ທ່ອງທ່ຽວລາວ ດີຂຶ້ນ ແຕ່ຍັງບໍ່ຄຶກຄື້ນ ທຽບໃສ່ກ່ອນໂຄວິດ ຣະບາດ
ການທ່ອງທ່ຽວໃນໄລຍະບຸນປີໃໝ່ລາວປີນີ້ ເຣີ່ມຟື້ນໂຕ ແຕ່ກໍຍັງບໍ່ເທົ່າກັບໄລ ຍະກ່ອນໂຄວິດ-19 ແພ່ຣະບາດ. ຈໍານວນການຈອງໂຮງແຮມ ຢູ່ນະຄອນຫລວງພຣະບາງ ຍັງບໍ່ຫລາຍ ເນື່ອງຈາກການທ່ອງທ່ຽວ ປະເຊີນກັບຝຸ່ນຄວັນມົນລະພິດ ແລະການບໍຣິການ ຂອງເຈົ້າໜ້າທີ່ ໃນການໃຫ້ຄວາມສະດວກ ແກ່ນັກທ່ອງທ່ຽວ, ເຣື່ອງການຈອງປີ້ຣົຖໄຟ ລາວ-ຈີນ ເຂົ້າມາທ່ຽວລາວເທົ່າທີ່ຄວນ ແລະບ່ອນຫລິ້ນນໍ້າ (ຖນົນຊຸ່ມເຢັນ) ຖືກປິດ ເຮັດໃຫ້ນັກທ່ອງທ່ຽວ ທັງຊາວລາວ ແລະຕ່າງປະເທດ ຍົກເລີກການຈອງທີ່ພັກໂຮງແຮມໄປ, ອີງຕາມຄໍາເວົ້າຂອງ ເຈົ້າຂອງໂຮງແຮມ ແຫ່ງນຶ່ງ ທີ່ຕັ້ງຢູ່ໃກ້ຕລາດກາງຄືນ ແລະເສັ້ນທາງໃຫຍ່ ກາງນະຄອນຫລວງພຣະບາງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 18 ເມສານີ້.
“1 ມາແມ່ນເຂົາເຈົ້າຈອງປີ້ ບໍ່ໄດ້ 2 ມາ ໃນເຂດທ່ອງທ່ຽວ ອັນເຈົ້າໜ້າທີ່ເພິ່ນປິດທາງເນາະ. ລູກຄ້າເຂົ້າບໍ່ໄດ້ ບາງຄົນກໍຍົກເລີກ, ບາງຄົນກໍຖ້າຈົນເຂົາເຈົ້າເປີດແລ້ວຈັ່ງເຂົ້າມາ. ບາດແຂກເຂົ້າມາຈາກຈີນ ບໍ່ໃຫ້ຂົນຣົຖເຂົ້າຫັ້ນນ່າ ໃຫ້ແຂກຍ່າງມາຫາໂຮງແຮມ. ມັນກໍເປັນໄປບໍ່ໄດ້. ມັນໄກ, ກໍເຫັນເຂົ້າມາດີ ແຕ່ວ່າຊ່ວງນີ້ ບໍ່ຄ່ອຍມີ ເນື່ອງຈາກບ້ານເມືອງເຮົາ ມັນມີຝຸ່ນຫລາຍ, ມີຄັວນ ບາງຄົນກໍຍົກ ເລີກບຸກຄິງຕັ້ງແຕ່ຮູ້ວ່າ ບ້ານເຮົາມັນມີຝຸ່ນຫລາຍຫັ້ນແຫລະ ກໍກໍາລັງຟື້ນໂຕ ຫລັງຈາກທີ່ປິດໂຄວິດ-19 ເນາະ ແລ້ວກໍຫາກໍເປີດນີ້ ກໍຖືວ່າ ໄປໃນທາງທີ່ບວກຫລາຍກວ່າ ກ່ອນໂຄວິດ-19 ລະບາດມັນຈະຫລາຍກວ່າ.”
ພະນັກງານ ບໍຣິສັດນໍາທ່ຽວໃຫຍ່ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ສໍາລັບບຸນປີໃໝ່ລາວປີນີ້, ແຍກເປັນ 2 ໄລຍະ ຄືກ່ອນບຸນປີໃໝ່ວັນທີ 14 ເມສາ ທີ່ມີນັກທ່ອງທ່ຽວໄທຍ ເຂົ້າມາຈອງທົວຣ໌ ທ່ຽວເມືອງລາວ 8 ຄືນ 9 ມື້ ແລະໄລຍະບຸນປີໃໝ່ ຄືວັນທີ 14-16 ເມສາ ຈະເປັນນັກທ່ອງທ່ຽວຈີນ ມາຈອງ ທົວຣ໌ທ່ຽວ. ເມື່ອເບິ່ງລວມແລ້ວ ການທ່ອງທ່ຽວ ໃນໄລຍະບຸນປີໃໝ່ລາວປີນີ້ ເຫັນວ່າດີຂຶ້ນຫລາຍ, ແຕ່ຖ້າທຽບໃສ່ກ່ອນໂຄວິດ-19 ຣະບາດ ແມ່ນຍັງມີຈໍານວນໜ້ອຍຢູ່.
ດັ່ງທີ່ທ່ານກ່າວວ່າ:
“ທົວເຮົາທີ່ມີຊ່ວງບຸນປີໃໝ່ນີ້ ເຂົາເຈົ້າເອົາລວດເລີຍນະ ບໍ່ເຕັນ ຫລວງພຣະບາງ ວັງວຽງ ວຽງຈັນ ແລ້ວກໍໄປລາວໃຕ້ ປາກເຊປາກຊ່ອງ ອັນກ່ອນໂຄວິດ-19 ລະບາດຫັ້ນ ເຮົາກໍມີມາຕລອດຢູ່ແລ້ວ ເຮົາບໍ່ເຄີຍຂາດດອກ ບໍຣິສັດເຮົາ ຕ່າງແຕ່ວ່າຫລັງໂຄວິດ-19 ມານີ້ດີຂຶ້ນ ກໍຫລາຍຂຶ້ນຫັ້ນແຫລະ ກໍມີເປັນຊ່ວງນ່າ ເພາະວ່າຊ່ວງກ່ອນປີໃໝ່ຫັ້ນລະແມ່ນວ່າ ທົວໄທຍມາຫລາຍບາດນີ້ໃກ້ໆມາ ວ່າງປີໃໝ່ນີ້ ທົວຣ໌ໄທຍຫາຍແລ້ວທົວຣ໌ຈີນມາ ແລ້ວກໍມີພຶດຕິກັມບໍ່ດີ.”
ພ້ອມດຽວກັນນັ້ນ ເຈົ້າຂອງຮ້ານອາຫານ ຢູ່ເມືອງວັງວຽງ ແຂວງວຽງຈັນຜູ້ນຶ່ງກໍເວົ້າວ່າ ໃນປີນີ້ ຫລັງໂຄວິດ-19 ຣະບາດ ກໍມີຊາວລາວຈໍານວນນຶ່ງ ລອງມາລົງທຶນເປີດຮ້ານອາຫານ ຢູ່ເມືອງວັງວຽງນີ້ ແລະກໍມີນັກທ່ອງທ່ຽວ ຈາກປະເທດເກົາຫລີໃຕ້ ເຂົ້າມາທ່ຽວຫລາຍ ກວ່າປະເທດອື່ນ. ຮ້ານອາຫານມີລູກຄ້າ ເຂົ້າມາກິນຫລາຍ ໃນໄລຍະບຸນປີໃໝ່ລາວນີ້, ແຕ່ຫລັງຈາກບຸນປີໃໝ່ແລ້ວ ກໍອາຈມີບໍ່ຫລາຍ.
“ກໍມີບາງຊ່ວງ ແລ້ວບາງຊ່ວງກໍມີລູກຄ້າບາງຊ່ວງກໍບໍ່ມີ ກໍຕາມປົກຕິຮ້ານອາ ຫານທົ່ວໄປຫັ້ນແຫລະ ແຕ່ວ່າຊ່ວງສົງການປີນີ້ເນາະ ກໍພໍມີເນາະ ເພາະວ່າເຂົາເຈົ້າ ກໍລົງແຖວນໍ້າຊອງແດ່ ສ່ວນຫລາຍກໍຮັບເປັນແຂກທົວເກົາຫລີ ເປັນແຂກນອກກໍຈະເປັນຄົນລາວ. ເອີ ຢູ່ນີ້ ກໍບໍ່ທັນມີເດ້ ຄົນຫາເຣື່ອງກັນ ອັນນີ້ ເຂົາເຈົ້າກໍລູກຄ້າ ກໍບໍ່ສູ້ຫລາຍປານໃດ ເພາະວ່າແລ້ວເທສການແລ້ວເດ້. ເຂົາເຈົ້າກໍບໍ່ສູ້ມາ ມີແຕ່ຮ້ານເຮົາສ່ວນຫລາຍ ຈະເປັນຕອນໜ້າແລ້ງ ຂ້າມມາຫລາຍ ແລ້ວ...ຊວນຍາມໜາວ.”
ໃນຂະນະດຽວກັນ ຊາວລາວຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ເມສານີ້ວ່າ ມີແກັງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຮວມທັງໃນໄລຍະປີໃໝ່ລາວ ແລ້ວກໍ່ເຫດ ຕົ້ວະຕົ້ມຂາຍໂທຣະສັບມືຖືປອມໃຫ້ຄົນລາວ ຕັ້ງແຕ່ທ້າຍເດືອນມິນາມາຮອດມື້ນີ້ ໂດຍເວົ້າວ່າ ຕ້ອງການເງິນກັບເມືອງຈີນ. ຊາວລາວຜູ້ຮູ້ເຣື່ອງນີ້ ໄດ້ປະກາດແຈ້ງເຕືອນ ຜ່ານເຟສບຸກສ່ວນຕົວ ເພື່ອບໍ່ໃຫ້ຄົນລາວຕົກເປັນເຫຍື່ອຂອງແກັງຄົນຈີນນັ້ນ.
ດັ່ງທີ່ທ່ານກ່າວວ່າ:
“ຕອນນັ້ນມັນຢູ່ຫລວງພຣະບາງ ຕອນນີ້ມັນຄືຊິໄປທາງແຖວ ນະຄອນຫລວງແລ້ວລະ. ເບິ່ງຊົງຫັ້ນແຫລະ ຄົນຈີນເວົ້າຈີນກັບອັງກິດ. ຕົວະວ່າແມ່ນໂທຣະສັບແທ້ ແລ້ວແມ່ນຂອງປອມ ໃຊ້ຫຍັງບໍ່ໄດ້ຫັ້ນນ່າ ເຫັນມີຫລາຍ. ຄົນຢູ່ວຽງເຫັນເຂົາເຈົ້າປະກາດຢູ່ ນ່າຈະມາມີເປັນ ແກັງຫັ້ນແຫລະ. ເຂົານ່າຈະກະຈາຍກັນ ວັງວຽງ, ນະຄອນຫລວງ, ເມືອງໃຫຍ່ໆມັນຈະໄປ.”
ການສລອງບຸນປີໃໝ່ລາວ ໃນໄລຍະ 3 ປີຜ່ານມາ ແມ່ນບໍ່ໃຫຍ່ ຫລື ບໍ່ຄຶກຄື້ນ ຄືປີນີ້ ຊຶ່ງປີ 2020 ເປັນປີທີ່ມີການສລອງກັນ ແບບງຽບເຫງົາ ຍ້ອນການແພ່ຣະບາດຂອງ ໂຄວິດ-19 ທີ່ເຮັດໃຫ້ຫລາຍປະເທດ ຍັງສືບຕໍ່ເຝົ້າລະວັງ ຢ່າງເຄັ່ງຄັດ ມີການຫ້າມການຊຸມແຊວ, ຫ້າມໄປມາຫາສູ່ ແລະຫ້າມຢູ່ໃກ້ກັນ. ຕໍ່ມາໃນປີ 2021 ແລະປີ 2022 ມີການສລອງ ບົນພື້ນຖານ ການປະຢັດ ແລະມີສະຕິປ້ອງກັນຕົວ, ຫລຸດຜ່ອນ ງານສ້າງສັນ, ຖ້າຈໍາເປັນກໍໃຫ້ຈັດງານ ພາຍໃນຄອບຄົວ. ມີທັງການໃຫ້ໃສ່ຜ້າອັດປາກອັດດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ ທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ ແລະຍັງເຂັ້ມງວດ ທັງຫ້າມບໍ່ໃຫ້ຈັດຄອນເສີດ ແລະສະແດງສິລປະດົນຕຣີ ກາງແຈ້ງ. ສ່ວນວ່າປີນີ້ ມີການສເລີມສລອງ ບຸນປີໃໝ່ລາວກັນໃຫຍ່ຂຶ້ນ.