ຣັຖບານ ບໍ່ບັນລຸເປົ້າໝາຍ ແກ້ໄຂບັນຫາ ເງິນກີບເຟີ້

ອາວະຣີ
2023.11.06
ຣັຖບານ ບໍ່ບັນລຸເປົ້າໝາຍ ແກ້ໄຂບັນຫາ ເງິນກີບເຟີ້ ພໍ່ຄ້າຂາຍໝາກໄມ້ ກຳລັງນັບເງິນ ທີ່ໄດ້ຈາກຄ້າຂາຍ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 14 ທັນວາ ປິ 2022.
RFA

ເມື່ອເດືອນທັນວາ ປີ 2022 ທີ່ຜ່ານມາ, ດຣ. ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ປະກາດຕໍ່ກອງປະຊຸມ ສະພາແຫ່ງຊາຕລາວວ່າ ຣັຖບານຈະສູ້ຊົນເຮັດໃຫ້ອັດຕຣາເງິນເຟີ້ຫລຸດລົງ ໃນລະດັບບໍ່ເກີນ 9 ສ່ວນຮ້ອຍ ພາຍໃນທ້າຍປີ 2023 ນີ້.

ຄາດໝາຍສູ້ຊົນໃນປີ 2023, ພວກເຮົາຈະຄວບຄຸມອັດຕຣາເງິນເຟີ້ ສະເລັ່ຍໝົດປີ ໃນປີ 2023 ບໍ່ໃຫ້ເກີນ 9 ສ່ວນຮ້ອຍ, ຄຸ້ມຄອງອັດຕຣາແລກປ່ຽນໃຫ້ເໜັງຕີງ ສອດຄ່າງກັບລະດັບຄວາມສົມດູນ ທາງດ້ານເສຖກິຈ, ການເງິນ, ເງິນຕຣາ ແລະບໍ່ສ້າງແຮງກົດດັນ ໃຫ້ຕໍ່ອັດຕຣາເງິນເຟີ້.

ໃນທ້າຍປີທີ່ຜ່ານນັ້ນ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວອີກວ່າ ສາເຫດຕົ້ນຕໍ ທີ່ເຮັດໃຫ້ເງິນກີບເຟີ້ ກໍແມ່ນ ການອ່ອນຄ່າຂອງເງິນກີບ ເມື່ອທຽບໃສ່ເງິນໂດລ້າຣ໌ສະຫະຣັຖ, ເງິນບາທ ຂອງໄທຍ ແລະເງິນຢວນ ຂອງຈີນ. ໃນເມື່ອເງິນກີບອ່ອນຄ່າ ມູນຄ່າການນຳເຂົ້າສິນຄ້າ ກໍສູງຂຶ້ນ ໃນນັ້ນລວມທັງວັດຖຸດິບ ທີ່ນຳມາຜລິດສິນຄ້າພາຍໃນປະເທດ, ສິນຄ້າທຸກປະເພດ ທັງນຳເຂົ້າ ແລະຜລິດພາຍໃນ ຈຶ່ງແພງຂຶ້ນ.

ຜ່ານມາ ຣັຖບານໄດ້ວາງມາຕການຫລາຍຢ່າງ ເພື່ອຄວບຄຸມອັດຕຣາເງິນເຟີ້ ລາຄາສິນຄ້າແພງ ແລະເງິນກີບອ່ອນຄ່າ ເຊັ່ນໄດ້ປິດຮ້ານແລກປ່ຽນເງິນຕຣາ ເອກະຊົນ ແລະໄດ້ຄວບຄຸມລາຄາສິນຄ້າ; ແຕ່ປະກົດວ່າ ບໍ່ໄດ້ຜົນເທົ່າທີ່ຄວນ; ອັດຕຣາເງິນເຟີ້ ໃນລາວ ເພີ່ມຂຶ້ນສູງສຸດ ໃນເດືອນກຸມພາ 2023 ຄືສູງເຖິງ 41.26 ສ່ວນຮ້ອຍ ແລ້ວຄ່ອຍຫລຸດລົງ ຈົນຍັງເຫລືອ 25.83 ສ່ວນຮ້ອຍ ເມື່ອເດືອນຕຸລາທີ່ຜ່ານມາ ຊຶ່ງກໍຍັງສູງກວ່າລະດັບຄາດໝາຍ ຂອງຣັຖບານທີ່ວາງອອກ.

ຕໍ່ກັບບັນຫາເງິນເຟີ້, ສິນຄ້າແພງ ແລະເງິນກີບອ່ອນຄ່ານີ້, ປັດຈຸບັນ ຣັຖບານ ແລະສະພາແຫ່ງຊາຕ ກຳລັງປະຊຸມ ແລະຄາດວ່າໃນຕອນທ້າຍ ຂອງກອງປະຊຸມ ຕ້ອງລົງມະຕິຮັບເອົາມາຕການຕ່າງໆ ເພື່ອແກ້ໄຂບັນຫາເຫລົ່ານີ້ ຢ່າງແນ່ນອນ. ສ່ວນເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ຫລື ເອດີບີ ປະຈຳລາວ ສເນີວິທີແກ້ໄຂ ຄື

  1. ຣັຖບານລາວ ຕ້ອງຄຸ້ມຄອງເງິນຕຣາຕ່າງປະເທດໃຫ້ໄດ້ ບໍ່ໃຫ້ຮົ່ວໄຫລ,
  2. ຕ້ອງເພິ້ມຣາຍຮັບ ຫລຸດຜ່ອນຣາຍຈ່າຍ, ສົ່ງເສີມການຜລິດພາຍໃນ ເປັນຕົ້ນການຜລິດອາຫານເພື່ອບໍຣິໂພກ ແລະສົ່ງອອກ, ຫລຸດຜ່ອນການນຳເຂົ້າ ໂດຍສະເພາະສິນຄ້າ ທີ່ບໍ່ຈຳເປັນ ແລະ
  3. ດຶງດູດການລົງທຶນ ໂດຍໃຫ້ຫລຸດຜ່ອນຂັ້ນຕອນ ໃນການໃຫ້ອະນຸຍາດ ເຮັດໃຫ້ງ່າຍຂຶ້ນ ບໍ່ໃຫ້ຊັບຊ້ອນ ສັບສົນ ແລະໃຫ້ເປີດກວ້າງ ຮັບຟັງສຽງຂອງປະຊາຊົນ ນັກລົງທຶນ ອົງການຈັດຕັ້ງ ແລະນັກທຸຣະກິຈ ເພື່ອຮ່ວມກັນ ແກ້ໄຂບັນຫາເສຖກິຈ ແລະການເງິນຢ່າງຍືນຍົງ.

ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ທ່ານນີ້ ທີ່ບໍ່ປະສົງບອກຊື່ ກ່າວກັບວິທະຍຸເອເຊັຽເສຣີໃນ ວັນທີ່ 2 ພຶສຈິກາ 2023 ນີ້ຕື່ມວ່າ:

ເຣື່ອງນະໂຍບາຍໂດຍລວມຫັ້ນ ມັນກະບໍ່ໄດ້ປ່ຽນແປງ ແຕ່ວ່າໃນພາກປະຕິບັດ ຜູ້ໃດຊິສາມາດໃຫ້ມັນໄປໄວຂຶ້ນ ໃສ່ໃຈພາກທຸຣະກິຈ ໃຫ້ດີຂຶ້ນເນາະ ໂດຍສະເພາະການເຂົ້າເຖິງຂອງນັກທຸຣະກິຈ ເຮັດທຸຣະກິຈມັນງ່າຍຂຶ້ນກະຊິດີ ສຳຣັບໂຕນີ້ໃດ ເພາະວ່າລາວມັນເປັນເສຖກິຈນ້ອຍ ນາຍົກກະແກ້ໄຂບັນຫາເຣື່ອງຂໍ້ຍຸ້ງຍາກຂອດຂັ້ນການບໍຣິການໄດ້ ມັນກະຊິດີຂຶ້ນ.

ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາຕ ຈາກແຂວງສວັນນະເຂດ ໄດ້ສເນີຕໍ່ກອງປະຊຸມ ສພາແຫ່ງຊາຕເມື່ອວັນທີ່ 1 ພຶສຈິການີ້ວ່າ ການແກ້ໄຂບັນຫາເງິນເຟີ້ ລາຄາສິນຄ້າແພງ ແລະເງິນກີບອ່ອນຄ່າ ໃນໄຣຍະນຶ່ງປີທີ່ຜ່ານມາ ຍັງບໍ່ໄດ້ຜົນທຳເຣັດ ເທົ່າທີ່ຄວນ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ເອົາໃຈໃສ່ແກ້ໄຂບັນຫາຢ່າງຈິງຈັງ ແລະເຂັ້ມງວດ.

ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:

ຂ້າພະເຈົ້າກະຢາກສເນີວ່າ ຢາກໃຫ້ເອົາໃຈໃສ່ເພິ້ມທະວີການ ບັງຄັບໃຊ້ກົດໝາຍ ລະບຽບການຕ່າງໆ ທີ່ຣັຖບານໄດ້ວາງແລ້ວນັ້ນ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ ໂດຍສະເພາະລະແມ່ນບັນດາກົງຈັກ ການຈັດຕັ້ງ ທີ່ເຮັດໜ້າທີ່ໃນການຄຸ້ມຄອງ ການເງິນ ຄຸ້ມຄອງລາຄາສິນຄ້າ ຢາກໃຫ້ກວດກາເບິ່ງຄືນ.

ເຈົ້າຂອງຮ້ານອາຫານ ເຮືອນແພຢູ່ບ້ານທ່າງ່ອນ ແຂວງວຽງຈັນ ກ່າວວ່າ ປັດຈຸບັນ ທຸຣະກິຈຂອງເຂົາ ດີຂຶ້ນເລັກນ້ອຍ ແຕ່ເງິນກີບຍັງອ່ອນຄ່າ ລົງຢ່າງບໍ່ຢຸດຢັ້ງ.

ແຕ່ຫາກດີຂຶ້ນ ແຕ່ກະຍັງບໍ່ເຖິງຂັ້ນຫລາຍ. ໂອຍ, ມັນກະໜັກສົມມາພາຄວນຢູ່ ແຕ່ວ່າຄັນເອົາເງິນບາທມາໃຊ້ ມັນກະລາຄາເກົ່າຫັ້ນແຫລະ ແຕ່ຄັນເປັນເງິນກີບຫັ້ນ ຂຶ້ນເປັນແສນປາຍຊິແຫລະ.

ຊາວລາວອີກຜູ້ນຶ່ງ ຜູ້ນີ້ຢູ່ແຂວງໄຊຍະບຸຣີ ທີ່ເປີດຮ້ານອາຫານເຊັ່ນກັນ ກ່າວວ່າ ນັບແຕ່ໂຄວິດ-19 ເປັນຕົ້ນມາ ເສຖກິຈລາວຕົກຕ່ຳຫລາຍ ປະສົບກັບທັງເງິນເຟີ້ ແລະເງິນກີບອ່ອນຄ່າ ຢ່າງຮຸນແຮງ ເຮັດໃຫ້ລາຄາສິນຄ້າທຸກຢ່າງແພງຂຶ້ນ. ຊາວລາວຫລາຍຄົນ ພາກັນໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະໄທຍຍ ເພື່ອຄວາມຢູ່ລອດ ຂອງໂຕເອງ ແລະຄອບຄົວ. ສ່ວນການທ່ອງທ່ຽວ ໃນແຂວງໄຊຍະບຸຣີ ກໍມິດງຽບ ເຮັດໃຫ້ທຸຣະກິຈ ການຂາຍອາຫານກໍງຽບເຫງົາ.

ຊາວໄຊຍະບູຣີຜູ້ນີ້ ກ່າວຕື່ມວ່າ:

ຄົນອອກໄປນອກ (ປະເທດ) ຫລາຍເນາະ ບໍ່ມີຄົນຫລາຍປານໃດຫັ້ນນ່າ ໄປໄທຍ ໄປເກົາຫລີ ໄປຊັ້ນແຫລະ. ໂອຍ... ເງິນອ່ອນຄ່າ ແລ້ວມັນກະຍຸ້ງໄປໝົດ ສ່ວນຫລາຍແລ້ວມັນນຳເຂົ້າ (ສິນຄ້າ) ບາດນີ້ເສຖກິຈເປັນແນວນີ້ ຜູ້ໃດກະປະຫຍັດຫັ້ນນ່າ ຜູ້ໃດກະມີລີມິດເນາະ ມັນບໍ່ຄືແຕ່ກີ້. ແຂວງມັນບໍ່ມີແຫລ່ງທ່ອງທ່ຽວຄືກັບຫລວງພະບາງ ມັນກະຍາກຍາກ ມັນມີແຕ່ຄົນພື້ນທີ່ຫັ້ນແຫລະ.

ເຊັ່ນດຽວກັນ ຜູ້ຕາງໜ້າສະມາຄົມເຟີນີເຈີ່ລາວ ກໍກ່າວວ່າ ສະພາບເສຖກິຈ-ການເງິນໃນລາວ ຍັງບໍ່ຟື້ນໂຕ ລາຄາສິນຄ້າຕາມທ້ອງຕລາດ ຍັງແພງຂຶ້ນເລື້ອຍໆ, ອັດຕຣາແລກປ່ຽນເງິນຕຣາ ຕ່າງປະເທດຍັງສູງ ເຮັດໃຫ້ການຂາຍເຟີນີເຈີ່ ກໍຍັງຍຸ້ງຍາກ ການວາງສະແດງເຟີນີເຈີ່ ພາຍໃນ ກໍຈັດພຽງສອງຄັ້ງຕໍ່ປີ ປົກກະຕິຈະຈັດ 5 ຄັ້ງ. ສ່ວນການສົ່ງອອກໄປຂາຍຕ່າງປະເທດ ເຊັ່ນໄທຍ ວຽດນາມ ແລະຈີນ ກໍຫລຸດລົງຫລາຍ ຍ້ອນບໍ່ມີການສົ່ງເສີມ ຈາກຣັຖບານລາວ ຢ່າງຈິງຈັ້ງ.

ດັ່ງທ່ານໄດ້ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ່ 2 ພຶສຈິການີ້ວ່າ:

ປະເທດລາວ ມັນບໍ່ຄ່ອຍສົ່ງເສີມປານໃດ ບໍ່ຄ່ອຍມີການກະຕຸ້ນ ຄ່າໂຄວິດມານີ້ມັນຢາກຫງຽບ ອອກງານມັນກໍບໍ່ຄ່ອຍໄດ້ຂາຍພໍເທົ່າໃດ ຣັຖເອງມັນກະບໍ່ມີງົບ ຄັນມາຈັດກະອາໃສ ແຕ່ງົບນຳເຮົາກະຍາກ ຄ່າຄອງຊີບນ່າອັນຕະຣາຍທີ່ສຸດ ມີແຕ່ຄົນໂຫ່ອອກໄປເມືອງໄທຍໝົດແຫລະດຽວນີ້.

ດຣ. ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປປ ລາວ ໄດ້ປະກາດໃໝ່ໃນກອງປະຊຸມສະພາເມື່ອວັນທີ່ 31 ຕຸລາ 2023 ນີ້ວ່າ ສຳຣັບທິດທາງ ແລະລະດັບຄາດໝາຍ ສູ້ຊົນແຜນເງິນຕຣາປີ 2024 ນີ້, ຣັຖບານລາວ ຈະສືບຕໍ່ຄວບຄຸມອັດຕຣາເງິນເຟີ້ ໃຫ້ຫລຸດລົງ ບໍ່ໃຫ້ເກີນ 9 ສ່ວນຮ້ອຍໃນທ້າຍປີໜ້າ ແປວ່າ ຣັຖບານໄດ້ເລື່ອນການຄວບຄຸມເງິນເຟີ້ ໃຫ້ຫລຸດລົງເປັນ 9 ສ່ວນຮ້ອຍ ໄປອີກເປັນເວລານຶ່ງປີເຕີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.