ແຂວງອຸດົມໄຊ ກຳນົດລາຄາ ປະເພດອາຫານ ໃຫ້ຄົງທີ່
2023.09.07
ໃນວັນທີ 31 ສິງຫາ 2023 ທີ່ຜ່ານມາຜແນກອຸດສາຫະກັມ ແລະ ການຄ້າແຂວງອຸດົມໄຊ ໄດ້ແຈ້ງການກຳນົດລາຄາສິນຄ້າປະເພດອາຫານ 5 ຢ່າງທີ່ຈຳເປັນຕ້ອງຄວບຄຸມລາຄາໃຫ້ຄົງທີ່ດັ່ງເຊັ່ນ ຊີ້ນໝູປະເພດ 1 ຊີ້ນສົດບໍ່ໃຫ້ຂາຍເກີນລາຄາ 80,000 ກີບຕໍ່ກິໂລ, ຊີ້ນງົວ ຊີິິິີ້ນຄວາຍ ປະເພດ 1 ບໍ່ໃຫ້ຂາຍເກີນ 100,000 ກີບຕໍ່ກິໂລ, ປານີນຂາຍຍ່ອຍຢູ່ ຕລາດບໍ່ໃຫ້ຂາຍເກີນ 42,000 ກີບຕໍ່ກິໂລ, ເຂົ້າສານໜຽວປະເພດ 1 ບໍ່ໃຫ້ຂາຍເກີນ 17,500 ກີບຕໍ່ກິໂລ ແລະ ໄຂ່ໄກ່ຢູ່ຕລາດບໍ່ໃຫ້ຂາຍເກີນ 63,000 ກີບຕໍ່ແຕະ ໂດຍສິນຄ້າດັ່ງກ່າວ ເປັນສິນຄ້າທີ່ຈໍາເປັນ ໃນຊີວິດປະຈໍາວັນ ຈຶ່ງມີການກໍານົດລາຄາ ອອກມາໂດຍໄດ້ຄິດໄລ່ຕົ້ນທຶນ ພ້ອມກຳໄລມາໝົດແລ້ວກໍເພື່ອບໍ່ໃຫ້ລາຄາສູງເກີນໄປ ແລະ ບໍ່ໃຫ້ບັນດາແມ່ຄ້າພໍ່ຄ້າສວຍໂອກາດຂຶ້ນລາຄາຕາມໃຈ.
ດັ່ງເຈົ້າໜ້າທີ່ ຜແນກການຄ້າ ແຂວງອຸດົມໄຊ ທ່ານນຶ່ງກ່າວໃນວັນທີ 07 ກັນຍາວ່າ:
“ແມ່ນແຫຼະສະເພາະແຂວງອຸດົມໄຊ ໂຕນີ້ເຮົາໄລ່ຕົ້ນທຶນມາໝົດແລ້ວເນາະ ລະໃຫ້ກຳໄລແລ້ວ ມັນຈະໄດ້ອອກມາແບບນັ້ນ ປະເພດອາຫານນີ້ ກຳນົດໃຫ້ມັນຢູ່ຄົງທີ່ ມັນເປັນສິນຄ້າທີ່ວ່າ ກະທົບໄວເນາະ ກໍໄດ້ກຳນົດບໍ່ຢາກໃຫ້ເຂົາຂາຍສະຊາຍ ບໍ່ໃຫ້ຂຶ້ນລາຄາຕາມໃຈ ເຮົາໄດ້ ກຳນົດໃຫ້ເປັນລາຄາ ເອກະພາບ.”
ເຈົ້າໜ້າທີ່ ຜແນກການຄ້າແຂວງອຸດົມໄຊ ອີກທ່ານນຶ່ງກ່າວວ່າ ການແຈ້ງການກຳນົດລາຄາດັ່ງກ່າວນີ້ ເຣີ່ມປະຕິບັດ ຕັ້ງແຕ່ວັນທີ 01 ກັນຍາ 2023 ຜ່ານມາ ໂດຍຈະມີເຈົ້າໜ້າທີ່ ລົງກວດກາເປັນໄລຍະທົ່ວທຸກຕລາດ ແລະ ເຈົ້າໜ້າທີ່ ພົບເຫັນກໍຈະປັບໃໝ ແລະ ປະຕິບັດຕາມຂັ້ນຕອນ ມາຕການໝວດທີ 6 ທີ່ກຳນົດໄວ້ ໃນດຳຣັຖ 474/ນຍ ລົງວັນທີ 18 ພຶສຈິກາ 2010 ວ່າດ້ວຍການຄຸ້ມຄອງ ລາຄາສິນຄ້າ ແລະ ການບໍຣິການ ໂດຍໃນເບື້ອງຕົ້ນກໍຈະສຶກສາອົບຮົມ ແລະ ປັບໃໝເຊັ່ນບໍ່ຕິດປ້າຍລາຄາ ມີໂທດປັບໃໝແຕ່ 500,000-1,000,000 ກີບ.
“ເຣີ່ມຕັ້ງແຕ່ທີ 1 ເດືອນ 9 ມາແລ້ວມັນມີດຳຣັຖ 474 ຫັ້ນນ່າໃຊ້ມາຕການໂຕນັ້ນມັນກໍມີຂັ້ນຕອນ ຂອງມັນເດ້ເນາະ ເທື່ອນຶ່ງກໍຕັກເຕືອນກ່ອນສ້າງບົດບັນທຶກໄວ້ ແລ້ວກາປັບໃໝກັນ ໄປຕາມນັ້ນຫັ້ນແຫຼະແຕ່ວ່າເທື່ອທີ 3 ກໍຊິຖອນທະບຽນໃຫ້ໂຈະ ກິຈການໄປຫັ້ນເດ້ຂັ້ນຕອນມັນໄປແນວນັ້ນ.”
ເຖິງວ່າຜແນກອຸດສາຫະກັມ ແລະ ການຄ້າ ແຂວງອຸດົມໄຊ ຈະມີແຈ້ງການກຳນົດລາຄາສິນຄ້າ ປະເພດອາຫານ 5 ຢ່າງອອກມາກໍຕາມ ແລະ ບອກວ່າມີເຈົ້າໜ້າທີ່ລົງກວດກາ ແຕ່ປັດຈຸບັນກໍຍັງບໍ່ສາມາດປະຕິບັດໄດ້ເທື່ອ.
ດັ່ງຊາວບ້ານ ໃນແຂວງອຸດົມໄຊ ຫຼາຍຄົນກໍຍັງຊື້ສິນຄ້າ ໃນລາຄາແພງກ່ວາກຳນົດ ເຊັ່ນຊີ້ນໝູໃນຕລາດປະເພດ 1 ລາຄາ 110,000 ກີບ ແລະ ໄຂ່ໄກ່ແຕະລະ 75,000 ກີບ.
ດັ່ງຊາວບ້ານ ຢູ່ແຂວງອຸດົມໄຊ ກ່າວວ່າ:
“ໂອ! ໂຄດແພງ. ສ່ວນຫຼາຍກໍມີແຕ່ປະເພດອາຫານ. ຊີ້ນ, ປາ ຊີ້ນ່າ ຢູ່ບ້ານນ້ອງ ຊີ້ນໝູ ຊີ້ນສົດນີ້ ໂລແສນສິບ. ໄຂ່ໄກ່ກໍ 75 ແລ້ວເບາະ.”
ຊາວບ້ານ ໃນແຂວງອຸດົມໄຊ ອີກທ່ານນຶ່ງກໍກ່າວວ່າ ບໍ່ເຫັນເຈົ້າໜ້າທີ່ ຈະລົງມາກວດກາ ຖ້າລົງມາກວດກາ ແລະ ປະຕິບັດໂຕຈິງ, ສິນຄ້າທີ່ທາງການກຳນົດລາຄາ ຈະບໍ່ແພງປານນີ້ ເຊິ່ງປັດຈຸບັນຊີ້ນໝູຕາມຕລາດລາຄາ 100,000 ປາຍກີບຕໍ່ກິໂລ ສ່ວນຊີ້ນງົວ, ຊີ້ນຄວາຍ ລາຄາ 100,000 ປາຍກີບ ແລະໄຂ່ໄກ່ໜ່ວຍລະ 3,000 ກີບ ແລະ ເຂົ້າສານຈ້າວມະລິ ປະມານ 18,000 ກີບຕໍ່ກິໂລ.
“ອັນໃດກໍຄືກັນແພງຂຶ້ນມາໝົດ ຊີ້ນໝູໂລລະແສນແລ້ວເດ້. ຊີ້ນງົວ, ຊີ້ນຄວາຍ ກໍແສນປາຍ. ກໍໄຂ່ໄກ່ຂາຍຍ່ອຍ ໜ່ວຍນຶ່ງກໍ 3 ພັນແລ້ວ. ເຂົ້ານີ້ກໍແມ່ຄືແບບມະລິປະມານ 18 ພັນກີບຂຶ້ນເມືອແລ້ວ ເຊິ່ງລາຄາຊີ້ນກໍເປັນນໍາຍ້ອນ ພວກກວດກາ ບໍ່ໃຫ້ການກວດກາຫັ້ນນ່າ ເຂົາກໍສວຍໂອກາດແມ່ຄ້າ.”
ສ່ວນແມ່ຄ້າຂາຍຊີ້ນໝູໃນແຂວງອຸດົມໄຊກ່າວວ່າກໍຂາຍໝູລາຄາຢູ່ໜ້າຟາມລາຄາ 45,000-50,000 ກີບຕໍ່ກິໂລເຊິ່ງຂາຍໄປ ກໍບໍ່ໄດ້ກໍາໄລຫຼາຍຖ້າຄິດໄລ່ ຖືວ່າຂາດທຶນດ້ວຍຊໍ້າຍ້ອນວ່າ ຫົວອາຫານມີລາຄາແພງຂຶ້ນ.
“ຄັນແມ່ນໝູລາດໃຫຍ່ໆ ບໍ່ເຄີຍມີລູກເຂົາເອົາໂລລະ 50 ແລະ ຄັ້ນແມ່ນໝູເກີດລູກແລ້ວເຂົາເອົາໂລ 45.
ເຮົາໄປຊື້ຫົວອາຫານກໍແພງ ຫົວອາຫານເປົານຶ່ງ 3 ແສນສິບແລ້ວ. ແລ້ວກໍຮໍາເປົານຶ່ງນ້ອຍໆ ມີແຕ່ 13 ໂລ 45 ພັນ ມາເກືອມັນ. ກໍບໍ່ໄດ້ຫຍັງຂາຍອອກ ພັດໂລ 45-50 ນີ້ຍອມເລີຍ.”
ສຳລັບລາຍການສິນຄ້າ ປະເພດອາຫານທີ່ທາງຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງອຸດົມໄຊກຳນົດມີດັ່ງນີ້. ເຂົ້າສານໜຽວ ປະເພດ 1, ລາຄາ 17,500 ກີບຕໍ່ກິໂລ, ເຂົ້າສານໜຽວປະເພດ 2, ລາຄາ 16,000 ກີບຕໍ່ກິໂລ ເຂົ້າສານຈ້າວປະເພດ 1, ລາຄາ 18,500 ກີບຕໍ່ກິໂລ ແລະ ເຂົ້າສານຈ້າວປະເພດ 2, ລາຄາ 16,500 ກີບຕໍ່ກິໂລ.
ປະເພດຊີ້ນໝູປະເພດ 1, ລາຄາ 80,000 ກີບຕໍ່ກິໂລ. ຊີ້ນໝູປະເພດ 2, ສາມຊັ້ນ+ກະດູກຂ້າງ ລາຄາ 75,000 ກີບຕໍ່ກິໂລ, ເຄື່ອງໃນໝູລາຄາ 75,000 ກີບຕໍ່ກິໂລ. ປະເພດຊີ້ນງົວ, ຊີ້ນຄວາຍ ປະເພດ 1 ລາຄາ 100,000 ກີບຕໍ່ກິໂລ. ຊີ້ນງົວ-ຊີ້ນຄວາຍ ປະເພດ 2 ລາຄາ 80,000 ກີບຕໍ່ກິໂລ, ດູກຂ້າງ 70,000 ກີບຕໍ່ກິໂລ. ລາຄາປານີນ ຂາຍຢູ່ໜ້າໜອງປາ 38,000 ກີບຕໍ່ກິໂລ. ລາຄາປານີນຂາຍຍ່ອຍຢູ່ຕລາດ 42,000 ກີບຕໍ່ກິໂລ. ລາຄາໄຂ່ໄກ່ ຢູ່ໜ້າຟາມ 57,000 ກີບຕໍ່ແຕະ ແລະ ລາຄາໄຂ່ໄກ່ຢູ່ຕລາດ 63,000 ກີບຕໍ່ແຕະ.