ທາງການລາວ ຈະໃຫ້ ບໍລິສັດຈີນ ເຂົ້າມາປູກໝາກພຸກ ແບບຄົບວົງຈອນ
2024.12.17
ວັນທີ 6 ທັນວາ ທີ່ຜ່ານມາ ກະຊວງກະສິກຳ ແລະປ່າໄມ້ ແລະ ບໍລິສັດ ຊີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໂຄງການປູກໝາກພຸກ ຫຼື ໝາກກ້ຽງໃຫຍ່ ເປັນສິນຄ້າ ຕິດພັນ ກັບການປຸງແຕ່ງ ເພື່ອຈຳໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ ເນື້ອທີ່ 10,000 ເຮັກຕາ ໃນໄລຍະທຳອິດ ມູນຄ່າ 600,000,000 ໂດລາ ສະຫະລັດ ໂດຍເອົາເນື້ອທີ່ດິນ ຢູ່ ແຂວງອຸດົມໄຊ ເປັນຫຼັກ ໃນການສ້າງເປັນລະບົບການຜະລິດແບບຄົບວົງຈອນ ທັງການຜະລິດ ປຸງແຕ່ງ ຄັດເລືອກ ຫຸ້ມຫໍ່ ສ້າງສະຕັອກເຄື່ອງ ການເກັບຮັກສາ ການຂົນສົ່ງ ແລະ ຈຳໜ່າຍຜ່ານລະບົບອອນລາຍ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ ບໍລິສັດດັ່ງກ່າວນີ້ ມີໂຮງງານຊີມັງ ຢູ່ບ້ານທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ ແລ້ວມີແຜນ ຈະຂະຫຍາຍທຸລະກິດດ້ານກະສິກຳ ໃນໂຄງການປູກໝາກພຸກ ຢູ່ ແຂວງອຸດົມໄຊຕື່ມ ເຊິ່ງໂຄງການປູກໝາກພຸກນີ້ ຍັງບໍ່ທັນໄດ້ຂຽນບົດວິພາກເສດຖະກິດ ແລະຍັງບໍ່ທັນໄດ້ກຳນົດຂອບເຂດວ່າ ຈະເອົາເນື້ອທີ່ໃດປູກໝາກພຸກເທຶ່ອ. ດັ່ງ ທ່ານກ່າວ ຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ທັນວາ ນີ້ວ່າ:
"ບໍ່ທັນໄດ້ລົງມື ຍັງບໍ່ທັນໄດ້ຂຽນບົດວິພາກເສດຖະກິດ ລົງເກັບກຳຂໍ້ມູນ ສຶກສາຄວາມເປັນໄປໄດ້ ຊິເອົາຢູ່ເຮືອນໃດ ຈຳນວນເທົ່າໃດ ເພິ່ນກໍຍັງບໍ່ທັນມາຮອດເທື່ອເດີ ເພິ່ນມາລົງທຶນກັນ ສ້າງໂຮງງານຊີມັງ ຢູ່ເມືອງນາໝໍ້ຫັ້ນເນາະ ເພິ່ນກໍຊິມີການສົ່ງເສີມປູກພືດຕື່ມອີກບໍ່ ເພິ່ນກໍຊິມີແບບແຜນແນວນັ້ນຕີ້."
ທ່ານກ່າວຕື່ມວ່າ ນັບຈາກມື້ເຊັນບົດບັນທຶກຄວາມເຂົ້າໃຈ ໄປອີກ 60 ມື້ ຫາ 90 ມື້ ຈຶ່ງຈະມີການລາຍງານ ບົດວິພາກເສດຖະກິດ ບົດປະເມີນຜົນກະທົບສິ່ງແວດລ້ອມສັງຄົມ ແລະກໍານົດເນື້ອທີ່ປູກໝາກພຸກ.
ດ້ານຊາວສວນປູກໝາກພຸກ ປະມານ 100 ປາຍກົກ ຢູ່ ບ້ານນາເງິນ ເມືອງຮຸນ ແຂວງອຸດົມໄຊ ນາງໜຶ່ງ ກ່າວວ່າ ຫາກນັກລົງທຶນຈີນ ປູກໝາກພຸກ ຢູ່ ພາຍໃນແຂວງອຸດົມໄຊແທ້ ຈະເຮັດໃຫ້ ລາຍຮັບຂອງປະຊາຊົນຫຼຸດລົງ ຍ້ອນ ນັກລົງທຶນຈີນ ຈະຂາຍໝາກພຸກຖືກກວ່າປະຊາຊົນ ອີກທັງ ປະຊາຊົນ ເຈົ້າຂອງເນື້ອທີ່ດິນ ຈະບໍ່ຍອມຍົກດິນໃຫ້ນັກລົງທຶນຈີນເຊົ່າປູກໝາກພຸກ ຍ້ອນ ກັງວົນວ່າ ນັກລົງທຶນຈີນ ຈະເຮັດໃຫ້ດິນເສື່ອມຄຸນນະພາບຈາກການໃຊ້ສານເຄມີ ແລ້ວປະຊາຊົນ ກັບໄປເຮັດນາ ບໍ່ໄດ້ຜົນຜະລິດເຕັມເມັດເຕັມໜ່ວຍ ຄືແຕ່ກ່ອນ ດັ່ງ ນາງກ່າວວ່າ:
"ເຂົາຕ້ອງຂາຍຖືກກ່ອນເຮົາ ມັນກໍຊິມີຜົນກະທົບ ຕໍ່ລາຍຮັບຂອງເຮົາ ຖ້າເຂົາຊິມາເຊົ່າເປັນລາຄາສູງ ເຂົາກໍບໍ່ໃຫ້ ເພາະວ່າ ເຂົາເຮັດເປັນສວນຂອງບຸກຄົນໝົດ ແລ້ວສວນ ມັນກໍບໍ່ໄດ້ ມັນຊິກວ້າງ ເປັນຜູ້ໜຶ່ງ ເທົ່ານັ້ນເທົ່ານີ້ ເຮັກຕາ ບໍ່ແມ່ນ ມັນກໍພໍຈະຈຸນເຈືອຄອບຄົວຫັ້ນນາ ຂະໜາດເຂົາເຈົ້າຊິເອົາມາໃສ່ໝາກໂມ ມາເອົາແບບມາເຊົ່ານາ ເຂົາເຈົ້າຍັງບໍ່ໃຫ້ ເພາະວ່າ ມັນມີຜົນກະທົບຕໍ່ເຮົາຢູ່ແລ້ວ ເຂົາໃສ່ປຸ໋ຍ ໃສ່ຫຍັງ ດິນມັນຫຼາຍປີ ມັນກໍບໍ່ງາມ ບໍ່ດີນ່າ."
ຂະນະທີ່ ຫຼາຍໂຄງການຂອງນັກລົງທຶນຈີນ ທີ່ເຂົ້າມາສະໜັບສະໜູນປະຊາຊົນປູກຝັງລ້ຽງສັດ ກໍບໍ່ໄດ້ເຮັດໃຫ້ປະຊາຊົນລາວ ໄດ້ຜົນປະໂຫຍດເທົ່າທີ່ຄວນ.
ຕົວຢ່າງ ຢູ່ບ້ານນ້ຳໂອ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ແຕ່ຕົ້ນເດືອນມັງກອນ ປີ 2023 ເປັນຕົ້ນມາ ຊາວບ້ານ 10 ປາຍຄອບຄົວ ຍົກດິນໃຫ້ນັກລົງທຶນຈີນເຊົ່າ 20 ປາຍເຮັກຕາ ເພື່ອປູກໝາກໂມ ຮູບແບບ 2+3 ແບ່ງເປັນ ປະຊາຊົນ 2 ຄື ແຮງງານ, ທີ່ດິນ. ສ່ວນນັກລົງທຶນ 3 ຄື ທຶນ, ວິຊາການ ແລະ ຕະຫຼາດ. ແລ້ວນັກລົງທຶນຈີນ ໃຊ້ສານເຄມີບາງສວນຫຼາຍເກີນໄປ ຈົນເຮັດໃຫ້ ກຳມະກອນເດັກນ້ອຍ ໄດ້ຮັບຜົນກະທົບຈາກສານເຄມີ ຈົນເຂົ້າໄປປິ່ນປົວຢູ່ໂຮງໝໍ ຈາກນັ້ນ ຊາວບ້ານຈຳນວນໜຶ່ງ ກໍພາກັນບໍ່ຍົກດິນໃຫ້ນັກລົງທຶນຈີນເຊົ່າ ເຮັດການຜະລິດອີກ, ດັ່ງ ຊາວບ້ານ ຢູ່ ບ້ານນ້ຳໂອ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອປີ 2023 ທີ່ຜ່ານມາວ່າ:
"ເປັນໄວໜຸ່ມ ອາຍຸ ປະມານ 15-16 ປີ ນີ້ແຫລະ ຖືວ່າ ໄປເຮັດແບບວ່າໄປຈ້າງເນາະແຕ່ວ່າ ບໍ່ຖືກກັບຢາ ເມື່ອບໍ່ຖືກກັບຢາ ເຂົາເຈົ້າໄປເຂົ້າໂຮງໝໍຮອດວຽງ ໄປ 2-3 ເທື່ອ ເຂົາເຈົ້າກວດວ່າ ໂອ້ ມັນບໍ່ຖືກຢາ ເຄມີເຂົ້າຢູ່ໃນໂຕແລ້ວ ປົວຍາກທີ່ສຸດ ເຂົາເຈົ້າວ່າ ເຄມີມັນເຂົ້າໃນແລ້ວ ເອົາຢາຫຍັງປົວກໍຍາກ ໜຶ່ງລະແມ່ນວ່າ ລັກສະນະເຈັບຊຸດໂຊມເນາະ ອອກມາປິ່ນປົວ ກໍເລີຍໄປບໍ່ໄດ້ ອັນນີ້ນ່າ."
ສ່ວນອີກໜຶ່ງ ກໍລະນີ ຄື ທາງການຈີນສະໜັບສະໜູນໃຫ້ ທາງການລາວ ສົ່ງງົວໃຫ້ຈີນ 500,000 ໂຕຕໍ່ປີ ແຕ່ສະພາບໂຕຈິງ ຜູ້ລ້ຽງງົວຢູ່ປະເທດລາວ ບໍ່ສາມາດສົ່ງງົວຈຳນວນດັ່ງກ່າວໄດ້ ຍ້ອນ ຜູ້ລ້ຽງສ່ວນຫລາຍ ບໍ່ມີທຶນ ສ້າງຟາມໃຫ້ໄດ້ຕາມມາດຕະຖານ ທີ່ທາງການກຳນົດ ຈົນເຮັດໃຫ້ ງົວໂຕໜຶ່ງ ໜັກພຽງ 170-180 ກິໂລກຣາມ ບໍ່ໄດ້ມາດຕະຖານທີ່ຈີນກຳນົດ, ປີ 2020 ແຂວງບໍ່ແກ້ວ ຈຶ່ງອະນຸຍາດໃຫ້ນຳງົວໄທ ນ້ຳໜັກກາຍ 350 ກິໂລກຣາມ ເດືອນລະ 5,000 ໂຕ ເພື່ອສົ່ງອອກໄປປະເທດຈີນແທນ, ດັ່ງ ຄົນລ້ຽງງົວ ຢູ່ ແຂວງຫລວງພະບາງ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນປີ 2022 ຜ່ານມາວ່າ:
"ສ່ວນຫລາຍ ກໍຍັງບໍ່ໄດ້ມາຕະຖານ ລ້ຽງອາໄສແບບທໍາມະຊາຕ ການຮັກສາ ກໍຍັງບໍ່ໄດ້ມາດຕະຖານເທື່ອ ຄືຄັນຖ້າເຮົາເຮັດແທ້ ອັນໜຶ່ງມາມັນກໍຕ້ອງໃຊ້ ຫລາຍເຕີບ ເພາະວ່າມັນຕ້ອງໃຊ້ເງິນໝົດ ຄືແຮງງານທີ່ເຮົາຈະຈ້າງມາ ຜູ້ທີ່ຈະຕັດຫຍ້າໃຫ້ມັນກິນ ສະເພາະມັນກໍຈະມີຕ່າງຫາກ ແລ້ວເຮັດເປັນລັອກເປັນຟາມ ແລ້ວເລື່ອງຜູ້ມາຮັກສາ ສຸຂະພາບສັດບໍ່ ຫລືວ່າສັກຢາອີກ ກໍຈະມີຕ່າງຫາກອີກ."
ເຖິງຢ່າງໃດກໍຕາມ, ທ່ານ ລິນເພ່ລຽງ ປະທານບໍລິສັດ ຊີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ ກ່າວໃນພິທີລົງນາມຂ້າງຕົ້ນວ່າ ຈະພະຍາຍາມສ້າງໃຫ້ຜະລິດຕະພັນໝາກພຸກ ໃຫ້ເປັນສິນຄ້າກະສິກຳ ໃນບັນຊີໃໝ່ຂອງປະເທດລາວ ແລະນອກຈາກແຂວງອຸດົມໄຊແລ້ວ ທາງບໍລິສັດມີແຜນວ່າ ຈະຂະຫຍາຍໂຄງການປູກໝາກພຸກໄປຫາແຂວງອື່ນໆ ຄື ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ເພື່ອສ້າງວຽກເຮັດງານທຳ ແລະເພີ່ມລາຍໄດ້ໃຫ້ປະຊາຊົນລາວ ທ່າມກາງຄວາມກັງວົນເລື່ອງຜົນກະທົບ ສິ່ງແວດລ້ອມ ສັງຄົມ ເຊັ່ນດຽວກັບຫລາຍໂຄງການຜ່ານມາ.