ລາຄານໍ້າມັນ ໃນປະເທດລາວ ບໍ່ມີແນວໂນ້ມ ຈະຫລຸດລົງ
2022.03.18

ບັນດາທຸຣະກິຈປໍ້ານໍ້າມັນ ຂນາດນ້ອຍ ແລະຂນາດກາງ ຫລາຍແຫ່ງໃນປະເທດລາວ ໄດ້ປະສົບກັບບັນຫາ ສະພາບລາຄານໍ້າມັນທີ່ແພງຂຶ້ນ ຢ່າງຕໍ່ເນື່ອງ. ເນື່ອງຈາກການເໜັງຕີງຂອງລາຄາ ນໍ້າມັນໃນຕລາດໂລກ ໄດ້ຖີບໂຕສູງຂຶ້ນເຮັດໃຫ້ບັນດາ ທຸຣະກິຈປໍ້ານໍ້າມັນຂາດທຶນໃນການນຳເຂົ້າ ເພາະຍັງຕ້ອງຈ່າຍພາສີ, ອາກອນ, ຄ່າຂົນສົ່ງຕ່າງໆ ທີ່ເພີ່ມຂຶ້ນ. ຣັຖບານກໍໃຫ້ເປີເຊັນທ໌ ໃນນຳເຂົ້ານໍ້າມັນໜ້ອຍ ບໍ່ຄຸ້ມຄ່າຕໍ່ການນຳເຂົ້າ ທີ່ທາງປໍ້ານໍ້າມັນຕ້ອງໃຊ້ເງິນ ຈຳນວນຫລາຍລົງທຶນ ຊຶ່ງຫລາຍປໍ້ານໍ້າມັນບໍ່ສາມາດ ນຳເຂົ້າໄດ້ຕາມປະຣິມານທີ່ຕ້ອງການ ກໍເຮັດໃຫ້ການສນອງບໍ່ພຽງພໍຕໍ່ລູກຄ້າ ຖ້າຢາກໄດ້ນໍ້າມັນຫລາຍຂຶ້ນຕ້ອງຈ່າຍເງິນເພີ່ມຂຶ້ນຫລາຍເທົ່າໂຕກໍເຮັດໃຫ້ຫລາຍແຫ່ງປິດລົງ.
ດັ່ງເຈົ້າຂອງປໍ້ານໍ້າມັນ ຂນາດນ້ອຍແຫ່ງນຶ່ງໃນແຂວງຈຳປາ ສັກກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ມີນານີ້ວ່າ:
“ຍ້ອນວ່າຣັຖບານ ໃຫ້ເປີເຊັນທ໌ໜ້ອຍກຳໄລເລັກໜ້ອຍ 100-200 ກີບ ແຄ່ນັ້ນເງິນໜ້ອຍແຮງກໍເລີຍເຮັດໃຫ້ຫລາຍປໍ້າ ເຂົາບໍ່ຢາກເຮັດແລ້ວ ແລະການໝູນ ເງິນມັນໃຊ້ເງິນຈຳນວນຫລາຍ ໃນໝູນນໍ້າມັນແຕ່ກຳໄລພັດໄດ້ 100-200 ກີບ ຕໍ່ລິດເຮັດໃຫ້ປໍ້າເຂົາບໍ່ຢາກຂາຍ.”
ເຈົ້າຂອງປໍ້ານໍ້າມັນອີກແຫ່ງນຶ່ງ ໃນແຂວງອັດຕະປືກໍກ່າວວ່າ ສ່ວນໃຫຍ່ປໍ້ານໍ້າມັນທີ່ປິດລົງ ຈະເປັນຕ່າງແຂວງ. ການນຳນໍ້າມັນເຂົ້າມາຂາຍ ພາຍໃນແຂວງຄ່າໃຊ້ຈ່າຍ ກໍເພີ່ມສູງຂຶ້ນກວ່າແຕ່ກ່ອນຫລາຍເທົ່າ ຈຶ່ງຈະໄດ້ປະຣິມານນໍ້າມັນທີ່ຕ້ອງການ ເພາະລາຄານໍ້າມັນ ປັບແພງຂຶ້ນຕໍ່ເນື່ອງ ຊຶ່ງກໍບໍ່ຄຸ້ມຄ່າໃນການນຳເຂົ້າມາ ແລະຣັຖບານກໍບໍ່ໄດ້ໃຫ້ເປີເຊັນທ໌ເພີ່ມຂຶ້ນ ນຳມາຂາຍກໍບໍ່ໄດ້ກຳໄລມີແຕ່ຂາດທຶນ ກໍຕ້ອງໄດ້ປິດໂຕຊຶ່ງປໍ້ານໍ້າມັນ ຕົນເອງກໍປິດມາໄດ້ປະມານ 1 ອາທິດ ແລ້ວ.
“ປັດຈຸບັນນີ້ເຂົາບໍ່ໃຫ້ເຮົາພໍ 100 ເນາະໂຕຢ່າງວ່າຖ້າເຮົາຊື້ມາຂາຍລາຄາປາກເຊ 11ພັນ ກາ 11ພັນໂລດເນາະ ຄັນເພິ່ນລົບໃຫ້ 200 ເຮົາກໍຍັງວ່າໄດ້ 200 ແດ່ພໍໄດ້ຄ່າຣົຖເອົາມາ ເຮົາກາບໍ່ໄດ້ຫຍັງເຮົາຈະມາປັບຕື່ມອີກ 50 ກີບຫຍັງມັນກາບໍ່ໄດ້ ເພາະມັນເປັນລາຄາຂອງ ມາຕຖານມາແລ້ວ ກາເລີຍວ່າບໍ່ເຮັດຫຍັງຫັ້ນແລ້ວຄັນຊື້ມາ ກາຫລຸບເຮົາກຳລັງປິດໄດ້ອາທິດນຶ່ງ.”
ມາຮອດວັນທີ 18 ມີນານີ້ລາຄານໍ້າມັນກໍໄດ້ປັບຂຶ້ນອີກ ໃນຄັ້ງທີ 7 ຂອງປີ 2022 ໂດຍຈະເຣີ້ມປັບໃນເວລາ 14:00 ໂມງ ເຊັ່ນລາຄາ ໃນນະຄອນຫລວງວຽງຈັນ ແອັດຊັງພິເສດປັບຂຶ້ນຈາກ 18,640 ກີບເປັນ 20,170 ກີບຕໍ່ລິດ, ແອັດຊັງທັມດາປັບຂຶ້ນຈາກ 16,380ກີບ ເປັນ 17,650 ກີບຕໍ່ລິດ ແລະ ກະຊວນປັບຂຶ້ນຈາກ 14,510 ກີບເປັນ 16,240 ກີບຕໍ່ລິດ.
ຕໍ່ລາຄານໍ້າມັນແພງ ປະຊາຊົນລາວຫລາຍຄົນແທບບໍ່ຢາກ ຂັບຂີ່ຣົຖໄປເຮັດວຽກເຮັດການ ເພາະໄດ້ນໍ້າມັນໜ້ອຍລົງເຊັ່ນທີ່ຜ່ານມາ ຕື່ມນໍ້າມັນໃນລາຄາ 1 ແສນກີບ ໄດ້ນໍ້າມັນ 10 ປາຍລິດ ແຕ່ປັດຈຸບັນນີ້ ຕື່ມນໍ້າ ມັນ 1 ແສນກີບ ໄດ້ນໍ້າມັນພຽງ 6 ລິດ ຊຶ່ງກໍຢາກໃຫ້ຣັຖບານຊ່ອຍແກ້ໄຂ ບັນຫາດັ່ງກ່າວນີ້.

ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ຢາກໃຫ້ເພິ່ນຊ່ອຍນີ້ແຫລະເນາະ ພໍ່ແມ່ປະຊາຊົນຜູ້ທຸກນີ້ນ່າ ມັນຊິບໍ່ຫລ້ອນກັນແລ້ວນີ້ນ່າ ຣົຖກໍຈະບໍ່ໄດ້ຂີ່ແລ້ວນີ້ນ່າ ຈາກເຮົາເຄີຍໃສ່ແສນນຶ່ງ ເຮົາໄດ້ 10 ປາຍລິດເນາະ ບັດນີ້ເຮົາໃສ່ແສນ ນຶ່ງເຮົາໄດ້ແຕ່ 6 ລິດບາດນີ້ນ່າເອົາພະນັກງານ ເຂົາກໍຊິບໍ່ໄຫວແດ່ເງິນເດືອນບໍ່ຂຶ້ນ ແຕ່ຄ່າຄອງຊີບມັນຂຶ້ນ ກາບໍ່ລອດແລ້ວນີ້ນ່າ.”
ສ່ວນຊາວ ນະຄອນຫລວງວຽງຈັນອີກທ່ານນຶ່ງ ກໍກ່າວວ່າລາຄານໍ້າມັນປັບຂຶ້ນ ເທື່ອນີ້ກໍບໍ່ຢາກຈະຂັບຣົຖ ໄປໃສມາໃສ ເພາະຕ້ອງຈ່າຍຄ່ານໍ້າມັນ ແພງຂຶ້ນເທົ່ານຶ່ງ ເຖິງຈະໄດ້ນໍ້າມັນຕາມທີ່ຕ້ອງການ.
“ກາບໍ່ຢາກໄປໃສມາໃສລະ ຈາກຕະກີ້ໃສ່ນໍ້າມັນເນາະ ແສນຊາວເຕັມຖັງດຽວນີ້ໃສ່ 2 ແສນ ຈັ່ງເຕັມຖັງ ກໍຢາກໃຫ້ແກ້ໄຂ ຄວບຄຸມແຫລະຄັນເປັນໄປໄດ້.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ການຄ້າພາຍໃນ ນະຄອນຫລວງຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງ ກ່າວວ່າເປັນເຣື່ອງຍາກທີ່ຣັຖບານລາວ ຈະມີການປັບລາຄານໍ້າມັນໃຫ້ຫລຸດລົງ ເພາະສ່ວນໃຫຍ່ປະເທດລາວນໍາເຂົ້ານໍ້າມັນ ມາຈາກຕ່າງປະເທດບໍ່ໄດ້ຜລິດເອງ ແລະທາງການລາວ ກໍຕ້ອງອີງໃສ່ລາຄາ ຕາມຕລາດໂລກຄືກັນກັບປະເທດອື່ນໆ.
“ມັນຈະບໍ່ວ່າ ແຕ່ວ່າໄທຍ, ລາວ, ວຽດນາມ, ກັມພູຊາ ບໍ່ມີໃຜຈະສາມາດປັບໄດ້ເນາະ ເພາະວ່າມັນເປັນອີງໃສ່ ລາຄາທ້ອງຕລາດໂລກພຸ້ນເດ ແຮງມີສົງຄາມນ່າມັນກໍຈະມີ ການເໜັງຕີງກະທົບຮອບໄທເຮົາ ພີ້ຫັ້ນແຫລະ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ທາງກະຊວງອຸດສາຫະກັມ ແລະການຄ້າ ແລະ ພາກສ່ວນທີ່ກ່ຽວ ຂ້້ອງກໍມີການປະຊຸມຈະຫລຸດພາສີ ອາກອນຕ່າງໆ ໃນການນຳເຂົ້ານໍ້າມັນ ໃຫ້ບັນດາທຸຣະກິຈປໍ້ານໍ້າມັນ ຊຶ່ງໃນທີ່ປະຊຸມກໍມີການພິຈາຣະນາ ຄົ້ນຄ້ວາກັນແຕ່ຍັງບໍ່ໄດ້ຈັດຕັ້ງປະຕິບັດເທື່ອ ຕ້ອງລໍຖ້າແຈ້ງການຈາກຣັຖບານ.

ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າທ່ານນຶ່ງ ຜູ້ຂໍສງວນຊື່ແລະຕຳແໜ່ງກ່າວວ່າ:
“ເພິ່ນປະຊຸມແລ້ວ ປັບມັນກໍຕ້ອງມີແຈ້ງການ ສຳນັກງານນາຍົກຕ່າງໆ ມັນຄ່ອຍຈັ່ງເຣີ້ມປະຕິ ບັດຫັ້ນນ່າຍັງບໍ່ທັນມີແຈ້ງການ ກໍຍັງຖືວ່າປະຕິບັດໂຕເກົ່າຢູ່.”
ເຈົ້າໜ້າທີ່ການຄ້າພາຍໃນ ນະຄອນຫລວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກໍກ່າວວ່າ ປັດຈຸບັນນີ້ເຈົ້າໜ້າທີ່ ກໍມີການລົງໄປກວດກາ ປໍ້ານໍ້າມັນຫລາຍແຫ່ງທີ່ປິດລົງວ່າ ປິດແທ້ບໍ່ ຫລືວ່າມີການກັກຕຸນນໍ້າມັນໄວ້ ຖ້າຫາກພົບວ່າມີການກັກຕຸນນໍ້າມັນ ເຈົ້າໜ້າທີ່ກໍຈະມີການປັບໄໝ ຕາມຣະບຽບກົດໝາຍ.
“ລົງກວດກັນຢູ່ດຽວນີ້ນ່າ ຜູ້ໃດຫາກບໍ່ມີເຫດບໍ່ມີຜົລ ກາໄດ້ປັບໄດ້ໄໝຕາມຣະບຽບຫັ້ນແຫລະເນາະ ຫລືວ່າປິດປໍ້າບໍ່ໄດ້ແຈ້ງໃຫ້ຜູ້ຊົມໃຊ້ ແຈ້ງໃຫ້ການຄ້າເມືອງລ່ວງໜ້າ ສາມວັນຖືວ່າພວກເຮົາມີມາຕການຢູ່ຫັ້ນແລ້ວ ຖ້າວ່າປໍ້າໃດໝົດນໍ້າມັນຈິງ ກາຖືວ່າບໍ່ມີບັນຫາແຫລະເນາະ.”
ການປັບຂຶ້ນລາຄານໍ້າມັນ ພາຍໃນປະເທດລາວສະເພາະປີນີ້ ຮວມທັງເທື່ອນີ້ແມ່ນປັບຂຶ້ນ ເປັນຄັ້ງທີ 7 ແລ້ວ ແລະ ຍັງມີທ່າອ່ຽງທີ່ລາຄານໍ້າມັນຈະປັບຂຶ້ນໄປອີກ ຍ້ອນວ່າຍັງມີປັດຈັຍທັງ ການເໜັງຕີງລາຄານໍ້າມັນຕລາດໂລກ ແລະ ອັດຕຣາແລກປ່ຽນທີ່ສູງຂຶ້ນ ບໍ່ວ່າຈະເປັນເງິນໂດລາຣ໌ສະຫະຣັຖ ແລະ ເງິນບາດໄທຍ.