ທາງການລາວ ພະຍາຍາມ ສນອງ ນໍ້າມັນເຊື້ອເພີງ ໃຫ້ພຽງພໍ

ໄຊຍາ
2022.08.05
ທາງການລາວ ພະຍາຍາມ ສນອງ ນໍ້າມັນເຊື້ອເພີງ ໃຫ້ພຽງພໍ ຊາວລາວບັນດາເຜົ່າ ພວມລຽນຄິວ ລໍຖ້າຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (TS), ເດືອນພຶສພາ 2022.
RFA

ເມື່ອວັນທີ 04 ສິງຫາ ທີ່ຜ່ານມາ ຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ປະກາດວ່າຈະພະຍາ

ຍາມ ສນອງນໍ້າມັນເຊື້ອເພີງ ໃຫ້ພຽງພໍ ໃນຂະນະທີ່ຊາວລາວ ກໍຄາດຫວັງວ່າ ຢາກໃຫ້ເຮັດໃຫ້ໄດ້ແທ້ ແລະຮັບປະກັນ ບໍ່ໃຫ້ເປັນຄືດັ່ງເຄີຍຜ່ານມາ ຍ້ອນເຫັນວ່າພາກສ່ວນທີ່ກ່ຽວຂ້ອງ ອອກປະກາດໃນລັກສະນະດັ່ງກ່າວນີ້ ຫຼາຍເທື່ອແລ້ວ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ ມາເປັນໄລຍະເວລາດົນແລ້ວ.

ດັ່ງຊາວ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 05 ສິງຫາ 2022 ນີ້ວ່າ:

ມັນກໍແພງ ລິດນຶ່ງກໍ 20,000 ກີບຊີ້ນ່າ ແຕ່ກີ້ມັນກໍລິດນຶ່ງກໍ 8,000-9,000 ຊີ້ນ່າ ຄືວ່າມັນມີ ປຕທ ມັນກໍປິດ ມັນຢາກໆ ຂາດແດ່ ບາງເທື່ອກໍເປີດ ບາງເທື່ອກໍປິດ ແມ່ນໆ ກໍຊອກຫາໃຫ້ພຽງພໍຢູ່. ເອີ ເວົ້າແຕ່ດົນພຸ້ນແລ້ວ.

ນັບແຕ່ ເດືອນກໍຣະກະດາ ທີ່ຜ່ານມາ ຮອດປັດຈຸບັນ ລາຄານໍ້າມັນເຊື້ອເພີງ ຂາຍຍ່ອຍພາຍໃນຂົງເຂດ ທົ່ວປະເທດລາວ ປັບລົງ 4 ຄັ້ງ ພາຍຫລັງມີການປັບຂຶ້ນ ມາຢ່າງຕໍ່ເນື່ອງ 15 ຄັ້ງນັບແຕ່ຕົ້ນປີ 2022 ໂດຍນໍ້າມັນ ແອັດຊັງທັມມະດາ ປັບລົງ 1,940 ກີບຕໍ່ລິດ, ແອັດຊັງພິເສດປັບລົງ 4,010 ກີບຕໍ່ລິດ ແລະ ກະຊວນປັບລົງ 3,180 ກີບຕໍ່ລິດ ແຕ່ປະຊາຊົນ ຈຳນວນຫຼາຍກໍຍັງເຫັນວ່າ ນໍ້າມັນເຊື້ອເພີງໃນປັດຈຸບັນ ຍັງຄົງມີລາຄາສູງຄືເກົ່າ ເມື່ອທຽບໃສ່ກັບຄ່າຄອງຊີພ.

ປັດຈຸບັນປະຊາຊົນ ໃນຫຼາຍເມືອງ ແລະຫຼາຍແຂວງ ທົ່ວປະເທດ ຈະບໍ່ຕ້ອງລຽນແຖວ ຊື້ນໍາມັນເຊື້ອເພີງ ຄືດັ່ງທີ່ເຄີຍຜ່ານມາແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດດຳເນີນການ ສນອງນໍ້າມັນໃຫ້ປໍ້ານໍ້າມັນຣາຍຍ່ອຍ ເພື່ອຊ່ອຍໃຫ້ປະຊາຊົນເຂດນອກ ແລະພື້ນທີ່ຫ່າງໄກສອກຫຼີກ ໃຫ້ສາມາດຊື້ນໍ້າມັນໄດ້ຢ່າງສະດວກຂຶ້ນ ແລະເປັນໄປໄດ້ຕາມລາຄາ ທີ່ທາງການກຳນົດໄດ້.

ດັ່ງເຈົ້າຂອງປໍ້ານໍ້າມັນ ຂນາດນ້ອຍ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເອກຊົນນີ້ປິດຢູ່. ສ່ວນຫຼາຍນີ້ເປັນຂອງຣັຖ ທີ່ມີນໍ້າມັນຕອນນີ້ນະເອກຊົນນີ້ປິດ ເກືອບໝົດທຸກປໍ້າເລີຍປິດ.ມີແຕ່ຂອງຣັຖ ແລ້ວກໍຣັຖວິສາຫະກິຈ ຈຶ່ງເປີດໄດ້ ຖ້າເປັນປໍ້າທົ່ວໄປນີ້ ເຂົາກໍຍັງໄປບໍ່ລອດຄືເກົ່າ ຖ້າສົມມຸດວ່າຊື້ນໍ້າມັນ ກັບຣັຖຫັ້ນນ່າ ເພາະວ່າຣັຖມັນໃຫ້ກຳໄລ ໜ້ອຍທີ່ເປັນປໍ້າຣັຖ ເຂົາກໍໄດ້ກຳໄລໜ້ອຍແຕ່ເຂົາຢູ່ໄດ້ ກໍຍ້ອນວ່າເຂົາໄດ້ຂາຍຫຼຍເພາະວ່າ ນໍ້າມັນເຂົາຂາຍແບຣນ ເຂົາຂາຍແບຣນຫັ້ນນ່າ.

ຍານາງກ່າວຕື່ມວ່າ ດ້ວຍມາຕການຄຸ້ມຄອງ ລາຄານໍ້າມັນເຊື້ອເພີງ ເຮັດໃຫ້ມີພຽງເຈົ້າຂອງ ກິຈການປໍ້ານໍ້າມັນ ຂນາດໃຫຍ່ ສາມາດເປີດຂາຍນໍ້າມັນ ໃຫ້ແກ່ປະຊາຊົນໄດ້ ຍ້ອນພວກເຂົາເຈົ້າ ສາມາດຂາຍນໍ້າມັນໄດ້ ເປັນຈຳນວນຫຼາຍ ແຕ່ປໍ້າຂນາດນ້ອຍ ບໍ່ສາມາດເຮັດໄດ້ ຍ້ອນບໍ່ກຸ້ມຕົ້ນທຶນ.

ບັນຫາການຂາດເຂີນ ນໍ້າເຊື້ອເພີງ ພາຍໃນຫຼາຍເມືອງ ແລະຫຼາຍແຂວງ ທົ່ວປະເທດ ເຖິງຈະເກີດຂຶ້ນມາ ເປັນໄລຍະເວລາດົນແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການປຶກສາຫາລື ເປັນຕົ້ນການເຈຣະຈາຂໍນໍາເຂົ້າ ນໍ້າມັນເຊື້ອເພີງ ຈາກປະເທດ ຊາອຸດິ ອາຣາເບັຽ ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີຂໍ້ຕົກລົງທີ່ເປັນທາງການ ແລະເປັນຮູບປະທັມເທື່ອ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າຢູ່ແຂວງພາກໃຕ້ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:

ຄັນວ່າ ເຣື່ອງຣັຖບານເພິ່ນກໍເຣີ່ມ ເອົາເຂົ້າມາໄດ້ແລ້ວມັນ ກໍມີແຕ່ລະແຂວງ ກໍຖືວ່າມັນຊົມໃຊ້ ບໍ່ພໍກໍແຕ່ວ່າບໍ່ພຽງພໍ ຄືແຕ່ກ່ອນເປັນ 100% ກໍຊິຍັງຢູ່ ມັນມີຫຼາຍບ່ອນຫຼາຍປະເທດ ທີ່ເພິ່ນຊິມີເງື່ອນໄຂ ເພິ່ນກໍໄປເຈຣະຈານຳ ແຕ່ບໍ່ຮູ້ວ່າເພິ່ນຊິໄດ້ມາແບບໃດ.

ສຳລັບການຂາດເຂີນ ນໍ້າມັນເຊື້ອເພີງ ປະເພດຕ່າງໆ ພາຍໃນປະເທດລາວ ທີ່ຍັງເປັນບັນຫານີ້ ຍ້ອນທະນາຄານ ແຫ່ງປະເທດລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂ ບັນຫາການຂາດເຂີນ ເງິນຕຣາຕ່າງປະເທດ ໂດຍສະເພາະເງິນບາທໄທຍ ແລະ ໂດລ້າຣ໌ສະຫະຣັຖໄດ້ ຊຶ່ງເປັນສະກຸນເງິນຫຼັກ ໃນການໃຊ້ຈ່າຍ ເພື່ອນໍາເຂົ້ານໍ້າມັນເຊື້ອເພີງ.

ດັ່ງບໍຣິສັດ ໂຕແທນນໍາເຂົ້າ ນໍ້າມັນເຊື້ອເພີງ ຈາກປະເທດໄທຍ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

ອໍ ແມ່ນກໍພໍມີຢູ່ ແຕ່ວ່າເຮົາແລກເງິນຕຣາ ຍາກກໍເລີຍວ່າ ຢາກຂາດໜ້ອຍນຶ່ງ ໂອ້ເພິ່ນກໍຊອກຫາ ນໍາເຂົ້າຢູ່ໃດ໋ ເພິ່ນກໍຊອກເງິນຕຣາ ແລ້ວກໍໄປຊື້ເງິນກີບ ມີຢູ່ແຕ່ວ່າເງິນຕຣາ ມັນຈະຂາດໜ້ອຍນຶ່ງ ຂາດເງິນຕຣາໄປຊື້ດອກ ແມ່ນແຫຼະ ຄັນເພິ່ນຮັບເງິນກີບນີ້ ຄືຊິບໍ່ອຶດດອກນໍ້າມັນນີ້.

ຫຼ້າສຸດ ບັນດາບໍຣິສັດນຳເຂົ້າ ນໍ້າມັນເຊື້ອເພີງ ຍັງສືບຕໍ່ພາຣະກິຈນໍາເຂົ້າ ນໍ້າມັນໃຫ້ພຽງພໍ ກັບຄວາມຕ້ອງການ ຂອງຜູ້ຊົມໃຊ້ ແລະເປີດໃຫ້ບໍຣິການ ຮັບໃຊ້ສັງຄົມ ເປັນປົກກະຕິ ຢູ່ຈຸດປໍ້າໂຕແທນຕ່າງໆ  ພາຍໃນຂອບເຂດທົ່ວປະເທດ ແຕ່ຍັງບໍ່ສາມາດຣະບຸໄດ້ວ່າ ຈະສາມາດແກ້ໄດ້ສຳເຣັດ ໃນໄລຍະໃດ ເນື່ອງຈາກບັນຫາດັ່ງກ່າວນີ້ ຕິດພັນກັບການຂາດເຂີນ ເງິນຕຣາຕ່າງປະເທດ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ອ່າສົມມຸດວ່າ ມັນຈະຂາດເປັນບາງເມືອງ ບາງບ່ອນ ກໍອາຈຈະມີສ່ວນ ເພາະວ່າບໍຣິສັດ ນໍາເຂົ້າຫັ້ນແລ້ວ ເພິ່ນສນອງໃຫ້ປໍ້າໂຕແທນ ເພິ່ນບໍ່ທັນກໍອາຈຈະມີສ່ວນ ກໍຄືລວມໆ ກໍໂດຍທົ່ວໄປ ກໍແລກບໍ່ເກີນແນ່ ແລກເງິນຕຣາແນ່ ແລກເງິນຕຣາ ມັນກໍຍັງບໍ່ທ່ວງ ບໍ່ທັນດຽວນີ້ ໃນໂຕນີ້ເພິ່ນກຳລັງ ດຳເນີນການ ຢູ່ສຳລອງເພິ່ນໃຫ້ພວກຊື້ນໍ້າມັນ ຕ້ອງໄດ້ມີເງີນຕຣາ ໄປຊື້ນໍ້າມັນມາຮັບໃຊ້ສັງຄົມ ໄປກ່ອນ.

ກ່ອນໜ້ານີ້ ທາງການໄດ້ຫາລື ຮ່ວມກັບຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ແລະສະມາຄົມນໍ້າມັນ ເຊື້ອເພີງລາວ ກ່ຽວກັບຄວາມເປັນໄປໄດ້ ໃນການນໍາເຂົ້ານໍ້າມັນເຊື້ອເພີງ ຈາກຕ່າງປະເທດ ພາຍຫຼັງມີການຄາດຄະເນວ່າ ນໍ້າມັນເຊື້ອເພີງ ທີ່ຢູ່ໃນປັດຈຸບັນ ກຳລັງຈະໝົດພາຍໃນເດືອນສິງຫາ 2022 ນີ້.

ກ່ອນໜ້ານັ້ນ ວັນທີ 23 ມິຖຸນາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ຣາຍງານວ່າ ຄວາມຄືບໜ້າ ກ່ຽວກັບການແກ້ໄຂ ບັນຫານໍ້າມັນເຊື້ອເພີງ ແລະການຄຸ້ມຄອງອັດຕຣາ ແລກປ່ຽນເງິນຕຣາ ຕ່າງປະເທດ ຕໍ່ກອງປະຊຸມສະພາ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຈ ຊຸດທີ 9 ວ່າ ສປປ ລາວ ເປັນປະເທດນໍາເຂົ້າ ນໍ້າມັນຈາກຕ່າງປະເທດ 100% ແລະມີການໃຊ້ນໍ້າມັນເຊື້ອເພີງ ສະເລັ່ຽ 100-120 ລ້ານລິດຕໍ່ເດືອນ ຫຼືປະມານ 1,200 ລ້ານລິດຕໍ່ປີ.

ຜ່ານມາປະເທດລາວ ມີການນໍາເຂົ້ານໍ້າມັນເຊື້ອເພີງ ແຕ່ 600-700 ລ້ານໂດລ້າຣ໌ສະຫະຣັຖ ກໍສາມາດສນອງ ຕໍ່ຄວາມຕ້ອງການ ຂອງປະຊາຊົນ ໃນທົ່ວປະເທດ ແຕ່ມາຮອດປັດຈຸບັນ ການປັບຂຶ້ນລາຄານໍ້າມັນ ຂອງຕລາດໂລກເຮັດໃຫ້ເງິນ 1 ໂດລ້າຣ໌ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ. ສະນັ້ນປະເທດລາວຈຶ່ງຕ້ອງການເງິນ ຕຣາຕ່າງປະເທດ ເພື່ອນໍາເຂົ້ານໍ້າມັນ ຈາກຕ່າງປະເທດ ສູງເຖິງ 1,200 ລ້ານໂດລ້າຣ໌ຕໍ່ປີ ຊຶ່ງເຮັດໃຫ້ເກີດຄວາມຫຍຸ້ງຍາກ ໃນການຊອກຫາເງິນຕຣາ ຕ່າງປະເທດ ເພື່ອນຳໃຊ້ໃນການນຳເຂົ້າ ນໍ້າມັນເຊື້ອເພີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.