ເງິນກີບອ່ອນຄ່າ ຮ້ານອາຫານ ປັບຂຶ້ນລາຄາ
2022.03.28

ຜູ້ປະກອບການຮ້ານອາຫານ ຈຳເປັນຕ້ອງໄດ້ປັບລາຄາຂາຍຂຶ້ນຕາມອັດຕຣາ ແລກປ່ຽນໂດຍສະເພາະເງິນກີບເປັນເງິນບາດ ທີ່ປັບຂຶ້ນຢ່າງວ່ອງໄວເມື່ອສັປດາທີ່ຜ່ານມາ ສົ່ງຜົລກະທົບຕໍ່ຜູ້ປະກອບການ ຮ້ານອາຫານ ສ່ວນໃຫຍ່ນໍາເຂົ້າວັດຖຸດິບ ແລະສິນຄ້າມາຈາກປະເທດໄທຍ ເມື່ອຂາຍໄປແລ້ວ ມາແລກປ່ຽນເປັນເງິນບາດ ກໍຫລຸບທຶນເພາະອັດຕຣາ ແລກປ່ຽນມັນເໜັງຕີງຂຶ້ນມື້ຕໍ່ມື້.
ດັ່ງຜູ້ປະກອບການຮ້ານເຂົ້າຂາໝູ ຢູ່ແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 28 ມີນານີ້ວ່າ:
“ຈຳເປັນຕ້ອງໄດ້ຂຶ້ນລາຄາ ເພາະວ່າຮ້ານເຮົາມັນເປັນຮ້ານໃຫຍ່ແດ່ ລະກາພະນັກງານມັນຫລາຍຄ່າໃຊ້ຈ່າຍ ເຮົາມັນຫລາຍແລ້ວບາດນີ້ມັນບໍ່ຄຸ້ມກັບ ເຮົາຕ້ອງລົງແຮງໄປສິເຮັດແລ້ວ ເວລາເຮົາຂາຍເຮົາແລກເງິນໄປຊື້ຂອງ ເຮົາບໍ່ເຫລືອເກັບເລີຍເຮົາຈັ່ງເຈັບຫົວ. ຫວ່າງແລ້ວນີ້ຂາຍເຄື່ອງ ເຮົາບໍ່ມີເງິນໄປຈ່າຍເຄື່ອງບາດນີ້ ເຮົາກໍເລີຍຈົກເງິນກີບທີ່ເຮົາໂຮມໄວ້ ເຮົາແລກໝົດ 100 ລ້ານກີບເຮົາຫລຸບທຶນ 10 ລ້ານກີບເລີຍໃນມື້ທີ່ວ່າເງິນຂຶ້ນແຮງເດ້ ແຕ່ເຮົາຕ້ອງແລກເພື່ອຫາເງິນໄປຈ່າຍຄ່າເຄື່ອງ.”
ຜູ້ປະກອບການກ່າວຕື່ມວ່າ ສະເພາະເຂົ້າຂາໝູທີ່ຂາຍປະຈຳ ທັງຈານທັມດາລາຄາ 18,000 ກີບ, ຈານພິເສດລາຄາ 20,000 ກີບ ແລະ ຈານປະສົມລາຄາ 22,000 ກີບນັ້ນແມ່ນປັບຂຶ້ນ ຈາກລະ 2,000 ກີບ. ຮ້ານນີ້ຖືວ່າເປັນຮ້ານທີ່ເປີດມາເຖິງ 16 ປີແລ້ວຊຶ່ງຕັ້ງຢູ່ ໃນເທສບານແຂວງສວັນນະເຂດ. ຍ້ອນຜົລກະທົບຂອງໂຄວິດ-19 ເຮັດໃຫ້ຮ້ານນີ້ມີລູກຄ້າຫລຸດລົງຫລາຍ.
ສ່ວນຮ້ານຂາຍເຂົ້າປຽກໄກ່ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນກໍໄດ້ປັບຂຶ້ນລາຄາເຊັ່ນກັນ ຊຶ່ງການປັບຂຶ້ນລາຄາເທື່ອນີ້ມັນກໍຈຳເປັນຍ້ອນການຂຶ້ນລົງ ຂອງອັດຕຣາແລກປ່ຽນບໍ່ປົກກະຕິ ໃນຂະນະທີ່ວັດຖຸດິບ ແລະສິນຄ້າຫລາຍຢ່າງທີ່ຊື້ມາຈາກ ຕລາດແພງຂຶ້ນທາງຮ້ານກໍຈຳເປັນຕ້ອງປັບລາຄາຂຶ້ນຕາມ.
ດັ່ງເຈົ້າຂອງຮ້ານເຂົ້າປຽກ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ເປັນຫຍັງສິປ່ຽນເພາະວ່າ ເຄື່ອງອີ່ຫຍັງກໍຂຶ້ນຊ່ວງນີ້ອີ່ຫຍັງ ກໍຂຶ້ນເງິນບາດຂຶ້ນອີ່ຫຍັງກໍຂຶ້ນ ຊ່ວງນີ້ເຮົາຕ້ອງໄລ່ຄ່າພະນັກງອກພະນັກງານ ອີ່ຫຍັງມັນກໍຂຶ້ນໝົດເລີຍ ລູກຄ້າກໍຕ້ອງເຂົ້າໃຈ.”
ເຈົ້າຂອງຮ້ານກ່າວຕື່ມວ່າ ຈາກທີ່ເຄີຍຂາຍຜ່ານມາ ເຂົ້າປຽກທັມະດາ ຖ້ວຍລະ 15,000 ກີບ ຖ້ວຍພິເສດຈາກເດີມ 20,000 ກີບ ກໍປັບຂຶ້ນຕື່ມອີກຖ້ວຍລະ 5,000 ກີບ. ຕໍ່ການຂຶ້ນລາຄາເທື່ອນີ້ທາງຮ້ານ ບອກວ່າລູກຄ້າທີ່ເຄີຍມາກິນ ເປັນປະຈຳກໍໄດ້ຫລຸດລົງ ສ່ວນຫລາຍລູກຄ້າກໍເຂົ້າໃຈສະພາບ ທີ່ເປັນຢູ່ໃນປັດຈຸບັນ.
ສ່ວນຮ້ານຕຳທະເລແຫ່ງນຶ່ງ ທີ່ແຂວງຫລວງພຣະບາງທີ່ເປັນຮ້ານ ຍອດນິຍົມກໍປະກາດປັບຂຶ້ນລາຄາເຊັ່ນກັນ ເພາະອາຫານທະເລແມ່ນນຳເຂົ້າ ມາຈາກປະເທດໄທຍ 100% ນອກຈາກນີ້ເຄື່ອງປຸງ ທີ່ຊື້ຈາກຕລາດພາຍໃນແຂວງກໍແພງເຊັ່ນກັນ ເຮັດໃຫ້ຕົ້ນທຶນຂອງຮ້ານເພີ່ມຂຶ້ນຫລາຍເທົ່າໂຕ. ການປັບຂຶ້ນລາຄາຄັ້ງນີ້ແມ່ນປັບຂຶ້ນມາ ໄດ້ 2 ເດືອນແລ້ວ.
ດັ່ງເຈົ້າຂອງຮ້ານຕຳທະເລ ນະຄອນຫລວງພຣະບາງກ່າວໃນມື້ດຽວກັນວ່າ:
“ເຄື່ອງທະເລມັນຂຶ້ນລາຄາ ແລ້ວເຮົາກໍເລຍຂຶ້ນ 5,000 ນຶ່ງຢູ່ບໍ່ໄດ້ໂອ້ມັນແຕ່ອັນນັັ້ນ ແຕ່ໜ້ອຍດຽວນຶ່ງສື່ໆ ລູກຄ້າຫລຸດລົງໂອ້ແຕ່ກີ້ຫັ້ນ ເຕັມຈົນບໍ່ມີບ່ອນໜັ່ງໄດ້ລຽນຕໍ່ແຖວກັນ ດຽວນີ້ຫວ່າງ.”
ເຈົ້າຂອງຮ້ານຕຳທະເລກ່າວຕື່ມວ່າໄດ້ປັບຂຶ້ນ 5,000 ກີບຕໍ່ເມນູ. ການປັບຂຶ້ນດັ່ງກ່າວມັນໄດ້ສົ່ງຜົລເຮັດໃຫ້ລູກຄ້າຫລຸດລົງຫລາຍ. ເມື່ອກ່ອນລູກຄ້າຕ້ອງໄດ້ລໍຖ້າແຕ່ດຽວນີ້ຮ້ານໂຕະ ຫວ່າງຕລອດ.
ສ່ວນລູກຄ້າຂອງຮ້ານເຂົ້າຂາໝູ ແຂວງສວັນນະເຂດທີ່ເຂົ້າມາຮັບປະທານ ເປັນປະຈຳກໍໄດ້ກ່າວວ່າເຂົ້າໃຈເຈົ້າຂອງຮ້ານ ທີ່ປັບລາຄາອາຫານຂຶ້ນຍ້ອນວ່າວັດຖຸດິບ ທີ່ນຳໃຊ້ເຂົ້າໃນການປຸງແຕ່ງຂາຍໃຫ້ລູກຄ້າ ປັບລາຄາຂຶ້ນສູງຫລາຍ.
ດັ່ງລູກຄ້າໄດ້ກ່າວວ່າ:
“ແຕ່ວ່າດຽວນີ້ກໍຖ້າວ່າ ຂຶ້ນລາຄາມັນກໍວ່າແມ່ນທຸກຢ່າງ ມັນກໍຂຶ້ນລາຄາບໍ່ວ່າແຕ່ຮ້ານດຽວ ເຮົາກໍເຂົ້າໃຈຢູ່ເພາະວ່າວັດຖຸດິບ ມັນກໍແພງອີງຕາມນີ້ກໍອາຫານຕາມສັ່ງ ບາງມື້ກໍເຮັດກີນເອງຄືອາຫານໂຕໃດ ທີ່ເຮົາເຮັດບໍ່ໄດ້ກໍໄປຊື້.”
ໂດຍທົ່ວໄປຂແນງອຸດສາຫະກັມ ແລະການຄ້າໃນແຕ່ລະພື້ນທີ່ຕາມຂົງເຂດ ຄວາມຮັບຜິດຊອບຈະລົງກວດກາ ຄວບຄຸມລາຄາສິນຄ້າຕາມທ້ອງຕລາດ ຕາມຣະບຽບການສິນຄ້າຄວບຄຸມ ຂອງກະຊວງອຸດສາຫະກັມແລະການຄ້າ 8 ປະເພດໃນນັ້ນປະກອບດ້ວຍເຂົ້າສານ, ປາ, ໄກ່, ໝູ, ຊີ້ນ, ນໍ້າມັນເຊື້ອໄຟ, ຊິເມັນ ແລະ ເຫລັກເສັ້ນ ນອກເໜືອຈາກນີ້ແມ່ນ ຂແນງການອຸດສາຫະກັມ ແລະການຄ້າຂັ້ນແຂວງ ແລະເມືອງຈະບໍ່ສາມາດຄວບຄຸມໄດ້ ຈະຕ້ອງໄດ້ປ່ອຍໃຫ້ເປັນໄປຕາມ ກົນໄກລາຄາຕລາດທີ່ອີງຕາມອັດຕຣາແລກປ່ຽນ.
ສຳລັບມາຕການຄວບຄຸມລາຄາສິນຄ້າ ໃນສ່ວນສິນຄ້າ 8 ປະເພດນັ້ນແມ່ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ລົງໄປກວດກາທຸກມື້ ໃນໃນໄລຍະນີ້ທີ່ມີການເໜັງຕີງ ຂອງລາຄາສິນຄ້າຫລາຍ. ຖ້າເຈົ້າໜ້າທີ່ພົບວ່າຮ້ານໃດຂາຍເກີນລາຄາ ທີ່ກະຊວງອຸດສາຫະກັມແລະການຄ້າກຳນົດ ກໍຈະເຮັດບົດບັນທຶກຖ້າມີເທື່ອຕໍ່ໄປຈະປະຕິບັດຕາມຣະບຽບກົດໝາຽ.
ດັ່ງເຈົ້າໜ້າທີ່ຜແນກອຸດ ສາຫະກັມແລະການຄ້າ ແຂວງຫລວງພຣະບາງກ່າວວ່າ:
“ມີການຄວບຄຸມໄດ້ຢູ່ ສົມມຸດວ່າມີການເໜັງຕິງສູງເກີນກຳນົດ ເຮົາໄປກວດເບິ່ງເຮົາກໍໄປເບິ່ງວ່າ ໂອ້ເຂົານໍາເຂົ້າມາແນວໃດແນວໃດ ເຮົາກໍມາຄິດໄລ່ອົງປະກອບເນາະ ຕົ້ນທຶນການຈະຣາຈອນນໍ້າມູກນໍ້າມັນ ມີຫຍັງເຮົາກໍມາຄິດໄລ່.”
ຂແນງການຖແລງຂ່າວ ວັທນາທັມ ແລະທ່ອງທ່ຽວເປັນນຶ່ງໃນຂແນງການ ທີ່ລົງກວດກາຮ້ານອາຫານໃນແຕ່ລະພື້ນທີ່ ຕາມຂົງເຂດຄວາມຮັບຜິດຊອບ. ຊຶ່ງຂແນງການຖແລງຂ່າວ ແລະທ່ອງທ່ຽວ ກໍບໍ່ສາມາດຄວບຄຸມລາຄາອາຫານທີ່ຂຶ້ນລາຄາ ໃນເຂດທ່ອງທ່ຽວ ແລະ ເຂດທົ່ວໄປ. ຜ່ານມາຂແນງການທ່ອງທ່ຽວແຂວງຫລວງພຣະບາງ ໄດ້ສເນີບັນຫາໄປຍັງໄປຍັງກະຊວງທີ່ກ່ຽວຂ້ອງແລ້ວ ເພື່ອໃຫ້ຊອກຫາແນວທາງໃນການແກ້ໄຂ.
ດັ່ງເຈົ້າໜ້າທີ່ຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວແຂວງຫລວງພຣະບາງ ກ່າວໃນມື້ດຽວກັນວ່າ:
“ກຳນົດ 2-3 ອາທິດກໍໄປປະຊຸມເທື່ອນຶ່ງ ເຣື່ອງລາຄາຢູ່ເຂົາເຈົ້າສິຂຶ້ນຊິລົງ ອັດຕຣາເງິນເຟີ້ສິເພີ່ມຂຶ້ນແບບໃດ ອັນນີ້ມັນແມ່ນຂັ້ນເທີງຊີ້ນຳ ໃຜຊິໄປຄວບຄຸມໄດ້ ຄັນບໍ່ມີກົດໝາຽຄຸ້ມຄອງ.’
ທ່ານໄດ້ກ່າວມ້ວນທ້າຍວ່າຫາກ ຂັ້ນເທີງບໍ່ມີນະໂຍບາຍໃນການແກ້ໄຂ ບັນອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ໂດຍສະເພາະເງິນກີບແລກເປັນເງິນບາດໄທຍ ກໍຈະເຮັດໃຫ້ປະຊາຊົນລາວ ປະເຊີນກັບບັນຫາຄ່າຄອງຊີບສູງຕໍ່ໄປ ເນື່ອງຈາກປະເທດລາວນຳເຂົ້າສິນຄ້າ ຈາກປະເທດໄທຍ 60% ຂະນະທີ່ນຳເຂົ້າສິນຄ້າຈາກວຽດນາມ ແລະຈີນປະເທດລະ 10% ໂດຍປະມານ, ສ່ວນປະເທດລາວສາມາດຜລິດ ເອງໄດ້ພຽງແຕ່10%.