ລາຄານໍ້າມັນ ທຸກຊນິດ ໃນລາວ ປັບຂຶ້ນອີກແລ້ວ

ສຸພັດຕາ
2022.06.02
ລາຄານໍ້າມັນ ທຸກຊນິດ ໃນລາວ ປັບຂຶ້ນອີກແລ້ວ ຄົນລາວຜູ້ໃຊ້ຣົຖຈັກ, ຣົຖໃຫຍ່ ກຳລັງລໍຖ້າຕຣຽມໃສ່ນ້ຳມັນ ຢູ່ຕໍ່ໜ້າປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ຮູບຖ່າຍເມື່ອວັນທີ 2 ເດືອນ ມິຖຸນາ 2022.
ນັກຂ່າວ ພົລເມືອງ

ລາຄານໍ້າມັນທຸກຊນິດ ໃນປະເທດລາວ ໄດ້ປັບຂຶ້ນອີກ ໃນວັນທີ່ 1 ມິຖຸນານີ້ ຖືເປັນຄັ້ງທີ່ 12 ຂອງປີ 2022 ໂດຍນໍ້າມັນແອັດຊັງພິເສດ ປັບຂຶ້ນອີກ 4,300 ກີບຕໍ່ລິດ ຈາກ 23,770 ກີບຕໍ່ລິດ ເມື່ອວັນທີ່ 19 ພຶສພາ ປີນີ້ ຂຶ້ນມາເປັນ 28,070 ກີບຕໍ່ລິດ, ແອັດຊັງທັມມະດາ ປັບຂຶ້ນ 3,320 ກີບຕໍ່ລິດ ຈາກ 18,570 ກີບຕໍ່ລິດ ເມື່ອວັນທີ່ 19 ພຶສພາ ປີນີ້ ຂຶ້ນມາເປັນ 21,890 ກີບຕໍ່ລິດ ແລະກາຊວນ ປັບຂຶ້ນ 2,180 ກີບຕໍ່ລິດ ຈາກ 18,160 ກີບຕໍ່ລິດ ເມື່ອວັນທີ່ 19 ພຶສພາ ປີນີ້ ຂຶ້ນມາເປັນ 20,340 ກີບຕໍ່ລິດ ແລະ ບໍ່ສະເພາະແຕ່ລາຄານໍ້າມັນໃນລາວ ທີ່ແພງຂຶ້ນເທົ່ານັ້ນ ສິນຄ້າອື່ນໆ ກໍແພງຂຶ້ນເຊັ່ນດຽວກັນ ດ້ວຍເຫດນີ້ ຄົນລາວຈໍານວນນຶ່ງທີ່ໄປໄທຍ ຈຶ່ງໃສ່ນໍ້າມັນ ແລະຊື້ເຄື່ອງຂອງຢູ່ໄທຍ ກ່ອນຈະກັບມາລາວ ເພາະນໍ້າມັນ ແລະສິນຄ້າອື່ນໆຢູ່ໄທຍ ຖືກກວ່າຢູ່ລາວ.

ດັ່ງຊາວລາວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ມິຖຸນາ ນີ້ວ່າ:

“ແມ່ນເຂົາເຈົ້າກໍໄປທ່ຽວແດ່ ຊື້ຂອງແດ່ ແລ້ວກໍໃສ່ນໍ້າມັນມາເລີຍ ຄັນວ່າໄປຊື່ໆມັນກະບໍ່ຄຸ້ມ ເພາະວ່ານໍ້າມັນຢູ່ພຸ້ນ ມັນຈະຖືກກວ່າຢູ່ພີ້ ບາດນີ້ຢູ່ນີ້ ນໍ້າມັນ ມັນກໍຂາດ ແອັດຊັງ 20 ປາຍພັນແລ້ວໃດ໋ ຢູ່ນີ້ບາງຄົນກໍໄດ້ ບາງຄົນກະນໍ້າມັນໝົດແລ້ວກໍບໍ່ໄດ້ໃສ່ ພາກັນຕໍ່ຄິວບັກຍາວໆ ເພື່ອຈະໄດ້ເຂົ້າເປັນຊົ່ວໂມງພຸ້ນນ່າ.”

ທ່ານກ່າວຕື່ມວ່າ ກ່ຽວກັບເຣື່ອງລາຄານໍ້າມັນ ແລະສິນຄ້າອື່ນໆໃນລາວແພງນີ້ ຣັຖບານລາວ ກໍຍັງບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກສ່ວນໃຫຍ່ແລ້ວ ສິນຄ້າຕ່າງໆແມ່ນຍັງນໍາເຂົ້າ ມາຈາກຕ່າງປະເທດຢູ່ ແລະອີກຢ່າງນຶ່ງ ອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ກໍແພງຂຶ້ນຫຼາຍ ສໍາລັບເງິນກີບລາວ.

“ໂອ້ ອັນນີ້ຍັງບໍ່ຈົບ ອັນນີ້ຫຼາຍຢູ່ ທຸກຢ່າງບໍ່ແມ່ນແຕ່ນໍ້າມັນ ຄິດວ່່າແກ້ບໍ່ໄດ້ດອກ ເພາະວ່າເງິນຍັງເຟີ້ຂນາດນີ້ ແກ້ໂຕເລຂເງິນຍັງບໍ່ໄດ້ແລ້ວ ແຫ່ງນໍ້າມັນ ກໍແຫ່ງບໍ່ໄດ້ແລ້ວ ເພາະວ່ານໍ້າມັນແຫ່ງມາແຕ່ປະເທດອື່ນ.”

ຂະນະທີ່ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ ນໍ້າມັນແພງຂຶ້ນເທື່ອນີ້ ກໍເຮັດຫຍັງບໍ່ໄດ້ແລ້ວ ມີແຕ່ຈະຕ້ອງໄດ້ປັບໂຕ ໃນການຂີ່ຣົຖໄປ-ມາໃຫ້ໜ້ອຍລົງ ບໍ່ຈໍາເປັນກໍບໍ່ໄປ ສ່ວນຄົນທີ່ຕັ້ງໃຈ ຈະໄປໃສ່ນໍ້າມັນຢູ່ໄທຍໂດຍຕຣົງນັ້ນ ຄິດວ່າບໍ່ຄຸ້ມຄ່າປານໃດ ແຕ່ຫາກຈະໄປທ່ຽວ ຫຼືຊື້ເຄື່ອງຂອງ ຫຼືວ່າວຽກ ຈະກໍຄຸ້ມຄ່າກວ່າ.

“ໄປຕ້ານເພິ່ນບໍ່ໄດ້ເດ້ ເຮັດແນວໃດ ມີແຕ່ຜ່ນອການໄປ ຜ່ອນການນໍາໃຊ້ຣົຖລົງ ເທົ່ານັ້ນຫັ້ນແຫຼະ ຈໍາເປັນໄປໃຫ້ມັນໄດ້ວຽກ ໄດ້ອັນນັ້ນອັນນີ້ ໄປບາດດຽວເລີຍ ຄັນຕັ້ງໃຈຈະໄປຊື້ນໍ້າມັນຢູ່ໄທຍນີ້ ບໍ່ຄຸ້ມດອກ ແຕ່ວ່າຄັນໄປວຽກໄປຊື້ເຄື່ອງແດ່ຫັ້ນນ່າ ໄດ້ວຽກເຈົ້າແດ່ ໃສ່ນໍ້າມັນມາແດ່ ເອີ່ກະເບົາບາງລົງຫຼາຍເຕີບ.”

ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນນີ້ ເຖິງແມ່ນວ່າລາຄານໍ້າມັນໃນລາວ ຈະປັບລາຄາແພງຂຶ້ນ ແຕ່ກໍຍັງຫາຊື້ຍາກຢູ່ຄືເກົ່າ ເພາະປໍ້ານໍ້າມັນ ບໍ່ໄດ້ເປີດໝົດທຸກປໍ້າ ແລະກໍຍັງໄດ້ໄປລຽນຄິວຍາວຢູ່ຄືເກົ່າ ເຊິ່ງຕົນເອງ ກໍຫັນມາຂີ່ຣົຖຈັກ ເພາະໃສ່ນໍ້າມັນ ອາທິດນຶ່ງປະມານ 1 ແສນກີບ.

“ນໍ້າມັນນີ້ຫວາ ຢູ່ລາວເຮົາແຫ່ງແພງ ທຸກມື້ນີ້ ເຂົາເຈົ້າກະຕໍ່ແຖວເດ້ ຖາມວ່າຫາຍາກບໍ່ ມັນກໍຍາກໜ້ອຍນຶ່ງ ບາງປໍ້າເຂົາເຈົ້າບໍ່ເປີດຫັ້ນນ່າ ອັນນີ້ເຮົາບໍ່ຄ່ອຍ ຂັບຣົຖໃຫຍ່ເນາະ ສ່ວນຫຼາຍເຮົາຂັບຣົຖຈັກ ມັນສະດວກ ມັນເຕີບນໍ້າມັນ ອາທິດນຶ່ງ ອາທິດລະແສນ.”

ໃນຂະນະດຽວກັນ ເຈົ້າຂອງປໍ້ານໍ້າມັນແຫ່ງນຶ່ງ ໃນແຂວງໜອງຄາຍ ປະເທດໄທຍ ກໍກ່າວວ່າ ກໍເຫັນຄົນລາວ ຂັບຣົຖເຂົ້າມາໃສ່ນໍ້າມັນໃນປໍ້າຫຼາຍຂຶ້ນ ແຕ່ວ່າສ່ວນໃຫຍ່ ເຂົາເຈົ້າຈະເຂົ້າມາທ່ຽວ ຫຼືຊື້ເຄື່ອງຂອງໃນໄທຍ ກ່ອນຈະກັບຝັ່ງລາວ ກໍພາກັນມາໃສ່ນໍ້າມັນກ່ອນ.

“ຊ່ວງນີ້ ກໍເພີ່ມຂຶ້ນ ຄືເຂົາເຈົ້າມາຊື້ເຄື່ອງຂອງ ມາທ່ຽວອິຫຍັງແບບນີ້ ເຂົາກໍແວະມາເຕີບນໍ້າມັນ ຈະໄປອຸດອນແບບນີ້ ເຂົາກໍມາເຕີມນໍ້າມັນ ແລະກັບຈາກອຸດອນ ເຂົາກໍເລີຍເຕີມນໍ້າມັນໃຫ້ເຕັມຖັງໄວ້ ເພື່ອຈະກັບບ້ານ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ໄດ້ກ່າວໃນມື້ດຽວກັນນີ້ວ່າ ການປັບຂຶ້ນລາຄານໍ້າມັນໃນເທື່ອນີ້ ກໍຍ້ອນ ບໍຣິສັດນໍ້າເຂົ້ານໍ້າມັນ ຮັບນໍ້າມັນມາໃນລາຄາແພງ ຮວມທັງຄ່າຂົນສົ່ງ ຄ່າບໍຣິການອື່ນໆກໍແພງຂຶ້ນ ຈຶ່ງຈໍາເປັນຕ້ອງໄດ້ປັບລາຄານໍ້າມັນຂຶ້ນ ຕາມກົລໄກຕລາດ ແລະຣັຖບານ ກໍຫາວິທີຈະແກ້ໄຂຢູ່.

“ເຣື່ອງນໍ້າມັນ ຣັຖບານເຮົາ ກໍາລັງຊອກວິທີແກ້ຢູ່ ໃຫ້ທະນາຄານເຮົາຄົ້ນຄວ້າ ເຣື່ອງເງິນຕຣາຕ່າງປະເທດ ທີ່ຈະສນອງໃຫ້ເຂົາຫັ້ນແຫຼະ ການປັບຂຶ້ນ ມັນກໍເປັນໄປຕາມກົລໄກ ຂອງມັນຫັ້ນແຫຼະ ຮັບມາແພງເດ້ ກະຕ້ອງໄດ້ຮັບຂຶ້ນ.”

ຈາກລາຄານໍ້າມັນຢູ່ລາວແພງຂຶ້ນນີ້ ເຫັນວ່າຄົນລາວຈໍານວນນຶ່ງ ທີ່ໄປທ່ຽວ, ໄປຊື້ເຄື່ອງຂອງ ຫຼືໄປເຮັດວຽກໃນໄທຍ ພາກັນໃສ່ນໍ້າມັນຣົຖເຕັມຖັງ ແລ້ວຈຶ່ງກັບລາວ ເພາະນໍ້າມັນຢູ່ໄທຍ ມີລາຄາຖືກກວ່າຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.