ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ
2022.03.29

ຣາຍການ “ມາຟັງນຳກັນ” ສັປດານີ້ ວິທຍຸ ເອເຊັຽ ເສຣີ ຈະນຳເອົາເຣື່ອງ ອັຕຣາແລກປ່ຽນເງິນ ຖີບຂຶ້ນສູງຫຼາຍ ຈົນປະຊາຊົນ ຮັບມືນຳ ບໍ່ທັນ ຕາມທ້ອງຕລາດ ການຊື້-ຂາຍ ຖືກກຳນົດ ລາຄາ ດ້ວຍເງິນບາດໄທຍ ຫຼື ດອລລ້າຣ ສະຫະຣັຖ ໄປໃນໂຕ. ຖ້າກຳນົດ ລາຄາ ແລະ ຊື້-ຂາຍ ເປັນເງິນກີບ ສ່ຽງຕໍ່ການຫລຸບທຶນ. ສ່ວນຣັຖບານລາວ ເລັ່ງຄວບຄຸມ ສະພາບເງິນເຟີ້ ແລະ ສິນຄ້າລາຄາແພງ.
ຈັດມາເສນີທ່ານ ໂດຍ ໄມຊູລີ ແລະ ໄຊຍາ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບທ່ານເຂົ້າສູ່ ຣາຍການ “ມາຟັງນຳກັນ”. ສຳລັບ ຫົວຂໍ້ຣາຍການ ໃນສັປດານີ້ ແມ່ນຣັຖບານລາວ ເລັ່ງຄວບຄຸມ ອັຕຣາ ແລກປ່ຽນທີ່ສູງຂຶ້ນ ເປັນປວັດການ. ຕໍ່ບັນຫາດັ່ງກ່າວ ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ ໂດຍສະເພາະ ຄ່າຄອງຊີບ ຖີບໂຕຂຶ້ນສູງ ຈາກອັຕຣາແລກປ່ຽນ ຂຶ້ນຜິດປົກກະຕິ ຈົນປະຊາຊົນ ບໍ່ຮູ້ຈະເຮັດແນວໃດ ກໍຕ້ອງໄດ້ເພິ່ງ ມາຕການ ແກ້ໄຂ ຂອງຣັຖບານ ເປັນຫລັກ.
ທ່ານຜູ້ຟັງ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ພວກເຮົາ ດ້ວຍການສັມພາດ, ກະຣຸນາ ສົ່ງເບີໂທຣະສັບຂອງທ່ານ ລົງໃນ ອິນບອກສ໌ ເພສ ອາຣເອຟເອ ທີ່ຣາຍການ ກຳລັງອອກ ໃນຂະນະນີ້ ແລ້ວພວກຈະຕິດຕໍ່ຫາ. ຜ່ານມາ ກໍຂໍຂອບໃຈ ເປັນຢ່າງສູງ ທີ່ຫລາຍທ່ານ ໄດ້ໃຫ້ການຮ່ວມມື ເພື່ອເຮັດໃຫ້ ຣາຍການ ມີເນື້ອໃນ ສົມບູນຖືກຕ້ອງ. ສຳລັບ ມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ບັນຫາເງິນເຟີ້ ຕອນນີ້ ປະຊາຊົນ ຮັບມືນຳ ບໍ່ໄຫວ ກໍລໍຖ້າ ເບິ່ງວ່າ ຣັຖບານ ຈະອອກມາຕການ ແກ້ໄຂ ຊ່ອຍປະຊາຊົນ ທີ່ກຳລັງເດືອດຮ້ອນ ຍ້ອນອັຕຣາ ແລກປ່ຽນ ຖີບໂຕສູງເປັນປວັດການ ບໍ່ເຄີຍມີ ມາກ່ອນ. ຊຶ່ງຜົລກະທົບ ນອກຈາກເງິນເຟີ້ ກໍຍັງມີ ໂຄວິດ-19 ສາຍພັນໂອມິຄຣອນ ຣະບາດອີກ ຍິ່ງຊໍ້າເຕີມ ເຮັດໃຫ້ ປະຊາຊົນລຳບາກ ເຂົ້າໄປອີກ. ໃນສັປດານີ້ ພວກເຮົາ ມາເວົ້າເຖິງ ການອອກ ມາຕການ ຊ່ອຍເຫລືອ ປະຊາຊົນ ຂອງຣັຖບານ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)