ນະຄອນຫຼວງວຽງຈັນ ສັ່ງປິດຫົວໜ່ວຍທຸລະກິດ ທີ່ລະເມີດກົດໝາຍ
2024.07.12

ການປີດຫົວໜ່ວຍທຸລະກິດ ທີ່ຝ່າຝືນກົດລະບຽບ ຢ່າງເຂັ້ມງວດນີ້ ສາເຫດໜຶ່ງກໍ່ຍ້ອນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຈັດກອງປະຊຸມຕ່າງໆ ແລະ ໃນວາລະທີ່ປະເທດລາວ ເປັນເຈົ້າພາບກອງປະຊຸມອາຊ້ຽນໃນປີນີ້. ໂດຍມາດຕະການຕໍ່ບັນດາຫົວໜ່ວຍທຸລະກິດ ດັ່ງກ່າວນັ້ນ ກໍ່ມີຄວາມແຕກຕ່າງກັນໄປ ຖ້າຫົວໜ່ວຍທຸລະກິດໃດ ທີ່ຖືກເຕືອນຫຼາຍເທື່ອແລ້ວ ແຕ່ບໍ່ປັບປຸງກໍ່ຖືກປະຕິບັດ ດ້ວຍການສັ່ງປິດແບບຖາວອນ ຫຼືຕາມຄວາມເໝາະສົມ. ດັ່ງເຈົ້າໜ້າທີ່ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍລະກົດ 2024 ວ່າ:
“ເພິ່ນມີແຈ້ງການໃໝ່ໃຫ້ປິດນ່າ ເພາະວ່າມັນມີກອງປະຊຸມຫຼາຍຊ່ວງນີ້ ທ້າຍປີມີກອງປະຊຸມສຸດຍອດອາຊ້ຽນ ຫຼາຍກອງປະຊຸມຫັ້ນນ່າ ກາເບິ່ງຕົວຈິງ ກັບເບິ່ງເຮັດບົດບັນທຶກເນາະ ວ່າເຈົ້າເຮັດຜິດລະບຽບຫັ້ນນ່າສົມມຸດ ເຈົ້າເປີດກາຍໂມງເນາະ ເປີດກາຍເທື່ອໜຶ່ງເພິ່ນກາໄປເຕືອນ ເຮັດຄັ້ງທີ 2 ເພິ່ນກາປັບໃໝເຮັດຄັ້ງທີ 3 ເພິ່ນກາຖອນໃບອະນຸຍາດ ຕ້ອງຜິດຫຼາຍເທື່ອ ແລ້ວຈັ່ງສັ່ງປິດຖາວອນນ່າ.”
ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການປະຕິບັດມາດຕະການ ຕໍ່ບັນດາຫົວໜ່ວຍທຸລະກິດ ລະເມີດລະບຽບກົດໝາຍ ສະບັບເລກທີ 825/ຖວທ. ນວ ລົງວັນທີ 09 ກໍະລະກົດ 2024. ເຊິ່ງໃນນີ້ໄດ້ປະຕິບັດມາດການຕໍ່ຮ້ານບັນເທີງ 4 ຫົວໜ່ວຍບໍ່ມີໃບອະນຸຍາດ ແຕ່ຜູ້ປະກອບການຍັງສຶບຕໍ່ເປີດໂດຍບໍ່ໄດ້ຮັບອະນຸຍາດ, ປິດຮ້ານອາຫານ-ຮ້ານບັນເທີງກຳນົດ 1 ເດືອນ 8 ຫົວໜ່ວຍ, ປິດຊົ່ວຄາວ 7 ວັນ ຮ້ານອາຫານ, ຮ້ານບັນເທີງ ແລະ ຄາຣາໂອເກະຈຳນວນ 14 ຫົວໜ່ວຍ, ເຮັດບົດບັນທຶກຄັ້ງສຸດທ້າຍ ຕໍ່ການລະເມີດລະບຽບການ ແລະກົດໝາຍຮ້ານອາຫານ, ຮ້ານບັນເທີງ, ຄາຣາໂອເກະ 42 ຫົວໜ່ວຍ ລວມທັງໝົດເປັນ 68 ຫົວໜ່ວຍ.
ເຈົ້າໜ້າທີທ້ອງຖິ່ນ ຢູ່ເມືອງໄຊທານີກ່າວວ່າ ສໍາລັບບັນດາຫົວໜ່ວຍທຸລະກິດ ທີ່ຖືກສັ່ງປິດຖາວອນ ແລະຊົ່ວຄາວໃນເທື່ອນີ້ ສ່ວນໃຫຍ່ກໍ່ແມ່ນບັນດາຮ້ານເຄີຍເຮັດຜິດ ແລະຖືກທາງເຈົ້າໜ້າທີ່ ຕັກເຕືອນມາຫຼາຍເທື່ອ ແຕ່ບໍ່ໄດ້ມີການແກ້ໄຂ ເຊິ່ງກໍ່ເຫັນວ່າ ຄວນໄດ້ຮັບການປະຕິບັດແນວນັ້ນ.
“ມັນມີຫຼາຍຮ້ານທົ່ວນະຄອນຫຼວງ ເນາະຜິດລະບຽບເພິ່ນຫັ້ນແລ້ວ ເພິ່ນກໍ່ມາກວດເຈິຫຼາຍເທື່ອແລ້ວ ເພິ່ນກໍ່ເອົາໄປເຕືອນແລ້ວຊິແມ່ນຖືກປິດ, ໂຈະຊົ່ວຄາວ. ຜິດໜ້ອຍກາໂຈະໜ້ອຍ, ຜິດຫຼາຍກາໂຈະຫຼາຍໄດ໋. ອັນນີ້ເຮົາກໍ່ເຫັນແຈ້ງການ ຢູ່ແຕ່ມັນເປັນຂອງພວກສະເພາະກິດ ຂອງນະຄອນຫຼວງເພິ່ນລົງມາກວດເນາະ.”
ພະນັກງານ ທີ່ເຮັດວຽກຢູ່ຮ້ານອານແຫ່ງໜຶ່ງ ທີ່ຖືກສັ່ງປິດຖາວອນໄດ້ກ່າວວ່າ. ປະຈຸບັນຮ້ານອາຫານ ແລະຮ້ານບັນເທີງ ຫຼາຍແຫ່ງທີ່ຖືກສັ່ງໂຈະໃຫ້ປິດ ຖາວອນ ແລະປິດຊົ່ວຄາວ ຕາມແຈ້ງການສະບັບດັ່ງກ່າວກໍ່ຍັງເປິດໃຫ້ບໍລິການ ຕາມປົກກະຕິຢູ່ ບໍ່ໄດ້ປີດຮ້ານຕາມຄຳສັ່ງນັ້ນ ໂດຍຜູ້ປະກອບການ ແລະພະນັກງານເຫຼົ່ານັ້ນ ກໍ່ບໍ່ສາມາດອະທິບາຍໄດ້.
“ຍັງເປີດຢູ່ເດີ້ບໍ່ຮູ້ນ່າ ແຕ່ວ່າເພິ່ນຍັງເປີດຢູ່ມາຫຼິ້ນ ໄດ້ຢູ່ຮ້ານກາບໍ່ໄດ້ໄປວຽກດົນແລ້ວ.”
ຜູ້ປະກອບການຮ້ານອາຫານ ແຫ່ງໜຶ່ງ ທີ່ຖືກສັ່ງປິດຊົ່ວຄາວ 7 ວັນກ່າວວ່າ ປະຈຸບັນກໍ່ເຫັນວ່າ ຫຼາຍຮ້ານຖືກສັ່ງປິດຊົ່ວຄາວກໍ່ຍັງເປີດ ຕາມປົກກະຕິ. ສ່ວນຮ້ານຕົນເອງກໍ່ຍັງເປີດ ໃຫ້ບໍລິການຢູ່ ແຕ່ໃນໄລຍະນີ້ກໍ່ຈຳເປັນຕ້ອງໄດ້ມີການຫຼຸດຜ່ອນ ເລື່ອງໃຊ້ສຽງດັງເພື່ອປະຕິບັດຕາມມາດຕະການ ໃຊ້ສຽງດັງເນື່ອງນັນ.
“ເພິ່ນແຈ້ງການວ່າ 7 ມື້ແຕ່ວ່າເຂົາເຈົ້າກາເປີດເຮົາກາເປີດນໍາເຂົາເຈົ້າຫັ້ນນ່າ ເຮົາຢູ່ໄກ້ຫ້ອງຫໍປະຊຸມຫັ້ນເດ້ເພາະວ່າເພິ່ນຢ້ານຫຍັງ ຢ້ານມີບັນຫາເລື່ອງເພງ ເລື່ອງຫຍັງ ເຮົາກາເຮັດຕາມໂມງເວລາ ຖ້າເປີດເພງເຮົາກາໂມງເຄິ່ງ ເຮົາກາເລີ່ມບໍ່ເສບສົດແລ້ວ ແລ້ວກາມີແຕ່ເປີດເພງເບົາໆ ກິນທຳມະດາໄດ້ຫັ້ນນ່າ.”
ຜູ້ປະກອບການ ຮ້ານອາຫານທີ່ຖືກສັ່ງປິດຮ້ານ 14 ມື້ກ່າວວ່າ ຮ້ານຂອງຕົນເອງກໍຍັງເປີດໃຫ້ບໍລິການປົກກະຕິ ແຕ່ຈະປິດໄວກ່ອນກຳນົດເພື່ອບໍ່ໃຫ້ມີບັນຫາ ກັບທາງລັດ ແລະສຳລັບການສັ່ງປິດຮ້ານ ໃນໄລຍະນີ້ເຫດຜົນຫຼັກ ແມ່ນຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະທີ່ມີກອງປະຊຸມຕ່າງໆ ເກີດຂຶ້ນຢູ່ນະຄອນຫຼວງຽງຈັນ.
“ໂອເປີດປົກກະຕິ ແຕ່ວ່າກາປິດໄວແດ່ໜ້ອຍໜຶ່ງ 1 ໂມງ, 2 ໂມງນີ້ແຫຼະ ໂອມັນກໍ່ມີຫຼາຍຢ່າງຢູ່ ຊ່ວງນີ້ເພິ່ນມີປະຊຸມອິຫຍັງຫັ້ນນ່າ. ກາແບບຮ້ານໃດປະຕິບັດບໍ່ໄດ້ອີຫຍັງ ປິດເດິກ ຫຼາຍແນວນີ້ເພິ່ນກໍ່ໂຈະຫັ້ນນ່າ.”
ກ່ອນໜ້ານີ້ ເມື່ອເດືອນພະຈິກປີ 2023 ເປັນຕົ້ນມາພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະສະເພາະກິດ ຕາມເມືອງຕ່າງໆ ເພື່ອແກ້ໄຂບັນຫາຮ້ານອາຫານແລະຮ້ານບັນເທີງ ທີ່ສົ່ງສຽງດັງເນື່ອງນັນໃຫ້ແກ່ສັງຄົມ ໂດຍໄດ້ກຳນົດໃຫ້ຮ້ານອາຫານກາງແຈ້ງ ປິດບໍ່ໃຫ້ກາຍເວລາ 23:00 ໂມງ ແລະຮ້ານບັນເທີງປິດ ບໍ່ໃຫ້ກາຍເວລາ 23:30 ໂມງ ແລະ ຖ້າມີການກວດພົບຜູ້ລະເມີດ ກໍ່ຈະຖືກປະຕິບັດຕາມມາດຕະການ. ໄລຍະຜ່ານມາກໍ່ມີລາຍງານ ໄດ້ມີການດຳເນີນມາດຕະການຕໍ່ຜູ້ປະກອບການ ຮ້ານອາຫານແລະບັນເທີງທີ່ເຮັດຜິດລະບຽບ ໂດຍມີທັງການບັນທຶກ ແລະປັບໃໝແຕ່ກໍ່ຍັງບໍ່ສາມາດແກ້ໄຂບັນຫາໄດ້ ຈົນທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການ ປະຕິບັດມາດຕະການ ຢ່າງເດັດຂາດໃນປະຈຸບັນ.