ປ້ຳນ້ຳມັນ ຣາຍຍ່ອຍ ຂາຍເກີນລາຄາ ທີ່ຣັຖກຳນົດ

ສຸພັດຕາ
2022.07.08
ປ້ຳນ້ຳມັນ ຣາຍຍ່ອຍ ຂາຍເກີນລາຄາ ທີ່ຣັຖກຳນົດ ປະຊາຊົນ ລໍຖ້າໃສ່ນ້ຳມັນ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນມິຖຸນາມ 2022.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ເຖິງແມ່ນວ່າ ປໍ້ານໍ້າມັນເຊື້ອເພີງ ຈໍານວນຫຼາຍ ພາຍໃນປະເທດລາວ ຈະເປີດໃຫ້ບໍຣິການ ເປັນປົກກະຕິແລ້ວ ແຕ່ຢ່າງໃດກໍຕາມ ຍ້ອນຄ່າເງິນກີບທີ່ອ່ອນຄ່າ ເຮັດໃຫ້ເຈົ້າຂອງກິຈການປໍ້ານໍ້າມັນຫຼາຍແຫ່ງ ໂດຍສະເພາະ ໃນພື້ນທີ່ເຂດນອກ ຈໍາເປັນຕ້ອງໄດ້ຂາຍນໍ້າມັນເຊື້ອເພີງ ປະເພດຕ່າງໆ ສູງກວ່າລາຄາ ທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ກໍານົດ ປະມານ 5 ພັນກີບ ຕໍ່ລິດ.

ດັ່ງເຈົ້າໜ້າທີ່ ຜແນກປົກປ້ອງຜູ້ຊົມໃຊ້ ກົມການຄ້າພາຍໃນ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ 2022 ນີ້ວ່າ:

“ອ່າ ກາຍຫຼາຍເດ້ ຄືໂຕຢ່າງ ຄືຊ່ວງໄລຍະຜ່ານມານີ້ ຊ່ວງເດືອນ 6 ນີ້ເນາະ ຢູ່ນີ້ມັນກະ ລາຄາຫັ້ນ ກໍຈະຢູ່ 19 ຫຼື 20 ພັນ ເຂົາກໍອາຈມາຂາຍຢູ່ 20, 25 ພັນ ຈັ່ງຊີ້.”

ສໍາລັບສາເຫດ ທີ່ເຮັດໃຫ້ຜູ້ປະກອບການ ປໍ້ານໍ້າມັນຣາຍຍ່ອຍ ບໍ່ສາມາດຂາຍນໍ້າມັນເຊື້ອເພີງປະເພດຕ່າງໆ ຕາມລາຄາ ທີ່ທາງການກໍານົົດໄວ້ໄດ້ນັ້ນ ເປັນຍ້ອນພວກເຂົາເຈົ້າ ໄປຊື້ນໍ້າມັນດ້ວຍໂຕເອງ ໃນລາຄາທີ່ສູງກວ່າ ລາຄານໍ້າມັນເຊື້ອເພີງ ທີ່ຮັບຊື້ຈາກບໍຣິສັດໂຕແທນນໍາເຂົ້ານໍ້າມັນ ຂອງທາງການລາວ.

ດັ່ງເຈົ້າໜ້າທີ່ ຜແນກປົກປ້ອງຜູ້ຊົມໃຊ້ ກົມການຄ້າພາຍໃນ ຜູ້ດຽວກັນນີ້ ກ່າວວ່າ:

“ທາງບໍຣິສັດບໍ ຫຼືທາງປໍ້າເນາະ ແມ່ນເພິ່ນໄປຊື້ກັບບໍຣິສັດເອງ ໂດຍທີ່ວ່າ ບໍ່ໄດ້ຜ່ານໂຕແທນຫັັ້ນເນາະ ອັດຕຣາແລກປ່ຽນແດ່ ເງິນເຮົາ ເງິນລາວມັນເຟີ້ແນ່ ອັດຕຣາແລກປ່ຽນ ເຣດມັນຂຶ້ນສູງແດ່ ເຂົາກະໄປຊື້ຊົ້ວະກັບເຂົາ ເຮົາແຈ້ງການອອກ 20 ພັນ ແຕ່ວ່າເຂົາໄປຊື້ໃນລາຄາ 21 ພັນ 22 ພັນນີ້ ເຂົາບໍ່ສາມາດຂາຍ 21 ພັນ ຄືເຮົາໄດ້ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ທີີ່ຜ່ານມາ ການຄິດໄລ່ລາຄານໍ້າມັນເຊື້ອເພີງ ພາຍໃນປະເທດລາວ ຈະຄິດໄລ່ຈາກການນໍ້າເຂົ້າ, ພາສີ, ອາກອນຊົມໃຊ້, ກອງທຶນບູຣະນະທາງ ແລະຄ່າບໍຣິການອື່ນໆ ໂດຍຕົ້ນທຶນ ການນໍາເຂົ້າດັ່ງກ່າວນີ້ ທາງການລາວ ຈະອີງຕາມອັດຕຣາແລກປ່ຽວເງິນຕຣາຕ່າງປະເທດ ຕາມທີ່ທະນາຄານ ແຫ່ງ ສປປ ລາວ ກໍານົດ ໃນຂະນະທີ່ ຜູ້ປະກອບການປໍ້ານໍ້າມັນ ຣາຍຍ່ອຍຈໍານວນນຶ່ງ ທີ່ຊື້ນໍ້າມັນມາຂາຍດ້ວຍໂຕເອງນັ້ນ ຈໍາເປັນຕ້ອງໄດ້ຊື້ ດ້ວຍເງິນຕຣາຕ່າງປະເທດ ໃນອັດຕຣາແລກປ່ຽນ ຕາມທີ່ຮ້ານຮັບແລກປ່ຽນເງິນຕຣາ ຕ່າງຂອງເອກຊົນກໍານົດ.

ປັດຈຸບັນ ປໍ້ານໍ້າມັນເຊື້ອເພີງ ຣາຍຍ່ອຍ ທີ່ມັກຂາຍນໍ້າມັນເຊື້ອເພີງ ປະເພດຕ່າງໆ ເກີນລາຄາ ທີ່ທາງການກໍານົດ ສ່ວນຫຼາຍແມ່ນປໍ້ານໍ້າມັນ ຂນາດນ້ອຍ ແລະຂນາດກາງ ເຊິ່ງຕັ້ງຢູ່ຫ່າງຈາກຊາຍແດນໄທຍ ແລະປໍ້ານໍ້າມັນ ທີ່ຕັ້ງຢູ່ໃນພື້ນທີ່ເຂດນອກ ເຊິ່ງຈໍາເປັນຕ້ອງບວກຄ່າຂົນສົ່ງຕື່ມ ຍ້ອນນໍ້າມັນເຊື້ອເພີງສ່ວນໃຫຍ່ ນໍາເຂົ້າມາຈາກປະເທດໄທຍ ເຮັດໃຫ້ພວກເຂົາເຈົ້າ ຕ້ອງຂາຍນໍ້າມັນເກີນລາຄາ ທີ່ທາງການກໍານົດ ປະມານ 1,000 ຫາ 3,000 ກີບຕໍ່ລິດ.

ດັ່ງເຈົ້າໜ້າທີ່ ຜູ້ຮັບຜິດຊອບສາຍດ່ວນ 1510 ປົກປ້ອງຜູ້ຊົມໃຊ້ ຂອງຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ພັນກີບ 2 ພັນ - 3 ພັນກີບນີ້ນ່າ ກໍຢູ່ຫຼັກ 4 ຫຼັກ 5 ນີ້ ຂ້າງໆເມືອງໜ້ອຍນຶ່ງ ກໍຍ້ອນເຂົາ ຝືນຕໍ່ຣະບຽບຫຼັກການ ປົກກະຕິ ພວກເຮົາກໍໃຫ້ຂາຍ ຕາມແຈ້ງການຂອງກະຊວງ ແຕ່ວ່າມັນກໍລັກຂາຍ ແຕ່ວ່າເຮົາກໍໄດ້ອອກໄປໃສ່ກະແຈເບິດແລ້ວ ຄັນຢາກຝືນນີ້ ຈະຖອນໃບທະບຽນເລີຍ ນີ້ກໍບອກເພິ່ນເລີຍ.”

ໃນຂະນະດຽວກັນ ສໍາລັບເມືອງແລະແຂວງ ທີ່ຕິດຈອດກັບປະເທດໄທຍ ແລະມີເສັ້ນທາງຂົນສົ່ງນໍ້າມັນເຊື້ອເພີງ ໄດ້ແບບສະດວກນັ້ນ ບັນຫາທີ່ເກີດຈາກ ການຂາຍນໍ້າມັນເກີນລາຄາ ທີ່ທາງການກໍານົດ ກໍຈະຫຼຸດຜ່ອນລົງດ້ວຍ ແຕ່ຢ່າງໃດກຕາມ ທີ່ຜ່ານມາ ຍັງມີປໍ້ານໍ້າມັນຣາຍຍ່ອຍບາງປໍ້າ ສວຍໂອກາດໃນການປັບຂຶ້ນລາຄານໍ້າມັນເຊື້ອເພີງ ປະມານ 500 ກີບຕໍ່ລິດ.

ດັ່ງເຈົ້າໜ້າທີ່ ຜູ້ຮັບຜິດຊອບສາຍດ່ວນ 1510 ປົກປ້ອງຜູ້ຊົມໃຊ້ ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກ່າວວ່າ:

“ກໍເກີນຕາມລາຄາ ຣັຖບານກໍານົດພຸ້ນແຫຼະ 400-500 ກີບນີ້ແຫຼະ ກໍມີ ແຕ່ຖ້າມີການຮ້ອງຮຽນ ກະຫາກວ່າ ຜູ້ປະກອບການຜູ້ໃດ ທີ່ວ່າມີຄວາມຕັ້ງໃຈ ຈົງໃຈໃນການ ຂຶ້ນລາຄາຫັ້ນນ່າ ໂດຍບໍ່ສົມເຫດສົມຜົລ ກໍຈະມີມາຕການ ຕາມລະບຽບພຸ້ນແຫຼະ.”

ຢ່າງໃດກໍຕາມ ເຖິງແມ່ນວ່າ ທີ່ຜ່ານມາ ທາງການລາວ ຈະເລັ່ງດໍາເນີນການແກ້ໄຂ ບັນຫາປໍ້ານໍ້າມັນຣາຍຍ່ອຍ ຂາຍນໍ້າມັນເຊື້ອເພີງເກີນລາຄາ ທີ່ທາງການລາວກໍານົດ ແລະພຍາຍາມຈັດສັນນໍ້າມັນ ສົ່ງໄປຍັງບ່ອນຕ່່າງໆ ແຕ່ຢ່າງໃດກໍຕາມ ບັນຫາການຂາຍນໍ້າມັນ ເກີນລາຄາທີ່ກໍານົດນີ້ ຍັງບໍ່ສາມາດແກ້ໄຂໄດ້ ໂດຍສະເພາະ ໃນພື້ນທີ່ເຂດນອກ.

ດັ່ງເຈົ້າຂອງປໍ້ານໍ້າມັນ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:

“ຍັງແພງຢູ່ ລິດນຶ່ງ 20 ປາຍພັນຢູ່ ມື້ວານນີ້ ມັນລົງຢູ່ 400 ປາຍຢູ່ ມີແຕ່ໄດ້ເພີ່ມຂຶ້ນຢ່າງດຽວຫັ້ນແຫຼະ ທ່າອ່ຽງນີ້ບໍ່ຫຼຸດເລີຍ ມັນກະຕ້ອງກະທົບຢູ່ແລ້ວ ພວກເຮົາຄ້າຂາຍນ່າ ເຮົາໃຊ້ຣົຖຢູ່ນີ້ ມັນກະຕ້ອງໄດ້ໃຊ້ຄືເກົ່າຫັ້ນແຫຼະ ຕ່າງແຂວງບໍ ບາງບ່ອນຢູ່ເຂດນອກ ເຂົາກະໃສ່ກະຕຸກຂາຍແຫຼະ ນໍ້າມັນມັນກໍຂາຍຢູ່ ບາງປໍ້າມັນກໍບໍ່ມີ ບາງເທື່ອມັນກໍຊື້ປໍ້າໃຫຍ່ໄປຂາຍ ປໍ້ານອກມັນກໍຕ້ອງໄດ້ຂາຍແພງ.”

ເມື່ອວັນທີ່ 6 ກໍຣະກະດາ ທີ່ຜ່ານມາ ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ປັບລົງລາຄານໍ້າມັນເຊື້ອເພີງທຸກປະເພດ ລົງເປັນຄັ້ງທີ່ 2 ຂອງປີ 2022 ພາຍຫຼັງທີ່ມີການ ປັບຂຶ້ນລາຄານໍ້າມັນ ມາຢ່າງຕໍ່ເນື່ອງ ເປັນຈໍານວນ 15 ຄັ້ງ ໂດຍນໍ້າມັນແອັດຊັງທັມມະດາ ຫຼຸດລົງ 460 ກີບຕໍ່ລິດ, ແອັດຊັງພິເສດ ຫຼຸດລົງ 350 ກີບຕໍ່ລິດ ແລະກາຊ້ວນ ຫຼຸດລົງ 450 ກີບຕໍ່ລິດ​ ແຕ່ຢ່າງໃດກໍຕາມ ລາຄານໍ້າມັນເຊື້ອເພີງ ທີ່ທາງການລາວກໍານົດດັ່ງກ່າວນີ້ ກໍຍັງບໍ່ກະຈາຍໄປທົ່ວເຖິງເທື່ອ ແລະຍັງມີລາຄາສູງຫຼາຍສົມຄວນ.

ດັ່ງຊາວບ້ານ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

“ບໍ່ໄດ້ລຽນຄິວແລ້ວ ຄືວ່າລາຄາລົງໜ້ອຍນຶ່ງ ແຕ່ກະຍັງແພງຢູ່ ຂາຍປົກກະຕິ ກໍຂາຍຕາມໜ້າປໍ້າຫັ້ນແຫຼະ ຕາມລາຄາ ທີ່ຣັຖເພິ່ນກໍານົດຫັ້ນແຫຼະ ແບບມີການກວດສອບຄືກັນເນາະ ບໍ່ແມ່ນວ່າ ແຕ່ລະປໍ້າຊິຂາຍຕາມໃຈໄດ້ ຢູ່ນະຄອນຫຼວງ ກະຂາຍ ຂາຍຕາມນັ້ນ ແຕ່ວ່າບໍ່ແນ່ໃຈວ່າ ຕ່າງແຂວງນີ້ ຈະມີທຸກປໍ້າບໍ່ ຫັ້ນນ່າ ສ່ວນຫຼາຍປໍ້າໃນເມືອງ ຂະເຈົ້າກໍຈະບໍ່ຂາດດອກ.”

ໃນໄລຍະເດືອນເມສາ ຫາ ຕົ້ນເດືອນກໍຣະກະດາ 2022 ກົມການຄ້າພາຍໃນ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາໂຕຈິງແບບປົກກະຕິ ແລະລົງກວດກາຕາມຫາງສຽງ ຂອງສັງຄົມ ຜ່ານສື່ສັງຄົມອອນລາຍນ໌ ແລະຜ່ານສາຍດ່ວນ ປົກປ້ອງຜູ້ຊົມໃຊ້ນໍ້າມັນເຊື້ອເພີງ ຜ່ານເບີໂທ 1510 ຈໍານວນ 1,174 ຄັ້ງ ໃນນີ້ ສາມາດເຮັດບົດບັນທຶກ ກ່າວເຕືອນແລະສຶກສາອົບຮົມ ຜູ້ລະເມີດ ໄດ້ 126 ກໍຣະນີ, ປັບໃໝຜູ້ລະເມີດ ແລະມີເຈຕະນາໂດຍຕຣົງ ຕາມດໍາຣັດ 331/ນຍ ວ່າດ້ວຍທຸຣະກິຈນໍ້າມັນເຊື້ອເພີງ 14 ກໍຣະນີ, ແຈ້ງການສັ່ງໂຈະ ການດໍາເນີນທຸຣິກິຈປໍ້ານໍ້າມັນ ບໍ່ໃຫ້ຂາຍນໍ້າມັນຊົ່ວຄາວ 3 ປໍ້າ ສ່ວນກໍຣະນີ ຂາຍນໍ້າມັນເຊື້ອເພີງ ຊະຊາຍແຕມແຄມທາງ ສະເພາະຢູ່ນະຄອນຫຼວງວຽງຈັນ ກວດພົບ 86 ຈຸດ ມີນໍ້າມັນຈໍານວນ 250 ລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.