ປັບຂຶ້ນ ລາຄານໍ້າມັນ ກະທົບຄ່າຄອງຊີບ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.03.20
ປັບຂຶ້ນ ລາຄານໍ້າມັນ ກະທົບຄ່າຄອງຊີບ ເຫດການ ຊາວລາວຈຳນວນຫຼາຍ ໄປລຽນແຖວລໍຖ້າຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໃນຕອນແລງ ຂອງວັນພຸດ ວັນທີ 9 ມີນາ 2022.
Photo: RFA

ປະຊາຊົນ ກຳລັງປະເຊີນ ກັບຄ່າຄອງຊີບ ທີ່ສູງຫລາຍ, ຍິ່ງການປະກາດປັບຂຶ້ນ ລາຄານໍ້າມັນ ຄັ້ງຫລ້າສຸດ ຍິ່ງມາຊໍ້າເຕີມ ຊີວິດການເປັນຢູ່ ຂອງປະຊາຊົນ ຕື່ມອີກ. ເຖິງ​ແມ່ນວ່າ ທາງການ ຈະຊອກຫາຊ່ອງທາງແກ້ໄຂ ລາຄານໍ້າສູງ ແຕ່ທາງການ ຍອມຮັບວ່າ ຄັງແຮ ທີ່ຈະຊ່ອຍປະຄອງ ລາຄານໍ້າມັນບໍ່ມີ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຍິນດີຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ ມາຟັງນໍາກັນ. ຣາຍການ ຂອງພວກເຮົາ ຈະນຳສເນີ ເຫດການ ທີ່ເກີດຂຶ້ນ ໃນປັດຈຸບັນ ແລະ ບັນຫາຄວາມເດືອດຮ້ອນຂອງຊາວບ້ານ. ສຳລັບ ຫົວຂໍ້ ໃນຣາຍການມື້ນີ້ ແມ່ນ “ປັບຂຶ້າຄານໍ້າມັນ ກະທົບ ຄ່າຄອງຊີບ.”  ພວກເຮົາ ໄດ້ຮິບ​ໂຮມ ເອົາຄຳເຫັນ ຂອງຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ໂດຍກົງ ຈາກາຄາສິນຄ້າແພງ ເວົ້າງ່າຍໆວ່າ ອັນໃດກະແພງ ຖ້າທຽບໃສ່ກັນ ະຫວ່າງ ລາຍຮັບ ກັບຄ່າຄອງຊີບ ມັນແຕກໂຕນກັນຫລາຍ.

1.jpg

ຊາວນະຄອນຫຼວງວຽງຈັນ ຜູ້ໃຊ້ຣົຖລຽນແຖວກັນໄປໃສ່ນ້ຳມັນ ໃນຂະນະທີ່ ປ້ຳມັນຢູ່ແຂວງຫຼວງນ້ຳທາ ຍັງບໍ່ທັນແອອັດ ຖ້າທຽບໃສ່ນະຄອນຫຼວງວຽງຈັນແລ້ວ (ປ້ຳນ້ຳມັນ ໃນແຂວງຫຼວງນ້ຳທາ ວັນທີ 18 ມີນາ 2022).

ທ່ານ ຜູ້ຟັງທ່ານໃດ ທີ່ຕິດຕາມ ຣາຍການ ຂອງພວກເຮົາ ຕ້ອງການ ມີສ່ວນຮ່ວມ ໂດຍການສັມພາດອອກຣາຍການ ຢ່າລືມສົ່ງ ເບີໂທຣະສັບ ຂອງທ່ານລົງ ໃນຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ຢູ່ໃນຂະນະນີ້. ຜ່ານມາ ມີຫລາຍທ່ານ ໄດ້ສົ່ງເບີໂທຣະສັບ ມາຍັງພວກເຮົາ ກໍຂໍໃຫ້ ລໍຖ້າ ພວກເຮົາ ຈະໂທກັບໄປ ພວກເຮົາ ຂໍອາພັຍ ໃນຄວາມຫລ້າຊ້າ ໃນການຕິດຕໍ່ຫາ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ກ່ອນອື່ນ ກໍຂໍຂອບໃຈ ທີ່ທ່ານຜູ້ຟັງ ໃຫ້ຄວາມສົນໃຈ ກັບຣາຍການ ພວກເຮົາ ໂດຍສະເພາະ ທ່ານຜູ້ຟັງ ທີ່ໄດ້ສົ່ງເຣື່ອງ ຂອງທ່ານ ແລະ ເບີໂທຣະສັບ ມາຍັງ ຣາຍການ. ກໍອົດໃຈລໍຖ້າ ແລ້ວພວກເຮົາ ຈະຕິດຕໍ່ຫາ ຫລື ທ່ານສາມາດ ເອົາເບີໂທຣະສັບ ໝາຍເລກ +15715499444 ແອັດ ເຂົ້າໃນວອດແອັປ ໄດ້ແລ້ວພວກເຮົາ ຈະຕິດຕໍ່ຫາກັນ ໄດ້ງ່າຍຂຶ້ນ. ພວກເຮົາ ບໍ່ມີເຈດຕະນາ ອື່ນໃດນອກຈາກ ການນຳສເນີຂ່າວ ຕາມຈັນຍາບັນ ແລະ ທິດທາງ ຂອງພວກເຮົາ ໂດຍນໍາສເນີ ຄວາມເປັນຈິງບໍ່ບິດເບືອນ ເພື່ອໃຫ້ທ່ານໄດ້ ຮັບຂ່າວສານ ທີ່ເປັນກາງ.

ສັປດານີ້ ມາເວົ້າເຖິງ ເຣື່ອງ ການປັບຂຶ້ນລາຄານໍ້າມັນ ຂອງປະເທດລາວ ທີ່ຈິງແລ້ວ ການປັບຂຶ້ນສະເພາະ ໃນປີ 2022 ນີ້ ປັບຂຶ້ນເປັນຄັ້ງທີ 6 ແລ້ວ ຊຶ່ງມັນໄດ້ສ້າງ ຜົລກະທົບ ຕໍ່ຊີວິດປະຈຳວັນ ຂອງປະຊາຊົນ ເນື່ອງຈາກ ນໍ້າມັນ ກໍແມ່ນນຶ່ງ ໃນປັດຈັຍ ທີ່ເຮັດໃຫ້ລາຄາສິນຄ້າ ເໜັງຕີງ ຊຶ່ງແນ່ນອນວ່າ ຄ່າຄອງຊີບສູງ ກໍຕາມ ມາເຊັ່ນກັນ. ມື້ນີ້ ພວກເຮົາ ມີຄຳເຫັນ ແລະ ການແກ້ໄຂບັນຫາ າຄາ ນໍ້າມັນແພງ ຂອງກະຊວງອຸດສາຫະກັມ ການຄ້າ ມານຳສເນີ.

2.jpg
ປ້ຳນ້ຳມັນ ໃນແຂວງຫຼວງນ້ຳທາ, ວັນທີ 18 ມີນາ 2022.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.