ລາວບໍ່ສາມາດແກ້ໄຂ ບັນຫາຣົຖຂົນສົ່ງ ຕິດຢູ່ດ່ານບໍ່ເຕັນ ໄດ້

ໄຊຍາ
2022.03.23
ລາວບໍ່ສາມາດແກ້ໄຂ ບັນຫາຣົຖຂົນສົ່ງ ຕິດຢູ່ດ່ານບໍ່ເຕັນ ໄດ້ ສະພາບຣົຖຂົນສົ່ງ ທີ່ຈອດລໍຖ້າເຂົ້າໄປຈີນ.
ນັກຂ່າວ ພົລເມືອງ

ທາງການຈີນໄດ້ສັ່ງປິດດ່ານສາກົລ ບໍ່ເຕັນ-ບໍ່ຫານ ພາຍຫລັງກວດພົບວ່າ ມີໂຊເຟີຊາວຈີນທີ່ ເດີນທາງຈາກລາວເຂົ້າໄປ ຍັງປະເທດຈີນຕິດເຊື້ອໂຄວິດ-19 ຈາກປະເທດລາວນັບແຕ່ຕົ້ນເດືອນຕຸລາ 2021 ຈົນຮອດປັດຈຸບັນກໍຜ່ານມາເກືອບເຄິ່ງປີ ແລ້ວແຕ່ໜ່ວຍງານທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດແກ້ໄຂບັນຫາຣົຖຂົນສົ່ງສິນຄ້າ ຕິດຢູ່ບໍຣິເວັນດ່ານຊາຍແດນສາກົລ ບໍ່ເຕັນ ແຂວງຫລວງນໍ້າທາໄດ້.

ດັ່ງໂຊເຟີຂັບຣົຖບັນທຸກ ຂົນສົ່ງສິນຄ້າຢູ່ບໍຣິເວນ ດ່ານສາກົລບໍ່ເຕັນ ທ່ານນຶ່ງກ່າວຕໍ່ RFA ເມື່ອວັນທີ 23 ມີນາ 2022 ນີ້ວ່າ:

ໂດຍແມ່ນແລ້ວ ທາງນັ້ນໂອ້ຍຍັງຕິດ ໂອ້ຍຍັງຕິດຫລາຍທາງນັ້ນຕັ້ງແຕ່ຫັ້ນນ່າ ຕັ້ງແຕ່ບ້ານນໍ້າແພງຮອດບໍ່ຫານ-ບໍ່ເຕັນພຸ້ນແຫລະ ອ່າປະມານ 10 ປາຍກິໂລນີ້ແຫລະປະມານ 14-15 ນີ້ແຫລະໂດຍແມ່ນແລ້ວຍັງຄືເກົ່າຫັ້ນແຫລະ ຕິດປົກກະຕິແຫລະຊ່ວງນີ້ຕັ້ງແຕ່ເຂົາປິດດ່ານ ມານີ້ບາງຖ້ຽວໄປກໍຮອດ 30 ມື້ 40 ມື້ ພຸ້ນເນາະ ຖ້າວ່າເຂົາປ່ອຍຣົຖໄວກໍປະມານ 10 ປາຍມື້ນີ້ແຫລະໄວສູງສຸດກໍ.”

ທ່ານກ່າວຕື່ມວ່າ ໂດຍປົກກະຕິແລ້ວຣົຖບັນທຸກ ຈາກປະເທດລາວສາມາດຂົນສົ່ງສິນຄ້າ ໄປຍັງປະເທດຈີນໄດ້ປະມານ 350 ຄັນຕໍ່ມື້ ແຕ່ໄລຍະທ້າຍປີ 2021 ທີ່ຜ່ານມາ ທາງການຈີນມີມາຕການເຂັ້ມງວດ ກ່ຽວກັບການຂົນສົ່ງສິນຄ້າ ຜ່ານດ່ານສາກົລບໍ່ຫານ-ບໍ່ເຕັນຫລາຍຂຶ້ນ ແລະ ຫລຸດການອະນຸຍາດໃຫ້ ຣົຖບັນທຸກຂົນສົ່ງສິນຄ້າ ຂ້າມໄປປະເທດຈີນໄດ້ພຽງມື້ລະ 150-200 ຄັນເທົ່ານັ້ນ ຈຶ່ງເຮັດໃຫ້ເສັ້ນທາງແຕ່ເຂດນາເຕີຍ ຫາດ່ານບໍ່ເຕັນມີຄວາມແອອັດ.

ສຳລັບບັນຫາຣົຖບັນທຸກ ຕິດຢູ່ບໍຣິເວັນດ່ານສາກົລນັ້ນ ເຮັດໃຫ້ຜູ້ປະກອບການສາມາດ ຂົນສົ່ງສິນຄ້າການກະເສດ ໄປຍັງປະເທດຈີນໄດ້ ສະເພາະສິນຄ້າແຫ້ງເທົ່ານັ້ນ ເປັນຕົ້ນສາລີ ແລະ ໝາກເດືອຍ ຍ້ອນເນົ່າເປື່ອຍໄດ້ຍາກ ເນື່ອງຈາກຕ້ອງໃຊ້ໄລຍະເວລາ ໃນການຂົນສົ່ງເປັນເວລາດົນ.

ດັ່ງໂຊເຟີຣົຖບັນທຸກສິນຄ້າ ຢູ່ບໍຣິເວັນດ່ານສາກົລບໍ່ເຕັນ ອີກທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

ອັນນີ້ກໍຢາກໃຫ້ແກ້ໄຂເລັ່ງດ່ວນ ເພາະວ່າສິນຄ້າເຮົາມັນໄປມັນໃຊ້ເວລາດົນ ຈຶ່ງສາມາດສົ່ງສິນຄ້າອອກສິນຄ້າກໍບູດເນົ່າເປື່ອຍ ບາງສິນຄ້າກໍມັນໝົດກຳນົດໝົດບັນຊີ ເຂົາກຳນົດຂົນສົ່ງເຂົ້າແລ້ວທາງຈີນ ເຂົາຊິບໍ່ຮັບໃຊ້ເວລາດົນ ຜັກ ປະເພດໝາກໂມ, ໝາກກ້ວຍ, ໝາກເຜັດ, ໝາກໄມ້ມັນເປັນປະເພດທີ່ວ່າ ເນົ່າເປື່ອຍໄວປະເພດສາລີ ໝາກເດືອຍ ປະເພດສິນຄ້າແຫ້ງມັນກໍບໍ່ປານໃດ ເພາະວ່າອັນນີ້ມັນເປັນເຄື່ອງແຫ້ງ.

ກ່ອນໜ້ານີ້ຜແນກການ ຕ່າງປະເທດແຂວງຫລວງນໍ້າທາ ໄດ້ອອກແຈ້ງການສະບັບເລກທີ 048/ຜຕທ ເພື່ອແຈ້ງໃຫ້ຊາບວ່າ ຄະນະສະເພາະກິດເມືອງຫລ້າ ແຂວງຢຸນນານປະເທດຈີນ ໄດ້ດຳເນີນການປິດດ່ານເຂົ້າ-ອອກ ເມືອງຊົ່ວຄາວຄື ດ່ານປາງໄຮ-ດ່ານຊາເຫີ ແລະ ດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອປ້ອງກັນການແຜ່ຣະບາດ ຂອງພະຍາດໂຄວິດ-19 ພາຍຫລັງກວດພົບຜູ້ຕິດເຊື້ອ ຈຳນວນນຶ່ງທີ່ອາສັຍຢູ່ພາຍໃນເຂດພື້ນທີ່ຕາແສງ ເມືອງມ້າງ ນັບແຕ່ວັນທີ 21 ມົົກກະຣາ ທີ່ຜ່ານມາຈົນຮອດປັດຈຸບັນ ເປັນໄລຍະເວລາ 2 ເດືອນແລ້ວ ແຕ່ກໍຍັງບໍ່ມີທ່າອ່ຽງວ່າ ຈະມີການເປີດດ່ານດັ່ງກ່າວນີ້ຄືນໃໝ່ ແລະບໍ່ສາມາດຄາດການໄດ້ວ່າ ຈະສາມາດກັບມາເປີດບໍຣິການ ອີກຄັ້ງຢ່າງເປັນທາງການໄດ້ ໃນໄລຍະໃດ ຍ້ອນຂຶ້ນຢູ່ກັບສະພາບການແຜ່ຣະບາດ ຂອງພະຍາດໂຄວິດ-19 ພາຍໃນປະເທດຈີນ.

ດັ່ງເຈົ້າໜ້າທີ່ ເຮັດວຽກກ່ຽວກັບ ການປະສານງານເປີດ-ປິດດ່ານ ສາກົລບໍ່ຫານ-ບໍ່ເຕັນກັບທາງເບື້ອງຈີນ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງນາງນຶ່ງກ່າວວ່າ.

ອາເຈົ້າຍັງບໍ່ທັນໄດ້ເປີດເທື່ອອໍອັນນີ້ກໍຍັງບໍ່ທັນແນ່ໃຈເພາະວ່າທາງຈີນເພິ່ນກໍຍັງບໍ່ທັນໄດ້ເປີດເທື່ອສິນຄ້າຍັງພໍສົ່ງໄດ້ຢູ່.

ເນື່ອງຈາກບັນຫາຣົຖບັນທຸກສິນຄ້າເພື່ອສົ່ງອອກໄປຍັງປະເທດຈີນບໍຣິເວັນດ່ານສາກົລ ບໍ່ຫານ-ບໍ່ເຕັນປະສົບບັນຫາຣົຖຕິດມາເປັນເວລາດົນແລະບໍ່ມີທ່າອ່ຽງວ່າໜ່ວຍງານທີ່ກ່ຽວຂ້ອງຈະສາມາດແກ້ໄຂບັນຫາໄດ້ເຮັດໃຫ້ໂຊເຟີຂັບຣົຖຂົນສົ່ງສິນຄ້າຈຳນວນນຶ່ງປ່ຽນເສັ້ນທາງການເດີນທາງຈາກດ່ານບໍ່ເຕັນແຂວງຫລວງນໍ້າທາໄປຍັງດ່ານລານຕຸ້ຍເມືອງຍອດອູ ແຂວງຜົ້ງສາລີຊຶ່ງຢູ່ຫ່າງກັນປະມານ 300 ກິໂລແມັດ. ນັບແຕ່ເດືອນກຸມພາທີ່ຜ່ານມາເຖິງແມ່ນວ່າ ຈະມິໄລຍະຫ່າງໄກແຕ່ກໍສາມາດສົ່ງສິນຄ້າໄປຮອດຈີນໄດ້ໄວກວ່າສະນັ້ນຈຶ່ງເຮັດໃຫ້ຣົຖຕິດຢູ່ດ່ານບໍ່ເຕັນແຂວງຫລວງນໍ້າທາຫລຸດລົງນ້ອຍນຶ່ງ. ດັ່ງເຈົ້າໜ້າທີ່ດ່ານພາສີດ່ານສາກົລບໍ່ເຕັນຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງກ່າວວ່າ:

ຕິດຢູ່ແຕ່ບໍ່ຫລາຍລະ ປົກກະຕິກໍແບບນີ້ແຕ່ຊ່ວງນີ້ ມັນໄວກ່ອນລະລານຕຸ້ຍ ກໍຍ້າຍໄປເພາະມັນໄວດູ ທາງລານຕຸ້ນຣົຖບໍ່ຕິດ.

ກ່ອນໜ້ານີ້ເມື່ອວັນທີ 1 ມີນາ ທີ່ຜ່ານມາຫ້ອງວ່າການ ສຳນັກງານນາຍົກຣັຖມົົນຕຣີ ໄດ້ອອກແຈ້ງການໃຫ້ເລັ່ງແກ້ໄຂ ບັນຫາຣົຖບັນທຸກທີ່ອັ່ງອໍ ຢູ່ດ່ານສາກົລ ບໍ່ເຕັນ ໂດຍເນັ້ນໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ສົມທົບກັບການປົກຄອງ ແຂວງຫລວງນໍ້າທາ, ບໍຣິສັດທາງຣົຖໄຟ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມເຈຣະຈາ ກັບຝ່າຍຈີນໂດຍດ່ວນ ພ້ອມທັງມີການປຶກສາຫາລື ໃຫ້ດຳເນີນການຂົນສົ່ງ ຜ່ານທາງຣົຖໄຟ ລາວ-ຈີນ ຫລາຍຂຶ້ນ ໂດຍປັດຈຸບັນພັດມີຜູ້ປະກອບການ ຈຳນວນນຶ່ງຫັນມາໃຊ້ບໍຣິການ ຂົນສົ່ງສິນຄ້າຜ່ານຣົຖໄຟ ລາວ-ຈີນ ແທນການຂົນສົ່ງສິນຄ້າ ໄປຍັງປະເທດຈີນຜ່ານຣົຖບັນທຸກ ສິນຄ້າແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.