ສວັນນະເຂດ ຂາດເຂີນນ້ຳມັນ ປະຊາຊົນເດືອດຮ້ອນ
2022.05.05
ນໍ້າມັນເຊື້ອເພີງຢູ່ແຂວງສັວນນະເຂດ ຂາດຕລາດເປັນບັນຫາມາຕັ້ງແຕ່ ລາຄານໍ້າມັນແພງຂຶ້ນ ຊຶ່ງເຮັດໃຫ້ປໍ້າຂາຍນໍ້າມັນຈໍານວນນຶ່ງຕ້ອງໄດ້ປິດ 1-2 ມື້, ຍັງມີແຕ່ປໍ້ານໍ້າມັນໃຫຍ່ເປີດຂາຍ ແຕ່ກໍບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້, ມີຄົນຈໍານວນນຶ່ງໄປຫາຊື້ນໍ້າມັນນໍາຊາວບ້ານທີ່ຂາຍເປັນຕຸກ ເປັນແກ້ວ ຕາມແຄມທາງພໍໄດ້ໃສ່ຣົຖຂີ່ ຊຶ່ງປະຊາຊົນຢາກໃຫ້ພາກສ່ວນທາງການທີ່ກ່ຽວ ຂ້ອງແກ້ໄຂບັນຫານີ້ໄວ.
ດັ່ງຊາວບ້ານ ຢູ່ແຂວງສວັນນະເຊດຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ພຶສພານີ້ວ່າ:
“ມັນຂາດບາງປ້ຳ, ບາງປໍ້າມັນກໍມີແຕ່ຕອນເຊົ້າ ໂອ ຫລາຍມື້ແລ້ວ ບາງຄັ້ງນໍ້າມັ້ນບໍ່ພໍ ກະໄດ້ໃສ່ນໍ້າມັນແກ້ວໄປ ມັນຫາກໜ້ອຍ ກໍປະຢັດຂີ່ເອົາຫັ້ນແຫລະ ຢູ່ແຖວທາງ ບາງຄົນກໍເຫັນເຂົາຈູງຣົຖແດ່ກະມີ ກໍຢາກໃຫ້ແກໄຂໄວໆແຫລະ.”
ແລະປະຊາຊົນຢູ່ແຂວງສວັນນະເຂດ ອີກຜູ້ນຶ່ງກໍເວົ້າວ່າ ຕົນກໍໄດ້ຮັບຄວາມເດືອດ ຮ້ອນເຊັ່ນກັນ, ບໍ່ມີນໍ້າມັນໃສ່ຣົຖ ບໍ່ໄດ້ອອກໄປໃສ, ບາງຄົນກໍໄປຫາເລາະຊື້ນໍ້າມັນ ທີ່ເຂົາຂາຍເປັນແກ້ວມາໄວ້ໃສ່ຣົຖ ພໍໄດ້ໄປເຮັດວຽກ.
“ບໍ່ມີນໍ້າມັນກໍບໍ່ໄດ້ອອກເຮືອນ ບາງຄົນກະຫາເລາະຊື້ຕາມບ້ານຄົນ ບໍ່ຮອດລິດດອກ ຄັນຂະເຈົ້າກະຂາຍ ກະ 20 ພັນ ເມື່ອໃດມີນໍ້າມັນກະໄປຕໍ່.”
ພ້ອມກັນນັ້ນ ປະຊາຊົນຢູ່ແຂວງສວັນນະເຂດຜູ້ອື່ນອີກ ກໍເວົ້າວ່າ ເປັນຄວາມຈິງທີ່ວ່າ ແຂວງສວັນນະເຂດ ບາງປໍ້ານໍ້າມັນຂາດ, ແຕ່ກໍມີຄົນຈໍານວນນຶ່ງໄປຊື້ມາກັກໄວ້ໄດ້ທັນ ແລະບາງຄົນກໍໄດ້ໄປເລາະຫາຊື້ພໍໄດ້ໃສ່ຣົຖເຮັດການ ເຮັດງານ.
“ແມ່ນໆ ມື້ວານປິທຸກປໍ້າ ບາງຄົນກະຊື້ໄວ້ ເຂົາເຈົ້າແບບ 2-3 ມື້ເປີດເທື່ອນຶ່ງ ເຂົາເຈົ້າກະຊື້ຕູນໄວ້ ບາງຄົນກະໝົດ ກະໄປຫາເລາະຊື້ເປັນແກ້ວ 20 ພັນກະໄດ້ໜ້ອຍນຶ່ງ ນໍ້າຫົວເສືອຕົງກາງເດ໋ ຕຸກ ນ້ອຍໆ ເພິ່ນຈະແກ້ໄດ້ອີກບໍ່ແຫລະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງປໍ້ານໍ້າມັນຢູ່ແຂວງສວັນນະເຂດ ແຫ່ງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ພຶສພານີ້ວ່າ ປໍ້ານໍ້າມັນຂອງຕົນຍັງເປິດຂາຍຢູ່ ແຕ່ມັນກໍບໍ່ມີພຽງພໍ ຕໍ່ຄວາມຕ້ອງການຂອງປະຊາຊົນ, ມື້ໃດບໍຣິສັດນໍ້າມັນມາສົ່ງໃຫ້ ທາງປໍ້າກໍເປີດຂາຍ, ສົ່ງມາໃຫ້ເທົ່າໃດກໍໄດ້ຂາຍເທົ່ານັ້ນ, ມີຫລາຍຄົນມາລຽນຄິວກັນຖ້າຊື້, ບໍ່ໄດ້ຈໍາກັດວ່າ ຜູ້ໃດຕ້ອງໃສ່ນໍ້າມັນເທົ່າໃດ, ມີບາງຄົນຊື້ນໍ້າມັນໄປກັກໄວ້. ສ່ວນສາເຫດທີ່ເຮັດໃຫ້ນໍ້າມັນແພງ ແລະຂາດປໍ້າໃນໄລຍະນີ້ ທາງການແຂວງເພິ່ນກໍຣາຍງານວ່າ ເງິນກີບເຟີ້ ເຮັດໃຫ້ລາຄານໍ້າມັນທີ່ນໍາເຂົ້າມາສູງແລະບໍ່ຫລາຍ, ຊຶ່ງທາງການຂໍຫາວິທີແກ້ໄຂບັນຫານີ້ຢູ່.
ດັ່ງທີ່ທ່ານກ່າວວ່າ:
“ກະບໍ່ໄດ້ປິດ ຖ້ານໍ້າມີກໍໃຫ້ໃສ່ປົກຕິ ຖ້ານໍ້າມັນໝົດ ກໍຂຽນປ້າຍນໍ້າມັນໝົດ ແຂວງກໍລາຍງານວ່າການນໍາເຂົ້າ ມີລາຄາແພງແລ້ວກະເງິນມັນເຟີ້ ເຮັດໃຫ້ມີຄ່າສູງໃນການນໍາເຂົ້າ ເພີ່ມກໍາລັງຮ່ວມເລັ່ງແກ້ໄຂບັນຫານີ້ແຫລະ... ຈັກ ບໍ່ຮູ້ຈະໄດ້ມື້ໃດ.”
ແລະເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າແຂວງສວັນນະເຂດ ຜູ້ຂໍສງວນ ຊື່ ແລະຕໍາແໜ່ງທ່ານນຶ່ງກໍເວົ້າວ່າ ບັນຫາທີ່ວ່ານີ້ໄດ້ເກີດຂຶ້ນ ມາເປັນເດືອນແລ້ວ ແຕ່ບໍ່ແມ່ນວ່າ ແຂວງສວັນນະເຂດບໍ່ມີນໍ້າມັນຂາຍເລີຍ, ມີຂາຍຢູ່ແຕ່ມັນໜ້ອຍລົງ, ບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ຍ້ອນບໍ່ມີເງິນຕຣາຕ່າງປະເທດຊື້ເຂົ້າມາຫລາຍ.
“ນໍ້າມັນທີ່ສນອງໃຫ້ກັບບັນດາປໍ້ານັ້ນມັນບໍ່ພຽງ ພໍ ການນໍາເຂົ້າຂອງເຮົານີ້ແຫລະມັນຫລຸດລົງ ສາເຫດມັນກໍມີຫລາຍຢ່າງເນາະ ນຶ່ງມາກໍເຣື່ອງການຊໍາຣະສະສາງເງິນຕຣາ ເພາະວ່າເຮົາຊື້ນໍ້າມັນ ເຮົາໃຊ້ເງິນຕຣາຕ່າງປະເທດຊື້ ພາຍໃນເຮົານີ້ ເງິນຕຣາທີ່ສນອງໃຫ້ກັບບໍຣິສັດນໍາເຂົ້ານັ້ນນ່າ ນໍ້າມັນບໍ່ພຽງພໍ ທາງເຮົາສິມີມາຕການນໍາສເນີທາງຂັ້ນເທິງ ທາງຣັຖບານແຫລະເນາະແກ້ໄຂຊ່ວຍເນາະ.”
ປັດຈຸບັນ ທົ່ວປະເທດລາວ ມີ 4 ບໍຣິສັດ ທີ່ສາມາດນໍານໍ້າມັນເຂົ້າມາໄດ້ ແຕ່ ນໍາເຂົ້າມາໄດ້ໃນຈໍານວນທີ່ບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ທ່ານ ໂພສີສ້ອຍ ກຸທິລາດ ກັມມະການພັກແຂວງ, ຫົວໜ້າຜແນກອຸດສາຫະກັມ ແລະການຄ້າແຂວງສວັນນະເຂດ ເວົ້າເຖິງບັນຫາດັ່ງກ່າວໃນມື້ວັນທີ 4 ພຶສພານີ້ວ່າ ເປັນຄວາມຈິງແທ້ ທີ່ນໍ້າມັນຂາດປໍ້າຢູ່ບາງປໍ້າ ຊຶ່ງສ່ວນໃຫຍ່ເປັນນໍ້າມັນ ແອັດຊັງ ຍ້ອນມີບັນຫາຂັດແຍ່ງຂອງປະເທດຜລິດນໍ້າມັນລາຍໃຫຍ່ ທີ່ສົ່ງນໍ້າມັນອອກໄປທົ່ວໂລກ ຜລິດນໍ້າມັນໜ້ອຍລົງ ເຮັດໃຫ້ນໍ້າມັນດິບໃນຕລາດໂລກມີລາຄາສູງຂຶ້ນຕໍ່ເນື່ອງ ແລະເຮັດໃຫ້ປະເທດທີ່ນໍານໍ້າມັນເຂົ້າມາໄດ້ຮັບຜົລກະທົບ.
ແລະອັດຕຣາຄ່າແລກປ່ຽນ ເອົາເງິນຕຣາເໜັງຕີງໃນແຕ່ລະມື້ ໂດຍສະເພາະເງິນໂດລາ ທີ່ສນອງໃຫ້ພາກທຸຣະກິດ ຊື້ນໍ້າມັນເຂົ້າມາຈໍາໜ່າຍຢູ່ປະເທດລາວ ກໍມີບໍ່ພຽງພໍຕາມຄວາມຕ້ອງການ ເຮັດໃຫ້ຈໍານວນນໍ້າມັນເຂົ້າມາຫລຸດລົງ ໃນຂະນະທີ່ຄວາມຕ້ອງການໃຊ້ນໍ້າມັນຂອງສັງຄົມຍັງສູງ.
ແຂວງສວັນນະເຂດນໍານໍ້າມັນເຊື້ອເພີງ ເຂົ້າມາໃນແຕ່ລະເດືອນຫລຸດລົງຫລາຍ ຄືແຕ່ເດືອນກຸມພາຫາເດືອນມິນາ 2022 ນີ້ ການນໍາເຂົ້າຫລຸດລົງ 18% ແລະໃນເດືອນເມສາຫລຸດລົງເຖິງ 24%.
ປໍ້ານໍ້າມັນເຊື້ອເພີງຂາດນໍ້າມັນ ນອກຈາກມີນໍ້າມັນໜ້ອຍແລ້ວ ສ່ວນນຶ່ງກໍເປັນຍ້ອນມີຄົນຈໍານວນນຶ່ງສວຍໂອກາດຊຶື້ນໍ້າມັນຈາກປໍ້າໄປໄວ້ຂາຍເປັນແກ້ວ ເປັນຕຸກຕາມແຄມທາງ ໃນລາຄາສູງ ຊຶ່ງທາງໜ່ວຍງານສະເພາະກິຈຂອງຜແນກອຸດສາຫະກັມ ແລະການຄ້າແຂວງສວັນນະເຂດ ກໍໄດ້ຕິດຕາມ ກວດກາ ເພື່ອບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄານໍ້າມັນແພງເກີນໄປ ໃນສະພາບທີ່ນໍ້າມັນຍັງຂາດຕລາດຢູ່ໃນແຂວງນີ້.