ຜູ້ປະກອບການ ປ້ຳນ້ຳມັນ ຫຼາຍແຫ່ງ ຕ້ອງປິດໃຫ້ບໍຣິການ
2022.06.10

ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການຫລຸດລາຄາ ຂາຍຍ່ອຍນໍ້າມັນເຊື້ອເພີງ ໃນຂອບເຂດທົ່ວປະເທດ ເມື່ອວັນທີ 8 ມິຖຸນານີ້ ຄືຫລຸດລາຄານໍ້າມັນແອັດຊັງພິເສດລົງ 150 ກີບຕໍ່ລິດ, ແອັດຊັງທັມມະດາ 2,060 ກີບ ແລະກາຊັວນ 920 ກີບ, ເຮັດໃຫ້ເຈົ້າຂອງ ປໍ້ານໍ້າມັນຫລາຍກວ່າ 80% ປິດກິຈການລົງຊົ່ວຄາວ ຍ້ອນບໍ່ໄດ້ກໍາໄລ.
ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິຖຸນານີ້ວ່າ:
“ບັນດາປະເທດອ້ອມຂ້າງນີ້ ຖືວ່າລາຄາຂຶ້ນສະນັ້ນແລ້ວ ຊື້ເຂົ້າມາແລ້ວກໍບໍ່ສາມາດ ທີ່ຈະຂາຍໄດ້ ໄປຊື້ນໍ້າມັນກໍໄປຊື້ 10 ມາຂາຍ 10 ມັນກໍບໍ່ໄດ້ແລ້ວເນາະ ຄ່າເດັກປໍ້າ ຄ່າອະນາມັຍ ຄ່າເງິນເດືອນອີ່ຫຍັງຫັ້ນລະ ມີແຕ່ວ່າໃຫ້ຣັຖບານລາວ ປັບໃຫ້ລາຄາມັນໄປໄດ້ ກັບທຸຣະກິຈຫັ້ນນ່າ ຕ້ອງໄດ້ຍົກຂຶ້ນອີກລາຄານີ້ນ່າ ຈຶ່ງຈະສາມາດສນອງນໍ້າມັນນີ້ໃຫ້ບັນ... ພາຍໃນນີ້ພຽງພໍ.”
ສໍາລັບສາເຫດທີ່ເຮັດໃຫ້ເຈົ້າຂອງ ປໍ້ານໍ້າມັນຂາດທຶນ ປະມານ 1,000 ກີບຕໍ່ລິດ ຫລືຫລາຍກວ່ານັ້ນ ກໍຍ້ອນວ່າ ໄດ້ຊື້ນໍ້າມັນມາຈາກຕ່າງປະເທດ ດ້ວຍເງິນບາດ ຫລືເງິນໂດລ້າຣ໌ສະຫະຣັຖ ແລະຂາຍນໍ້າມັນເປັນເງິນກີບ ທີ່ມີຄວາມຜັນຜວນສູງ ແລະມີອັດຕຣາແລກປ່ຽນອ່ອນຄ່າລົງເລື້ອຍໆ.
ດັ່ງເຈົ້າຂອງປໍ້ານໍ້າມັນຂນາດໃຫຍ່ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ມັນບໍ່ມີນໍ້າມັນນ້ແຫລະ ນໍ້າມັນບໍ່ພຽງພໍ ເວົ້າງ່າຍໆສາ ມັນບໍ່ພຽງພໍ ຄັນວ່າເປັນປໍ້າຂອງບໍຣິສັດເຊື້ອເພີງລາວແທ້ໆ ຫັ້ນນ່າ ນໍ້າມັນເຂົາເອົາອອກໄປ ເຂົາກໍເອົາອອກຈາກເຮົາ ເອົາອອກຈາກສາງເຮົາ ເຣື່ອງຂາດທຶນມັນກໍສິມີສ່ວນຫັ້ນແຫລະ ເພາະວ່າອັດຕຣາແລກປ່ຽນ ມັນກໍສູງແມ່ນຫຍັງ.”
ເຈົ້າຂອງປໍ້ານໍ້າມັນ ຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊນາງນຶ່ງເວົ້າວ່າ ທີ່ຜ່ານມາ ປະເທດລາວ ຈະນໍານໍ້າມັນເຊື້ອເພີງເຂົ້າມາ ຈາກປະເທດໄທຍ ຜ່ານນະຄອນຫລວງວງວຽງຈັນ ເປັນສ່ວນໃຫຍ່, ຈາກນັ້ນຈຶ່ງກະຈາຍອອກໄປ ບ່ອນອື່ນໆທົ່ວປະເທດ, ເຮັດໃຫ້ປໍ້ານໍ້າມັນໃນເມືອງ ແລະແຂວງຕ່າງໆ ຈໍາປັນຕ້ອງໄດ້ລໍຖ້າ ແລະບາງເທືອກໍບໍ່ມີນໍ້າມັນຂາຍ ດົນກວ່າ 2-3 ມື້ກໍມີ.
“ບໍ່ມີນ່າ 3 ມື້ແລ້ວ ບໍ່ມີຄືກັນ ມີເປັນບາງມື້ຄືກັນ ກໍເຂົ້າມາແຕ່ໄທຍ ແລ້ວກໍມາລົງວຽງ ແລ້ວຈຶ່ງມາປາກຊັນ ມັນກໍມີເປັນບາງມື້ຄືກັນຫັ້ນນ່າ.”
ທີ່ຜ່ານມາ ລາວນໍານໍ້າມັນເຊື້ອເພີງ ມາຈາກສິງກະໂປ, ໄທຍ ແລະວຽດນາມ, ແຕ່ດຽວນີ້ ບໍ່ມີເງິນຕຣາຕ່າງປະເທດພຽງພໍ ທີ່ຈະຊື້ນໍ້າມັນເຂົ້າມາ ເຮັດໃຫ້ເກີດການຂາດແຄນນໍ້າມັນມາໄດ້ກວ່າ 2 ເດືອນແລ້ວ, ເຖິງທາງການລາວ ຈະພະຍາຍາມແກ້ໄຂ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້.
ປັດຈຸບັນ ຜແນກອຸດສາຫະກັມ ແລະການຄ້າຫລາຍແຂວງ ໄດ້ລົງຮິບໂຮມຂໍ້ມູນ ກ່ຽວກັບປໍ້ານໍ້າມັນ ໃນແຕ່ລະມື້ ເພື່ອຈະຮູ້ວ່າ ປໍ້າໃດແດ່ເປີດ ແລະປໍ້າໃດແດ່ປິດ ຍ້ອນນໍ້າມັນຂາດປໍ້າຫລາຍ ເພື່ອແຈ້ງໃຫ້ປະຊາຊົນຮູ້.
ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າແຂວງບໍຣິຄໍາໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງເວົ້າວ່າ:
“ໂດຍ ຂາດຫລາຍ ມີບາງມື້ ບາງມື້ກໍບໍ່ ມີ ມີຫລາຍປໍ້າ ແຕ່ວ່າມາເປັນບາງມື້ ແຕ່ວ່າມີປໍ້າລະໜ້ອຍຊີ້ນະ.”
ໜ່ວຍງານການຄ້າພາຍໃນ ແຂວງບໍຣິຄໍາໄຊ ເວົ້າໃນມື້ວັນທີ 10 ມິຖຸນານີ້ວ່າ ເມືອງປາກຊັນມີປໍ້ານໍ້າມັນ 21 ແຫ່ງ, ແຕ່ເປີດໃຫ້ບໍຣິການພຽງ 3 ແຫ່ງ ທີ່ຂາຍນໍ້າມັນແອັດຊັງທັມມະດາຈໍານວນ 3,000 ລິດ ແລະນໍ້າມັນກາຊວນ 16,000 ລິດເທົ່ານັ້ນ. ທີ່ເມືອງຄໍາເກີດ ມີ 2 ປໍ້າບໍຣິການ ທີ່ຂາຍສະເພາະນໍ້າມັນແອັດຊັງ 3,000 ລິດ, ເມືອງປາກກະດິງ ກໍມີ 2 ປໍ້າ ທີ່ມີນໍ້າມັນແອັດຊັງທັມມະດາຂາຍ 12,000 ລິດ ແລະນໍ້າມັນກາຊວນ 12,000 ລິດ. ສ່ວນປໍ້ານໍ້າມັນຢູ່ເມືອງວຽງທອງ ແມ່ນປິດໝົດທຸກປໍ້າ.
ເຖິງແມ່ນວ່າ ຣັຖບານປະກາດໃຫ້ຫລຸດ ລາຄານໍ້າມັນທຸກປະເພດລົງ ແຕ່ກໍຍັງເຫັນວ່າ ເປັນລາຄາທີ່ສູງຂຶ້ນເກືອບເຖິງ 100% ເມື່ອທຽບໃສ່ປີ 2018, ເຮັດໃຫ້ຄ່າບໍຣິການ ແລະສິນຄ້າຕ່າງໆມີລາຄາເພີ່ມຂຶ້ນຫລາຍ ຍ້ອນເງິນກີບອ່ອນຄ່າລົງຫລາຍ.
ດັ່ງປະຊາຊົນ ຢູ່ບ້ານຫ້ວຍສຽດ ເມືອງປາກຊັນນາງນຶ່ງເວົ້າວ່າ:
“ຊ່ວງນຶ່ງລະແມ່ນເຕັມຖັງ 5 ແສນ-6 ແສນ (ກີບ) ນໍ ແຕ່ມາຊ່ວງນີ້ກໍ 7 ແສນ-8 ແສນ ເພິ່ມຂຶ້ນ ແຕ່ກໍຍັງບໍ່ທັນໄດ້ຮອດ 1 ລ້ານ ຂຶ້ນຫລາຍ ເພາະວ່າແກ່ກີ້ມັນມີແຕ່ 10 ປາຍພັນ ແລ້ງວບາດນີ້ມັນ 20 ພັນແລ້ວເດຕໍ່ລິດຫັ້ນນະ ມັນກໍຍັງແພງຫັ້ນແຫລະ.”
ລາຄານໍ້າມັນແພງ ເຮັດໃຫ້ປະຊາຊົນໄປ-ມາບໍ່ສະດວກ, ຕ້ອງປະຢັດໃນການເດີນທາງ, ຈໍານວນນຶ່ງກໍປ່ຽນຈາກການໃຊ້ຣົຖໃຫຍ່ມາໃຊ້ຣົຖຈັກ ແລະໄປບ່ອນໃກ້ກໍຂີ່ຣົຖຖີບເອົາ.
ດັ່ງຊາວບ້ານຫ້ວຍສຽດອີກຜູ້ນຶ່ງເວົ້າວ່າ:
“ຕໍ່ກໍຕ້ອງໄດ້ອັນໃຊ້ໂຕຊ່ອຍຫັ້ນແຫລະ ໃກ້ກໍຂີ່ຣົຖຖີບ ຖ້າແມ່ນພວກທີ່ເຄີຍໃຊ້ຣົຖໃຫຍ່ ກໍຫັນມາໃຊ້ຣົຖຈັກນໍາ ໂອຍກໍແພງເຕີບໃດ໋ ຖ້າທຽບເປັນເງິນກີບໃດ໋ ກາຊວນກໍຊື້ລິດນຶ່ງ ປັດຈຸບັນນີ້ກໍ 19,000 ປາຍກີບ ກໍແພງຢູ່ໃດ໋ ແມ່ນຂຶ້ນຫລາຍ ຂຶ້ນທົບເຄິ່ງມາເລີຍນະ.”
ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ຫລຸດລາຄາຂາຍຍ່ອຍ ນໍ້າມັນເຊື້ອເພີງໃນຂອບເຂດທົ່ວປະເທດ ຊຶ່ງໃນນັ້ນລະບຸວ່າ ແຕ່ເວລາ 6 ໂມງເຊົ້າຂອງມື້ວັນທີ 8 ມິຖຸນານີ້ເປັນຕົ້ນໄປ ຈະປັບຫລຸດລາຄາ ນໍ້າມັນແອັດຊັງທັມມະດາ ຈາກ 21,890 ກີບຕໍ່ລິດ ລົງມາເປັນ 19,830 ກີບ, ແອັດຊັງພິເສດ ຈາກ 28070 ກີບລົງມາເປັນ 27,920 ກີບ ແລະກາຊວນ ຈາກ 20,340 ກີບລົງມາເປັນ 19,420 ກີບ, ຖືເປັນການປັບຫລຸດ ລາຄານໍ້າລົງເທື່ອທໍາອິດ ໃນປີ 2022 ນີ້ ຫລັງຈາກມີການປັບຂຶ້ນມາແລ້ວ 13 ຄັ້ງ ແລະເມື່ອປີກາຍ ໄດ້ປັບລາຄານໍ້າມັນຂຶ້ນ 18 ຄັ້ງ.