ຣົຖໄຟລາວ-ຈີນ ໂຈະການໂດຍສານ ຕອນແລງຊົ່ວຄາວ
2022.03.28

ບໍຣິສັດທາງຣົຖໄຟລາວ-ຈີນ ໂຈະການໂດຍສານຖ້ຽວ C84/3 ຕອນແລງ 4 ມື້ ຄືແຕ່ວັນທີ 28 ຫາວັນທີ 31 ມິນານີ້ ລະຫວ່າງນະຄອນຫລວງວຽງຈັນ ແລະຫລວງພຣະບາງ ຍ້ອນທາງບໍຣິສັດບໍ່ມີຄົນງານພຽງພໍ, ຕ້ອງໄດ້ຜັດປ່ຽນຄົນງານເຮັດວຽກບໍລິການຣົຖໄຟ ຍ້ອນໂຄວິດ-19 ຣະບາດໜັກ ແລະຄົນງານຈໍານວນນຶ່ງ ທີ່ໄດ້ໄປຢ້ຽມຢາມບ້ານ, ເມື່ອກັບຄືນມາເຮັດວຽກ ກໍໍຕ້ອງໄດ້ຖືກກັກໂຕຕາມມາຕການ ປ້ອງກັນເຊື້ອດັ່ງກ່າວ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບທາງຣົຖໄຟ ທ່ານນຶ່ງຢູ່ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 28 ມິນານີ້ວ່າ:
“ເພາະວ່າພະນັກງານຈໍານວນນຶ່ງ ເຂົາເຈົ້າກັບມາແຕ່ບ້ານ ຕ້ອງໄດ້ກັກໂຕຕາມລະບຽບ ກະເລີຍຈຸນຶ່ງໝູນວຽນ ໄປເຮັດວຽກບໍ່ພຽງພໍ ກະຕ້ອງໄດ້ໂຈະຊົ່ວຄາວກ່ອນ ສິບໍ່ໄດຍົກເລີກໝົດ ເຮົາຍົກເລີກແຕ່ຕອນແລງຫັ້ນ ບໍຣິການແຕ່ຖ້ຽວເຂົ້າແຫລະ.”
ທ່ານເວົ້າຕື່ມວ່າ ຜູ້ໂດຍສານຈະໄດ້ເດີນທາງທາງຣົຖໄຟ ລະຫວ່າງນະຄອນ ຫລວງວຽງຈັນ ແລະຫລວງພຣະບາງ ແຕ່ມື້ວັນທີ 28 ຫາວັນທີ 31 ມິນານີ້ ໄດ້ສະເພາະຖ້ຽວຕອນເຊົ້າເທົ່ານັ້ນ, ສ່ວນຕອນແລງ ແມ່ນຈະບໍ່ໄດ້ໃຫ້ບໍຣິການ.
ແລະຜູ້ຈັບຈ່ອງປີ້ຣົຖໄຟທ່ານນຶ່ງກໍເວົ້າວ່າ ສໍາລັບຜູ້ໂດຍສານຫລາຍຄົນ ທີ່ຕ້ອງການຂີ່ຣົຖໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນ ໄປຫາຫລວງພຣະບາງ ຈະຊື້ປີ້ໄດ້ສະເພາະຖ້ຽວຕອນເຊົ້າຢ່າງດຽວເທົ່ານັ້ນ. ສ່ວນຕອນແລງ ເຂົາຈະປິດບໍຣິການຊົ່ວຄາວ ຕາມວັນເວລາ ທີ່ທາງບໍຣິສັດຣົຖທາງໄຟລາວ-ຈີນ ແຈ້ງການອອກມານັ້ນ.
“ໄປໄດ້ຖ້ຽວເຊົ້າ ຖ້ຽວແລງແມ່ນເຂົາເຈົ້າປິດຊົ່ວຄາວ ຕ້ອງໄປຖ້ຽວເຊົ້າຢ່າງດຽວ ຕອນເຊົ້າເປີດເດີ ແມ່ນ 6.50 ແມ່ນເປີດຂາຍຈົນຮອດ 10 ໂມງ ຕອນບ່າຍໆນັ້ນຫາກແມ່ນ 2.30 ຈົນຮອດ 4.30 ຄັນບໍ່ມີຖ້ຽວໄປກໍຄືບໍ່ມີໄປ.”
ໃນຂະນະດຽວກັນ ຊາວລາວຫລາຍຄົນ ກໍບໍ່ຫວັງທີ່ຈະເພິ່ງພາແຕ່ຣົຖໄຟ ລາວ-ຈີນເທົ່ານັ້ນ ໃນການເດີນທາງ ລະຫວ່າງນະຄອນຫລວງວຽງຈັນ ແລະຫລວງ ພຣະບາງ ເພາະຍັງມີຣົຖຕູ້ ແລະຣົຖເມໂດຍສານ ທີ່ໃຫ້ບໍຣິການເດີນທາງໄປ-ມາ ລະຫວ່າງນະຄອນຫລວງວຽງຈັນ ແລະຫລວງພຣະບາງ ແລ່ນຢູ່, ເຖິງອາຈບໍ່ໄດ້ສະດວກ ແລະບໍ່ໄວເທົ່າກັບຣົຖໄຟລາວ-ຈີນ.
ດັ່ງຊາວລາວຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 28 ມິນານີ້ວ່າ:
“ແມ່ນ ເຂົາເຈົ້າໂຈະຣົຖໄຟ ມັນກະມີຣົຖຕູ້ ຣົຖເມແລ່ນປະຈໍາ ນະຄອນຫລວງວຽງຈັນ-ຫລວງພຣະບາງ ຣົຖຕູ້ຂະເຈົ້າກໍຂຶ້ນທາງດ່ວນ ແຕ່ວ່າມັນຕ້ອງໄດ້ໃຊ້ເວລາຫລາຍຊົ່ວໂມງ ມັນບໍ່ຄືຣົຖໄຟ.”
ແລະປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ຫາກຈ່ອງປີ້ ຣົຖໄຟລາວ-ຈີນບໍ່ທັນໄປໃນຮອບເຊົ້າ ແຕ່ມື້ວັນທີ 28 ຫາວັນທີ 31 ມິນານີ້ ກໍຕ້ອງໄດ້ປ່ຽນການເດີນທາງໄປນໍາຣົຖຕູ້, ຣົຖເມ, ຣົຖສ່ວນຕົວ ຫລືເດີນທາງດ້ວຍເຮືອບິນແທນ ເພາະພວກເຂົາເປີດບໍລິການຂົນສົ່ງ ຜູ້ໂດຍສານເປັນປົກກະຕິແລ້ວ ບໍ່ແມ່ນວ່າຈະມີແຕ່ຣົຖໄຟລາວ-ຈີນທາງດຽວ.
“ໄປບໍ່ໄດ້ ກໍມີແຕ່ຣົຖ ເຂົາເຈົ້າກະມີແຕ່ ບໍຣົຖສ່ວນຕົວກະຍົນ.”
ເວົ້າເຖິງການແພ່ຣະບາດຂອງເຊື້ອໂຄວິດ-19 ຢູ່ໃນປະເທດລາວຫລາຍ ຈົນເຮັດໃຫ້ມີຜົລກະທົບຕໍ່ການເດີນທາງໄປ-ມາ ຊຶ່ງຈໍານວນຜູ້ຕິດເຊື້ອນີ້ກໍຍັງສູງ ຄືຫລັງໆມານີ້ ໃນແຕ່ລະມື້ ທົ່ວປະເທດ ມີຜູ້ຕິດບໍ່ຕໍ່າກວ່າ 1 ພັນປາຍຄົນ ແລະໃນມື້ວັນທີ 28 ມິນານີ້ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກໍໄດ້ຖແລງຂ່າວວ່າ ຈາກຈໍານວນຜູ້ທີ່ຖືກກວດວິເຄາະຫາເຊື້ອໂຄວິດ-19 3,134 ຄົນ ໃນມື້ວັນທີ 27 ມິນານີ້ ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 1,263 ຄົນ. ໃນນັ້ນຕິດເຊື້ອພາຍໃນ 1,236 ຄົນ.
ມາເຖິງປັດຈຸບັນ ຢູ່ປະເທດລາວ ມີຜູ້ຕິດເຊື້ອສະສົມ 169,256 ຄົນ, ກໍາລັງປິ່ນປົວ 6,510 ຄົນ ແລະໄດ້ເສັຍຊີວິດທັງໝົດ 661 ຄົນ.