາວນັ້ນສ່ວນຫຼາຍແມ່ນເປັນສີນຄ້ານໍາເຂົ້າຈາກຕ່າງປະເທດເຮັດໃຫ້ລາຄາສີນຄ້າປັບປ່ຽນທຸກຄັ້ງທີ່ອັດຕາແລກປ່ຽນມີການປ່ຽນແປງ. ດັ່ງນາງກ່າວວ່າ.

“ ຄ່າຄອງຊີບຂື້ນເພາະວ່າເງິນອັດຕາຕ່າງປະເທດຂື້ນສູງແຕ່ວ່າເງິນກີບມັນອ່ອນຄ່າຫັ້ນນ່າແຕ່ເງິນຫາລາຍໄດ້ມັນຍັງຊໍ່າເກົ່າລາຍຈ່າຍຫັ້ນຫຼາຍຊື້ຂອງກິນຕະຫຼາດມັນຍັງແພງກໍ່ປະຢັດຄ່າໃຊ້ຈ່າຍ”

  ວັນທີ 14 ເດືອນສິງຫາ 2024 ອັດຕາແລກປ່ຽນລະຫວ່າງເງິນກີບ ແລະ ເງິນບາດ ຂອງທະນາຄານການຄ້າຕ່າງປະເທດລາວຢູ່ທີ່ 680 ກີບຕໍ່ໜຶ່ງບາດສ່ວນເຣດໃນຮ້ານແລກປ່ຽນເງິນຕານອກລະບົບທະນາຄານນັ້ນຢູ່ທີ່ປະມານ 700 ກີບຕໍ່ໜຶ່ງບາດແລ້ວເຊີ່ງອັດຕາແລກປ່ຽນນີ້ບໍ່ມີການປ່ຽນແປງມາຫຼາຍເດືອນແລ້ວ.

 ສະເພາະຢູ່ເມືອງໂຄງເຊໂດນ ແຂວງສາລະວັນ ບໍ່ມີພາກສ່ວນທີ່ກ່ຽວຂ້ອງນໍາໃຊ້ມາດຕະ ຕານໃນການແກ້ໄຂບັນຫາເງິນກີບອ່ອນຄ່າເທື່ອມີພຽງແຕ່ບອກວ່າໃຫ້ປະຢັດແລະຫາກຕ້ອງການແລກເງິນຕາກໍ່ຕ້ອງໄປແລກຢູ່ທະນາຄານແຕ່ຕາມທະນາຄານຕ່າງ ໆ ກໍ່ບໍ່ມີເງິນຕາໃຫ້ແລກ. ດັ່ງເຈົ້າຂອງປໍ້ານໍ້າມັນຢູ່ເມືອງໂຄງເຊໂດນ ແຂວງສາລະວັນ ທ່ານກ່າວວ່າ.

“ ຢູ່ໃນລະບົບ 70 ຫັ້ນແຫຼະຄັນແລກຂ້າງນອກຫັ້ນນ່າທາງການເພິ່ນກໍ່ເວົ້າແຫຼະໃຫ້ 68 ເບາະມັນໜ້າສິບໍ່ມີດອກເຂົາກໍ່ຍັງໄລ່ສະເລັ່ຍແລ້ວຍັງຢູ່ 70 ນີ້ແຫຼະ 100 ບາດ ກໍ່ 70,000 ກີບແມ່ນແຫຼະ 1,000 ບາດ ກໍ່ 700,000 ກີບຫັ້ນແຫຼະໂອໄດ້ຢູ່ແຫຼະເປັນເດືອນແລ້ວລາຄານີ້ບໍ່ຂື້ນບໍ່ລົງບໍ່ຫຼຸດນີ້ເນາະກໍ່ດົນເຕີບແລ້ວເດ້ບໍ່ມີຫຍັງປ່ຽນແປງຫຼາຍດອກເຂົາກໍ່ບໍ່ມີຫຍັງມາສົດຊ່ວຍດອກມີແຕ່ວ່າມາບອກປະຢັດໃຊ້ປະຢັດຈ່າຍອີ່ຫຍັງຫັ້ນແຫຼະ”

 ເພື່ອແກ້ໄຂບັນຫາເງິນກີບອ່ອນຄ່າແລະອັດຕາເງິນເຟີ້ຕາມຂໍ້ສະເໜີຂອງປະທານປະເທດໃນເດືອນທີ່ຜ່ານມາທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກມາດຕະການຫຼຸດອັດຕາດອກເບັ້ຍແຕ່ກໍ່ບໍ່ໄດ້ຜົນຫຍັງປານໃດຍ້ອນທະນາຄານອອກມາດຕະການຫຼຸດອັດຕາດອກເບັ້ຍທັງໝົດບໍ່ແມ່ນອັດຕາດອກເບັ້ຍເງິນຝາກຂອງເງິນຕາຕ່າງປະເທດເທົ່ານັ້ນເຮັດໃຫ້ອັດຕາດອກເບັ້ຍເງິນຝາກຂອງເງິນຕາຕ່າງປະເທດຍັງຢູ່ທີ່ລະດັບ 5-6% ເຊີ່ງຍັງຢູ່ໃນເກນທີ່ສູງຄົນຈຶ່ງຍັງຢາກຝາກເງິນຕາໄວ້ຕາມເດີມ.

  ການຫຼຸດອັດຕາດອກເບັ້ຍເປັນການແກ້ໄຂບັນຫາໄລຍະສັ້ນເທົ່ານັ້ນແລະລັດຖະບານກໍ່ບໍ່ມີແນວທາງແກ້ໄຂໄລຍະກາງ ແລະ ຍາວເຊີ່ງເປັນສີ່ງຈຳເປັນໃນການແກ້ໄຂບັນຫາໂຄງສ້າງເສດຖະກິດທີ່ສະສົມມາດົນຢ່າງເຊັ່ນບັນຫາເງິນກີບອ່ອນຄ່າແລະອັດຕາເງິນເຟີ້ເຮັດໃຫ້ປັດຈຸບັນຄົບກຳນົດໜຶ່ງເດືອນແລ້ວແຕ່ກໍ່ຍັງແກ້ບັນຫາເງິນກີບອ່ອນຄ່າບໍ່ໄດ້ປານໃດແລະອັດຕາແລກປ່ຽນກໍ່ຍັງສູງຄືເກົ່າ. ບັນຫານີ້ຈຶ່ງບໍ່ສາມາດແກ້ໄຂພາຍໃນ 1-2 ເດືອນດ້ວຍມາດຕະການໄລຍະສັ້ນ. ດັ່ງຜູ້ຊ່ຽວຊານດ້ານເສດຖະກິດທ່ານກ່າວວ່າ.

“ ອັນນັ້ນມັນເປັນຄວາມເຫັນຂອງປະທານປະເທດສື່ ໆ ເນາະ ຕ້ອງເຮັດໃຫ້ມັນໄດ້ພາຍໃນໜຶ່ງເດືອນກໍ່ບໍ່ໄດ້ເປັນມາດຕະຖານແຕ່ເປັນຄຳເວົ້າສື່ ໆ ກໍ່ໜ້າຈະແມ່ນຍ້ອນຄຳເວົ້າຂອງເພິ່ນຫັ້ນແຫຼະກໍ່ເຮັດໃຫ້ອັດຕາແລກປ່ຽນຫຼຸດລົງມາໜ້ອຍໜຶ່ງຍ້ອນວ່າຮ້ານຄ້າມາແລກປ່ຽນຕ່າງ ໆ ຂະເຈົ້າກໍ່ຢ້ານແຕ່ສຸດທ້າຍກໍ່ກັບມາຄືນແລ້ວເດ້ກໍ່ຢູ່ລະຫວ່າງ 700ປາຍນີ້ແຫຼະນີ້ນອກລະບົບເນາະກໍ່ລົງມາຈາກກ່ອນໜ້າໄປຮອດ 750 ກ່ອນໜ້ານີ້ກໍ່ລົງມາໜ້ອຍດຽວກໍ່ບໍ່ໄດ້ປ່ຽນແປງຫຍັງເພາະວ່າບັນຫານີ້ແມ່ນບັນຫາໄລຍະຍາວເນາະມາບອກໃຫ້ແກ້ພາຍໃນເດືອນດຽວແກ້ໄຂພາຍໃນສອງເດືອນມັນເປັນໄປບໍ່ໄດ້”

 ທ່ານກ່າວຕື່ມວ່າ ໃນການຈະແກ້ໄຂບັນຫາເສດຖະກິດຂອງ ສປປ ລາວ ທັງບັນຫາເງິນກີບອ່ອນຄ່າແລະອັດຕາເງິນເຟີ້ນັ້ນຕ້ອງແກ້ໄຂບັນຫາດ້ວຍມາດຕະການໄລຍະສັ້ນ ກາງ ແລະ ຍາວ.

 ໃນໄລຍະສັ້ນລັດຖະບານຕ້ອງຫາລາຍຮັບໃຫ້ໄດ້ຫຼາຍກ່ວາຫຼາຍຈ່າຍໃນໄລຍະກາງ ແລະ ຍາວ ຕ້ອງສຸມໃສ່ການແກ້ໄຂບັນຫາໂຄງສ້າງໜີ້ທີ່ສະສົມມາດົນແລ້ວໂດຍລັດຖະບານຕ້ອງໄປເຈລະຈາກັບເຈົ້າໜີ້ສຳຄັນເພື່ອປານີປານອມໜີ້ຫຼືຜ່ອນຜັນການສຳລະລວມເຖີງຕ້ອງແກ້ໄຂ ນະໂຍບາຍເງິນຕາ ແລະ ນະໂຍບາຍທີ່ຕິດພັນກັບຂະແໜງການທະນາຄານ ການເງິນພາກລັດ ແລະ ຕ້ອງໄດ້ມີການປະຕິຮູບອົງກອນລັດວິສະຫະກິດຕ່າງ ໆ ເພື່ອໃຫ້ມີຄວາມເປັນເອກະຊົນຫຼາຍຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.