ທຸຣະກິຈໂຮງແຮມ, ເຮືອນພັກ, ຮ້ານອາຫານ ຢູ່ຫຼວງພຣະບາງ ສ່ວນໃຫຍ່ເປັນຂອງຄົນຈີນ-ວຽດນາມ
2024.01.12
ແຂວງຫລວງພຣະບາງ ຕັ້ງເປົ້າໝາຍ ທີ່ຈະດຶງດູດນັກທ່ອງທ່ຽວ ຕ່າງປະເທດ ໃຫ້ໄດ້ປະມານ 1.5 ລ້ານຄົນ ໃນປີ 2024 ນີ້ ແລະທົ່ວປະເທດ ຈະໃຫ້ໄດ້ຢ່າງໜ້ອຍ 4.6 ລ້ານຄົນ ຮວມທັງນັກທ່ອງທ່ຽວຈາກຈີນ.
ກ່ຽວກັບເຣື່ອງ ການດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ແລະເຣື່ອງການເຮັດທຸຣະກິຈການທ່ອງທ່ຽວ ຢູ່ແຂວງຫລວງພຣະບາງ ປະຊາຊົນ ຢູ່ແຂວງຫລວງພຣະບາງ ຢາກໃຫ້ທາງການ ກວດກາໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະບໍຣິສັດເຮືອນພັກ ຄືນໃໝ່ ເພາະສ່ວນຫລາຍ ມີແຕ່ຄົນຈີນ ແລະຄົນວຽດນາມ ມາເຊົ່າເຮັດກິຈການ ແລະບໍຣິຫານເອົາເອງທັງໝົດ ຊຶ່ງຊາວແຂວງຫລວງພຣະບາງ ເຫັນວ່າ ເປັນການຍາດແຍ່ງອາຊີບ ທີ່ຈະຕ້ອງໄດ້ ສງວນໄວ້ ໃຫ້ຄົນລາວເຮັດ, ອີງຕາມຄໍາເວົ້າຂອງຊາວລາວຜູ້ນຶ່ງ ໃນນະຄອນຫລວງພຣະບາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມົກກະຣານີ້.
“ຈີນມາຫັ້ນ ມັນຈະມີຜົລກະທົບ ອັນວ່າມາມັນຈະບໍ່ໃຊ້ບໍຣິການ ຂອງອາຫານລາວ, ອາຫານໄທຍ. ມາພັກໂຮງແຮມຂອງຈີນ ມາເຂົາບໍ່ມາຮັບບໍຣິການດອກ. ເຂົາກະມີພວກຈີນ ຂະເຈົ້າກະມີສາຂາເຂົາຫັ້ນນ່າ.”
ຊາວຫລວງພຣະບາງຜູ້ນີ້ ເວົ້າຕື່ມ ເຖິງຫລືທົວຈີນ ແລະນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ອງທ່ຽວ ປະເທດລາວ ມາທ່ຽວແຂວງຫລວງພຣະບາງນີ້ວ່າ ມັກຈະນິຍົມ ໃຊ້ບໍຣິສັດທົວທ່ອງທ່ຽວຂອງຄົນຈີນ, ກິນເຂົ້າຢູ່ຮ້ານອາຫານຈີນ ແລະພັກເຊົາຢູ່ໂຮງແຮມຂອງຄົນຈີນ ຊຶ່ງເຮັດໃຫ້ ຜູ້ປະກອບການທຸຣະກິຈຄົນລາວ ໄດ້ຮັບຜົລກະທົບຢ່າງໜັກ ແທນທີ່ຈະມີລາຍໄດ້ ຈາກການທ່ອງທ່ຽວ ແລະການບໍຣິການນັກທ່ອງທ່ຽວ ແຕ່ພັດມາເສັຍປຽບ ໃຫ້ນັກທຸຣະກິຈຈີນ.
ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນນະຄອນຫລວງພຣະບາງ ເວົ້າໃນທໍານອງດຽວກັນນັ້ນວ່າ ຢາກໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ຕິດຕາມ-ກວດກາ ຄົນຈີນ ແລະຄົນວຽດນາມ ທີ່ເຂົ້າມາເຊົ່າກິຈການ ຂອງຄົນລາວ ຍ້ອນເຫັນວ່າ ມີຄົນຈີນ ແລະຄົນວຽດນາມຈໍານວນຫລາຍ ໄດ້ເຂົ້າມາເຊົ່າກິຈການ ຂອງຄົນລາວ ເພື່ອເປີດຮ້ານອາຫານ, ຮ້ານກິນດື່ມ ແລະບໍຣິສັດທົວຣ໌ທ່ອງທ່ຽວ ແລະນໍາເອົາພະນັກງານ ແລະຄົນງານ ມາຈາກປະເທດ ຂອງເຂົາເຈົ້າເອງ, ບໍ່ໄດ້ຈ້າງຄົນລາວ.
“ເອີ... ຫລາຍໆທຸຣະກິຈນ້ອຍໆນີ້ນ່າ ເຮັດຮ້ານອາຫານ. ຮ້ານອາຫານ, ຮ້ານກິນ, ຮ້ານດື່ມ ກະມີ ມີຮ້ານຈີນເບາະ. ຮ້ານວຽດອິຫຍັງຕ່າງໆ ມັນເປັນຜົລກະທົບ ມັນເປັນອາຊີບທີ່ຄົນລາວ ເຮົາກະເຮັດຢູ່ແລ້ວ ເຮັດໄດ້ຢູ່.”
ພ້ອມດຽວກັນນັ້ນ ພະນັກງານນໍາທ່ຽວ ຂອງສະມາຄົມທ່ອງທ່ຽວຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ບໍຣິສັດທົວຣ໌ທ່ອງທ່ຽວ ບໍ່ວ່າຈະເປັນປະເທດໃດກໍຕາມ ທີ່ເປີດກິຈການຢູ່ປະເທດລາວ ແມ່ນຈະຕ້ອງນໍາໃຊ້ຄົນນໍາທ່ຽວ ຫລືໄກ ທີ່ເປັນຄົນລາວເທົ່ານັ້ນ, ບໍ່ສາມາດໃຫ້ຄົນຕ່າງປະເທດ ມາເປັນໄກນໍາທ່ຽວໄດ້ ເພາະອາຊີບນໍາທ່ຽວ ຖືເປັນອາຊີບ ທີ່ຈະຕ້ອງສງວນໄວ້ໃຫ້ສະເພາະຄົນລາວ ເທົ່ານັ້ນ.
“ຕ້ອງໄດ້ໃຊ້ໄກຄົນລາວໝົດ ເຈົ້າໜ້າທີ່ຂະເຈົ້າຈະກວດໝົດເລີຍ ລະບຽບເພິ່ນກະແບບນັ້ນໝົດ ຈັ່ງໃດຂະເຈົ້າກະຕ້ອງໄດ້ຈ້າງໄກຄົນລາວໄປນໍາໝົດ ເຈົ້າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວແຂວງຫລວງພຣະບາງ ເວົ້າວ່າ ໃນໄລຍະທີ່ຜ່ານມາ ການທ່ອງທ່ຽວໃນລາວ ເປັນລັກສະນະແບບນັ້ນແທ້ ແຕ່ດຽວນີ້ ເພິ່ນເຄັ່ງຄັດ ຊຶ່ງກໍໝາຍຄວາມວ່າ ຄົນຈີນ ມາເປີດບໍຣິສັດທ່ອງທ່ຽວ ແລ້ວເຊົ່າໂຮງແຮມຂອງຄົນລາວ ເປີດຮ້ານອາຫານຈີນ ແລະໃຊ້ຄົນຈີນເປັນໄກ໋ດ໌ ນໍາທ່ຽວ ຄືກັບທົວສູນກີບ ເຮັດໃຫ້ລາຍໄດ້ຈາກການທ່ອງທ່ຽວ ບໍ່ເຂົ້າປະເທດລາວ ແລະທັງຍັງສົ່ງຜົລກະທົບ ຕໍ່ທຸຣະກິຈຂອງຄົນລາວນໍາດ້ວຍ ແລະ ປັດຈຸບັນ ຣັຖບານລາວ ພະຍາຍາມ ສະກັດກັ້ນ ແລະປາບປາມ ຂະບວນການ ທົວສູນກີບ ເພື່ອໃຫ້ໃຊ້ໄກນໍາທ່ຽວ ທີ່ເປັນຄົນລາວເທົ່ານັ້ນ ອັນຈະບໍ່ເຮັດໃຫ້ ຜູ້ປະກອບການທຸຣະກິຈທ່ອງທ່ຽວ ແລະການບໍຣິການໃນລາວ ທີ່ເປັນຄົນລາວໄດ້ຮັບຜົລກະທົບ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ-ກວດກາຢ່າງຕໍ່ເນື່ອງ.
“ແຕ່ກີ້ຫັ້ນແມ່ນຢູ່ ເຮັດແບບນັ້ນ ແຕ່ດຽວນີ້ຫັ້ນນ່າ ເພິ່ນເຄັ່ງແບບວ່າ ຢາກໃຫ້ຮັກສາອາຊີບໃຫ້ໄກ໋ດ໌ ເຖິງວ່າໃຊ້ໄກບັນລະຍາຍ ຫລືບໍ່ບັນລະຍາຍກະຢ່າ ຕ້ອງໄດ້ໃຊ້ໄກ໋ດ໌ລາວໄປເຊັນເອກກະສານ ຄັນວ່າບໍ່ມີໄກ໋ດ໌ລາວ ແລ້ວກະຂະເຈົ້າກະປັບ.”
ອີງຕາມສະຖິຕິການທ່ອງທ່ຽວ ຂອງກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ທີ່ໄດ້ຣາຍງານຜ່ານທາງເວັບໄຊ, ສະເພາະແຂວງຫລວງພຣະບາງ ມີຄົນຈີນ ເຂົ້າມາດໍາເນີນທຸຣະກິຈ ແບບຖືກກົດໝາຍ ເປັນບໍຣິສັດທ່ອງທ່ຽວ 23 ບໍຣິສັດ, ຮ້ານອາຫານ 16 ແຫ່ງ ແລະໂຮງແຮມແລະເຮືອນພັກ 9 ແຫ່ງ ໃນຂະນະທີ່ຢູ່ ທົ່ວປະເທດລາວ ມີຄົນຈີນ ມາເປີດບໍຣິສັດທ່ອງທ່ຽວ 115 ບໍຣິສັດ, ຮ້ານອາຫານ 115 ແຫ່ງ ແລະໂຮງແຮມ-ເຮືອນພັກ 55 ແຫ່ງ.
ສ່ວນຄົນວຽດນາມ ທີ່ເຂົ້າມາເຮັດທຸຣະກິຈ ແບບຖືກຕ້ອງຕາມກົດໝາຍ ຢູ່ແຂວງຫລວງພຣະບາງ ກໍມີບໍຣິສັດທ່ອງທ່ຽວ 3 ບໍຣິສັດ, ຮ້ານອາຫານ 2 ແຫ່ງ ແລະໂຮງແຮມແລະເຮືອນພັກ 2 ແຫ່ງ. ໃນທົ່ວປະເທດລາວ ມີຄົນວຽດນາມ ເປີດບໍຣິສັດທ່ອງທ່ຽວ 11 ບໍຣິສັດ, ຮ້ານອາຫານ 41 ແຫ່ງ ແລະໂຮງແຮມ-ເຮືອນພັກ 24 ແຫ່ງ.