ເຣື້ອງທີ່ເກັບບັນທຶກໄວ້
2022-10-31
ຣັສເຊັຽເປີດຖ້ຽວບິນ ຄັ້ງທໍາອິດລະຫວ່າງ ເມືອງວະລາດີວອສຕັອກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມ ການທ່ອງທ່ຽວ ປີນີ້ ລາວຕັ້ງເປົ້າໝາຍ ຈະມີນັກທ່ອງທ່ຽວ ຕ່າງປະເທດ ມາລາວຢ່າງໜ້ອຍ 9 ແສນຄົນ ແລະຄາດວ່າ ຈະມີລາຍຮັບ 218 ລ້ານໂດລ້າຣ໌ ສະຫະຣັຖ.
2022-10-31
ແພດອາສາສມັກ ມີຊະຕາກັມ ແບບດຽວກັນກັບ ຄຣູອາສາສມັກ ເຮັດວຽກ ຫວັງເອົາຜົລງານ ຈາກການເປັນອາສາສມັກ ເພື່ອເຂົ້າເປັນ ຣັຖກອນ, ແຕ່ສຸດທ້າຍ ແພດອາສາ ຈຳນວນນຶ່ງ ກໍຈຳເປັນຕ້ອງໄດ້ລາອອກ ເພື່ອຊອກຫາເຮັດວຽກໃໝ່.
2022-10-30
ຣັສເຊັຽ ກຳລັງເຂົ້າມາສ້າງ ລະບົບການໂອນເງິນ ຢູ່ປະເທດອາຊ້ຽນ ຫຼັງຈາກທີ່ ຖືກຫຼາຍປະເທດ ໃນຢູໂຣບ ລວມທັງ ສະຫະຣັຖ ອາເມຣິກາ ຕັດແລະຍົກເລີກ ລະບົບການໂອນເງິນ ແບບ ສວິບ (SWIFT) ທີ່ໃຊ້ ໃນການເຮັດທຸຣະກັມ ທາງດ້ານທຸຣະກິຈ ຊຶ່ງປະຊາຊົນ ຊາວຣັສເຊັຽ ກໍໄດ້ຮັບຜົລກະທົບ.
2022-10-28
ນາຍົກຣັຖມົນຕຣີລາວ ແລະໄທຍ ເປັນປະທານຮ່ວມ ໃນພິທີວາງສີລາຣືກ ການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ໃນຂະນະທີ່ ປະຊາຊົນ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ 100 ຄອບຄົວ ເສັຽດິນໄປ 52.42 ເຮັກຕ້າຣ໌ ຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ.
2022-10-28
ລາຄາເຂົ້າໜຽວແພງຂຶ້ນ ຈາກລາຄາ 120,000 ກີບຕໍ່ນຶ່ງໝື່ນ ໃນໄລຍະຕົ້ນປີນີ້ ມາຮອດມື້ນີ້ ຂຶ້ນເປັນ 170,000 ກີບຕໍ່ນຶ່ງໝື່ນແລ້ວ ເຮັດໃຫ້ຊາວບ້ານຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ເພາະທຸກມື້ນີ້ ຄ່າຄອງຊີພສູງຫຼາຍ.
2022-10-27
ປະເທດລາວ ແລະປະເທດບຣູໄນ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ດ້ານພະລັງງານ ເພື່ອຄວາມໝັ້ນຄົງ ທາງດ້ານພະລັງງານ ໂດຍສະເພາະ ເຣື່ອງການນໍາເຂົ້າ ນໍ້າມັນເຊື້ອເພີງ ຈາກບຣູໄນ ໃນລາຄາຖືກ.
2022-10-26
ພະນັກງານຣັຖ ແລະ ພະນັກງານ ບໍຣິສັດເອກກະຊົນ ຜູ້ທີ່ມີເງິນເດືອນໜ້ອຍ ຕ້ອງຫັນມາຊອກຫາ ເຮັດອາຊີພເສີມ ເພື່ອໃຫ້ສາມາດ ລ້ຽງຄອບຄົວໄດ້ ກັບຄ່າຄອງຊີພ ທີ່ແພງຂຶ້ນ ໃນປັດຈຸບັນ ທີ່ມີສາຍເຫດ ມາຈາກຫຼາຍປັດຈັຍ ເປັນຕົ້ນອັດຕຣາເງິນເຟີ້ ທີ່ເພີ່ມຂຶ້ນສູງ.
2022-10-26
ທາງການລາວ ແລະ ອຳນາດການປົກຄອງ ຂັ້ນເມືອງ, ເມືອງກິມຊອນ ປະເທດເກົາຫລີໃຕ້ ຫາລືເຣຶ່ອງແຮງງານ ດ້ານການກະເສຕ ຂະນະທີ່ຄົນງານລາວ ຍິ່ງມີຄວາມກະຕືລືລົ້ນ ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ຫລາຍຂຶ້ນ.
2022-10-26
ຮ້ານຮັບຊື້ເຫລັກເສດແຫ່ງນຶ່ງ ຂອງແຂວງວຽງຈັນ ຖືກກວດຄົ້ນ ພ້ອມທັງດຳເນີນຄະດີ ຕໍ່ເຈົ້າຂອງຮ້ານດັ່ງກ່າວ ໃນຂໍ້ຫາຮັບຊືຶ້ຂອງໂຈນ, ເພາະວ່າ ທາງຮ້ານ ໄດ້ຮັບຊື້ເຫລັກເສົາໄຟຟ້າ ທີ່ເປັນຊັພສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ຊຶ່ງຖືກກຸ່ມຄົນຂີ້ລັກ ລັກມາຂາຍ ໃຫ້ທາງຮ້ານ.
2022-10-26
ທາງການລາວ ຈັດງານສເລີມສລອງ ວັນອາຫານໂລກ, ຂະນະທີ່ບັນຫາ ການຄໍ້າປະກັນ ສບຽງອາຫານ ພົບພໍໍ້ກັບສິ່ງທ້າທາຍ ຫລາຍຂຶ້ນ ເນື່ອງຈາກ ການປ່ຽນແປງ ທາງດ້ານດິນຟ້າອາກາດ, ແລະ ພັຍພິບັດທັມມະຊາຕ ສົ່ງຜົລກະທົບ ຕໍ່ຜົລຜລິຕ ຂອງຊາວນາ ເຮັດໃຫ້ຂາດແຄນ ສະບຽງອາຫານ.
2022-10-24
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດນໍາໃຊ້ ທະນະບັດ ໃບ 10,000 ກີບ ແລະ 20,000 ກີບ ຮູບແບບປັບປຸງໃໝ່ ຂະນະທີ່ ຊາວລາວສ່ວນຫຼາຍ ຢາກໃຫ້ເລັ່ງແກ້ໄຂ ບັນຫາເງິນເຟີ້ ຫຼາຍກ່ອນ.
2022-10-24
ຣັຖບານ ສປປ ລາວ ອອກດໍາຣັຖ ວ່າດ້ວຍພົລເມືອງ ກິດຕິມະສັກ ສໍາລັບຄົນ ຕ່າງປະເທດ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ, ໄດ້ມອບທຶນ ໃຫ້ຣັຖບານ ແຕ່ 5 ແສນໂດລ້າຣ໌ ສະຫະຣັຖຂຶ້ນໄປ ແລະໄດ້ນຳທຶນ ເຂົ້າປະເທດລາວ ແຕ່ 1 ລ້ານໂດລ້າຣ໌ຂຶ້ນໄປ, ເປັນຜູ້ມີຄວາມຮູ້, ຄວາມສາມາດ ດ້ານວິຊາສະເພາະ ຂັ້ນຊ່ຽວຊານ ລະດັບປະຣິນຍາ ເອກຂຶ້ນໄປ ສາມາດ ຂໍເປັນ ພົລເມືອງ ກິດຕິມະສັກ ຂອງ ສປປ ລາວໄດ້.
2022-10-24
ຄົນງານລາວ ຮຽກຮ້ອງໃຫ້ ທາງການລາວ ຊ່ອຍຄຸ້ມຄອງ ສິດຜົລປໂຍດ ຢ່າງເຂັ້ມງວດ ແລະ ຂໍໃຫ້ຈຳກັດ ຄົນຈີນ ທີ່ເຂົ້າມາເຮັດວຽກທຳມາຫາກິນ ຢູ່ລາວ ຫລາຍເກີນໄປ.
2022-10-23
ເກົາຫລີໃຕ້ ມີແຜນຮັບເອົາ ຄົນງານລາວ ເຂົ້າໄປເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ເພື່ອຊ່ອຍແກ້ໄຂ ຄວາມຫຍຸ້ງຍາກ ດ້ານສເຖກິຈ ແລະ ອັຕຣາ ຫວ່າງງານ ໃນສປປລາວ.
2022-10-21
ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານວ່າ ປະເທດລາວ ຍັງຕິດກັບດັກໜີ້ ຂອງຈີນ ຍ້ອນວ່າ ໜີ້ສິນຂອງປະເທດລາວ ຍິ່ງສູງຂຶ້ນ.