ຄົນງານລາວ ກຸ່ມທຳອິດ ເຣີ່ມໄປເຮັດວຽກຢູ່ໄທຍແລ້ວ

ໄຊຍາ
2022.03.31
ຄົນງານລາວ ກຸ່ມທຳອິດ ເຣີ່ມໄປເຮັດວຽກຢູ່ໄທຍແລ້ວ ຄົນງານລາວ ກຸ່ມທຳອິດ ເດີນທາງເຂົ້າໄປເຮັດວຽກຢູ່ປະເທດໄທຍ, ຂົວມິຕພາບລາວ-ໄທຍ, ນະຄອນຫຼວງວຽງຈັນ-ໜອງຄາຍ ວັນທີ 28 ມີນາ 2022.
RFA

ວັນທີ 28 ມີນາຜ່ານມານີ້ຄົນງານລາວ ກຸ່ມທຳອິດຈຳນວນ 236 ຄົນໄດ້ເດີນທາງຈາກນະ ຄອນຫລວງວຽງຈັນຂ້າມມາຮອດແຂວງໜອງຄາຍ ປະເທດໄທຍ ແລະວັນທີ 29 ມີນານີ້ໄດ້ເຂົ້າມາອີກປະມານ 100 ຄົນຊຶ່ງເປັນກຸ່ມຄົນງານລາວທີ່ເຂົ້າມາເຮັດວຽກ ໃນໄທຍພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ ຫລື MOU ດ້ານແຮງງານລະຫວ່າງ ທາງການລາວ ແລະທາງການໄທຍ ໂດຍຄົນງານລາວທີ່ຈະເຂົ້າມາເຮັດວຽກໃນໄທຍ ພາຍໃຕ້ບົດບັນທຶກດັ່ງກ່າວມີຈຳນວນທັງໝົດ 11,352 ຄົນ ແຕ່ຈະຕ້ອງຜ່ານຂັ້ນຕອນການກວດຫາເຊື້ອໂຄວິດ-19 ແລະ ກັກໂຕ 7 ມື້.

ດັ່ງທ່ານ ທະນະວັດ ນີນເກດ ເຈົ້າໜ້າທີ່ສູນຂໍ້ມູນຂ່າວສານສຳນັກງານຈັດຫາງານ ແຂວງໜອງຄາຍກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 29 ມີນານີ້ວ່າ:

ທ່ານກ່າວວ່າ ເຂົ້າມາຕາມຂັ້ນຕອນເລີຍ ເຂົ້າມາຈາກຝັ່ງລາວເຂົາກໍກວດຫາ ເຊື້ອໂຄວິດ ແລ້ວພໍຮອດທາງດ່ານໄທຍ ກໍຜ່ານການກວດກາຂອງກົມຄວບຄຸມໂຣກ ລະຫວ່າງປະເທດຜ່ານການ ວັດແທກອຸນຫະພູມຜ່ານດ່ານກວດຄົນເຂົ້າເມືອງ ຮັບວິຊ້າ 2 ປີ ແລະ ກັກໂຕເປັນເວລາ 7 ມື້ຫລັງຈາກກັກໂຕຄົບກຳນົດ ນາຍຈ້າງກໍມາຮັບໄປເຮັດວຽກ.

ທ່ານກ່າວຕື່ມວ່າຄົນງານລາວ ທີ່ທະຍອຍເຂົ້າມາໃນເທື່ອນີ້ແມ່ນຜູ້ທີ່ໄດ້ຜ່ານການລົງທະບຽນ ກັບກະຊວງແຮງງານແລະສວັດດີການສັງຄົມ ຂອງລາວມາກ່ອນເທົ່ານັ້ນ ແລະກໍໄດ້ຕິດຕໍ່ກັນລ່ວງໜ້າກັບນາຍຈ້າງຝັ່ງໄທຍ ຊຶ່ງສ່ວນໃຫຍ່ເປັນບໍຣິສັດຂນາດໃຫຍ່ ໂດຍຄົນງານລາວຈະຄ່ອຍໆ ທະຍອຍເຂົ້າມາເຣື້ອຍໆ ຈົນຄົບຈຳນວນ 11,325 ຄົນ ແລະ ໃນຈຳນວນດັ່ງກ່າວຈະເດີນທາງໄປເຮັດວຽກ ໃນຫລາຍແຂວງທັງໃນພາກອີສານແລະພາກກາງຂອງໄທຍ. ສ່ວນຄົນງານລາວທີ່ບໍ່ຢູ່ພາຍໃຕ້ MOU ດັ່ງກ່າວຍັງບໍ່ອະນຸຍາດໃຫ້ກັບເຂົ້າມາເຮັດ ວຽກໄດ້ໃນໄທຍໄດ້ເທື່ອ.

ສຳລັບຄົນງານລາວ ທີ່ເຂົ້າມາໃນໄທຍແບບຖືກກົດໝາຽ ໃນເທື່ອນີ້ຈຳນວນ 60% ແມ່ນຄົນງານລາວທີ່ເຄີຍເຮັດວຽກຢູ່ບໍຣິສັດໃນໄທຍມາກ່ອນ ແລະອີກ 40% ແມ່ນຄົນງານລາວໜ້າໃໝ່ ທີ່ຍັງບໍ່ເຄີຍເຮັດວຽກຢູ່ໃນໄທຍ ແບບຖືກຕ້ອງ ສ່ວນນາຍຈ້າງໄທຍເອງກໍຕ້ອງເສັຽຄ່າ ດຳເນີນການຫລາຍຢ່າງໃນການນຳຄົນງານລາວເຂົ້າມາ ສະເລັ່ຽແລ້ວປະມານ 22,000 ບາດຕໍ່ຄົນ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ດ້ານແຮງງານຢູ່ແຂວງໜອງຄາຍ.

ໃນຂະນະທີ່ຄົນງານລາວ ທີ່ຜ່ານເຂົ້າມາໄທຍ ແລະໄດ້ເຂົ້າໄປຢູ່ສູນກັກໂຕ ແລ້ວນັ້ນກໍຕ້ອງຢູ່ພາຍໃຕ້ມາຕການຕ່າງໆ ຢ່າງເຂັ້ມງວດຕາມມາຕການປ້ອງກັນ ການແຜ່ຣະບາດຂອງ ໂຄວິດ-19 ຂອງໄທຍ ແລະກໍກວດພົບວ່າມີຄົນງານລາວບາງຄົນ ທີ່ຕິດເຊື້ອໂຄວິດ-19 ຊຶ່ງໄດ້ ສົ່ງໄປປີ່ນປົວໂຮງໝໍໜອງຄາຍວັທນາແລ້ວ.

ດັ່ງເຈົ້າໜ້າທີ່ປະຈຳສູນກັກໂຕ ເຝົ້າຣະວັງໂຄວິດ-19 ແຂວງໜອງຄາຍກ່າວວ່າ:

ຍາງນາງກ່າວວ່າ ເຂົ້າໃຊ້ສູນບໍຣິການກັກໂຕເຮົາ 7 ມື້ກໍຈະມີມາຕການຕັ້ງແຕ່ພົ່ນສະເປຣຂ້າເຊື້ອ ຕັ້ງແຕ່ເຂົ້າມາວັດແທກອຸນຫະພູມກວດ ATK 4 ຮອບ ແລະ ກວດ RT-PCR 1 ຮອບກວດ 6 ໂຣກເມື່ອຕອນເຊົ້າຂອງວັນທີ 29 ມີນານີ້ກໍມີນຳສົ່ງໂຮງໝໍ 2 ຄົນ ກໍມີຢູ່ ສ່ໍານັ້ນບໍ່ໄດ້ມີຫຍັງຊັບຊ້ອນ.

ສ່ວນທາງສະພາອົງການນາຍຈ້າງ ແຫ່ງປະເທດໄທຍ ກໍໄດ້ມີການຕິດຕາມກ່ຽວກັບການເຂົ້າມາ ຂອງຄົນງານລາວດັ່ງກ່າວ ແຕ່ໃນເບື້ອງຕົ້ນຍັງບໍ່ຮູ້ຄັກແນ່ວ່າຄົນງານ ທີ່ເຂົ້າມານັ້ນຈະຖືກໄປເຮັດວຽກ ປະເພດໃດແລະແຂວງໃດແດ່ ຮູ້ພຽງແຕ່ວ່າຜູ້ປະກອບການໃນໄທຍຫລາຍບໍຣິສັດ ມີຄວາມຕ້ອງການຄົນງານລາວຈຳນວນຫລວງຫລາຍ ແຕ່ການທີ່ຈະໄດ້ຄົນງານລາວເຂົ້າມານັ້ນ ກໍຈະບໍ່ງ່າຍອີກຕໍ່ໄປຍ້ອນຄົນງານລາວຈຳນວນນຶ່ງບໍ່ຢາກກັບມາ ເຮັດວຽກຢູ່ໄທຍອີກ ເນື່ອງຈາກຖືກທາງຄອບຄົວເຮັດໃຫ້ ເກີດຄວາມຢ້ານທີ່ມາເຮັດວຽກຢູ່ໄທຍ.

ດັ່ງຍານາງ ສີຣິວັນ ຮົ່ມສັດທອງເລຂາທິການ ສະພາອົງການນາຍຈ້າງແຫ່ງປະເທດໄທຍ ກ່າວວ່າ:

ຍານາງກ່າວວ່າ ຖາມວ່າຕ້ອງການຄົນງານລາວຫລາຍ ບໍ່ກໍຕ້ອງການຢູ່ຕລອດຫັ້ນແຫລະ ມັນກາມີຄວາມຕ້ອງການໃນກຸ່ມຜູ້ປະກອບການຢູ່ແຕ່ວ່າຂະບວນການ ທີ່ຈະໄດ້ຄົນງານເຂົ້າ ມາອາດຈະບໍ່ງ່າຍແລະບາງເທື່ອທາງຄອບຄົວ ກໍເວົ້າຈັ່ງຊັ້ນຈັ່ງສິໃຫ້ຄົນງານລາວຢ້ານການ ຢູ່ໄທຍແລ້ວກໍເມືອບ້ານໄປແລ້ວຈຶ່ງບໍ່ກັບເຂົ້າມາໃນໄທຍອີກເລີຍ ທັງທີ່ຫລາຍຄົນກໍແມ່ນຄົນງານທີ່ຖືກກົດໝາຽ.

ປັດຈຸບັນນີ້ຄົນງານລາວທີ່ຢູ່ພາຍໃຕ້ MOU ຊຸດທຳອິດກໍໄດ້ເຂົ້າສູນກັກໂຕ ທີ່ແຂວງໜອງຄາຍຕາມາຕການປ້ອງກັນໂຄວິດ-19 ຕາມທາງການໄທຍໄດ້ກຳນົດໄວ້. ນຶ່ງໃນຈຳນວນຄົນງານທີ່ກຳລັງຢູ່ໃນສູນກໍໄດ້ກ່າວຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 29 ມີນາ ວ່າຈຳເປັນຕ້ອງມາເຮັດວຽກເພາະຢູ່ບ້ານບໍ່ມີວຽກເຮັດ ບໍ່ເງິນໃຊ້ຈຳເປັນຕ້ອງໄດ້ຢືມເງິນເຂົາມາເພື່ອແລ່ນເອກະສານ MOU ເຂົ້າມາເຮັດວຽກຢູ່ໄທຍ.

ມາຢູ່ບ້ານກາບໍ່ດີໃຈ ເງິນກາບໍ່ມີໃຊ້ຍັງວ່າໄດ້ເຮັດງານ ກາດີໃຈທີ່ໄປກາເປັນໜີ້ເປັນສິນຫລາຍ ຢືມເງິນເຂົາໄປເທື່ອນີ້ຕັ້ງໃຈຫາໃຫ້ມັນໄດ້.

ທາງດ້ານຄົນງານລາວທ່ານນຶ່ງ ທີ່ເຄີຍໄປເຮັດວຽກຢູ່ໄທຍແລ້ວ ກັບມາລາວກ່າວວ່າ ເຖິງແມ່ນວ່າທາງການລາວໄດ້ເປີດໂອກາດໃຫ້ ໄປລົງທະບຽນເພື່ອຈະສົ່ງໄປເຮັດວຽກຢູໄທຍ ກໍຕາມແຕ່ລາວເອງກໍຍັງບໍ່ສົນໃຈປານໃດ ຍ້ອນເຫັນວ່າບາງບໍຣິສັດຢູ່ໄທຍ ເປັນຕົ້ນບໍຣິສັດທີ່ລາວເຄີຍໄປເຮັດວຽກຢູ່ນັ້ນ ຍັງຈຳກັດຈຳນວນທີ່ຮັບຄົນງານລາວໃນໄລຍະນີ້ ແລະກໍບໍ່ຢາກອອກຄ່າໃຊ້ຈ່າຍ ໃນການນຳເອົາຄົນງານເຂົ້າມາ.

ດັ່ງທ່ານໄດ້ກ່າວວ່າ:

ໄປເຮັດງານຢູ່ໄທຍ ຈຸນຶ່ງມັນເປັນບໍຣິສັດນ້ອຍໆ ເປັນຫ້າງຫຸ້ນສ່ວນຈຳກັດນ້ອຍໆ ສື່ໆ ນ່າເຂົາກາເອົາຄົນງານຮັບແຮງງານລາວ ເຂົ້າໄປກາບໍ່ຫລາຍຫັ້ນນ່າມີແຕ່ 7-8 ຄົນຈຸເຮົານີ້ ຈະນ້ອຍສິໃຫ້ເພິ່ນແລ່ນເອົາໄປ ກາຕິດບັນຫາຢູ່ວ່າສິໃຫ້ເພິ່ນຮັບຄ່າໃຊ້ຈ່າຍ ຄົນນຶ່ງສອງຄົນສິນ່າກາສິບໍ່ກຸ້ມຄ່າເພິ່ນບໍ່.

ໃນຂະນະດຽວກັນຄົນງານລາວ ອີກນາງນຶ່ງທີ່ຂໍສງວນຊື່ ແລະສຽງກ່າວວ່າໝູ່ຂອງລາວບາງຄົນ ກໍກຳລັງລໍຖ້າທີ່ຈະຖືກສົ່ງໂຕໄປເຮັດວຽກຢູ່ໄທຍ ພາຍໃຕ້ MOU ລະຫວ່າງທາງການ 2 ປະເທດແຕ່ວ່າລາວເອງກໍຍັງບໍ່ຢາກໄປເຮັດວຽກຢູ່ໄທຍ ໃນໄລຍະນີ້ຍ້ອນຍັງບໍ່ໝັ້ນໃຈສະຖານະການ ໂຄວິດ-19 ແລະ ຢ້ານວ່າໂຮງງານຢູ່ໄທຍຫລາຍແຫ່ງອາດຖືກສັ່ງປິດຕື່ມອີກ.

ສຳລັບຄົນງານລາວທີ່ລົງທະບຽນ ໄປເຮັດວຽກຢູ່ໄທຍແບບຖືກຕ້ອງນັ້ນ ສ່ວນຫລາຍແມ່ນຄົນງານໃນເຂດນະຄອນຫລວງວຽງຈັນ ແລະແຂວງພາກໃຕ້ສ່ວນຄົນງານລາວ ໃນຫລາຍແຂວງທາງພາກເໜືອຈະບໍ່ຄ່ອຍໃຫ້ຄວາມສົນໃຈ ໄປເຮັດວຽກຢູ່ໄທຍຫລາຍຄືແຕ່ກ່ອນ, ແຕ່ໄດ້ຫັນມາຊອກຫາວຽກຢູ່ພາຍໃນເຂດເສຖກິຈພິເສດສາມຫລ່ຽມຄຳ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວຫລາຍຂຶ້ນ.

ດັ່ງເຈົ້າໜ້າທີ່ຂັ້ນບ້ານ ເມືອງຕົ້ນເຜີ້ງທ່ານນຶ່ງກ່າວວ່າ:

ບໍ່ແກ້ວເຮົານີ້ສ່ວນຫລາຍ ຫລັ່ງໄຫລມາເຮັດວຽກຢູ່ກາສິໂນມີວຽກຫລາຍ ຢູ່ບາງຄົນເຂົ້າໄປເຮັດແລ້ວເຂົາກໍອອກມາ ບາງຄົນກາເຂົ້າມາມີການໝູນວຽນກັນແນວນັ້ນ ແຕ່ວຽງຈັນ, ຫລວງພຣະບາງ ເມື່ອກ່ອນນີ້ເຂົາໄປໄທຍຫລາຍ ແຕ່ດຽວນີ້ກາເພິ່ນມາເຮັດວຽກທາງນີ້ໝົດ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກະຊວງແຮງງານ ແລະສວັດດີການສັງຄົມເພື່ອສອບຖາມ ຂໍ້ມູນເພີ່ມຕື່ມກ່ຽວກັບຄົນງານລາວ ທີ່ຈະເຂົ້າມາໄທຍ, ແຕ່ເຈົ້າໜ້ທີ່ທີ່ກ່ຽວຂ້ອງບໍ່ສະດວກໃຫ້ຣາຍລະອຽດ.

ໃນວັນທີ 28 ມີນາທີ່ຜ່ານມາ ທ່ານ ສຸຊາດ ຊົມກລິ່ນ ຣັຖມົນຕຣີກະຊວງແຮງງານຂອງໄທຍ ກ່າວວ່າຣັຖບານໄທຍເອງກໍມີຄວາມຫ່ວງໄຍ ນາຍຈ້າງຜູ້ປະກອບການຕ່າງໆ ທີ່ປະສົບບັນຫາຂາດແຄນ ແຮງງານຕ່າງຊາດ ຈຶ່ງໄດ້ຕຣຽມຄວາມພ້ອມໃນການນຳເຂົ້າ ຄົນງານຕ່າງຊາດ ເພື່ອເຂົ້າມາເຮັດວຽກ ໃນປະເທດໄທຍພາຍໃຕ້ສະຖານະການແຜ່ຣະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດ ໂດຍມີການຕຣຽມສະຖານທີ່ກັກໂຕ ສຳລັບຄົນງານລາວ, ພະມ້າ ແລະ ກັມພູຊາ ທີ່ເຂົ້າມາຕາມ MOU ດັ່ງກ່າວ ພາຍໃນ 5 ແຂວງ ໄດ້ແກ່ ສະແກ້ວ, ມຸກດາຫານ, ຕຣາກ, ຣະນອງ ແລະ ໜອງຄາຍ ໂດຍໃນແຂວງໜອງຄາຍມີສູນກັກໂຕທັງໝົດ 12 ແຫ່ງ ຈຳນວນ 763 ຫ້ອງສາມາດຮອງຮັບ ຄົນງານລາວໄດ້ເຖິງ 1,847 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.