ຊາຍຈີນຄົນນຶ່ງ ຖືກຈັບໄດ້ ຫຼັງຈາກ ລັກເອົາຣົຖທີ່ເຊົ່າໄປ
2023.04.25

ເມື່ອເວລາ 23 ໂມງ ຂອງວັນທີ 22 ເມສາ ປີ 2023 ທີ່ຜ່ານມານີ້, ທ້າວ ຕີ່ ເສິນ, ພົລເມືອງຈີນ ຈາກແຂວງເຫີໜານ ອາຍຸປະມານ 25 ປີ ໄດ້ຖືກເຈົ້າໜ້າທີ່ຕຳຣວດ ຈັບ ຢູ່ແຂວງອຸດົມໄຊ ໃນຂໍ້ຫາ ລັກຊັພພົລເມືອງ ພ້ອມກັບຣົຖໃຫຍ່ ຍີ່ຫໍ້ Borgward ຄັນນຶ່ງ ທີ່ຜູ້ກ່ຽວ ລັກມາແຕ່ແຂວງຫຼວງພຣະບາງ.
ໂດຍກ່ອນໜ້ານີ້, ໃນຕອນແລງ ຂອງວັນທີ 17 ເມສາ ທີ່ຜ່ານມາ, ຄົນຈີນຜູ້ນີ້ ໄດ້ເຊົ່າຣົຖໃຫຍ່ ຢູ່ຮ້ານບໍຣິການເຊົ່າຣົຖ ແຫ່ງນຶ່ງ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເປັນເວລາ 3 ມື້ ລາຄາທັງໝົດ 2 ລ້ານ 4 ແສນກີບ ພ້ອມກັບໃຫ້ພາສປອດ ເປັນສິ່ງຄ້ຳປະກັນໄວ້, ແຕ່ຫຼັງຈາກນັ້ນ, ລາວໄດ້ຂັບຣົຖ ໜີອອກຈາກແຂວງຫຼວງພຣະບາງ ມຸ່ງໜ້າໄປທາງນະຄອນຫຼວງວຽງຈັນ ເພື່ອໄປຫາຮ້ານ ໃຫ້ຕັດລະບົບ GPS ຫຼື ລະບົບການຄົ້ນຫາຕຳແໜ່ງຣົຖ ອອກຈາກຣົຖຄັນດັ່ງກ່າວ ພ້ອມທັງພະຍາຍາມຫຼີກເວັ້ນ ການຕິດຕໍ່ກັບເຈົ້າຂອງຣົຖເຊົ່າ. ດັ່ງນັ້ນ, ເຈົ້າຂອງຣົຖ ຈຶ່ງໄດ້ມີການແຈ້ງຂໍ້ມູນ ໃຫ້ຊ່ອຍຈັບຄົນຮ້າຍຜູ້ນີ້ ຈົນຖືກນຳຈັບໄດ້ ໃນທີ່ສຸດ. ດັ່ງເຈົ້າຂອງຣົຖ ທີ່ເປັນຜູ້ເສັຽຫາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສາ ນີ້ວ່າ:
“ຈັບໄດ້ຢູ່ແຂວງອຸດົມໄຊ. ເພິ່ນກະມາເຊົ່າຣົຖ ສັນຍາເຊົ່ານຳເຮົາຢູ່ບ້ານຫັ້ນ 3 ມື້, ໃຫ້ເຊົ່າຢູ່ແຕ່ພາຍໃນ ນະຄອນຫຼວພຣະບາງ ເທົ່ານັ້ນ, ບໍ່ໃຫ້ອອກຈາກເຂດ ນະຄອນຫຼວງພຣະບາງ, ຫັ້ນນ່າ ຕົກລົງກັນ. ບາດນັ້ນ, ເພິ່ນກະເອົາຣົຖໜີໄປທາງວຽງຈັນເລີຍ. ກະໄປຕັດ GPS ອອກ ລະກະຕິດຕໍ່ WeChat ກະບລ໋ອກ, ກະເລີຍໄປແຈ້ງເຈົ້າໜ້າທີ່ ຢູ່ແຖວນັ້ນ.”
ທ່ານກ່າວຕື່ມວ່າ ຈາກການສັນນິຖານ ຂອງທ່ານແລ້ວ ກໍເຊື່ອວ່າ ຄົນຈີນດັ່ງກ່າວ ຕັ້ງໃຈທີ່ຈະລັກຣົຖ ເພື່ອໄປຂາຍໃຫ້ຄົນຈີນ ຢູ່ພາຍໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແຂວງບໍ່ແກ້ວ, ແຕ່ໃນລະວ່າງທີ່ກຳລັງເດີນທາງຢູ່ນັ້ນ, ຄົນຮ້າຍຜູ້ນີ້ ອາຈຮູ້ໂຕວ່າ ກຳລັງຖືກເຈົ້າໜ້າທີ່ຕຳຣວດ ຊອກຫາຢູ່ ຈຶ່ງໄດ້ຂັບຣົຖຫຼົບໜີໄປຫຼາຍບ່ອນ ແລະ ປ່ຽນປ້າຍທະບຽນຣົຖ ເພື່ອອຳພາງສາຍຕາເຈົ້າໜ້າທີ່, ແຕ່ກໍຖືກຈັບໄດ້ ຢູ່ແຂວງອຸດົມໄຊ.
ໃນຂະນະດຽວກັນ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການ ປກສ ແຂວງອຸດົມໄຊ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ, ເຊິ່ງເຈົ້າໜ້າທີ່ ໄດ້ຢືນຢັນວ່າ ມີການຈັບຄົນຈີນ ຄົນດັ່ງກ່າວແທ້, ແຕ່ພາກສ່ວນ ທີ່ກຳລັງສືບສວນ-ສອບສວນ ຢູ່ ຍັງບໍ່ສາມາດໃຫ້ຣາຍລະອຽດ ແລະ ເປີດເຜີຍ ກ່ຽວກັບການດຳເນີນຄະດີໄດ້ເທື່ອ.
ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
“ຈັ່ງວ່າ ຜແນກອັນນັ້ນ. ເຫັນຢູ່ວ່າ ກັກແຕ່ດົນແລ້ວເບາະ ຈັບ. ມື້ນັ້ນ, ເຫັນຄືວ່າ ແມ່ນກັກໄວ້ຢູ່ນີ້ ຈັກແກ້ໄຂແລ້ວບໍ່. ມີແຕ່ຜແນກກ່ຽວຂ້ອງ ຜແນກຄະດີເພິ່ນຊິຮູ້.”
ທາງດ້ານຊາວບ້ານ ຢູ່ນະຄອນຫຼວງພຣະບາງ ທ່ານນຶ່ງ ກໍເຊື່ອວ່າ ຄົນຈີນ ທີ່ກໍ່ເຫດລັກຣົຖເຊົ່າດັ່ງກ່າວ ອາຈລັກຣົຖ ເພື່ອນຳໄປຂາຍ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແຂວງບໍ່ແກ້ວ ເພາະວ່າ ເປັນແຫຼ່ງທີ່ຮູ້ຈັກກັນດີວ່າ ສາມາດຄ້າຂາຍ ຂອງເຖື່ອນ ໄດ້ງ່າຍ ແລະ ສະດວກ.
ດັ່ງທ່ານກ່າວວ່າ:
“ແບບລັກອອກເອົາເລີຍແຫຼະ ເອົາໄປແລ້ວ ກະຊິເລາະໄປ ແລ້ວກະຊິຂາຍໄປເລີຍແຫຼະ. ຂ່າວມວນຊົນອອນລາຍນ໌ ແມ່ນຫຍັງຊ່ອຍເຫຼືອກັນ ແລ້ວກໍສາມາດເຫັນຣົຖຄັນດັ່ງກ່າວ ແລ້ວກະຈັບ.”
ຢ່າງໃດກໍຕາມ, ກ່ຽວກັບເຫດການດັ່ງກ່າວນີ້, ກໍໄດ້ເຮັດໃຫ້ຜູ້ປະກອບການ ບໍຣິການຣົຖເຊົ່າ ຢູ່ນະຄອນຫຼວງພຣະບາງ ແລະ ບ່ອນອື່ນໆ ພາກັນລະມັດລະວັງຫຼາຍຂຶ້ນ ຍ້ອນຢ້ານວ່າ ອາຈຕົກເປັນເຫຍື່ອ ຂອງຄົນຈີນ ທີ່ມາລັກຣົຖເຊົ່າໄປຂາຍ ແລະ ຈະຕ້ອງໄດ້ມີການຄັດເລືອກ ລູກຄ້າຄົນຈີນ ຢ່າງເຂັ້ມງວດຂຶ້ນ ລວມເຖິງຈະຕ້ອງໃຫ້ມີຄົນລາວ ເປັນຜູ້ຄ້ຳປະກັນໃຫ້.
ດັ່ງຜູ້ປະກອບການຣົຖເຊົ່າ ທ່ານນຶ່ງ ກ່າວວ່າ:
“ມີຢູ່, ແຕ່ວ່າ ເຮົາກະເລືອກລູກຄ້າ ກະມີມາຕການໃຫ້ເຊົ່າ. ຄັນມາຈາກຕ່າງປະເທດ ເຮົາກະຕ້ອງມີຄົນລາວ ຄ້ຳປະກັນໃຫ້, ບໍ່ມີຄົນຄ້ຳປະກັນ ກະບໍ່ໄດ້.”
ທາງດ້ານນັກວິຊາການ ດ້ານການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ສຳລັບເຫດການດັ່ງກ່າວ ກໍເປັນເຫດການນຶ່ງ ທີ່ຄົນຈີນ ເຂົ້າມາສ້າງຄວາມປັ່ນປ່ວນ ໃນລາວ, ເຊິ່ງຖ້າຄົນຈີນດັ່ງກ່າວ ໄດ້ຕັ້ງໃຈເຮັດຜິດແທ້ ກໍຕ້ອງໄດ້ມີການດຳເນີນຄະດີ ຢູ່ລາວ ຄືກັບຜູ້ຕ້ອງຫາຕ່າງປະເທດ ຄົນອື່ນໆ ທີ່ກໍ່ຄະດີຢູ່ລາວ.
ດັ່ງທ່ານກ່າວວ່າ:
“ຄັນຖ້າມີຈິງ ມັນກະມີບັນຫາຫັ້ນແຫຼະ ຖ້າເປັນຄວາມຈິງ, ຫັ້ນນ່າ. ໂຕນີ້, ເຮົາຍັງບໍ່ຮູ້ຂໍ້ມູນວ່າ ແມ່ນແທ້ບໍ່, ຫັ້ນນ່າ. ຄັນມີແທ້ ກະຕ້ອງໄດ້ເຮັດຫັ້ນແຫຼະ.”
ກ່ອນໜ້ານີ້, ຄົນຈີນ ຈຳນວນນຶ່ງ ທີ່ເຂົ້າມາປະເທດລາວ ກໍມັກກໍ່ເຫດອາຊຍາກັມ ຢູ່ເລື້ອຍໆ ເປັນຕົ້ນວ່າ ລັກຊັພພົລເມືອງ, ຕວົະແມ່ຍິງລາວ ໄປຄ້າມະນຸສ ຢູ່ປະເທດຈີນ, ຄ້າຢາເສບຕິດ, ຄາຕກັມ ແລະ ອື່ນໆ. ໂດຍນຶ່ງໃນເຫດການສຳຄັນ ທີ່ຮ້າຍແຮງທີ່ສຸດ ແມ່ນຄະດີຄາຕກັມ ທ່ານ ຫຼີ ຈ້າວ ເຜີງ ຫຼືທ່ານ ໄຊຊະນະ ຍົດສະຫວັດ, ນັກທຸຣະກິຈຈີນ ສັນຊາຕລາວ ເມື່ອປີ 2018, ເຊິ່ງຜູ້ບົງການສັ່ງຂ້າ ແລະ ຜູ້ລົງມືຄາຕກັມ ແມ່ນພວກກຸ່ມຄົນຈີນທັງໝົດ. ສາເຫດການຄາຕກັມ ນັ້ນ, ກໍແມ່ນຍ້ອນການຂັດແຍ້ງກັນ ດ້ານທຸຣະກິຈ, ໂດຍຫຼັງເຈົ້າໜ້າທີ່ຕຳຣວດລາວ ຈັບຜູ້ຕ້ອງຫາໄດ້ ກໍໄດ້ສົ່ງໂຕ ໄປໃຫ້ເຈົ້າໜ້າທີ່ຕຳຣວດຈີນ ດຳເນີນຄະດີຕໍ່ໄປ.