ສິນຄ້າກະສິກັມ ຂອງຄົນລາວ ເຂົ້າບໍ່ເຖິງຕລາດສົ່ງອອກ

ໄຊຍາ
2022.03.30
ສິນຄ້າກະສິກັມ ຂອງຄົນລາວ ເຂົ້າບໍ່ເຖິງຕລາດສົ່ງອອກ ຕລາດຂາຍສິນຄ້າ ທ້ອງຖິ່ນທີ່ຕ້ອນຮັບ ນັກທ່ອງທ່ຽວຜູ້ທີ່ເດີນທາງ ຜ່ານໄປ-ຜ່ານມາ ໃນແຂວງພາກເໝືອຂອງລາວ.
ນັກຂ່າວ ພົລເມືອງ

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 25 ມີນາທີ່ຜ່ານມາວ່າ ທາງການລາວໄດ້ຖືເອົາວຽກງານກະສິກັມ ເປັນທ່າແຮງໃນການຜລິດ ສະບຽງອາຫານ ແລະເປັນສິນຄ້າເພື່ອສົ່ງອອກ ຮວມມີ 13 ຊະນິດສິນຄ້າຄື ເຂົ້າ, ໝາກກ້ວຍ, ມັນຕົ້ນ, ສາລີ, ໝາກໂມ, ມັນດ້າງ, ພືດຕະກຸນຖົ່ວ, ໝາກນ໋ອດ, ໝາກກ້ຽງ, ໝາກພຸກ ແລະ ໝາກນາວ. ມາຮອດປັດຈຸບັນສິນຄ້າສົ່ງອອກ ປະເພດກະສິກັມ ຂອງລາວປະມານ 80% ແມ່ນສົ່ງອອກໄປປະເທດຈີນ.

ໃນຂະນະດຽວກັນສິນຄ້າກະສິກັມທີ່ຖືກສົ່ງອອກໄປຍັງປະເທດຈີນນັ້ນສ່ວນຫລາຍແມ່ນເປັນສິນຄ້າຂອງນັກທຸຣະກິຈຊາວຈີນທີ່ເຂົ້າມາລົງທຶນ ພາຍໃນປະເທດລາວ. ສ່ວນຊາວກະສິກອນລາວ ຍັງບໍ່ສາມາດຳເນີນສິນຄ້າກະສິກັມ ເຂົ້າສູ່ຕລາດການສົ່ງອອກໄປຍັງປະເທດຈີນໄດ້.

ດັ່ງເຈົ້າຂອງສວນໝາກນາວ ເມືອງຄຳ ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ RFA ເມື່ອວັນທີ 30 ມີນາ 2022 ນີ້ວ່າ:

ຍັງບໍ່ໄດ້ສົ່ງອອກຈັກເທື່ອ ມີແຕ່ວ່າຂາຍພາຍໃນປະເທດ ຄວາມໝາຽມັນຍັງບໍ່ມີລູກຄ້າເນາະ ຢູ່ນີ້ກໍຂາຍບໍ່ລອດໂຕນີ້ກໍຂາຍໃຫ້ຄົນລາວ ກໍເກືອບບໍ່ໄດ້ແລ້ວນ່າທາງການ ບໍ່ໄດ້ສນັບສນູນມີແຕ່ວ່າຜູກຂາດ ເລື້ອຍໆ ເອີເຄີຍສົ່ງໄປວຽດນ້ອຍນຶ່ງ ໄປວຽດນາມແຕ່ວ່າບໍຣິສັດຂົນສົ່ງໄປເລີຍ.

ສຳລັບຊາວກະສິກອນລາວ ທີ່ເຮັດກະສິກັມຂນາດນ້ອຍ ແລະຂນາດກາງ ແລະຕ້ອງການສົ່ງເສີມສິນຄ້າໄປຂາຍຍັງຕ່າງປະເທດ ບໍວ່າຈະເປັນປະເທດຈີນ, ວຽດນາມ ແລະ ໄທຍ ຈະຕ້ອງສົ່ງຂາຍຜ່ານທາງພໍ່ຄ້າຄົນກາງ ຢູ່ສາງຮັບຊື້ສິນຄ້າພາຍໃນເຂດບ້ານ ແລະເມືອງຂອງຕົນເອງ. ແຕ່ຢ່າງໃດກໍຕາມ, ສິນຄ້າກະສິກັມຂອງຄົນລາວ ສ່ວນຫລາຍຍັງບໍ່ທັນໄດ້ຮັບໂຄຕ້າ ໃນການສົ່ງອອກໄປຍັງປະເທດຈີນ ພໍເທົ່າໃດ.

ດັ່ງເຈົ້າຂອງສາງ ຮັບຊື້ເຂົ້າສານຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ RFAໃນມື້ດຽວກັນນີ້ວ່າ:

ສ່ວນຫລາຍ ເຮົາຈະສົ່ງພາຍໃນປະເທດ ເຮົາຈະບໍ່ໄດ້ສົ່ງເຂົ້າອອກນອກນ່າ ເພາະເຮົາຍັງບໍ່ທັນມີໂຄຕ້າ ທີ່ວ່າຈະແລ່ນແບບນີ້ໄດ້ນ່າ ແມ່ນຕ້ອງການຫລາຍ ແຕ່ວ່າເວົ້າເຣື່ອງໜັງສື ຂະເຈົ້າຍັງບໍ່ທັນເປີດໃຫ້ເປັນທີ່ຮຽບຮ້ອຍ ໃຫ້ເຮົາເທື່ອນ່າແຕ່ເຮົາຝາກໄປເລັກນ້ອຍ ນີ້ໄດ້ປະມານ 10 ຕັນອີ່ຫຍັງຫັ້ນນ່າ ມັນໄດ້ແຕ່ວ່າມັນເກີນກວ່ານີ້ມັນຈະສົ່ງໄປບໍ່ໄດ້ນ່າ.

ທີ່ຜ່ານມາສິນຄ້າກະສິກັມ ພາຍໃນປະເທດລາວທີ່ຖືກສົ່ງອອກ ໄປຍັງປະເທດຈີນ ສ່ວນຫລາຍເປັນກິຈການຂນາດໃຫຍ່ ຂອງນັກລົງທຶນຊາວຈີນ ທີ່ເຂົ້າມາຂໍສັມປະທານລົງທຶນ ພາຍໃນປະເທດ ອີກທັງທາງການຈີນຍັງບໍ່ໄດ້ອອກມາຕຖານ ທາງດ້ານສຸຂອານາມັຍ ແລະ ສຸຂອານາມັຍພືດ (Sanitary and Phytosanitary Measures/SPS) ສຳລັບການສົ່ງອອກສິນຄ້າ ຈາກປະເທດລາວໄປຍັງປະເທດຈີນ ຊຶ່ງຂ້ອນຂ້າງມີຣາຍລະອຽດຫລາຍ, ຫຍຸ້ງຍາກ ແລະມີທ່າອ່ຽງຈະເອື້ອປໂຍດໃຫ້ແກ່ນັກລົງທຶນຈີນ ບໍ່ແມ່ນຄົນລາວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງກ່າວວ່າ:

ສາມາດສົ່ງໄປໄດ້ປັດຈຸບັນນີ້ ກໍມີແຕ່ບໍຣິສັດຈີນຫັ້ນແຫລະທີ່ສາມາດ ເຮັດໄດ້ບໍຣິສັດລາວຍັງ ເຮັດບໍ່ໄດ້ຫັ້ນນ່າມັນບໍ່ງ່າຍປານໃດ ວ່າເຮົາຊິເກັບແລ້ວໄປຂາຍໄດ້ເລີຍ ມັນບໍ່ງ່າຍເນາະເວລາ ໄປເຊັນສັນຍາປຸບມັນມີເງື່ອນໄຂຕ່າງໆ ທີ່ວ່າທາງຈີນກຳນົດຫັ້ນອັນນີ້ເປັນເງື່ອນໄຂທາງ ດ້ານກະສິກັມຫັ້ນນ່າມັນມີຣາຍລະອຽດຫລາຍ.

ເຖິງແມ່ນວ່າທາງການລາວ ຈະອອກປະກາດວ່າສິນຄ້າປະເພດໃດ ເປັນທີ່ຕ້ອງການຂອງ ຕລາດຈີນແຕ່ຢ່າງໃດກໍຕາມ ພັດຍັງມີສິນຄ້າກະສິກັມອີກຫລາຍຣາຍການ ຍັງມີຍັງຈຳນວນໜ້ອຍ ແລະບໍ່ພຽງພໍສຳລັບສົ່ງອອກ ໄປຂາຍຍັງຕ່າງປະເທດ.

ດັ່ງເຈົ້າຂອງສວນໝາກ້ຽງ ຢູ່ເມືອງວັງວຽງ ແຂວງວຽງຈັນນາງນຶ່ງກ່າວວ່າ:

ປັດຈຸບັນນີ້ເຮົາຍັງບໍ່ໄດ້ສົ່ງອອກ ເຄີຍສົ່ງທີ່ຜ່ານມາຕອນນີ້ ເຮົາຍັງບໍ່ທັນໄດ້ສົ່ງອອກໄປໃສເລີຍເທື່ອ ເຄື່ອງເຮົາຍັງບໍ່ທັນພຽງພໍຫລາຍ ຈຳນວນຫລາຍເພາະວ່າ ຢູ່ລາວຄົນຕ້ອງການຫລາຍ ຕອນນີ້ມັນຍັງໄດ້ບໍ່ພຽງພໍມັນບໍ່ພໍນ່າ.

ໃນຂະນະດຽວກັນທີ່ຜ່ານມາ ເມື່ອສິນຄ້າກະສິກັມປະເພດໃດສາມາດ ຊື້-ຂາຍໄດ້ແທ້ ແລະໄດ້ ລາຄາດີຊາວບ້ານພາຍໃນເຂດບ້ານ ແລະເມືອງຕ່າງໆ ພັດປ່ຽນດິນນາຂອງພວກເຂົາເຈົ້າ ມາປູກໝາກໄມ້ຕາມຄວາມຕ້ອງການຂອງຕລາດ ເຮັດໃຫ້ສິນຄ້າປະເພດດັ່ງກ່າວນັ້ນ ເກີນຄວາມຕ້ອງການ ຂອງຕລາດບໍ່ສາມາດຂາຍໄດ້ ແລະຕ້ອງປ່ອຍໃຫ້ເນົ່າເສຽ.

ດັ່ງເຈົ້າຂອງສາງ ມັນຕົ້ນຢູ່ເມືອງມະຫາໄຊ ແຂວງຄຳມ່ວນນາງນຶ່ງກ່າວວ່າ:

ມັນຢູ່ນີ້ ນີ້ປີໃໝ່ນີ້ຫລາຍວ່າຈະຫລາຍສຸດເລີຍ ວ່າຊັ້ນສະເພາະວ່າປີນີ້ເນາະ ຫາກໍມີຄົນມາຊື້ຄືນ ໄທເຮົານີ້ແຫລະຫາກໍຊື້ຫັ້ນນ່າ ອາລົງມືຊື້ແລ້ວອ່າປະຊາຊົນເຫັນວ່າ ມີຄົນຊື້ແທ້ຫັ້ນນ່າແລ້ວປີ ນີ້ເຂົາກໍປູກຫລາຍໆ ປີຕໍ່ໄປນີ້ ມັນຫລາຍສຸດເລີຍແມ່ນພາກັນປູກຫລາຍໆ ເຮືອນນຶ່ງປະມານ 2-3 ເຮັດຕ້າຣ໌ ພຸ້ນແລ້ວ.

ກ່ອນໜ້ານີ້ ທ່ານ ເພັດ ພົມພິພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດໃນວັນທີ 04 ພືສຈິກາ 2021 ທາງການລາວໄດ້ສຳເຣັດ ການເຊັນອະນຸສັນຍາຂໍ້ກຳນົດເງື່ອນໄຂ ດ້ານສຸຂອະນາມັຍດ້ານພືດ-ສັດ ກັບທາງການຈີນແລ້ວ ມີຈຳນວນທັງໝົດ 14 ຣາຍການ ໃນນັ້ນເປັນພືດ 13 ຣາຍການ ແລະ ເປັນ ສັດໃຫຍ່ 1 ຣາຍການຄື ເຂົ້າ, ສາລີ, ມັນຕົ້ນແຫ້ງ, ໝາກກ້ວຍ, ໝາກໂມ, ມັນດ້າງ, ຖົ່ວຝັກຍາວ, ຖົ່ວເຫລືອງ ຝັກສົດ, ຖົ່ວເບີ, ໝາກນ໋ອດ, ໝາກກ້ຽງເປືອກໜາ, ໝາກນາວເຫລືອງ ແລະ ງົວ-ຄວາຍ.

ແຕ່ຢ່າງໃດກໍຕາມ ການເຈຣະຈາເປີດຕລາດຮ່ວມກັບຈີນນັ້ນ ຍັງບໍ່ໄດ້ຕາມຄາດໝາຽ ເນື່ອງຈາກໃນໄລຍະການແຜ່ຣະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ວິຊາການຈາກປະເທດຈີນ ບໍ່ສາມາດເຂົ້າມາກວດພື້ນທີ່ປູກຝັງ-ລ້ຽງສັດ ຕາມສະພາບໂຕຈິງໄດ້. ອີກທັງຕລາດປາຍທາງ ປະເທດຈີນຍັງບໍ່ທັນເປີດກ້ວາງ ແລະປະກອບຄ່າໃຊ້ຈ່າຍ ໃນການຂົນສົ່ງຈາກປະເທດລາວ ໄປຍັງປະເທດຈີນທີ່ຂ້ອນຂ້າງສູງ.

ອີງຕາມຂໍ້ມູນຈາກກອງປະຊຸມຣັຖບານ ເປີດກ້ວາງຄັ້ງທີ 2 ທີ່ຈັດຂື້ນໃນໄລຍະທ້າຍປີ 2021 ຣະບຸວ່າ ການສນັບສນູນໃຫ້ຊາວກະສິກອນຜລິດ ແລະສົ່ງອອກສິນຄ້າກະສິກັມ ໄປຕ່າງປະເທດປະຈຳປີ 2021 ສາມາດປະຕິບັດໄດ້ປະມານ 905.36 ລ້ານໂດລາຣ໌ສະຫະຣັຖ ຫລື ເທົ່າກັບ 82.30% ໃນນັ້ນສິນຄ້າກະສິກັມ ທີ່ຖືກນຳສົ່ງອອກຫລາຍກວ່າໝູ່ ແມ່ນເປັນໝາກກ້ວຍ ມີມູນຄ່າ 225.33 ລ້ານໂດລາຣ໌ສະຫະຣັຖ. ຢາງພາຣາ 214.37 ລ້ານໂດລາຣ໌ສະຫະຣັຖ, ມັນຕົ້ນ 196.58 ລ້ານໂດລາຣ໌ສະຫະຣັຖ, ອ້ອຍ 25.43 ລ້ານໂດລາຣ໌ສະຫະຣັຖ ແລະ ໝາກໂມ 26.33 ລ້ານໂດລາຣ໌ສະຫະຣັຖ.

ເຖິງແມ່ນວ່າໝາກກ້ວຍຂອງລາວ ຈະເປັນສິນຄ້າກະສິກັມທີ່ມີການສົ່ງອອກ ໄປຍັງປະເທດຈີນຫລາຍກວ່າໝູ່ ແຕ່ຢ່າງໃດກໍຕາມໝາກກ້ວຍ ຂອງນັກລົງທຶນຊາວຈີນໃນປະເທດກັມພູຊາ ພັດມີຈຳນວນການສົ່ງອອກໄປຍັງປະເທດຈີນ ຫລາຍທີ່ສຸດເປັນຕົ້ນໃນປີ 2020, ກັມພູຊາສົ່ງອອກ ໝາກກ້ວຍໄປຍັງປະເທດຈີນຫລາຍເຖິງ 321 ລ້ານໂດລາຣ໌ສະຫະຣັຖ, ລາວສົ່ງອອກໄດ້ 105 ໂດລາຣ໌ສະຫະຣັຖ ແລະ ໄທຍ ສົ່ງອອກໄດ້ 29.5 ລ້ານໂດລາຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.