ຫຼວງນ້ຳທາ ຂາດນ້ຳມັນ ຫຼາຍປ້ຳ ປິດຊົ່ວຄາວ

ອຸ່ນແກ້ວ
2022.03.29
ຫຼວງນ້ຳທາ ຂາດນ້ຳມັນ ຫຼາຍປ້ຳ ປິດຊົ່ວຄາວ ປ້ຳນ້ຳມັນ ແຫ່ງນຶ່ງ ໃນແຂວງຫຼວງນ້ຳທາ, ວັນທີ 18 ມີນາ 2022.
ນັກຂ່າວ ພົລເມືອງ

ຕັ້ງ​ແຕ່ ວັນ​ທີ 27 ມີ​ນາ 2022 ນ້ຳ​ມັນ​ເຊື້ອ​ໄຟ ໃນ​ແຂວງ​ຫລວງ​ຫລວງ​ນ້ຳ​ທາ ຂາດ​ແຄນ ໃນ​ສອງວັນ​ທີ່ ຜ່ານ​ມາ ທົ່ວ​ແຂວງ​ຫລວງ​ນ້ຳ​ທາ ມີ​ພຽງ​ແຕ່ປ້ຳ​ນ້ຳ​ມັນ ປ​ຕ​ທ ພຽງ​ແຫ່ງ​ດຽວ ​ທີ່​ເປີດ​ໃຫ້​ບໍ​ຣິ​ການ.

ປະ​ຊາ​ຊົນ ຫຼາຍ​ຄົນ ຕ້ອງ​ພາ​ກັນໄປ​ຕໍ່​ຄິວໃສ່​ນ້ຳ​ມັນ ແລະ ບາງ​ຄົນ ຈຳ​ເປັນ​ຕ້ອງ​ໄດ້​ພາ​ກັນ​ໄປ​ຊື້​ນ້ຳ​ມັນ ທີ່​ວາງ​ຂາຍ​ຕາມ​ແຄມ​ທາງ ໃນ​ລາ​ຄາ 1 ລິດ​ປາຍ ຕໍ່ 40,000 ກີບ.

ຊາວ​ບ້ານ​ເມືອງ​ຫລວງ​ນ້ຳ​ທາ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣ ໃນ​ວັນ​ທີ 29 ມີ​ນາ ວ່າ:          

ຕັ້ງແຕ່ວັນອາທິດເນາະ ນ້ຳມັນບໍ່ມີນີ້ ບໍ່ໄດ້ໃສ່ຊ້ຳ ຕາມທາງເນາະເຫັນເຂົາຂາຍ ຕຸກນ້ຳດື່ມຫັ້ນນ່າ ຕຸກນຶ່ງລິດເຄິ່ງຫັ້ນແຫຼະ ເຂົາຂາຍ 40,000 ກີບ ຈຳເປັນຊື້ອັນນັ້ນໄປ ຕອນນີ້ ກໍຢູ່ວຽງພູຄາ ຂຶ້ນກັບຫລວງນ້ຳທາຄືກັນ. ວຽງພູຄາ ກໍໝົດຄືກັນເດີ ທົ່ວແຂວງຫັ້ນນ້ຳມັນເຫຼືອແຕ່ປ້ຳດຽວຫັ້ນແຫຼະ ແຕ່ລະຄົນຍາດກັນເຕີມຢູ່ຫັ້ນ ກໍຢາກໃຫ້ພາກຣັມາຊ່ວຍແກ້ໄຂເນາະ ເຣື່ອງນ້ຳມັນນີ້ ຂາດກໍາດແທ້ ພະນັກງານແມ່ນຫຍັງກໍບໍ່ໄດ້ໄປວຽກການແດ່ນີ້.”

ສອງມື້​ທີ່​ຜ່ານ​ມາ ເປີດ​ພຽງ​ແຕ່​ປ້ຳ​ດຽວ ແຕ່ ໃນ​ມື້ນີ້ ວັນ​ທີ 29 ມີນາ ກໍ​ມີ​ໄດ້​ເປີດ​ໃຫ້​ບໍ​ຣິ​ການ​ອີກ 2-3 ປ້ຳ ແຕ່ນ້ຳ​ມັນ​ກໍ​ຍັງ​ບໍ່​ພຽງ​ພໍຢູ່.

ຊາວ​ແຂ​ວງ​ຫລວງ​ຊ້ຳ​ທາ ອີກທ່ານນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ແມ່ນແລ້ວ ເຂົາເປັນປ້ຳໝົດນ່າ ກໍໄປເອົາຢູ່ປ້ຳ ຫັ້ນແຫຼະ ແຕ່ວ່າ ມື້ນີ້ ກໍເຫັນເລີ່ມທະຍອຍເປີດແລ້ວ ເປີດ 2-3 ປ້ຳ ມື້ນີ້ ແຕ່ວ່າ ມື້ນີ້ ກໍຍັງໄດ້ຕໍ່ຄິວ ຢູ່ ປ້ຳຈຳກັດບໍ່ໃຫ້ຫຼາຍ ແກ້ໄຂໃຫ້ຜູ້ລະ ສູງສຸດກໍ 3 ລິດນີ້ແຫຼະ.”

ນ້ຳ​ມັ​ນ​ຂ​າດ​ປ້ຳ ກໍ​ຍ້ອນ​ວ່າ ບໍ​ຣິ​ສັດ ​ສົ່ງ​ນ້ຳ​ມັນບໍ່​ສົ່ງ​ນ້ຳ​ມັນໃຫ້ ສະ​ນັ້ນປ້ຳ​ນ້ຳ​ມັນ ​ກໍຕ້ອງ​ປິດ​ຊົ່ວ​ຄາວ. ເຈົ້າ​ຂອງ​ປ້ຳ​ນ້ຳ​ມັນ ຢູ່​ແຂວງ​ຫລວງ​ນ້ຳ​ທາ ໄດ້​ກ່າວ​ວ່າ:  

ນ້ຳມັນໝົດນ່າ ຊ້ວງນີ້ ເຂົາເຈົ້າລະບໍ່ເອົາມາສົ່ງເຮົາຫັ້ນນ່າ ອັໂທຫາບໍຣິສັດສົ່ງຫັ້ນ ເຂົາເຈົ້າລະບໍ່ເອົາເຂົ້າມາຫັ້ນນ່າ ເຂົາເຈົ້າວ່າ ຍັງບໍ່ມີເທື່ອນ້ຳມັນ ບໍ່ເຂົ້າເທື່ອວ່າແນວນີ້ ຂາດທຶນກໍບໍ່ເປັນຫຍັງ ຖ້າວ່າ ມັນມີຫັ້ນນ່າ ເຮົາກໍຕ້ອງໄດ້ຂາຍ ຊ້ວງໃດກະມີ ຊ້ວງຫຼຸດກະມີຫັ້ນນ່າ ເຮົາເຮັດການຄ້າຫັ້ນນ່າ.”

ອີກ​ສາ​ເຫດ​ນຶ່ງ ຢູ່ ແຂວງ​ຫລວງ​ນ້ຳ​ທາ ກໍ​ຄື ລາ​ຄາ​ນ້ຳ​ມັນ ທີ່​ຮັບ​ມາແພງກວ່າ ລາ​ຄາ​ຂາຍ​ໃນ​ແຂວງ ເຮັດ​ໃຫ້​ບາງ​ປ້ຳ​ຂາດ​ທຶນ​ເປັນ​ຈຳ​ນວນ​ຫຼາຍ.  

ເຈົ້າ​ຂອງ​ປ້ຳ​ນ້ຳ​ມັນ ​ອີກ​ທ່ານນຶ່ງ ຢູ່ແຂວງ​ຫລວງ​ນ້ຳ​ທາ ກ່າວ​ວ່າ:        

ແມ່ນໆ ນ້ຳມັນ ມັນບໍ່ມີຂາຍເດ້ ລາຄານ້ຳມັນຊື້ ບໍ່ໄດ້ເດ້ ດຽວນີ້ ມັນລາຄາແບບວ່າ ລາຄາເຮົາຊື້ແພງກວ່າ ລາຄາເຮົາຂາຍນີ້ ຖ້າວ່າ ຜູ້ໃດມີກໍຍັງຂາຍໄດ້ຢູ່ ແຕ່ວ່ານ້ຳມັນບໍ່ມີກະປິດໄວ້ເດ້.”

ກ່ຽວ​ກັບ​ບັນ​ຫາ​ນ້ຳ​ມັນ​ ຂາດ​ແຄນ ໃນ​ແຂວງ​ຫລວງ​ນ້ຳ​ທາ, ຜ​ແນກ​​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ກຳ​ລັງ​ດຳ​ເນີນ​ການ​ແກ້​ໄຂ ແລະ ໃນ​ປັດ​ຈຸ​ບັນ ມີ​ແຕ່​ປ້ຳ ປ​ຕ​ທ ແລະ ປ້ຳ​ນ້ຳ​ມັນ​ເຊື້ອ​ໄຟເປີດ​ໃຫ້​ບໍ​ຣິ​ການ.

ບໍ​ຣິ​ສັດ ​ນ້ຳ​ມັນ ກຳ​ລັງນຳ​ເຂົ້ານ້ຳ​ມັນ ​ເຂົ້າ​ມາ​ພາຍ​ໃນ​ແຂວງ ແລະ ກຳ​ລັງທະ​ຍອຍ​ຂົນ​ສົ່ງ ນ້ຳ​ມັນ​ໃຫ້​ແຕ່​ລະ​ປ້ຳ ຄາດ​ວ່າ ໃນ​ວັນ​ທີ 30 ມີ​ນາ 2022 ກໍ​ຈະ​ກັບ​ເປັນ​ປົກ​ຕິ. 2-3 ວັນ​ທີ່​ຜ່ານ​ມາ ບໍ​ຣິ​ສັດ​ຂົນ​ສົ່ງ​ນ້ຳ​ມັນ ມີ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊ໋ື້ອ​ໄຟ ຍ້ອນ​ວ່າ ອັດ​ຕ​ຣາ​ແລກ​ປ່ຽນ​ເງິນ ມີ​ການ​ແໜງ​ຕີງ​ຂຶ້ນ. 

ເຈົ້າ​ໜ້າ​ທີ່​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ​ແຂວງ​ຫລວງ​ນ້ຳ​ທາ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:  

ຍ້ອນວ່າ ບໍຣິສັດນ້ຳມັນເຊື້ອໄຟ ມັນເປັນບໍຣິສັດຂອງເອກຊົນເນາະ ການນຳເຂົ້າເບື້ອງຕົ້ນກະຍາກ ຍ້ອນວ່າ ອັດຣາແລກປ່ຽນມັນມີການເໜັງຕີງຫັ້ນນ່າ ແລປ່ຽນເງິນບໍ່ທັນ ສາງນ້ຳມັນ ເຂົ້າມາບໍ່ທັນ ປັດຈຸບັນດຽວນີ້ ເຣີ່ມທະຍອຍເຂົ້າມາແລ້ວ ນໍ້າມັນມາສນອງແລ້ວ ແຂວງຫລວງນ້ຳທາເນາະ.”     

ທ່ານ ກ່າວ​ຕື່ມ​ວ່າ ຫຼັງ​ຈາກ​ເຫັນ​ວ່າຫຼາຍ​ປ້ຳ ປິດ​ຊົ່ວ​ຄາວ ກໍ​ມີ​ການ​ລົງ​ກວດ​ກາວ່າ ມີ​ກາ​ນັກ​ຕຸນ​ນ້ຳ​ມັນ​ໄວ້ ​ຫຼື ບໍ່ ແລະ ກໍ​ພົບ​ວ່າ ບໍ່​ມີ​ນ້ຳ​ມັນ​ຢູ່​ໃນ​ປ້ຳແທ້ ແຕ່ຖ້າ​ວ່າພົບ​ປ້ຳ​ໃດ ກັກ​ຕຸ​ນ​ນ້ຳ​ມັນ​ເອົາ​ໄວ້ ຫຼື ເຫັນ​ຂາຍ​ນ້ຳ​ມັນ​ເກີນ​ລາ​ຄາ ທີ່​ທາງ​ການ​ໄດ້​ກຳ​ນົດ ກໍ​ຈະ​ມີ​ການ​ລົງ​ໂທດ​ປັບ​ໃໝ​ຕາມ​ຣະ​ບຽບ​ການ.    

ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄດ້​ແຈ້ງ​ປັບ​ລາ​ຄາ ນ້ຳ​ມັນ​ໃນ​ທົ່ວ​ປະ​ເທດ ໃນ​ວັນ​ທີ 18 ມີ​ນາ 2022 ທີ່​ຜ່ານ​ມາ ລາ​ຄາ​ນ້ຳ​ເຊື້ອ​ໄຟ ໃນ​ແຂວງ​ຫລວງ​ນ້ຳ​ທາ ໃນ​ປັດ​ຈຸ​ບັນ​ ນ້ຳ​ມັນ​ແອັດ​ຊັງ​ພິ​ເສດ 20,530 ກີບ ຕໍ່​ລິດ, ແອັດ​ຊັງ​ທັມ​ມະ​ດາ 18,010 ກີບ ຕໍ່​ລິດ, ກາ​ຊ້ວງ ລາ​ຄາ 16,600 ກີບ ຕໍ່​ລິດ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.