ອາຫານ ແລະ ເຄື່ອງໃຊ້ ມີລາຄາແພງຂຶ້ນ

ອຸ່ນແກ້ວ
2022.03.24
ອາຫານ ແລະ ເຄື່ອງໃຊ້ ມີລາຄາແພງຂຶ້ນ ການຄ້າຂາຍ ຂອງພໍ່ຄ້າ-ແມ່ຄ້າ ໃນເວລາໂຄວິດ-19 ຣະບາດ ແລະ ການໃຊ້ຊີວິຕ ຂອງປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ໃນເດືອນມິຖຸນາ 2021.
RFA

ເຄື່ອງ​ອຸປໂພກ ແລ ບໍຣິໂພກ ໃນຊີວິດປະຈຳວັນ ມີລາຄາແພງຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ປາກະປ໋ອງ ຂຶ້ນຈາກ 5,000 ກີບ ມາເປັນ 7,000 ກີບ, ແປ້ງນົວຈາກ 6,000 ມາເປັນ 9,000 ກີບ, ສະບູ ມີລາຄາແພງ ຈາກເດີມ ກ້ອນລະ 4,000 ກີບ ມາເປັນ 5,000-6,000 ກີບ, ແລະ ແຟບຊັກເຄື່ອງຂະໜາດ 120 ກຼາມ ລາຄາຈາກ 6,000 ກີບ ມາເປັນ 8,000 ກີບ ໃນຂະນະທີ່ຍັງບໍ່ມີການປັບຂຶ້ນເງິນເດືອນ​.

ເງິນເດືອນຂັ້ນ​ຕໍ່າຂອງ​ພະ​ນັກ​ງານ ທີ່​ເຮັດ​ວຽກ​ຢູ່​ບໍ​ຣິ​ສັດ  1,100,000 ກີບ ແລະ ບໍ່​ມີ​ທ່າ​ທີ​ວ່າ ບໍ​ຣິສັດຈະ​ປັບ​ຂຶ້ນ​ໃຫ້.

ພະ​ນັກ​ງານ ກໍ​ຕ້ອງ​ໄດ້​ໃຊ້​ຈ່າຍ​ຢ່າງ​ປະ​ຢັດ ເພື່ອ​ໃຫ້​ມີ​ຊີ​ວິດ​ລອດ ຄື ບໍ່​ຊື້​ກິນ​ຕາມ​ຮ້ານ​ອາ​ຫານ ໂດຍຈະ​ແຕ່ງ​ກິນ ແລະເອົາ​ອາ​ຫານ​ມາ​ກິນ​ຢູ່​ຫ້ອງ​ການ ຍ້ອນ​ວ່າລາ​ຄາ​ເຂົ້າ​ຢູ່​ຮ້ານ​ອາ​ຫານ ​ຈານ​ລະ 25,000 –  30,000 ກີບ.

ພະ​ນັກ​ງານ​ບໍ​ຣິ​ສັດ​ເອ​ກະ​ຊົນ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ຕໍ່​ ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 24 ມີ​ນາ ວ່າ:

ແພງຂຶ້ນຫຼາຍ ທຽບໃນເງິນເດືອນ ເງິນເດືອນເຮົາ ຍັງບໍ່ຂຶ້ນປານນີ້ເດ້ ເງິນເດືອນຍັງບໍ່ຂຶ້ນ ປະຢັດກິນ ປະຢັດໃຊ້ເອົາ ຊື້ມາແຕ່ງເອງ ສ່ວນຫຼາຍ ຖ້າໄປຊື້ເຂົາເຈົ້າກິນ ມັນຈະແພງກວ່າ ປະມານ 25,000 -30,000 ກີບ.”

ຢູ່​ແຂວງວຽງຈັນ ຢາສີແຂ້ວ ຂນາດ 35 ກຼາມ ກໍຂຶ້ລາຄາ ຈາກ 12,000 ກີບ ມາເປັນ 20,000 ກີບ, ຢາສະຜົມນາດ 170 ມີລລີລິດ ກໍຂຶ້ນລາຄາ ຈາກ 28,000 ກີບ ມາເປັນ 35,000 ກີບ ແຕ່ ຊາວບ້ານ ກໍຈຳເປັນຕ້ອງຊື້ ຍ້ອນວ່າ ປະເທດລາວ ບໍ່ສາມາດລິດສິນຄ້າອຸໂພກ ແລະ ບໍຣິໂພກ ທີ່ໃຊ້ໃນຊີວິດປະຈຳວັນໄດ້ ໃນຂະນະທີ່ ບາງຄົນ ກໍບໍ່ໄດ້ມີລາຍໄດ້ເສີມ ຍ້ອນ ການຣະບາດຂອງ ໂຄວິດ-19.

ຊາວ​ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ໃນວັນທີ 24 ມີນາ ວ່າ:

ຈຳເປັນໄດ້ຊື້ແຫຼະ ເງິນເດືອນເຮົາ ຊ່ຳເກົ່ານີ້ແຫຼະ ເກັບ [ເງິນ] ບໍ່ໄດ້ຫັ້ນແຫຼະ ຢູ່ບໍ່ໄດ້ ຢູ່ລາວນີ້ ເຂົາຂຶ້ນ ຂຶ້ນໄປນຳເງິນບາດ ເຂົາເອົາມານຳໄທໝົດ ຂອງຢູ່ ຂອງກິນ ໝີ່ມ່າມ້າ ເອົາເຂົ້າມານຳໄທໝົດເລີຍ.”

ພະ​ນັງ​ການ​ຣັ​ຖກອນ ຈຳ​ເປັນ​ຕ້ອງ​ໄດ້​ປູກ​ພືດ​ຜັກສວນ​ຄົວ ແລະລ້ຽງເປັດ, ລ້ຽງ​ໄກ່ ຫຼັງ​ຈາກ​ເລີກວຽກ​ມາ​ເຮືອນ.

ພະ​ນັກ​ງານ​ຣັ​ຖຂັ້ນ​ບໍ​ຣິ​ຫານ ຢູ່ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ໃນ​ວັນ​ທີ 24 ມີ​ນາ ວ່າ:  

ນອກຈາກໂມງທີ່ວ່າ ເຮົາໄປການມາແລ້ວ ເຮົາກໍມາເຮັດເປັນເສກິຄອບຄົວ ພໍຢູ່ພໍກິນຫັ້ນນ່າ ຄັນແມ່ນອາໃສເງິນເດືອນ ບໍ່ໄດ້ ເພາະວ່າ ເຮົາມີອາຫານຢູ່ເຮືອນແລ້ວ ເຮົາກໍບໍ່ໄດ້ໄປຊື້ ມີແຕ່ຊື້ເຄື່ອງປຸງ ຄື ເວົ້າຫັ້ນນ່າ.”

ຢູ່​ແຂວງວຽງ​ຈັນ ລາ​ຄາ​ສິນ​ຄ້າກໍ​ສູງຂຶ້ນ ຍ້ອນ​ວ່າ ສິນ​ຄ້າ​ຫຼາຍ​ຢ່າງ ນຳ​ເຂົ້າ​ມາ​ຈາກ​ປະ​ເທດ​ໄທ​ຍ ແລະ ຊາວ​ຄ້າ​ຂາຍ ຕ້ອງໃຊ້​ເງິນ​ກີບ​ແລ້ວ ເພື່ອ​ແລກ​ເປັນ​ເງິນ​ບາດ​ໄທ​ຍ ຊື້​ສິນ​ຄ້າ​ເຂົ້າ​ມາ​ເປັນ​ຈຳ​ນວນ​ຫຼາຍກວ່າ​ທີ່​ຜ່ານ​ມາ ເປັນ​ຕົ້ນ​ໃຊ້​ເງິນ​​ລາວແລກ​ເງິນ​ບາດ​ໄທ​ຍ.

ແມ່​ຄ້າ​ ຢູ່ ແຂວງວຽງ​ຈັນ ຄົນ​ນຶ່ງ ໄດ້​ກ່າວ​ວ່າ:   

ເປັນຍ້ອນ ອັນສິນຄ້ານຳເຂົ້າ ມັນເງິນບາດ ມັນຂຶ້ນລາຄາ ອັດຣາແລກປ່ຽນມັນຂຶ້ນລາຄາ ເຮົານຳເຂົ້າເຄື່ອງແພງຂຶ້ນ ຖ້າເຮົາບໍ່ຂຶ້ນລາຄາສິນຄ້າ ເຮົາກໍຂາຍຂາດທຶນ ດຽວນີ້ສິນຄ້າ ໂຕໃດ ມັນກໍຂຶ້ໝົດ ຖ້າວ່າ ເປັນຂອງໄທຍ ຖ້າເປັນຂອງວຽດຂອງຈີນ ລາຄານ້ຳມັນເຊື້ອໄຟ ມັນແພງ ເຂົາເຈົ້າ ກໍຂຶ້ນ.”

ອີງ​ຕາມການ​ຂໍ້​ມູນຈາກ​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ ບາງ​ຮ້ານ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຈາກ​ແຕ່​ກ່ອນ 300 ກີບ ຕໍ່ 1 ບາດ, ແຕ່​ ປັດ​ຈຸ​ບັນ 410 ກີບ ຕໍ່ 1 ບາດ. ແຕ່ອັດ​ຕ​ຣາ​ແລກ​ປ່ຽນ ຢູ່​ທະ​ນາ​ຄານຕ່າງ​ຈາກ ອັດ​ຕ​ຣາ​ແລກ​ປ່ຽນ​ຢູ່​ຮ້ານ ເຊັ່ນ ອັດ​ຕ​ຣາ​ແລກ​ປ່ຽນ ຈາກ​ທະ​ນາ​ຄານ​ການ​ຄ້າ​ ຕ່າງ​ປະ​ເທດລາວ ໃນ​ວັນ​ທີ 24 ມີ​ນາ ຢູ່​ທີ່ 377.21 ກີບ ຕໍ່ 1 ບາດ, ລຳ​ລັບ​ຊື້​ເຂົ້າ ໃນ​ຂະ​ນະ​ທີ່ ​ຂາຍ​ອອກແມ່ນ 380 ກີບ ຕໍ່ 1 ບາດ.

ທົ່ວ​ປະເທດລາວ ລາຄາເຄື່ອງອຸໂພກ ແລະ ບໍຣິໂພກ ທີ່ຈຳເປັນ ປະຈຳວັນ ແພງຂຶ້ນ ກໍຍ້ອນວ່າ ສິນຄ້າປະເພດດັ່ງກ່າວ ສ່ວນໃຫຍ່ ນຳເຂົ້າມາຈາກໄທຍ ແລະ ພໍ່ຄ້າແມ່ຄ້າ ຕ້ອງຊື້ສິນຄ້ານັ້ນ ດ້ວຍເງິນບາດໄທຍ ໂດຍເອົາເງິນກີບໄປແລເປັນເງິນບາດ, ຂະນະທີ່ ປັດຈຸບັນ ເງິນບາດແຂງຄ່າ, ເງິນກີບອ່ອນຄ່າ.

ຖ້າ​ຣັບານ ບໍ່ແກ້ໄຂອັດຣາເງິນເຟີ ລາຄາສິນຄ້າກໍຈະແພງຂຶ້ນຕໍ່ໄປ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ໃນ​ວັນ​ທີ 24 ມີ​ນາ ວ່າ:   

ສິນຄ້າທີ່ເຮົາບໍ່ສາມາດລິດໄດ້ ທີ່ນຳເຂົ້າມານີ້ ມັນຂຶ້ນໝົດມັນກໍແລ່ນຕາມເງິນບາດເນາະ ພວກເຮົາ ກໍບໍ່ສາມາດທີ່ຈະຄວບຄຸມໄດ້ດອກ ນອກຈາກຂຶ້ນເທິງ ຣັບານເພິ່ນແກ້ໄຂແນວໃດ ກ່ຽວກັບເງິນບາດ ຄັນວ່າ ແກ້ໄຂໂຕນັ້ນໄດ້ ມັນກໍຊິມີການຫຼຸດລົງ ຄັນແກ້ໄຂການເໜັງຕີງເງິນຣາບໍ່ໄດ້ ຄືຊິຍາກ ເພາະວ່າ ຕາມສອບຖາມ ເຂົາເຈົ້າຊື້ ເຂົ້າມາ ຊື້ເປັນເງິນບາດ.”

ບັດ​ຈຸບັນ ມາການຄຸ້ມຄອງລາຄາເຄື່ອງອຸໂພກ ແລະ ບໍຣິໂພກ ທີ່ຈຳເປັນໃນຊີວິດປະຈຳວັນ ຍັງບໍ່ທັນມີ ຕ້ອງໄດ້ລໍຖ້າ ຣັຖບານສັ່ງການ ໃຫ້ຄຸ້ຄອງລາຄາສິນຄ້າ ຢ່າງເປັນທາງການ ຄື ລຄາຊີ້ນໝູ ທີ່ມີການຄຸ້ມຄອງລາຄາ ບໍ່ໃຫ້ພໍ່ຄ້າ ແມ່ຄ້າ ປັບຂຶ້ນລາຄາຊີ້ນໝູ ເກີນກຳນົດ ແລະ ຖ້າຜູ້ໃດຂຶ້ນລາຄາສິນຄ້າເກີນທີ່ທາງການກຳນົດ ກໍຈະຖືກປັບໃໝ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ແຂວງ ບໍ່ສາມາດເຮັດແນວນັ້ນ ຍ້ອນວ່າ ຍັງບໍມີແຈ້ງການ ໃຫ້ຄຸ້ມຄອງສິນຄ້າ ເຄື່ອງອຸປະໂພກ ແລະ ບໍຣິໂພກ ອີງຕາມຂໍ້ມູນຈາກແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.