ບັນຫາເງິນກີບເຟີ້ ສົ່ງຜົລໃຫ້ຊຸດນັກຮຽນ ໃນສົກຮຽນໃໝ່ນີ້ ແພງຂຶ້ນ

ໄຊຍາ
2023.09.01
ບັນຫາເງິນກີບເຟີ້ ສົ່ງຜົລໃຫ້ຊຸດນັກຮຽນ ໃນສົກຮຽນໃໝ່ນີ້ ແພງຂຶ້ນ ນັກຮຽນໃນຊຸດນັກຮຽນ ກຳລັງເຂົ້າແຖວ ທີ່ໂຮງຮຽນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ.
ນັກຂ່າວ ພົລເມືອງ

ໃນວັນທີ 1 ກັນຍາ 2023 ນີ້, ໂຮງຮຽນທຸກຂັ້ນ ຕັ້ງແຕ່ຊັ້ນອະນຸບານ, ປະຖົມ ແລະມັທຍົມໃນທົ່ວປະເທດລາວໄດ້ໄຂສົກຮຽນໃໝ່ 2023-2024 ເປັນທີ່ຮຽບຮ້ອຍແລ້ວ, ແຕ່ວ່າລາຄາຂາຍເຄື່ອງນຸ່ງ ນັກຮຽນ ແລະ ອຸປະກອນການຮຽນ ແມ່ນແພງຂຶ້ນຍ້ອນບັນຫາເງິນເຟີ້ ຢູ່ໃນປະເທດລາວ, ອີກທັງເຄື່ອງນຸ່ງນັກຮຽນສ່ວນຫຼາຍແມ່ນເປັນສິນຄ້າ ນຳເຂົ້າຈາກປະເທດໄທຍ ເຮັດໃຫ້ຕົ້ນທຶນຂອງເຄື່ອງນຸ່ງນັກຮຽນສູງຂຶ້ນ ເປັນເທົ່າໂຕ. ເຊິ່ງໄດ້ສ້າງພາຣະຄ່າໃຊ້ຈ່າຍຫຼາຍຂຶ້ນ ແກ່ຜູ້ປົກຄອງໂດຍສະເພາະຢູ່ເຂດນອກ ຫຼື ເຂດຫ່າງໄກສອກຫຼີິກ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽ ເສຣີ ໄດ້ສອບຖາມໄປຍັງຜູ້ປົກຄອງ ນັກຮຽນຜູ້ນຶ່ງ ຢູ່ແຂວງວຽງຈັນ ໄດ້ຮູ້ວ່າ ປີນີ້ລາວໄດ້ຊື້ເຄື່ອງນຸ່ງໃໝ່ ໃຫ້ລູກແລ້ວແຕ່ກໍຊື້ໄດ້ແຕ່ພຽງ 1-2 ໂຕທໍ່ນັ້ນຍ້ອນວ່າ ເຄື່ອງນຸ່ງໃໝ່ມີລາຄາແພງຫຼາຍ ເມື່ອທຽບກັບປີກາຍອີກທັງ ຍັງມີເຄື່ອງນຸ່ງເກົ່າທີ່ພໍນຸ່ງໄປໄດ້ຢູ່.

“ໂອ້! ອັນນີ້ກໍມີເຄື່ອງເກົ່າແດ່ ຊື້ຊຸດນຶ່ງລະ ກະ 100,000 ປາຍ ຫາ 200,000 ພຸ້ນລະເພາະມັນບໍ່ມີເງິນຊື້ຫຼາຍປານນັ້ນ. ເມື່ອທຽບໃສ່ມັນກະລາຄາທົບເຄິ່ງຫັ້ນລ່ະ. ປີກາຍໃຫ້ກະຊິປະມານຄັນເສື້ອ ປະມານ 40,000 ປີນີ້ກະ 70,000 ຂຶ້ນໄປພຸ້ນແຫຼະ 70,000 ບໍ່ໂຕນຶ່ງ.”

ທາງດ້ານ ຜູ້ປົກຄອງນັກຮຽນ ອີກຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າເຄື່ອງນຸ່ງນັກຮຽນ ທີ່ລາວຊື້ໃຫ້ລູກນັ້ນ ແມ່ນເຄື່ອງທີ່ນຳເຂົ້າ ຈາກປະເທດໄທຍ ເຊິ່ງຕິດພັນກັບອັດຕຣາແລກປ່ຽນເງີນກີບ ທີ່ອ່ອນຄ່າລົງໃນໄລຍະຜ່ານມາເຮັດໃຫ້ຄ່າຄອງຊີບ ຂອງຊາວບ້ານແມ່ນສູງຂຶ້ນເທົ່າໂຕ ຂະນະທີ່ລາຍຮັບຍັງຄືເກົ່າ.

“ມັນບໍ່ເປັນຂອງລາວ ເປັນຂອງອັ່ນ ສະໝໍ ນໍາເຂົ້າຈາກໄທຍຫັ້ນລ່ະ. ສ່ວນຫຼາຍມັນກະທົບໆ ເຄິ່ງ ປີກາຍ 30,000 ປາຍ ປີນີ້ກໍຫຼັກ 70,000. ມັນກະອີງໃສ່ສິນຄ້ານຳເຂົ້າ ຫຼາຍອິງໃສ່ຄັນເງິນບາທປ່ຽນກີບເພິ່ມຂຶ້ນມັນກໍຊິໄດ້ຂຶ້ນໄປຕາມນັ້ນລ່ະເບິ່ງຫັ້ນ. ແມ່ນແຫຼະ, ລາຍຮັບພັດຍາກລາຍຮັບເບິ່ງແລ້ວ ມັນຊ່ຳເກົ່າແຕ່ລາຍຈ່າຍມັນທົບເຄິ່ງ ບາງຢ່າງມັນກະກາຍເຄິ່ງ.”

ຂະນະທີ່ ຜູປະກອບການຂາຍເຄື່ອງນຸ່ງ ນັກຮຽນ ຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ລາວຕ້ອງໄດ້ປັບຂຶ້ນລາຄາຂາຍຍ່ອຍ ເຄື່ອງນຸ່ງນັກຮຽນ ຕາມຕົ້ນທຶນລາຄາທີ່ສູງຂຶ້ນທົບເຄິ່ງ ໂດຍເມື່ອກ່ອນຕົ້ນທຶນເສື້ອນັກຮຽນແມ່ນສະເລັ່ຍໂຕລະ 10,000 ກີບ ປັດຈຸບັນສະເລັ່ຍໂຕລະ 20,000 ກີບແລ້ວ ເຮັດໃຫ້ເຂົາເຈົ້າຕ້ອງໄດ້ຂາຍໃນລາຄາ ໂຕລະ 37,000 ກີບ. ເຊິ່ງໃນປີນີ້ລາວເຫັນວ່າ ມີຜູ້ປົກຄອງມາຊື້ເຄື່ອງນຸ່ງນັກຮຽນໃໝ່ ໃຫ້ລູກຫຼານ ບໍ່ຫຼາຍປານໃດຄືດັ່ງປີກ່ອນໆ.

“ຕະກີ້ ເຄີຍຊື້ແຕ່ 10,000 ດຽວນີ້ 20,000 ແລ້ວ ຕ້ອງໄດ້ປັບຂຶ້ນ. ແມ່ນ, (ການຄ້າຂາຍເຄື່ອງນຸ່ງ) ບໍ່ປານໃດ.”

ຈາກການສໍາຣວດຕລາດ ຂອງສື່ມວນຊົນອອນລາຍນ໌ ຂອງລາວແຫ່ງນຶ່ງ ໃຫ້ຮູ້ວ່າເຄື່ອງນຸ່ງນັກຮຽນ ຢູ່ລາວແມ່ນນຳເຂົ້າຈາກຕ່າງປະເທດ ເກືອບທັງໝົດເປັນຕົ້ນ ເສື້ອນັກຮຽນ, ສົ້ງນັກຮຽນຊາຍ, ສິ້ນນັກຮຽນຍິງ, ສາຍແອວ, ກະເປົາ, ເກີບ ແລະ ຖົງຕີນ ຍົກເວັ້ນແຕ່ຕີນສິ້ນນັກຮຽນຍິງທີຕ່ຳຂຶ້ນ ພາຍໃນປະເທດ. ເຊິ່ງບັນຫາເງິນເຟີ້ເຮັດໃຫ້ລາຄາ ເຄື່ອງໃນປີນີ້ແພງຂຶ້ນຫຼາຍໂດຍສະເພາະ ຄ່າເຄື່ອງນຸ່ງ, ປຶ້ມຕຳຣາຮຽນ ແລະປຶ້ມຂຽນຜູ້ປົກຄອງນັກຮຽນຕ້ອງໄດ້ເສັຽຄ່າໃຊ້ຈ່າຍດັ່ງກ່າວລວມກັນແລ້ວບໍ່ຕ່ຳກວ່າ 1,000,000 ກີບຕໍ່ນັກຮຽນນຶ່ງຄົນ ເຊິ່ງຍັງບໍ່ລວມກັບຄ່າລົງທະບຽນ ຮຽນຢູ່ໂຮງຮຽນຣັຖ 500,000 ກີບຕໍ່ຄົນຕໍ່ປີ ແລະຖ້າເປັນນ້ອງນ້ອຍເຍົາວະຊົນທັນວາ ຫຼື ຊາວໜຸ່ມປະຊາຊົນປະຕິວັດລາວ ຈະຕ້ອງໄດ້ເສັຽຄ່າສະຕິ ຫຼືຄ່າບຳລຸງຕຶ່ມອີກ.

ໂດຍທາງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຜົ້ງສາລີ ກ່າວວ່າທາງພາກສ່ວນກ່ຽວຂ້ອງ ຂັ້ນເມືອງຂອງທ່ານກໍໄດ້ມີການປຶກສາຫາຣື ກ່ຽວກັບການຄຸ້ມຄອງລາຄາ ເຄື່ອງນຸ່ງຂອງນັກຮຽນ ແລະ ອຸປະກອນການຮຽນ ຢູ່ໂດຍໄດ້ມີການສ້າງຕັ້ງຄະນະ ອະນຸກັມມະການຄຸ້ມຄອງລາຄາ ຂັ້ນເມືອງເພື່ອລົງໄປກວດກາການຄ້າຂາຍເຄື່ອງນຸ່ງ ຂອງນັກຮຽນພາຍໃນເມືອງ ຂອງທ່ານໂດຍສະເພາະ.

“ຄຸ້ມຄອງດ້ານເຄື່ອງຂອງ ນັກຮຽນຫວາກໍໄດ້ຍິນເຂົາເຈົ້າປຶກສາ ລົມກັນຢູ່ບັນດາອະນຸກັມມະການ ຂັ້ນເມືອງຫັ້ນ ເພາະມັນມີອະນຸກັມມະການ ຂອງເມືອງເຂົາເຈົ້າ (ຮັບຜິດຊອບກວດກາ). ສ່ວນຫຼາຍນີ້ກໍຊິເປັນນຳເຂົ້າລະເບິ່ງນ່າ.”

ທາງດ້ານ ທ່ານ ດຣ. ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກັມ ຕັດຫຍິບລາວເຄີຍໄດ້ໃຫ້ສັມພາດສື່ມວນຊົນ ຂອງທາງການລາວວ່າ ທາງສະມາຄົມໄດ້ມີການປະສານ ກັບບັນດາບໍຣິສັດ ທີ່ເປັນສະມາຊິກສະມາຄົມ ຮ່ວມກັນຜລິດເສື້ອນັກຮຽນ ກາຈຳປາແດງ ໂດຍໃຊ້ຜ້າຝ້າຍທີ່ຜລິດພາຍໃນ ປະເທດເປັນວັດຖຸດິບ ເພື່ອຫຼຸດຜ່ອນການນຳເຂົ້າ ເສື້ອນັກຮຽນຈາກຕ່າງປະເທດ ທັງເປັນການສົ່ງເສີມການຜລິດ ແລະຊົມໃຊ້ສິນຄ້າພາຍໃນປະເທດຕຶ່ມ.

ດັ່ງທີ່ທ່ານກ່າວວ່າ:

“ໃນທົ່ວປະເທດເຮົາໃນປັດຈຸບັນນີ້ ນັກຮຽນຕັ້ງແຕ່ຣະດັບປະຖົມຈົນຮອດມໍປາຍນີ້ກະຫຼາຍແສນເນາະຫຼາຍແສນກວ່າຄົນ. ຄັນຊັ້ນລະວ່າປີນຶ່ງນັກຮຽນຜູ້ນຶ່ງໃສ່ເສື້ອ 2 ໂຕຢ່າງຕ່ຳເນາະມັນກະຊີ 200,000-300,000 ກວ່າໂຕແລ້ວ. ສໍາລັບເຣື່ອງສີມື ແລະການອອກແບບລ່ະພວກເຮົາ ເຮັດໄດ້ເນາະປັດຈຸບັນນີ້ມັນອາດຈະຍັງຢູ່ໃນກົນໄກ ເຣື່ອງນະໂຍບາຍກັບກົນໄກ ເຣື່ອງນິຕິກັມເນາະ ເພາະວ່າບາງໂຮງຮຽນມັນກໍມີລະບຽບຂອງເພິ່ນເນາະ ແຕ່ພວກເຮົາກໍສາມາດ ປັບການອອກແບບໃຫ້ເຂົ້າກັບ ແຕ່ລະໂຮງຮຽນຂອງເພິ່ນໄດ້ເນາະ.”

ນອກຈາກນີ້ແລ້ວ, ຢູ່ໂຮງຮຽນເອກະຊົນບາງແຫ່ງ ກໍໄດ້ມີມາຕການຫຼຸດຜ່ອນເພື່ອຊ່ອຍເຫຼືອ ຄອບຄົວນັກຮຽນເປັນຕົ້ນ ໂຮງຮຽນຮຸ່ງຈະເລີນ 1 ບ້ານຊ້າງຄ້ອງ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ  ແຈກເຄື່ອງນຸ່ງນັກຮຽນ ສຳລັບນັກຮຽນຜູ້ທີ່ມີອ້າຍນ້ອງຄີງ ຫຼາຍຄົນເພື່ອຫຼຸດຜ່ອນຄ່າ ໃຊ້ຈ່າຍແກ່ຜູ້ປົກຄອງໃນໄລຍະ ເສຖກິຈຝືດເຄືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.