ປະຊາຊົນບໍ່ພໍໃຈ ເຣື່ອງເພີ່ມຄ່າທຳນຽມ ຊື້ປີ້ຣົຖໄຟ

ທາງເຂົ້າດ້ານໜ້າ ຂອງສະຖານີຫຼວງພຣະບາງ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS), ເດືອນທັນວາ ປີ 2021.
ທາງເຂົ້າດ້ານໜ້າ ຂອງສະຖານີຫຼວງພຣະບາງ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS), ເດືອນທັນວາ ປີ 2021. (RFA)

0:00 / 0:00

ແຂວງ​ຫລວງ​ພ​ຣະ​ບາງ ເປີດ​​ບໍ​ຣິ​ການ ບ່ອນ​ຂາຍ​ປີ້ ຣົ​ຖ​ໄຟ​ລາວ-ຈີນ ຕື່ມ​ອີກ​ແຫ່ງ​ນຶ່ງ ຢູ່​ໃຈ​ກາງ ນະ​ຄອນ​ຫລວງ​ພ​ຣະ​ບາງ ແຕ່ ປະ​ຊາ​ຊົນ ບໍ່​ພໍ​ໃຈ​ຕໍ່​ການ​ເກັບ​ຄ່າ​ທຳ​ນຽມ 20,000 ກີບ ຕໍ່​ປີ້.

ໃນ​ວັນ​ທີ 17 ມີ​ນາ, ໄດ້​ມີ​ການ​ເປີດບໍ​ຣິ​ການຈຸດ​ຂາຍ​ປີ້ຣົ​ຖ​ໄຟ​ ລາວ-ຈີນ ໃນ​ນະ​ຄອນ​ຫລວງ​ພ​ຣະ​ບາງ ແຫ່ງ​ທີ 2 ກົງ​ກັນ​ຂ້າມ​ກັບຕຶກ ​ສຳ​ນັກ​ງານ​ຫ້ອງວ່າ​ການ​ແຂວງ ແລະ ຜ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ຫ່າງ​ຈາກ​ຕ​ລາດ​ກາງ​ຄືນ​ປະ​ມານ 600 ແມັດ, ແຕ່​ວ່າ ຢູ່ ຈຸດ​ຂາຍ​ປີ້​ແຫ່ງນີ້ ເຈົ້າ​ໜ້າ​ທີ່​ມີການ​ເກັບ​ຄ່າ​ບໍ​ຣິ​ການ ຫຼື ຄ່າ​ທຳ​ນຽມ ເພີ່ມ​ອີກ 20,000 ກີບ ຕໍ່​ປີ້ ເຮັດ​ໃຫ້​ຊາວ​ ນະ​ຄອນ​ຫລວງ​ພຣະ​ບາງ ຈຳ​ນວນ​ນຶ່ງ ບໍ່​ພໍ​ໃຈ ເພາະ​ວ່າ ເຂົາ​ເຈົ້າ​ຕ້ອງ​ໄດ້​ເສັຽ​ເງິນ​ເພີ່ມ​ອີກ ໃນ​ຂະ​ນະ​ທີ່ ໄປ​ຊື້​ປີ້​ຢູ່​ສະ​ຖານ​ນີ​ຣົ​ຖ​ໄຟ​ໂດຍ​ກົງ ຜູ້​ໂດຍ​ສານ​ ບໍ່​ໄດ້​ເສັຽ​ຄ່າ​ທຳ​ນຽມ.

ຊາວ​ນະ​ຄອນ​ຫລວງ​ພ​ຣະ​ບາງ ທ່ານ​ນຶ່ງ ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ມີ​ນາ ວ່າ:

" ມັນ ​ເປັນ​ບໍ​ຣິ​ສັດ​ໃຫຍ່​ລະ​ດັບ​ໂລກ​ຫັ້​ນ​ເນາະ ເຂົາ​ເຈົ້າ​ເນາະ ເຮັດ​ແນວ​ນັ້ນແນ່​ນອນ​ແຫຼະ ປະ​ຊາ​ຊົນ ກໍ​ບໍ່​ພໍ​ໃຈ​ເນາະ ທຸກໆ​ປີ້ ແຫຼະ ມັນ​ຕ້ອງ​ໄດ້​ເສັຽ​ຄ່າ​ທຳ​ນຽມ​ແພງ ສິ່ງ​ນ້ອຍໆ ເຮັດ​ອອນ​ລາຍ​ກະ​ຍັງ​ເຮັດ​ບໍ່​ໄດ້ ກະ​ຢາກ​ເປັນ​ຄຳ​ຖາມ​ຢູ່​ເນາະ."

ຖ້າ​ໄປ​ຊື້​ປີ້​ຢູ່​ສະ​ຖານ​ນີ ​ຣົ​ຖ​ໄຟໂດຍ​ກົງ ຜູ້​ໂດຍ​ສານ​ຈະ​ບໍ່​ໄດ້​ເສັຽ​ຄ່າ​ທຳ​ນຽມ, ຊາວ​ຫລວງ​ພ​ຣະ​ບາງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ແບບ​ວ່າ​ເຂົາ​ເຈົ້າ​ມາ​ຂາຍ​ຢູ່​ໃນ​ເມືອງ​ເລີຍ ຊື້​ສາມມື້​ກ່ອນ​ໜ້າ ກົດ​ຣະ​ບຽບ​ເພິ່ນ​ເວົ້າ​ຫັ້ນ​ນ່າ ເພິ່ນ​ຈະ​ບວກ​ເພີ່ມ 20,000 ກີບ ແຕ່​ເຮົາ​ກໍ​ບໍ່​ຮູ້​ວ່າ​ບວກ​ເພີ່ມນີ້ ບວກ​ເພີ່ມ​ຄ່າ​ຫຍັງ ເປັນ​​ເຂົ້າ​ມາ​ໃນ​ເມື​ອງ​ມັນ ຈະ​ຕ້ອງ​ເປັນ​ລາ​ຄາ​ເທົ່າ​ກັບ​ທີ່​ເຂົາ​ຂາຍ​ເນາະ ຫຼື້ ມັນ​ມີ​ບໍ​ຣິ​ສັດ​ອື່ນ​ຮັບ​ເອົາ​ມາ​ຂາຍບໍ່ ຫຼື​ວ່າ ເປັນ​ການ​ຣົ​ຖ​ໄຟ​ເອງ ຫຼື ມັນ​ມີ​ບໍ​ຣະ​ສັດ​ອື່ນ​ຮັບ​ເອົາ​ມາ​ຂາຍບໍ່ ຫຼື​ວ່າ ເປັນ​ທາງ​ການ​ຣົ​ຖ​ໄຟ​ເອງ ທີ່​ມາ​ຕິດ​ຕັ້ງ​ຂາຍ ແລ້ວ​ແມ່ນ 20,000 ກີບ ຄ່າ​ຫຍັງ​ຊິ​ນ່າ.”

ທີ່​ຜ່ານ​ມາ ເຄີຍ​ມີ​ຜູ້​ປະ​ກອບ​ການ ​ບໍ​ຣິ​ສັດ​ທ່ອງ​ທ່ຽວ ໄປ​ຮັບ​ເອົາ​ປີ້​ຣົ​ຖ​ໄຟ​ມາ​ຂາຍຕໍ່​ໃຫ້​ລູກຄ້າ ແຕ່ ຕ້ອງ​ຮັບ​ມາບໍ່​ເກີນ 2 ປີ້ ສະ​ນັ້ນ ຜູ້​ປະ​ກອບ​ການ​ຄົນ​ດັ່ງ​ກ່າວຈຶ່ງ​ເຊົາ​ເຮັດ ເພາ​ະ​ວ່າ ບໍ່​ກຸ້ມ​ຄ່າ.

ຜູ້​ປະ​ກອບ​ການ ​ທ່ອງ​ທ່ຽວ ໄດ້​ກ່າວ​ວ່າ:

" ບໍ່ ​ໄດ້​ເຮັດ​ແລ້ວ​ນ່າ ຊ້ວງ​ກ່ອ​ນ​ຫັ້ນ ແບບ​ແຂກ​ສັ່ງ​ແລ້ວ​ຈັ່ງ​ໄປ​ຊື້​ໃຫ້​ແຂກນ່າ ກໍ​ບໍ່​ຢາກ​ຄຸ້ມ​ນ່າ ເຂົາ​ບໍ່​ປ່ອຍ​ຫຼາຍ​ຫັ້ນ​ນ່າ ເຂົາ​ເອົາ​ມາ​ຈຳ​ໜ່າຍ​ໃນ​ເມືອງ ຢູ່​ວຽງ​ຈັນ ເຊັນ​ເຕີ ຫຼື​ຢູ່​ໂຕ​ເມືອງ​ຫລວງ​ພ​ຣະ​ບາງນີ້ ໄດ້​ເສີຍ 20,000 ກີບ ຊື້​ຢູ່​ສະ​ຖານ​ນີ​ບໍ່​ໄດ້​ເສັຽ."

ລາຍ​ລະ​ອຽດ​ຂອງ​ການ​ຂາຍ​ປີ້ ຢູ່​ຈຸດບໍ​ຣິ​ການ​ແຂວງ​ຫລວງ​ພ​ຣະ​ບາງ ກໍ​ຄື ​ຈະ​ຂາຍ​ໃນ​ໄລ​ຍະ​ເວ​ລາ​ກ່ອນ​ການ​ຂາຍ​ປີ້​ແມ່ນ 3 ມື້, ຄິດ​ໄລ່​ຄ່າ​ບໍ​ຣິ​ການ ຫຼື ຄ່າ​ທຳ​ນຽມ​ ໃນ​ລາ​ຄາ 20,000 ກີບ ຕໍ່​ປີ້ ເລີ່ມ​ຂາຍ​ໃນ​ເວ​ລາ 10 ໂມງ ເຊົ້າ ຫາ 15 ໂມງ ທຸກໆ​ມື້ ແລະ ຈະ​ຢຸດ​ຂາຍ​ໃນ​ເວ​ລາ​ທີ່​ປີ້​ໝົດ, ແຕ່​ລະ​ຄົນ​ຈະ​ຊີ້ບໍ່​ເກີນ 2 ປີ້ ເທົ່າ​ນັ້ນ, ໃນ​ເວ​ລາ​ຊື້ ຜູ້​ໂດຍ​ສານ​ຈະ​ຕ້ງ​ສະ​ແດງ​ບັດ​ປະ​ຈຳ​ໂຕ ແລະ ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ ປ້ອງ​ກັນ ​ໂຄວິດ-19.

ຈຸດ​​ບໍ​ຣິ​ການ​ຂາຍ​ປີ້ ເປັນ​ຈຸດ​ທີ່​ສະ​ດວກ​ສະ​ບາຍກວ່າ ​ໄປ​ຊື້​ຢູ່​ໃນສະ​ຖານ​ນີ​ຣົ​ຖ​ໄຟ ແລະ ເຈົ້າ​ໜ້າ​ທີ່​ຈະ​ບໍ່​ໃຫ້​ຊື້​ຂາຍ​ຕໍ່.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ຫລວງ​ພ​ຣະ​ບາງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

“ຂາ​ຍນອກ​ສະ​ຖານ​ທີ່​ຫັ້ນ​ນ່າ ຢູ່​ອັນ​ແຖວ​ບ້ານ​ທາດ​ຫລວງ ເຂົາ​ເຈົ້າ​ເກັບ​ເພີ່ມ ແຕ່​ເຂົາ​ເຂົາ​ເຈົ້າ​ກະ​ເປີດ​ປະ​ມານ 10 ໂມງ ເພາະ ມັນ​ກະ​ສະ​ດວກ​ສະ​ບາຍ ຫັ້ນ ບໍ່​ຕ້ອງ​ຖ້າ​ຂີ​ຣົ​ຖ​ໄປ​ໄກ ສະ​ຖານ​ນີ​ໄກ​ແດ່ ໂອ້​ປະ​ມານ 20-30 ນາ​ທີ​ພຸ້ນ​ແຫຼະ ແບບ​ວ່າ​ ຄັນ​ວ່າ​ປີ້​ໝົດ​ມັນ​ກໍ​ເສັຍ​ເວ​ລາ ເຂົາ​ເຈົ້າ​ໄປ​ກັບ​ຫັ້ນ​ນ່າ ເຂົາ​ເຈົ້າ​ກໍ​ບໍ່​ໃຫ້​ຊື້​ໄປ​ຂາຍ​ຕໍ່​ຫັ້ນ​ແຫຼະ.”

ເຈົ້າ​ໜ້າ​ທີ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ ສາ​ເຫດ​ທີ່​ມີ​ການ​ເກັບ​ຄ່າ ​ທຳ​ນຽມ​ປີ້​ຣົ​ຖ​ໄຟ​ເພີ່ມ ຍ້ອນ​ວ່າ ທາງ​ການ​ຕ້ອງ​ການ​ເຊົ່າ​ສະ​ຖານ​ທີ່ ເພື່ອ​ເປີດ​ຈຸດ​ບໍ​ຣິ​ການໃຫ້​ຂາຍ​ປີ້​ເພີ່ມ​ຂື້ນ ຈຶ່ງ​ຕ້ອງ​ມີ​ການ​ເກັບ​ຄ່າ​ທຳ​ນຽມ​. ຈຸດ​ຂາຍ​ປີ້ ຈະ​ປະ​ກາດ​ຈຳ​ນວນ​ຖ້ຽວ​ຣົ​ຖ​ໄຟ​ທີ່​ຂາຍ ລາ​ຄາ ປີ້ ແລະ ຄ່າ​ບໍ​ຣິ​ການນອກ​ສະ​ຖານ​ທີ່ ເພື່ອ​ໃຫ້​ຜູ້​ໂດຍ​ສານ​ສາ​ມາດ​ເຫັນ​ໄດ້​ໃນ​ເວ​ລາ​ໂຕ​ຈິງ ຈະ​ສາ​ມາດ​ຊື້​ປີ້​ຈາກ​ຣົ​ຖ​ໄຟ​ ຈາກ​ຫລວງ​ພ​ຣະ​ບາງ ໄປ​ຫາ​ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ຕໍ່​ໃສ່ດ່ານ​ບໍ່​ເຕັນ ແຂວງ ຫລວງ​ນ້ຳ​ທາ ຫຼື ຈາກ​ແຂວງ​ຫລວງ​ພ​ຣະ​ບາງ ຜ່ານ​ແຂວງວຽງ​ຈັນ ລົງ​ມາ​ຫານ ນະ​ຄອນ​ຫລວງວຽງ​ຈັນ.

ການ​ຂາຍ​ປີ້​ ຈະ​ບໍ່​ຮັບ​ຂາຍ​ດ້ວຍ​ເງິນ​ສົດ ແຕ່​ຈະ​ຈ່າຍ​ດ້ວຍບັດ ແລະ QR Code ທີ່​ເຄື່ອງ POS.

ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກ່າວ​ວ່າ ການ​ເພີ່ມ​ຈຸດ​ບໍ​ຣິ​ການ​ຂາຍ​ປີ້ ເພີ່ມ​ຂຶ້ນນີ້ ບໍ​ຣິ​ສັດ​ທາງ​ຣົ​ຖ​ໄພ​ລາວ-ຈີນ ຢາກ​ຈະ​ປັບ​ປຸງ​ການ​ບໍ​ຣິ​ການ​ຂາຍ​ປີ້ ໃຫ້​ດີ​ຂຶ້ນກວ່າ​ເກົ່າ ເພື່ອ​ຈະ​ບໍ່​ໄດ້​ໄປ​ລໍ​ຖ້າ​ຊື້​ປີ້ຢູ່​ສະ​ຖາ​ນີ​ຣົ​ຖ​ໄຟ ພຽງ​ຢ່າງ​ດຽວ.