ລົດຂົນສົ່ງສິນຄ້າ ບໍລິເວນດ່ານສາກົນບໍ່ຫານ-ບໍ່ເຕັນ ບໍ່ສາມາດຂົນສົ່ງສິນຄ້າໄດ້

ໄຊຍາ
2024.09.18
ລົດຂົນສົ່ງສິນຄ້າ ບໍລິເວນດ່ານສາກົນບໍ່ຫານ-ບໍ່ເຕັນ ບໍ່ສາມາດຂົນສົ່ງສິນຄ້າໄດ້ ນີ້ເປັນພຽງໂຕຢ່າງຮູບປະກອບ ເຊິ່ງແມ່ນສະພາບລົດຂົນສົ່ງເຂົ້າເຂດດ່ານສາກົນ ບໍ່ເຕັນ ແຂວງຫຼວງນ້ຳທາ, ເດືອນກັນຍາ 2023.
RFA

ລົດຂົນສົ່ງສິນຄ້າບໍລິເວນດ່ານສາກົນບໍ່ຫານຫາບໍ່ເຕັນ ແຂວງຫຼວງນໍ້າທາບໍ່ສາມາດເຄື່ອນຍ້າຍເພື່ອຂົນສົ່ງສິນຄ້າໄດ້ຍ້ອນເຫດນໍ້າຖ້ວມຢ່າງໜັກໃນພື້ນທີ່ເຮັດໃຫ້ເສັ້ນທາງ ການຈາລະຈອນເປ່ເພ ເສັຍຫາຍນັບແຕ່ວັນທີ 09 ກັນຍາ ທີ່ຜ່ານມາ. ດັ່ງເຈົ້າໜ້າທີ່ພະແນກໂຍທາທິການແລະຂົນສົ່ງ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ກັນຍາ 2024 ນີ້ວ່າ:

“ເສັ້ນທາງຖືກຕັດຂາດຫຼາຍສາຍ ເພາະວ່າຕາມຝົນຕົກໜັກນໍ້າຖ້ວມຢູ່ແຂວງຫຼວງນໍ້າທາເຮົານີ້ໜັກແລ້ວກໍ່ເສັ້ນທາງສ່ວນຫຼາຍຂ້ອນຂ້າງໄປຍາກມາຍາກຢູ່ຝັ່ງລາວເຮົາກໍ່ມີຢູ່ຝັ່ງຈີນກໍ່ມີເຈົ້າ, ແມ່ນຖືກນໍ້າຖ້ວມເນາະຈຳນວນໜຶ່ງກໍ່ລົດເປ່ເພ, ຈຳນວນໜຶ່ງກໍ່ອັນຜ່ານດ່ານບໍ່ໄດ້ຫັ້ນນ່ານໍ້າກໍ່ຖືກຖ້ວມເບິດຫັ້ນນ່າມີແຕ່ຝັ່ງມີແຕ່ຝັ່ງລາວເຮົາຖ້ວມເຈົ້າສ່ວນຫຼາຍກໍ່ຈະເປັນອັນພວກຂົນສົ່ງສິນຄ້າຫັ້ນນ່າເຈົ້າແຕ່ວັນທີ 9 (ກັນຍາ 2024​) ນ່າເຈົ້າ.”

ເນື່ອງຈາກເສັ້ນທາງຄົມມະນາຄົມເປ່ເພ ເສັຍຫາຍເຮັດໃຫ້ລົດຂົນສົ່ງສິນຄ້າທັງຝັ່ງລາວ ແລະຝັ່ງຈີນບໍ່ສາມາດເຄື່ອນຍ້າຍໄດ້ ແລະເຖິງແມ່ນວ່າທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມແກ້ໄຂບັນຫາເສັ້ນທາງການເດີນລົດ ແຕ່ການໃຊ້ງານຍັງຄົງປະສົບຄວາມຫຍຸ້ງຍາກຫຼາຍ ອີກທັງຍັງບໍ່ທັນຮັບຮູ້ໄດ້ວ່າຈະສາມາດກັບມາໃຊ້ງານໄດ້ຕາມປົກກະຕິ ໃນໄລຍະໃດເທື່ອ.

ດັ່ງເຈົ້າຂອງທຸລະກິດຂົນສົ່ງສິນຄ້າ ຢູ່ບໍລິເວນດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

“ປິດແຕ່ມື້ພຸ້ນແຫຼະມື້ນໍ້າຖ້ວາມພຸ້ນແຫຼະແຕ່ອາທິດແລ້ວຄ້າງຢູ່ຝັ່ງລາວນີ້ແຫຼະ ຫຼາຍໄປບໍ່ຮອດອອກບໍ່ໄດ້ເຂົ້າບໍ່ໄດ້ຊ່ວງນີ້ເພິ່ນຍັງບໍ່ໃຫ້ຂົນເທື່ອເດ້ຕາມເພິ່ນແຈ້ງມານີ້ເພິ່ນປິດດ່ານເຂົ້າອອກເລີຍຫັ້ນນ່າປິດຢູ່ເພິ່ນແປງທາງແລ້ວເພິ່ນຊິເປີດໃໝ່ລົດຕິດບັກຫຼາຍໆ ມື້ວານນີ້ຈົນໄປໃສບໍ່ໄດ້ແປງໄດ້ແຕ່ລ່ອງດຽວແລ້ວລົດມົນໄດ້ໄປເທື່ອລະຄັນມັນຕ້ອງໄດ້ຖ້າບັກດົນໆ ຕາມກໍ່ໄດ້ໄປແລ້ວ.”

ຫຼ້າສຸດໃນວັນທີ 17 ກັນຍາ 2024 ນີ້ທາງການລາວແລະພາກສ່ວນທີ່ກ່ຽວຂ້ອງຢູ່ແຂວງຫຼວງນໍ້າທາ ໄດ້ພະຍາຍາມເລັ່ງປັບປຸງເສັ້ນທາງ ການສັນຈອນພາຍຫຼັງໄດ້ຮັບຄວາມເສັຍຫາຍຢ່າງໜັກຈາກເຫດນໍ້າຖ້ວມແຕ່ພັດສາມາດແກ້ໄຂໄດ້ແຕ່ພຽງບາງສ່ວນເທົ່ານັ້ນ ແລະຄາດວ່າຈະຕ້ອງໃຊ້ໄລຍະເວລາອີກໄລຍະໜຶ່ງເພື່ອໃຫ້ພໍ່ແມ່ປະຊາຊົນໃນພື້ນທີ່ ສາມາດປະກອບກິດຈະກຳທາງເສດຖະກິດ-ສັງຄົມໄດ້ຄືເກົ່າ. ດັ່ງເຈົ້າໜ້າທີ່ທີ່ເຮັດວຽກປະຈຳຢູ່ບໍລິເວນດ່ານສາກົນ ບໍ່ຫານ-ບໍ່ເຕັນ ແຂວງຫຼວງນໍ້າທາກ່າວວ່າ:

“ພໍໄດ້ແກ້ສຸກເສິນເນາະມັນຍງັບໍ່ທັນສະດວກເທື່ອ ມັນບໍ່ສາມາດຊ່ວງກັນໄດ້ຫັ້ນນ່າເນື່ອງຈາກວ່າ ເສັ້ນທາງແລ້ວກໍ່ສາງສິນຄ້າຫັ້ນບໍ່ຜ່ານມາ ກໍ່ຫາກປິດແຕ່ວ່າບໍ່ໄດ້ອຳນວຍຄວາມສະດວກ ທຸກອັນຫັ້ນນ່າກໍ່ແກ້ໄຂສີ່ງທີ່ຈຳເປັນພັກຫຼືວ່າຊ່ວງຜ່ານແດນ ພວກເຮົາກໍ່ໄດ້ແກ້ເນາະແຕ່ວ່າເລີ່ມວັນທີ 17 ກັນຍາ 2024 ໄປນີ້ກໍ່ໍໍໍຊິໄດ້ແກ້ໄຂປົກກະຕິແຕ່ວ່າເສັ້ນທາງກໍ່ຍັງມີຄວາມຫຍຸ້ງຍາກຫັ້ນນ່າ.

ປັດຈຸບັນປະລິມານນໍ້າຖ້ວມຂັງ ຢູ່ຫຼາຍບ້ານແລະຫຼາຍເມືອງພາຍໃນ ແຂວງຫຼວງນໍ້າທາເລີ່ມທະຍອຍຫຼຸດລົງແລ້ວບາງສ່ວນແລະໄຫຼລົງສູ່ພື້ນທີ່ ທາງລຸ່ມຂອງປະເທດ, ແຕ່ຢ່າງໃດກໍ່ຕາມການສັນຈອນໄປມາບໍລິເວນໜ້າດ່ານສາກົນບໍ່ເຕັນ-ບໍ່ຫານແລະພື້ນທີ່ຕ່າງໆ ພາຍໃນແຂວງຫຼວງນໍ້າທາພັດຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ. ດັ່ງພະນັກງານລົດຂົນສົ່ງສິນຄ້າຢູ່ແຂວງຫຼວງນໍ້າທາກ່າວວ່າ:

“ຂະເຈົ້າກໍ່ເລີ່ມເປີດແລ້ວຕິເບາະ ຕອນນັ້ນເຂົາປິດນ່າກຝຊເລີ່ມສັນຈອນໄດ້ຢູ່ຖ້ວມຖ້ມໝົດຫັ້ນແຫຼະແຕ່ວ່າດຽວນີ້ນໍ້າມັນແຫ້ງນໍ້າລົງເບິດແລ້ວໄດ້ໆ ແຕ່ວ່າມັນກໍ່ຕ້ອງໄດ້ລຽນຄິວອອກມາຫັ້ນແຫຼະມັນກໍ່ໄປຕາມຄີວຕາມອັນນັ້ນຫັ້ນແຫຼະມັນກໍ່ໄດ້ຢູ່ດອກລົດນໍາເຂົ້າມາ ມັນກໍ່ຕ້ອງມີເອກະສານອີ່ຫຍັງຄົບຫັ້ນນ່າ ຄ່ອຍຜ່ານໄດ້ຄົນມາຫຼາຍແລ້ວມັນກໍ່ມາມາລຽນຄິວກັນ ອອກມາຫັ້ນແຫຼະອັນນີ້ກໍ່ຢູ່ຫຼວງນໍ້າທານໍ້າຖ້ວມເບິດເລີຍ.

ອີງຕາມບົດລາຍງານຂອງແຂວງຫຼວງນໍ້າທາ ເມື່ອວັນທີ 16 ກັນຍາ 2024 ຜ່ານມາ. ແຂວງຫຼວງນໍ້າທາໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ 3 ເມືອງ, ປະຊາຊົນໄດ້ຮັບຜົນກະທົບຫຼາຍກ່ວາ 40,258 ຄົນ, ເຮືອນປະຊາຊົນໄດ້ຮັບຜົນກະທົບຫຼາຍກ່ວາ 115 ຫຼັງ, ປະຊາຊົນຂາດທີ່ຢູ່ອາໄສ, ສູນເສັຍຊັບສິນຫຼາຍກ່ວາ 2,765 ຄົນ ແລະ ເສັຍຊີວິດ 2 ຄົນໃນນີ້ເມືອງຫຼວງນໍ້າທາເຂດເທດສະບານໜັກກ່ວາໝູ່ ມີ 48 ບ້ານ, 4,231 ຄອບຄົວ, 3,519 ຫຼັງ, 18,856 ຄົນ, ເມືອງສິງມີ 7 ບ້ານ 201 ຄອບຄົວ, ເມືອງນາແລມີ 14 ບ້ານ 1,751 ຄອບຄົວ, 7,188 ຄົນ.

 ສ່ວນລະບົບພື້ນຖານໂຄງລ່າງໂດຍສະເພາະຖະໜົນຫົນທາງຕາມການເກັບກຳເບື້ອງຕົ້ນ ເສັ້ນທາງຈາກເທດສະບານແຂວງ ຫາ ບັນດາເມືອງຖືກດິນເຈື່ອນທັບ, ນໍ້າຖ້ວມ, ເປ່ເພ ເຮັດໃຫ້ບໍ່ສາມາດສັນຈອນໄປມາຊຶ່ງຄາດວ່າຈະຕ້ອງນໍາໃຊ້ກົນຈັກຈຳນວນຫຼາຍເພື່ອຍົກຍ້າຍຕົ້ນໄມ້ແລະສ້ອມແປງດິນເຈື່ອນທັບທາງຈຶ່ງສາມາດເປິດການສັນຈອນໄດ້ ແລະ ບາງບ່ອນຍັງບໍ່ສາມາດເຂົ້າເຖິງເພື່ອເກັບກຳຂໍ້ມູນໄດ້.

 ສ່ວນເສັ້ນທາງແຕ່ 13N ນາເຕີຍຫາບໍ່ເຕັນຖືກຕັດຂາດແຕ່ວັນທີ 09 ກັນຍາຈົນຮອດປັດຈຸບັນ. ເສັ້ນທາງ 17A  ຫຼວງນໍ້າທາ ຫາ ເມືອງສິງ ຖືກຕັດຂາດແຕ່ວັນທີ 09 ກັນຍາຈົນຮອດປັດຈຸບັນ, ຂົວຂ້າມນໍ້າທາເສັ້ນທາງ R3 ແຕ່ບ້ານບວມພຽງຫາບ້ານໂພນໄຊສະຫວ່າງ ຖືກນໍ້າຖ້ວມປັດຈຸບັນທຽວໄປທຽວມາໄດ້ແລ້ວ ແລະ ເສັ້ນທາງອື່ນໆ ອີກຫຼາຍເສັ້ນທາງທີ່ໄດ້ຮັບຄວາມເສັຍຫາຍ, ບາງເສັ້ນທາງທຽວໄດ້ແລ້ວແຕ່ບາງເສັ້ນທາງບໍ່ສາມາດທຽວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.