ຫຼວງພຣະບາງ ເກັບເງິນຄ່າ ຮັກສາສິ່ງແວດລ້ອມ ນໍາທຸຣະກິຈ ໂຮງແຮມ, ບ້ານພັກ, ຮ້ານອາຫານ
2023.04.06

ຜູ້ປະກອບການໂຮງແຮມ ແລະເຮືອນພັກ ຢູ່ນະຄອນຫລວງພຣະບາງ ຈໍາເປັນຕ້ອງໄດ້ຈ່າຍເງິນຄ່າທໍານຽມດ້ານສິ່ງແວດລ້ອມ ໃຫ້ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມແຂວງ ຫົວໜ່ວຍລະ 560,000 ກີບຕໍ່ 2 ປີ ໂດຍທີ່ຍັງບໍ່ມີການຊີ້ແຈງ ເຖິງລາຍລະອຽດ ຂອງເປົ້າໝາຍການນໍາໃຊ້ເງິນນັ້ນ.
ດັ່ງເຈົ້າຂອງ ເຮືອນພັກຂນາດນ້ອຍ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິນານີ້ວ່າ:
“ທຸກໆສອງປີ ຂະເຈົ້າຊິມາເອົາເງິນຕື່ມ ບໍ່ຮູ້ວ່າເອົາເງິນໄປຊ່ອຍພາກສ່ວນໃດ ທີ່ຂະເຈົ້າເກັດໄປ ມັນຊິຫລາຍລ້ານ ຫລາຍຮ້ອຍລ້ານ ເພິ່ນຫາກໍມາເກັບປີນີ້ ຫາກໍເກັບ 2-3 ມື້ຫລັງນີ້ ເພິ່ນບໍ່ຮ້ອງພວກເຮົາໄປແຈ້ງ ມີແຕ່ຂະເຈົ້າບອກໃຫ້ນາຍບ້ານຮູ້ ແມ່ນຫົວໜ້າຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມມາບອກ ບໍ່ແມ່ນມາຈາກກະຊວງ.”
ທ່ານກ່າວຕື່ມວ່າ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫລວງພຣະບາງ ໃຫ້ເຫດຜົລວ່າ ຄ່າທໍານຽມດ້ານສິ່ງແວດລ້ອມ ແມ່ນຄ່າປ່ອຍນໍ້າເປື້ອນ ແລະການປ່ອຍມົນລະພິດ ຂະນະທີ່ຜູ້ປະກອບການລາວ ຫລາຍຄົນ ຕັ້ງຄໍາຖາມວ່າ ເປັນຫຍັງພວກເຂົາເຈົ້າ ຈຶ່ງຈະຕ້ອງໄດ້ຈ່າຍເງິນນັ້ນຕື່ມ, ຈະໃຊ້ເງິນໄປດໍາເນີນການແນວໃດ, ພາກສ່ວນທີ່ກ່ຽວຂ້ອງ ຈະລົງມາເຮັດວຽກ 4 ຄັ້ງຕໍ່ປີ ຕາມທີ່ໄດ້ລະບຸໄວ້ຢູ່ໃນໃບຮັບເງິນນັ້ນແທ້ ຫລື ບໍ່ ພາຍຫລັງເກັບເງິນໄປແລ້ວ.
ການເກັບເງິນຄ່າທໍານຽມ ທີ່ວ່ານີ້ ເປັນການເກັບຕື່ມຈາກການເກັບພາສີ ແລະອາກອນ ຊຶ່ງຜູ້ປະກອບການຈະຕ້ອງໄດ້ຈ່າຍ ເປັນປະຈໍາທຸກປີຢູ່ແລ້ວ ດັ່ງພະນັກງານຕ້ອນຮັບ ຢູ່ເຮືອນພັກຂນາດນ້ອຍແຫ່ງນຶ່ງ ໃນນະຄອນຫລວງພຣະບາງ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ “ເຫັນເຈົ້າໜ້າທີ່ມາເກັບເງິນນໍາຄືກັນ, ທຸຣະກິຈ ຫາກໍ່ເປີດບໍຣິການ, ຂະເຈົ້າມາເກັບ ເຈົ້າຂອງເພິ່ນຈ່າຍເອງ ຂ້ອຍບໍ່ຮູ້ນໍາວ່າເກັບເທົ່າໃດ.”
ໃນຂະນະດຽວກັນ ເຈົ້າຂອງຮ້ານອາຫານ ຢູ່ບໍຣິເວນແຄມຂອງຈໍານວນນຶ່ງ ທີ່ເຈົ້າໜ້າທີ່ຈາກໜ່ວຍງານດຽວກັນນີ້ ມາເກັບເງິນຄ່າທໍານຽມດ້ານສິ່ງແວດລ້ອມນໍານັ້ນ ບໍ່ພໍໃຈ ຍ້ອນວ່າ ຍັງບໍ່ທັນມີລາຍໄດ້ ພໍເທົ່າໃດ ເພາະນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວນະຄອນຫລວງພຣະບາງ ນີ້ ໃຊ້ບໍຣິການເຮືອນພັກ, ຮ້ານອາຫານ ແລະຄົນນໍາທ່ຽວ ຂອງບໍຣິສັດຈີນທັງໝົດ ດັ່ງເຈົ້າຂອງເຮືອນພັກ ແລະຮ້ານອາຫານ ຜູ້ນຶ່ງເວົ້າວ່າ “ເຮືອນພັກຂອງຂ້ອຍ ນັກທ່ອງທ່ຽວຍັງບໍ່ທັນມາພັກ ແຕ່ເມື່ອບໍ່ດົນມານີ້ ກໍມີເຈົ້າໜ້າທີ່ມາເກັບເງິນ ຄ່າທໍານຽມດ້ານສິ່ງແວດລ້ອມນໍາ ຮ້ານອາຫານຂອງຂ້ອຍຢູ່ ຂະເຈົ້າມາເກັບນໍາ 560,000 ກີບ” ຂະນະທີ່ເຈົ້າຂອງເຮືອນພັກ, ໂຮງແຮມ ແລະຮ້ານອາຫານຂນາດນ້ອຍ ຈໍານວນນຶ່ງບໍ່ເຫັນດີນໍາ ແລະເຈົ້າຂອງເຮືອນພັກ ແລະຮ້ານອາຫານຂນາດນ້ອຍ ອີກຜູ້ນຶ່ງ ກໍເວົ້າວ່າ ການທີ່ບໍ່ເຫັນດີນໍາ ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫລວງພຣະບາງ ທີ່ເກັບເງິນຄ່າທໍານຽມຕື່ມນັ້ນ ກໍຍ້ອນວ່າ ເປັນທຸຣະກິຈຂນາດນ້ອຍ ບໍ່ທັນໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສ້າງມົນລະພິດພໍເທົ່າໃດ.
“ເຣື່ອງສິ່ງແວດລ້ອມເພາະວ່າ ເຮົາເປີດໂຮງແຮມ ຫລື ວ່າເປີດແກັສຮາວສ໌ ມັນມີຜົນກະທົບຕໍ່ສິ່ງແວດລ້ອມເນາະ. ເຄີຍໆ! ເຄີຍຖືກເກັບ ແຕ່ວ່າປີນີ້ຍັງບໍ່ທັນໄດ້ເຂົ້າມາເກັບເທື່ອ ຄືວ່າຂອງຂ້ອຍ, ຂ້ອຍມີຮ້ານອາຫານຢູ່ແຄມຂອງຄືກັນ ຂ້ອຍກໍໄດ້ຈ່າຍຄືກັນ. ແມ່ນ ມັນບໍ່ໄດ້ກ່ຽວກັບເຣື່ອງອາກອນພາສີ ໂຕນີ້ຫັ້ນນ່າ 560,000 ແມ່ນ ແຕ່ບໍ່ແມ່ນວ່າ ຊິມາເກັບແບບວ່າ ລັກສະນະວ່າ ເຈົ້າສ້າງມົນລະພິດໃຫ້ຣັຖບານຫລາຍປານໃດ ມັນບໍ່ໄດ້ສ້າງຫລາຍ ມັນກໍບໍ່ຈໍາເປັນເຖິງຂັ້ນນັ້ນດອກ.”
ທ່ານກ່າວຕື່ມວ່າ ບັນດາຜູ້ປະກອບການເຮືອນພັກ, ໂຮງແຮມ ແລະຮ້ານອາຫານ ຂອງຄົນລາວ ຈໍາເປັນຕ້ອງໄດ້ຈ່າຍຄ່າທໍານຽມ ທີ່ວ່ານັ້ນ ເຖິງຈະເປັນທຸຣະກິຈ ຂນາດນ້ອຍກໍຕາມ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສິ່ງແວດລ້ອມ ແຂວງຫລວງພຣະບາງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າວ່າ ເຈົ້າໜ້າທີ່ຈໍາເປັນຕ້ອງໄດ້ກວດກາ ສະຖານທີ່ທຸຣະກິຈຕ່າງໆວ່າ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມແນວໃດ ເພາະນະຄອນຫລວງພຣະບາງ ເປັນເມືອງມໍຣະດົກໂລກ ແລະເມື່ອກວດກາແລ້ວ ເຈົ້າໜ້າທີ່ ຈະອອກໃບຢັ້ງຢືນໃຫ້ເຈົ້າຂອງທຸຣະກິຈ.
“ຂະເຈົ້າຈະອອກໃບ ເວລາຂະເຈົ້າປະກອບເອກສານ ມາຍື່ນ ມາຍື່ນທາງດ້ານວິຊາການ ຂະເຈົ້າຈະໄປກວດສະຖານທີ່ ທີ່ເຈົ້າຈະປຸກສ້າງ ແລ້ວບາດນັ້ນ ຂະເຈົ້າຈະອອກໃບຢັ້ງຢືນ ສິ່ງແວດລ້ອມໃຫ້.”
ເມື່ອກ່ອນໜ້ານີ້ ຄືວັນທີ 31 ມິນາທີ່ຜ່ານມາ ທ່ານ ສຸພານຸສິດ ອາລຸນ, ຫົວໜ້າ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫລວງພຣະບາງ ໄດ້ຮັບຮອງເອົາແຜນຄຸ້ມຄອງ ສິ່ງແວດລ້ອມຂອງທຸຣະກິຈ ໃນການຕິດຕາມ ແລະກວດກາຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມນະຄອນຫລວງພຣະບາງ ທີ່ໃຫ້ເຈົ້າຂອງ ຫົວໜ່ວຍທຸຣະກິຈ ຕ້ອງເອົາໃຈໃສ່ ເຣື່ອງສິ່ງແວດລ້ອມ ຮວມທັງຂີ້ເຫຍື້ອ, ນໍ້າເປື້ອນ, ມົນລະພິດ, ສານເຄມີ, ກິ່ນເໝັນ, ສຽງ ແລະອື່ນໆ ແລະທັງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຮັດບົດຣາຍງານກ່ຽວກັບ ສິ່ງແວດລ້ອມໃນທຸກໆ 3 ດືອນ.